ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວເຊື່ອວ່າ ສະເຖຍລະພາບທາງການເມືອງ ເຮັດໃຫ້ມີການລົງທຶນຈາກ ຕ່າງປະເທດ ເພີ້ມຂຶ້ນ


ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງລາວກັບບໍລິສັດຈີນໃນ
ທ້າຍປີ2010 ເພື່ອລົງທຶນສ້າງທາງລົດໄຟເຊື່ອມຕໍ່ຈາກມົນທົນ
ຢຸນນານຂອງຈີນໃສ່ນະຄອນຫລວງວຽງຈັນ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງລາວກັບບໍລິສັດຈີນໃນ ທ້າຍປີ2010 ເພື່ອລົງທຶນສ້າງທາງລົດໄຟເຊື່ອມຕໍ່ຈາກມົນທົນ ຢຸນນານຂອງຈີນໃສ່ນະຄອນຫລວງວຽງຈັນ.

ຮອງນາຍົກລັດຖະມົນຕີລາວເຊື່ອໝັ້ນວ່າ ການທີ່ລາວມີຄວາມໝັ້ນຄົງ ແລະສະເຖຍລະພາບ ທາງການເມືອງ ຄືເງື່ອນໄຂສໍາຄັນທີ່ເຮັດໃຫ້ການລົງທຶນຕ່າງປະເທດຫລັ່ງໄຫລເຂົ້າໄປລາວ ຫລາຍຂຶ້ນຢ່າງຕໍ່ເນື່ອງ.

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ
ມົນຕີ, ຜູ້ປະຈໍາການຄະນະລັດຖະບານລາວໄດ້ຖະແຫຼງ
ຢືນຢັນຕໍ່ກອງປະຊຸມປະຈໍາປີ 2011 ຂອງສະພາການ
ຄ້າ ແລະອຸດສະຫະກໍາແຫ່ງຊາດລາວເມື່ອບໍ່ນານມານີ້
ວ່າ ພາຍໃຕ້ການປະຕິບັດສອງໜ້າທີ່ຍຸດທະສາດຂອງ
ພັກປະຊາຊົນປະຕິວັດລາວ ກໍຄືການປົກປັກຮັກສາ
ແລະສ້າງສາພັດທະນາປະເທດຊາດໃນຕະຫຼອດໄລຍະ
ກວ່າ 35 ປີມານີ້ ບໍ່ພຽງແຕ່ຈະເປັນຜົນເຮັດໃຫ້ລາວມີ
ຄວາມສະຫງົບຮຽບຮ້ອຍພາຍໃນເທົ່ານັ້ນ ຫາກແຕ່ຍັງ
ເຮັດໃຫ້ລາວມີຄວາມໝັ້ນຄົງ ແລະສະເຖຍລະພາບໃນ
ທາງການເມືອງອີກດ້ວຍ.

ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກ ລັດຖະມົນຕີລາວ, ຜູ້ປະຈຳການສຳນັກງານນາຍົກ, ເປັນປະທານໃນພິທີເລີ້ມຜະລິດໄຟຟ້າສົ່ງອອກໄປ ໄທຢ່າງເປັນທາງການຂອງເຂື່ອນໄຟຟ້ານໍ້າງື່ມ 2 ໃນທ້າຍປີ 2010.
ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກ ລັດຖະມົນຕີລາວ, ຜູ້ປະຈຳການສຳນັກງານນາຍົກ, ເປັນປະທານໃນພິທີເລີ້ມຜະລິດໄຟຟ້າສົ່ງອອກໄປ ໄທຢ່າງເປັນທາງການຂອງເຂື່ອນໄຟຟ້ານໍ້າງື່ມ 2 ໃນທ້າຍປີ 2010.

