ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກເດັກນ້ອຍ ໃນລາວ ປະລະການຮຽນ ແລະ ເສັງບໍ່ຜ່ານ ໃນອັດຕາທີ່ສູງທີ່ສຸດ ຢູ່ໃນອາຊຽນ


 ພວກເດັກນ້ອຍ ນັກຮຽນຊັ້ນປະຖົມ ຢູ່ເຂດຊົນນະບົດ ຢືນລຽນແຖວ ຢູ່ສະໜາມຫຍ້ານອກໂຮງຮຽນ.
ພວກເດັກນ້ອຍ ນັກຮຽນຊັ້ນປະຖົມ ຢູ່ເຂດຊົນນະບົດ ຢືນລຽນແຖວ ຢູ່ສະໜາມຫຍ້ານອກໂຮງຮຽນ.

ການປະການຮຽນ ແລະການສອບເສັງບໍ່ຜ່ານ ໃນລະດັບປະຖົມສຶກສາຂອງເດັກນ້ອຍ ໃນລາວ ຍັງມີອັດຕາສະເລ່ຍ 4.8 ເປີເຊັນ ແລະ 4.9 ເປີເຊັນ ຕາມລຳດັບ ໂດຍຖືເປັນ ອັດຕາສະເລ່ຍ ທີ່ສູງທີ່ສຸດໃນກຸ່ມອາຊຽນ.

ກອງປະຊຸມຜູ້ບໍລິຫານການສຶກສາ ແລະກິລາທົ່ວປະເທດ ປະຈຳປີ 2016 ໂດຍການເປັນ ປະທານ ຂອງທ່ານນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີວ່າການ ກະຊວງສຶກສາ ທິການ ແລະກິລາ ຊຶ່ງຈັດຂຶ້ນເມື່ອບໍ່ນານມານີ້ ໄດ້ມີການສະເໜີລາຍງານວ່າ ໃນປັດຈຸບັນ ອັດຕາການເຂົ້າຮຽນຂອງເດັກອາຍຸ 3-5 ປີ ຢູ່ທີ່ລະດັບ 49 ເປີເຊັນ ສ່ວນການເຂົ້າຮຽນ ໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະ ລະດັບມັດທະຍົມປາຍນັ້ນ ຢູ່ອັດຕາ ສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມລຳດັບ.

ໂດຍອັດຕາສະເລ່ຍດັ່ງກ່າວນີ້ ຖືເປັນການພັດທະນາທາງດ້ານການສຶກສາ ທີ່ມີການຂະ ຫຍາຍຕົວເພີ່ມຂຶ້ນໃນທຸກພາກສ່ວນ ເພາະໃນປີ 2015 ທີ່ຜ່ານມານັ້ນ ອັດຕາການເຂົ້າ ຮຽນຂອງເດັກອາຍຸ 3-5 ປີ ຢູ່ທີ່ລະດັບ 43 ເປີເຊັນ ສ່ວນການເຂົ້າ ຮຽນໃນລະດັບປະຖົມ ລະດັບມັດທະຍົມຕົ້ນ ແລະ ມັດທະຍົມປາຍຢູ່ທີ່ລະດັບ 97.2 ເປີເຊັນ 78 ເປີເຊັນ ແລະ 45.8 ເປີເຊັນ ຕາມລຳດັບ ຫາກແຕ່ວ່າ ການພັດທະນາດ້ານການສຶກສາໃນລາວ ຍັງຂາດ ເຂີນຄຸນນະພາບ ໂດຍຈະເຫັນໄດ້ຈາກອັດຕາການຄ້າງຫ້ອງໃນລະດັບປະຖົມສຶກສາ ຍັງ ຢູ່ທີ່ລະດັບ 4.9 ເປີເຊັນ ສ່ວນບັນຫາຍາກຈົນກໍເຮັດໃຫ້ເດັກນ້ອຍ ຕ້ອງປະການຮຽນ ໃນ ອັດຕາສະເລ່ຍ 4.8 ເປີເຊັນ ຊຶ່ງສູງທີ່ສຸດໃນກຸ່ມອາຊຽນ.

ເດັກນ້ອຍນັກຮຽນຍິງ ຊັ້ນປະຖົມ ຊ່ອຍກັນຫິ້ວຄຸນ້ຳ ໄປໂຮງຮຽນ
ເດັກນ້ອຍນັກຮຽນຍິງ ຊັ້ນປະຖົມ ຊ່ອຍກັນຫິ້ວຄຸນ້ຳ ໄປໂຮງຮຽນ

ຍິ່ງໄປກວ່ານັ້ນ ດ້ວຍສະພາບຊີວິດການເປັນຢູ່ ທີ່ຍາກຈົນຢ່າງຍິ່ງຂອງປະຊາຊົນລາວ ຊຶ່ງມີສາເຫດມາຈາກລະດັບຄ່າຄອງຊີບ ທີ່ປັບຕົວສູງຂຶ້ນນັບມື້ ໃນຂະນະທີ່ລັດຖະບານ ລາວ ກໍບໍ່ສາມາດຈະໃຫ້ການຊ່ວຍເຫຼືອໄດ້ເລີຍນັ້ນ ກໍຍັງເຮັດໃຫ້ການປະການຮຽນ ຂອງ ເດັກນ້ອຍ ໃນລະດັບປະຖົມສຶກສາ ໃນເຂດຊົນນະບົດຂອງລາວນັ້ນ ມີອັດຕາສະເລ່ຍ ສູງກວ່າ 20 ເປີເຊັນ ອີກດ້ວຍ.

