ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຕ້ອງປັບປຸງຫລາຍດ້ານ ກ່ອນຈະໄດ້ເຂົ້າເປັນ ສະມາຊິກ WTO


ລາວຕ້ອງປັບປຸງຫລາຍດ້ານ ກ່ອນຈະໄດ້ເຂົ້າເປັນ ສະມາຊິກ WTO
ລາວຕ້ອງປັບປຸງຫລາຍດ້ານ ກ່ອນຈະໄດ້ເຂົ້າເປັນ ສະມາຊິກ WTO

ນັກທຸລະກິດລາວຍອມຮັບວ່າ ພາກທຸລະກິດຕ່າງໆໃນລາວຈໍາເປັນຈະຕ້ອງໄດ້ຮັບການພັດ ທະນາປັບປຸງຄວາມອາດສາມາດໃນການແຂ່ງຂັນ ກ່ອນທີ່ຈະໄດ້ເຂົ້າຮ່ວມເປັນສະມາຊິກ ຂອງອົງການການຄ້າໂລກ.

ຄະນະຜູ້ແທນທີ່ເຂົ້າຮ່ວມການເຈລະຈາ ຄັ້ງທີ່ 6 ເພື່ອໃຫ້ລາວເປັນສະມາຊິກ ອົງການການຄ້າໂລກຢູ່ທີ່ນະຄອນເຈນີ ວາ, ສະວີສເຊີແລນດ໌ ເມື່ອທ້າຍເດືອນ ກັນຍາ 2010.
ຄະນະຜູ້ແທນທີ່ເຂົ້າຮ່ວມການເຈລະຈາ ຄັ້ງທີ່ 6 ເພື່ອໃຫ້ລາວເປັນສະມາຊິກ ອົງການການຄ້າໂລກຢູ່ທີ່ນະຄອນເຈນີ ວາ, ສະວີສເຊີແລນດ໌ ເມື່ອທ້າຍເດືອນ ກັນຍາ 2010.

ທ່ານ ອຸເດດ ສຸວັນນະວົງ ຮອງປະທານສະພາການຄ້າແລະອຸດສາຫະກໍາແຫ່ງຊາດລາວ
ໄດ້ຖະແຫລງຢືນຢັນວ່າ ປະເທດລາວຈະໄດ້ຮັບຜົນປະໂຍດຫລາຍກວ່າຜົນກະທົບຈາກ
ການເຂົ້າໄປເປັນສະມາຊິກໃນອົງການການຄ້າໂລກ. ຫາກແຕ່ວ່າການທີ່ຈະເຮັດໃຫ້ປະ
ເທດລາວໄດ້ຮັບຜົນປະໂຫຍດຢ່າງຄຸ້ມຄ່າທີ່ສຸດນັ້ນ ກໍມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງ
ມີການພັດທະນາ ປັບປຸງເພື່ອຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງທັງ
ພາກລັດ ແລະພາກເອກະຊົນໃນລາວໃຫ້ເທົ່າທັນກັບສະຖານະການຂອງໂລກດ້ວຍ
ດັ່ງທີ່ທ່ານ ອຸເດດ ໄດ້ໃຫ້ການຍອມຮັບແລະຊີ້ແຈງໃນຕອນນຶ່ງວ່າ:

“ການເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກຈະມີຜົນປະໂຍດຫລາຍໃຫ້
ແກ່ພາກທຸລະກິດຂອງພວກເຮົາ ເພາະວ່າຈະເປີດຕະຫລາດການຄ້າຢ່າງກວ້າງ
ຂວາງໃຫ້ກັບພວກເຮົາ ແຕ່ທັງພາກລັດ ແລະພາກທຸລະກິດເອກະຊົນຂອງພວກ
ເຮົາທີ່ຈະຕ້ອງໄດ້ປັບປຸງໂຄງສ້າງພື້ນຖານຕ່າງໆ ໂດຍສະເພາະແມ່ນສະພາບ
ແວດລ້ອມ ທາງດ້ານການຄ້າແລະການລົງທຶນພາຍໃນປະເທດລາວ”

ໃນປັດຈຸບັນ ມີໂຮງງານອຸດສາຫະກໍາແປຮູບຜະລິດຕະພັນຕ່າງໆຢູ່ໃນລາວ 24,000 ກວ່າ
ແຫ່ງ ຫາກແຕ່ກໍເປັນໂຮງງານຂະໜາດໃຫຍ່ພຽງແຕ່ 363 ແຫ່ງ ແລະໂຮງງານຂະໜາດ
ກາງ 421 ແຫ່ງເທົ່ານັ້ນ. ສ່ວນທີ່ເຫລືອກໍເປັນໂຮງງານຂະໜາດນ້ອຍ ທີ່ຈະຕ້ອງໄດ້ຮັບ
ການພັດທະນາປັບປຸງໃນທຸກໆດ້ານ ຈຶ່ງຈະສາມາດແຂ່ງຂັນໃນຕະຫລາດການຄ້າໂລກ
ໄດ້ຢ່າງແທ້ຈິງ.