ຍິ່ງໄປກວ່ານັ້ນ ດ້ວຍຄວາມສະຫງົບຮຽບຮ້ອຍ
ພາຍໃນ ຄວາມໝັ້ນຄົງ ແລະສະເຖຍລະພາບ
ທາງການເມືອງດັ່ງກ່າວນີ້ ກໍຍັງໄດ້ກາຍເປັນ
ເງື່ອນໄຂອັນສໍາຄັນທີ່ເຮັດໃຫ້ຕ່າງຊາດໄດ້ພາ
ກັນຫຼັ່ງໄຫຼເຂົ້າມາລົງທຶນໃນລາວເພີ້ມຫຼາຍຂື້ນ
ຢ່າງຕໍ່ເນື່ອງນໍາອີກ ດັ່ງທີ່ທ່ານສົມສະຫວາດ ໄດ້ຖະແຫຼງເນັ້ນຢໍ້າວ່າ:

“ຄວາມສະຫງົບຄວາມມີສະເຖຍລະພາບ
ທາງການເມືອງນັ້ນໄດ້ເປັນສິ່ງດຶງດູດຈູງ
ຈໃຫ້ແກ່ການເພີ່ມວິການລົງທຶນທັງນັກ
ລົງທຶນໃນປະເທດກໍ່ຄືນັກລົງທຶນຕ່າງປະ
ເທດອັນນີ້ແມ່ນພວກເຮົາຈະເຫັນໄດ້ຈາກ
ຕົວເລ
ຕ່າງໆ ຄັນຖ້າບໍ່ມີສະເຖຍລະ
ພາບ
ທາງການເມືອງຫັ້ນຫລະກະແມ່ນການລົງທຶນຈະບໍ່ເປັນແນວນີ້

ທັງ​ນີ້ກໍ​ເພາະວ່າໃນ​ໄລ​ຍະ​ນັບ​ຈາກ​ປີ 2006 ຈົນ​ເຖິງປີ 2010 ທີ່​ຜ່ານ​ມານີ້​ ໄດ້​ມີ​ການ​ລົງ
ທຶນຈາກຕ່າງປະເທດ​ເຂົ້າ​ໄປ​ລາວ​ຈໍານວນ​ທັງ​ໝົດ 761 ​ໂຄງການ ຄິດ​ເປັນ​ມູນຄ່າ​ການ
ລົງທຶນລວມ​ເຖິງ 1 ໝື່ນ​ລ້ານ​ໂດ​ລາ ​ຊຶ່ງ​ສ່ວນ​ໃຫຍ່​ເປັນການ​ລົງທຶນ​ໃນພາກ​ພະລັງງານ​
ໄຟຟ້າ, ພາກ​ກະສິກໍາ, ອຸດສາຫະກໍາ​ແປ​ຮູບ​ໄມ້, ​ແລະ​ອຸດສາຫະກໍາຂຸດ​ຄົ້ນ​ບໍ່​ແຮ່ຕ່າງໆ​
ເປັນຕົ້ນ.

ການຂຸດຄົ້ນແຮ່ທອງແດງ ທີ່ເຊໂປນ ແຂວງສະຫວັນນະເຂດ
ການຂຸດຄົ້ນແຮ່ທອງແດງ ທີ່ເຊໂປນ ແຂວງສະຫວັນນະເຂດ

ຍິ່ງ​ໄປ​ກວ່າ​ນັ້ນ ​ການ​ທີ່​ລັດ​ຖະ
ບານລາວ​ໄດ້​ໃຫ້ການ​ສົ່ງ​ເສີມ
ແລະອໍານວຍ​ຄວາມ​ສະ​ດວກ
ໃນ​ທຸກ​ດ້ານຊຶ່ງ​ຈະ​ເຫັນ​ໄດ້​ຈາກ
ການ​ດັດ​ແກ້ກົດໝາຍ​ວ່າ​ດ້ວຍ
ການ​ລົງທຶນ​ເພື່ອໃຫ້​ທັນ​ສະໄໝ
ແລະ​ສອດຄ່ອງ​ກັບສະພາບ​ການ
ຢູ່​ສະ​ເໝີ​ນັ້ນ ກໍ​ຍັງເຮັດ​ໃຫ້​ລັດ
ຖະບານ​ລາວ​ເຊື່ອໝັ້ນວ່າ ບັນ
ດາ​ບໍລິສັດ​ຕ່າງ​ຊາດຍັງ​ຄົງ​ພາ
ກັນ​ຫລັ່ງ​ໄຫລ​ເຂົ້າ​ໄປ​ລົງທຶນ​ໃນ
ລາວ​ຫລາຍຂຶ້ນຢ່ງບໍ່ຢຸດ​ຢັ້ງອີກ​ດ້ວຍ.