ໂດຍເຖິງແມ່ນວ່າ ການເຂົ້າຮຽນລະດັບປະຖົມສຶກສາ ຂອງເດັກນ້ອຍໃນເຂດຊົນນະບົດ ໃນປີ 2016 ນີ້ ຈະມີອັດຕາສະເລ່ຍສູງເຖິງ 95 ເປີເຊັນ ກໍຕາມ ຫາກແຕ່ໃນຄວາມເປັນຈິງ ແລ້ວ ກັບປາກົດວ່າ ມີເດັກນ້ອຍລາວມາໂຮງຮຽນຕາມປົກກະຕິພຽງ 75 ເປີເຊັນເທົ່ານັ້ນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ອັດຕາປະລະການສຶກສາ ຫຼືວ່າອັດຕາການລອດເຫຼືອເນາະ ສົມມຸດວ່າເດັກນ້ອຍເຂົ້າ ຊັ້ນ ປ 1 ໄປຮອດຊັ້ນ ປ 5 ເຂົ້າດຽວນີ້ ເຮົາຕັ້ງເປົ້າໄວ້ໃຫ້ມັນໄດ້ຮອດ 95 ເປີເຊັນ ແຕ່ ວ່າ ໃນໂຕຈິງຜັດລອດມາດຽວນີ້ ມີແຕ່ 75 ເປີເຊັນ ສ່ວນ 20 ເປີເຊັນ ຜັດເສຍໄປ ອັນນັ້ນ ກໍຕ້ອງໄດ້ສຸມໃສ່ແກ້ໄຂ ເຮັດຈັ່ງໃດ ຊ່ວຍສ້າງເງື່ອນໄຂ ໃຫ້ເຂົາເຈົ້າສາມາດ ຮຽນຈົບ.”

ໂຮງຮຽນ ຊັ້ນປະຖົມ ຢູ່ໃນເຂດຊົນນະບົດແຫ່ງນຶ່ງ ໃນລາວ
ໂຮງຮຽນ ຊັ້ນປະຖົມ ຢູ່ໃນເຂດຊົນນະບົດແຫ່ງນຶ່ງ ໃນລາວ

ຍິ່ງໄປກວ່ານັ້ນ ບັນຫາດັ່ງກ່າວຍັງຖືເປັນສະພາບການ ທີ່ກົງກັນຂ້າມກັບ ນະໂຍບາຍຂອງ ລັດຖະບານລາວ ທີ່ໄດ້ປະກາດເປົ້າໝາຍຈະຂະຫຍາຍໂອກາດ ດ້ານການສຶກສາ ສຳລັບ ເດັກນ້ອຍໃນເຂດຊົນນະບົດ ໃຫ້ໄດ້ຢ່າງທົ່ວເຖິງພາຍໃນປີ 2015 ທີ່ຜ່ານມາ ຫາກແຕ່ວ່າ ດ້ວຍບັນຫາຄວາມຍາກຈົນຂອງປະຊາຊົນທີ່ຍັງບໍ່ໄດ້ຮັບການແກ້ໄຂນັ້ນ ຈຶ່ງເຮັດໃຫ້ລັດ ຖະບານລາວ ບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ເລີຍ.

ເຈົ້າໜ້າທີ່ຂັ້ນສູງ ໃຫ້ການຢືນຢັນດ້ວຍວ່າ ບັນຫາທີ່ເປັນອຸປະສັກ ຕໍ່ການຂະຫຍາຍ ໂອກາດ ທາງດ້ານການສຶກສາຂັ້ນພື້ນຖານໃຫ້ໄດ້ ຢ່າງທົ່ວເຖິງໃນທົ່ວປະເທດລາວ ອີກປະການໜຶ່ງ ກໍແມ່ນບັນຫາຂາດແຄນດ້ານງົບປະມານຂອງລັດຖະບານລາວ ໂດຍ ບັນຫາທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດໃນເວລານີ້ ກໍຄືການຈັດພິມ ແລະການແຈກຈ່າຍປຶ້ມ ຕຳລາຮຽນສຳລັບນັກຮຽນຊັ້ນປະຖົມທຸກຄົນໃນທົ່ວປະເທດ ຊຶ່ງເປັນເປົ້າໝາຍບຸລິມະສິດ ທີ່ຈະຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ຢ່າງແທ້ຈິງ ໃນສົກຮຽນປີ 2014-2015 ທີ່ຜ່ານມາແລ້ວ.

ຫາກແຕ່ວ່າ ໃນການປະຕິບັດຕົວຈິງນັ້ນ ກໍຍັງຄົງເປັນໄປບໍ່ໄດ້ເລຍ ໂດຍສະເພາະແມ່ນ ຢູ່ໃນເຂດແຂວງພາກເໜືອນັ້ນ ມີການແຈກຈ່າຍປຶ້ມຕຳລາຮຽນໄດ້ບໍ່ເຖິງ 50 ເປີເຊັນ ຊຶ່ງ ກໍເຮັດໃຫ້ຕ້ອງແກ້ໄຂບັນຫາດ້ວຍການໃຫ້ຜູ້ປົກຄອງ ທີ່ພໍມີຖານະຕ້ອງຈັດຊື້ຕຳລາຮຽນ ໃຫ້ລູກ ຂອງພວກເຂົາເຈົ້າ ດ້ວຍຕົນເອງ.

XS
SM
MD
LG