ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ລາວຈະຈັດຂະບວນແຫ່ ແຕ່ຫລວງພະບາງຫາວຽງຈັນ


ການກໍ່ສ້າງເຂື່ອນປ້ອງກັນຕາຝັ່ງເຈື່ອນ ຢູ່ແຄມຂອງວຽງຈັນ.
ການກໍ່ສ້າງເຂື່ອນປ້ອງກັນຕາຝັ່ງເຈື່ອນ ຢູ່ແຄມຂອງວຽງຈັນ.

ທາງ​ການ​ລາວ​ຈະ​ຕັ້ງ​ຕົ້ນ​ຂະ​ບວນ​ແຫ່ ​ເພື່ອ​ສະ​ເຫ​ລີ​ມສະຫລອງ​ການ​ສະຖາປະນາ​ ນະຄອນ​ຫລວງ​ວຽງ​ຈັນ​ ຄົບ​ຮອບ 450 ປີ​ຢູ່​ຫລວງ​ພະ​ບາງ ​ໂດຍ​ຈະ​ເຄຶ່ອນຂະ​ບວນ​ແຫ່​ທີ່​ປະກອບ​ດ້ວຍ​ຊ້າ​ງ​ 9​ ຕົວ ມ້າ 9 ຕົວ ​ແລະ​ກວຽນ 9 ເຫລັ້ມ ຈາກ​ຫລວງ​ພະ​ບາງ​ເລື້ອຍ​ລົງມ​າຈົນ​ເຖິງ​ນະຄອນຫລວງ​ວຽງ​ຈັນ​ ເພື່ອ​ຄົບງັນ​ຕໍ່ ​ເຖິງ 7 ມື້ 7 ຄືນ.

ທ່ານ​ບົວ​ເງິ​ນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ຖະ​ແຫລ​ງຂ່າວ​ແລະ​ວັດທະນະ​ທໍາ ຊຶ່ງ​ຮັບຜິດຊອບ​ວຽກງານ​ດ້ານ​ການສະ​ແດງ​ແລະ​ສິນລະປະ​ວັດທະນະ​ທໍາ​ ໃນໂອກາດ​ການຈັດ​ງານ​ເພື່ອ​ສະ​ເຫລີ​ມສະຫລອງ​ການ​ສະຖາປະ​ນາ​ນະຄອນຫລວງ​ວຽງ​ຈັນ​ ຄົບຮອບ 450 ປີ ທີ່​ກໍານົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ່ 15-21 ​ເດືອນພະ​ຈິກ ​ປີ 2010ນີ້ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ສໍາລັບ​ວຽກ​ງານ​ໃນ​ດ້ານ​ການສະ​ແດງ​ແລະ​ສິນລະປະ​ວັດທະນະ​ທໍາ​ນັ້ນ ນອກຈາກ​ຈະ​ມີການ​ຈັດການ​ ສະ​ແດງ​ທີ່​ກ່ຽວ​ກັບ​ປະວັດ​ສາດ​ຄວາມ​ເປັນ​ມາ​ຂອງ​ນະຄອນຫລວງ​ວຽງ​ຈັນ​ ນັບ​ຈາກ​ອະດີດມາ ຈົນ​ເຖິງ​ປັດຈຸບັນ​ນີ້​ແລ້ວ ​ກໍ​ຍັງ​ຈະ​ມີ​ການຈັດ​ຂະ​ບວນ​ແຫ່​ຢ່າງ​ໃຫຍ່​ອີກ​ດ້ວຍ ຊື່ງອັນທີ່ຖືວ່າ​ພິ​ ເສດ​ທີ່​ສຸດ​ສໍາ​ຫລັບ​ໃນ​ສ່ວນ​ຂອງ​ການຈັດ​ຂະ​ບວນ​ແຫ່​ນັ້ນ ​ກໍ​ຄື​ຈະ​ມີ​ການ​ຕັ້ງຕົ້ນ​ຂະບວນແຫ່ ທີ່​ຫລວງ​ພະບາງ​ ດ້ວຍ​ການ​ຄົບ​ງັນ​ເປັນ​ເວລາ 3 ມື້ 3 ຄືນ ​ແລ້ວ​ຈຶ່ງ​ເຄຶ່ອນຂະ​ບວນ​ແຫ່​ທີ່​ ປະກອບ​ດ້ວຍ​ຊ້າງ 9 ຕົວ ມ້າ 9 ຕົວ ​ແລະ​ກວຽນ 9 ​ເຫລັ້ມ​ ຈາກ​ຫລວງ​ພະ​ບາງ​ລົງ​ມາ​ ຕາມ​ເສັ້ນທາງ​ເລກ 13 ຈົນ​ເຖິງ​ນະຄອນຫລວງ​ວຽງ​ຈັນ ແລ້ວ​ຈຶ່ງ​ຕໍ່​ເນຶ່ອງດ້ວຍການ​ຄົບງັນ ຢູ່ນະຄອນຫລວງ​ວຽງ​ຈັນ​ອີກ​ເປັນ​ເວລາ 7 ມື້ 7 ຄືນ ດັ່ງ​ທີ່​ທ່ານ​ບົວເງິນ ໄດ້​ຖະ​ແຫລ​ງຊີ້ ​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“ຂະ​ບວນ​ແຫ່​ເຈົ້າໄຊ​ຍະ​ເສດ​ຖາ​ທິລາດ ພວກ​ເຮົາ​ກໍ​ຄິດ​ວ່າ​ຈະ​ພ້ອມ​ກັນ​ໄປ​ຈັດ​ຕັ້ງ​ຢູ່​ຫລວງ​ພະ​ບາງ​ແລະ​ຄົບ​ງັນ​ຢູ່ພຸ້ນ ​ສາມ​ມື້​ສາມ​ຄືນ ​ແລະ​ຫລັງ​ຈາກ​ນັ້ນ​ ກໍ​ຈະ​ແຫ່​ຂະ​ບວນມາ​ຕາມ​ສາຍ​ທາງ ​ເພື່ອ​ມາ​ຄົບ​ງັນ​ກັນ​ຢູ່​ທີ່​ອະນຸສາວະລີເຈົ້າຟ້າ​ງຸ່ມ​ໃນ​ນະຄອນ ຫລວງ​ວຽງ​ຈັນ ​ແລ້ວ​ຮອດ​ມື້​ວັນ​ທີ່ 19 ​ພະຈິກ ພວກ​ເຮົາຈຶ່ງ​ຈະ​ຈັດ​ຂະ​ບວນ​ແຫ່​ທີ່​ ຍິ່ງ​ໃຫຍ່ມະ​ໂຫລານ​ ທີ່​ໃຊ້​ກໍາລັງ​ພົນ​ ເຖິງ​ເກືອບ​ໝື່ນ​ຄົນ”