ສໍາລັບໃນໄລຍະ 5 ປີຕໍ່ໜ້ານີ້ ກໍ​ຄື​ຈາກ​ປີ 2011-2015 ລັດຖະບານລາວກໍໄດ້ວາງແຜນ
ການທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະເທດ ​ເຂົ້າ​ໃນໂຄງການການຂະໜາດໃຫຍ່
ຫລື Mega Projects ຈໍານວນຫລາຍກວ່າ 200 ໂຄງການ ຊຶ່ງ​ໂຄງການທີ່ສໍາຄັນໆນັ້ນ
ກໍຄືໂຄງການສ້າງທາງລົດໄຟຈາກນະຄອນວຽງຈັນໄປຫາປະເທດຈີນ, ໂຄງການຂະຫຍາຍ
ສາຍສົ່ງກະແສໄຟຟ້າແຮງສູງທົ່ວປະເທດ, ໂຄງການສ້າງທາງຫລວງແຫ່ງຊາດທີ່​ຄູ່ຂະໜານ
ກັບເສັ້ນທາງເລກ 13, ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ, ໂຄງການສ້າງທາງດ່ວນໄປ
ຫວຽດນາມ, ໂຄງການຂຸດຄົ້ນແຮ່ເຫລັກ ແຮ່ໂປຣແຕສ ແລະແຮ່ບ໊ອກໄຊດ໌ ຊຶ່ງ​ຈະ​ຕ້ອງ​ໃຊ້
ທຶນ​ທັງໝົດໃນຫ້າ​ປີ​ດັ່ງກ່າວ​ນີ້ຄິດ​ເປັນມູນຄ່າລວມຫລາຍ​ກວ່າ 40 ພັນລ້ານໂດລາສະຫະລັດ.

ພາບຈຳລອງເຂດຍ່ານອຸດສາຫະກຳທີ່ຈະສ້າງຂຶ້ນໃນອານາຄົດ ໝໍ່ໆນີ້ ທີ່ນະຄອນຫລວງວຽງຈັນ
ພາບຈຳລອງເຂດຍ່ານອຸດສາຫະກຳທີ່ຈະສ້າງຂຶ້ນໃນອານາຄົດ ໝໍ່ໆນີ້ ທີ່ນະຄອນຫລວງວຽງຈັນ

ຖ້າ​ຫາກ​ວ່າ​ສາມາ​ດປະຕິບັດ​ໄດ້​
ແທ້ ​ກໍ​ຈະເຮັດໃຫ້ປະຊາຊົນລາວ
ຫລຸດພົ້ນຈາກຄວາມຍາກໄດ້​ໃນ
ລະດັບພື້ນຖານ. ແລະ​ສຳລັບໃນ
ໄລຍະແຜນການພັດທະນາປີ
2010-2011 ນີ້ ລັດຖະບານ
ລາວ ກໍໄດ້ວາງເປົ້າໝາຍທີ່ຈະ
ເຮັດໃຫ້ຍອດຜະລິດຕະພັນລວມ
ພາຍໃນ ຫລື GDP ຂະຫຍາຍ
ຕົວເພີ່ມຂຶ້ນໃຫ້ໄດ້ບໍ່ຫລຸດ 8%
ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP
ໄລ່ສະເລ່ຍເປັນລາຍຮັບຂອງ
ປະຊາກອນລາວໄດ້ 9.6 ລ້ານກີບ ຫລືປະມານ 1,130 ໂດລາຕໍ່ຄົນ ຕໍ່ປີ.

ສໍາລັບໃນໄລຍະແຜນການພັດທະນາປີ 2010-2011 ທີ່​ຜ່ານ​ມານີ້ ກໍປາກົດ​ວ່າຍອດຜະລິດ
ຕະພັນລວມພາຍໃນ ຫລື GDP ຂອງ​ລາວມີ​ການຂະຫຍາຍຕົວເພີ່ມຂຶ້ນ​ໃນອັດຕາ​ສະ​ເລ່ຍ
7.8% ຊຶ່ງ​ກໍ​ເຮັດ​ໃຫ້ GDP ຂອງ​ລາວ​ມີ​ມູນ​ຄ່າ​ລວມ​ເຖິງ 54,225 ຕື້ກີບ ຫລືປະມານ
6,450 ລ້ານໂດລາ ຕາມອັດຕາແລກປ່ຽນໃນທ້າຍ​ປີ​ກາຍ.

XS
SM
MD
LG