ທ່ານ ນາມ ວິຍະເກດ ລັດຖະມົນ ຕີກະຊວງອຸດສາຫະກໍາແລະການ ຄ້າທີ່ນໍາພາຄະນະຜູ້ແທນລາວ ໄປ ເຈລະຈາຄັ້ງທີ່ 6 ທີ່ ກັບ WTO
ທ່ານ ນາມ ວິຍະເກດ ລັດຖະມົນ ຕີກະຊວງອຸດສາຫະກໍາແລະການ ຄ້າທີ່ນໍາພາຄະນະຜູ້ແທນລາວ ໄປ ເຈລະຈາຄັ້ງທີ່ 6 ທີ່ ກັບ WTO

ຄະນະຜູ້ແທນຂອງລັດຖະບານລາວພາຍ
ໃຕ້ການນໍາຂອງທ່ານ ນາມ ວິຍະເກດ
ລັດຖະມົນຕີວ່າການກະຊວງອຸດສາຫະ
ກໍາແລະ ການຄ້າ ໄດ້ສິ້ນສຸດການເຈລະ
ຈາຄັ້ງທີ່ 6 ຮ່ວມກັບຄະນະຜູ້ຕາງໜ້າ
ຖາວອນປະຈໍາອົງການການຄ້າໂລກຢູ່
ທີ່ນະຄອນເຈນີວາ ປະເທດສະວີສເຊີ
ແລນດ໌ ເມື່ອທ້າຍເດືອນກັນຍາທີ່ຜ່ານ
ມາ ຊຶ່ງກໍໄດ້ຮັບຜົນຄືບໜ້າໃນຫລາຍໆ
ດ້ານ ໂດຍສະເພາະແມ່ນການທີ່ບັນດາ
ປະເທດສະມາຊິກໄດ້ໃຫ້ການຍອມຮັບ
ການພັດທະນາລະບົບກົດໝາຍດ້ານ
ການຄ້າແລະພາສີໃນລາວຫລາຍຂຶ້ນ.

ທັງນີ້ກໍເນື່ອງຈາກວ່າສະພາແຫ່ງຊາດລາວໄດ້ຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນ
ສະບັບດັດແກ້ໃໝ່ ການອອກດໍາລັດວ່າດ້ວຍການແຈ້ງລາຍການສິນຄ້າທີ່ເກືອດຫ້າມທີ່
ຈະຕ້ອງຂໍອະນຸຍາດນໍາເຂົ້າຫລືສົ່ງອອກ, ການຮັບຮອງກົດໝາຍວ່າດ້ວຍການປະມົງ,
ການອອກດໍາ ລັດໃຫ້ປະຕິບັດກົດໝາຍຊັບສິນທາງປັນຍາ ການອອກລະບຽບການນໍາ
ໃຊ້ລະບົບການແຈ້ງມູນຄ່າພາສີຕາມສັນ ຍາຂອງອົງການການຄ້າໂລກ ແລະການຮັບ
ຮອງກົດບັດຂອງກອງທຸນການເງິນສາກົນກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ
ເປັນຕົ້ນ.

ໂຮງງານເບຍລາວ ທີ່ວຽງຈັນ
ໂຮງງານເບຍລາວ ທີ່ວຽງຈັນ

ແຕ່ຢ່າງໃດກໍຕາມ ທາງການລາວກໍຍັງຈະ
ຕ້ອງດໍາເນີນການພັດທະນາລະບົບກົດໝາຍ
ແລະລະບຽບການຄ້າ ການລົງທຶນແລະລະ
ບົບພາສີຕ່າງໆເພີ່ມຂຶ້ນອີກໂດຍແນໃສ່ການ
ເຮັດໃຫ້ນາໆຊາດໃຫ້ການຍອມຮັບລາວ
ຫລາຍຂຶ້ນອີກໃນການເຈລະຈາຄັ້ງທີ່ 7 ທີ່
ກໍານົດຈະມີຂຶ້ນໃນກາງປີ 2011.

ທາງການລາວໄດ້ຍື່ນຄໍາຮ້ອງເພື່ອສະແດງເຈດຈໍານົງຂໍເຂົ້າໄປເປັນປະເທດສະມາຊິກ
ຂອງອົງການການຄ້າໂລກ ນັບເປັນລະຍະເວລາກວ່າ 12 ປີມາແລ້ວ ໂດຍຈາກການ
ເຈລະທັງ 6 ຄັ້ງທີ່ຜ່ານມານີ້ກໍປາກົດວ່າທາງການລາວໄດ້ຕອບຂໍ້ສົງໃສຕ່າງໆຂອງປະ ເທດສະມາຊິກໃນອົງການການຄ້າໂລກໄປແລ້ວຈໍານວນຫລາຍກວ່າ 800 ຂໍ້ ແລະກໍ
ຍັງຈະຕ້ອງມີການຕອບຂໍ້ສົງໃສຕໍ່ໄປອີກ ຈົນບໍ່ສາມາດທີ່ຈະຮູ້ໄດ້ເລີຍວ່າລາວຈະໄດ້
ຮັບການຍອມຮັບ ໃຫ້ເປັນສະມາຊິກຂອງອົງການການຄ້າໂລກໄດ້ເມື່ອໃດແທ້. ນອກ
ຈາກຈະເປັນຍ້ອນວ່າ ນາໆຊາດຍັງຄົງບໍ່ໃຫ້ການຍອມຮັບໃນລະບົບກົດໝາຍຂອງ
ລາວແລ້ວ ກໍຍັງລວມໄປເຖິງການບໍ່ຍອມຮັບໃນລະບົບການເງິນ ການທະນາຄານ
ລະບົບຄຸ້ມຄອງໃນພາກບໍລິການ ແລະເສດຖະກິດມະຫະພາກຂອງລາວ ກໍຍັງຄົງ
ຕ້ອງເພິ່ງພາຕ່າງ ຊາດເປັນດ້ານຫລັກໃນດ້ານສິນຄ້າເງິນລົງທຶນ. ສ່ວນລັດຖະບານ
ກໍຍັງຕ້ອງເພິ່ງພາການຊ່ວຍເຫລືອດ້ານງົບປະມານຈາກຕ່າງປະເທດຢູ່ເລື້ອຍມາ.

XS
SM
MD
LG