ການຈັດ​ງານ​ສະ​ເຫລີ​ມສະຫລອງ​ການ​ສະຖາປະນາ​ນະຄອນຫລວງວຽງ​ຈັນ​ຄົບຮອບ 450 ປີ​ນີ້ ກໍານົດ​ຈະ​ມີ​ຂຶ້ນ​ໃນໂອກາດ​ດຽວ​ກັນ​ກັບ​ບຸນ​ນະມັດສະການ​ພະທາດ​ຫລວງ​ ທັງ​ນີ້​ໂດຍ​ ວຽກ​ງານ​ນຶ່ງ​ທີ່​ມີ​ຄວາມ​ສໍາຄັນ​ຢ່າງ​ຍິ່ງ​ເຊັ່ນ​ກັນ ​ແລະ​ທາງ​ການ​ລາວ​ກໍ​ຍັງ​ກໍາລັງ​ເລັ່ງມື​ດໍາ​ເນີນ​ການ​ກໍ່ສ້າງ​ໃຫ້​ສຳ​ເລັດ ​ທັນ​ກໍານົດ​ການສະ​ເຫລີ​ມສະຫລອງ​ດັ່ງກ່າວ ກໍ​ຄື​ການ​ກໍ່ສ້າງ​ຮູບ​ຫລໍ່​ຫລື​ຮູບ​ປັ້ນ​ຂອງ​ເຈົ້າອະນຸວົງ ທີ່​ມີ​ຄວາມ​ສູງ​ເຖິງ 8 ​ແມັດ ​ແລະ​ຖ້າ​ຫາກ​ວ່າ​ລວມຖານ​ຫລື​ແທ່ນ​ຢືນ​ດ້ວຍ​ນັ້ນ ກໍເຮັດ​ໃຫ້​ຮູບ​ຫລໍ່​ດັ່ງກ່າວມີ​ຄວາມ​ສູງ​ລວມ​ເຖິງ 17 ແມັດ ຊຶ່ງ​ກໍ​ຖື​ວ່າ​ເປັນ​ຮູບ​ຫລໍ່​ທີ່​ສູງ​ທີ່​ສຸດ​ໃນ​ລາວ ​ແລະ​ຈະ​ຕ້ອງ​ໃຊ້​ແຮ່​ທອງ​ສໍາລັບ​ຮູບ​ປັ້ນ ​ຄິດ​ເປັນ​ນໍ້າໜັກ​ລວມ​ເຖິງ 8 ​ຕັນ ທີ່ປະດິດສະຖານ​ຢູ່​ທີ່​ສວນ​ເຈົ້າອະນຸວົງ​ ຢູ່​ແຄມ​ນໍ້າ​ໂຂງ​ຕາມ​ສາຍ​ທາງ​ຟ້າ​ງຸ່ມ ​ໂດຍ​ລ່າ​ສຸດ​ກໍ​ມີ​ລາຍ​ງານ​ວ່າ​ ກຸ່ມ​ບໍລິສັດ MMG ຊຶ່ງ​ເປັນ​ປຜູ້​ລົງທຶນ​ຂຸດ​ແຮ່​ຄໍາ​ແລະ​ທອງ​ແດງ​ ຢູ່ເມືອງ​ວີລະ​ ບູລີ​ໃນ​ແຂວງ​ສະຫວັນນະເຂດ​ນັ້ນ ກໍ​ໄດ້​ຕົກລົງ​ໃຫ້ການ​ຊ່ວຍ​ເຫລືອ​ທາງ​ການ​ລາວ ​ໃນ​ສ່ວນ​ທີ່​ເປັນ​ທອງ​ແດງ​ ທີ່​ມີ​ນໍ້າໜັກ​ລວມ​ເຖິງ 8 ຕັນ​ດັ່ງກ່າວ​ ຢ່າງ​ເປັນ​ທາງ​ການ​ແລ້ວ.

ພິທີວາງສິລາເລີກ ກໍ່ສ້າງຮູບປັ້ນຂອງເຈົ້າອານຸວົງ ທີ່ສວນອຸທະຍານເຈົ້າອານຸວົງ ແຄມຂອງນະຄອນ ຫລວງວຽງຈັນ
ພິທີວາງສິລາເລີກ ກໍ່ສ້າງຮູບປັ້ນຂອງເຈົ້າອານຸວົງ ທີ່ສວນອຸທະຍານເຈົ້າອານຸວົງ ແຄມຂອງນະຄອນ ຫລວງວຽງຈັນ

ການ​ກໍ່ສ້າງ​ຮູບ​ຫລໍ່​ຂອງ​ເຈົ້າອະນຸວົງ ​ຖື​ເປັນ 1 ​ໃນ​ທັ້ງໝົດ 21 ​ໂຄງການ​ທີ່ທາງ​ການ​ລາວ​ໄດ້​ວາ​ງ​ໄວ້ໃນ​ແຜນການສະ​ເຫລີ​ມສະຫລອງ​ ນະຄອນ​ວຽງ​ຈັນ ​ຄົບຮອບ 450 ປີ ​ໂດຍ​ ໂຄງການ​ອື່ນໆ​ທີ່​ສໍາຄັນ​ນັ້ນ ​ກໍ​ຄື​ການ​ບູລະນະ ປະຕິສັງຂອນ​ວັດ​ສີສະເກດ ການ​ພັດທະນາ​ແລະ​ຂະຫຍາຍ​ສະໜາມ​ພະທາດ​ຫລວງ ການ​ພັດທະນາ​ຕະຫລາດເຊົ້າ ການ​ສ້າງ​ຖະໜົນ​ວຽງ​ຈັນ 450 ປີ ການ​ກໍ່ສ້າງ​ສໍານັກງານ​ປົກ ຄອງ ​ແລະ​ສະພາ​ເຂດ​ນະຄອນ​ຫລວງ​ວຽງ​ຈັນ ການວາງຜັງ​ເມືອງ​ວຽງ​ຈັນ ​ເພື່ອ​ຮອງ​ຮັບ​ການ​ພັດທະນາ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ ການ​ກໍ່ສ້າງ​ສວນ​ສາທາລະນະ​ໜອງ​ຈັນ ການ​ສ້າງ​ຕະ ຫລາດ​ຊາຍ​ແດນຢູ່​ດົງ​ໂພ​ສີ ​ເພື່ອ​ຮອງ​ຮັບ ​ແຜນການ​ພັດທະນາ​ໃຫ້​ເປັນ​ເຂດ​ເສ​ດຖະກິດ ພິ​ເສດ ການ​ສ້າງ​ບ້ານ​ແລະ​ກຸ່ມ​ພັດທະນາ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ​ປະຊາຊົນ ​ແລະ​ກໍ່ສ້າງ​ ເຂຶ່ອນປ້ອງ​ກັນ​ຕາ​ຝັ່ງ​ເຈຶ່ອນ​ໃນ​ແນວ​ແມ່​ນໍ້າຂອງ​ຈາກ​ເກົ້າລ້ຽວ ​ເຖິງ​ທາດ​ຂາວ​ເປັນ​ຕົ້ນ. ສ່ວນ​ໂຄງການ​ທີ່​ດໍາ​ເນີນ​ການ​ກໍ່ສ້າງ​ສໍາ​ເລັດ​ແລ້ວ​ແລະ​ກໍ​ຖື​ວ່າ​ເປັນ​ສ່ວນ​ນຶ່ງ​ໃນ 21 ​ໂຄງການ​ດ້ວຍ​ກັນ​ນັ້ນ ກໍ​ຄື​ສະໜາມ​ກີລາ​ແຫ່ງ​ຊາດ​ໃໝ່​ຢູ່​ຫລັກ 16 ຖະໜົນ​ເລກ 13 ​ໃຕ້​ໃນ​ເຂດ​ເມືອງ​ໄຊ​ທາ​ນີ ຊຶ່ງ​ທາງ​ຈີນ​ເປັນ​ຝ່າຍ​ອອກທຶນຊ່ວຍ​ເຫລືອ​ແລະ​ດໍາ​ເນີນ​ການ​ກໍ່ສ້າງ​ໃຫ້​ລັດຖະບານ​ລາວໃຊ້​ເປັນ​ສະໜາມ​ຮອງ​ຮັບ​ການ​ເປັນ​ເຈົ້າພາບ ຈັດການ​ແຂ່ງຂັນ​ກີລາ​ຊີ​ເກ​ມສ໌ຄັ້ງ​ທີ່ 25 ​ເມື່ອ​ທ້າຍ​ປີ 2009 ທີ່​ຜ່ານ​ມາ.

ແຕ່​ຢ່າງ​ໃດ​ກໍ​ຕາມ ໃນການ​ອອກທຶນ​ແລະກໍ່ສ້າງ​ສະໜາມ​ກີລາ​ໃຫ້​ກັບ​ລັດຖະບານ​ລາວ​ດັ່ງ ກ່າວ ທາງ​ການ​ຈີນ​ກໍ​ໄດ້​ຮັບ​ສິດທິ​ໃນ​ການ​ເຊົ່າ​ທີ່​ດິນ​ລະຍະ​ຍາວ ​ຢູ່ບຶງ​ທາດຫລວງ​ເພື່ອ​ພັດ ທະນາ​ເປັນ​ເມືອງ​ໃໝ່ China Town ​ເປັນ​ການ​ຕອບ​ແທນ ຫາກ​ແຕ່​ຍ້ອນ​ວ່າ​ປະຊາຊົນ ລາວ​ ບໍ່ຍິນ​ຍອມ​ພາກັນ​ຍ້າຍ​ອອກ​ຈາກ​ເຂດ​ບຶງ​ທາດຫລວງຈົນເຖິງ​ທຸກ​ມື້​ນີ້ ຈຶ່ງ​ເຮັດ​ໃຫ້​ບໍລິ ສັດ​ຂອງ​ຈີນ​ຈໍາ​ຕ້ອງ​ຍ້າຍ​ໂຄງການ​ ອອກ​ໄປ​ຢູ່​ໃນ​ເຂດ​ຕິດ​ຕໍ່​ກັບ​ສະໜາມ​ກີລາ​ແຫ່ງ​ຊາດ​ແຫ່ງ​ໃໝ່​ ແທນ​ແລ້ວ​ໃນ​ຂະນະ​ນີ້.

XS
SM
MD
LG