ລິ້ງ ສຳຫລັບເຂົ້າຫາ

ລາວ ປະສົບຜົນສຳ​ເລັດ ​ໃນ​ການ​ກຳຈັດ​​ຝິ່ນ ຍ້ອນສະໜັບສະໜຸນ ໂຄງການພັດທະນາ ທາງເລືອກອື່ນ


ໄຮ່ຝິ່ນແຫ່ງນຶ່ງ ໃນແຂວງຜົ້າສາລີ ເມື່ອປີ 2006.

ໄຮ່ຝິ່ນແຫ່ງນຶ່ງ ໃນແຂວງຜົ້າສາລີ ເມື່ອປີ 2006.

ທະນາຄານ​ພັດທະນາ​ເອ​ເຊຍ ພ້ອມ​ດ້ວຍບັນດາອົງການ​ແລະ
ປະ​ເທດໃຫ້​ເງິນ​ຊ່ວຍ​ເຫລືອນາໆ​ຊາດ ​ໄດ້​ຊ່ວຍ​ເຫລື​ອ ສປປ
ລາວ ສົ່ງ​ເສີມ​ແຜນການ​ພັດທະນາ​ຕ່າງໆ ​ເພື່ອ​ເປັນ​ທາ​ງ​ເລື​ອກ​
ແທນ​ການ​ປູ​ກຝິ່ນ. ​ແຕ່​ນັກ​ຂ່າວ​ວີ​ໂອ​ເອ Ron Corben ລາຍ
​ງານ​ວ່າ ບັນດາ​ນັກວິ​ເຄາະ​ໄດ້​ຊີ້​ໄປ​ໃສ່​ເຂດ​ຕ່າງໆທີ່​ເປັນ​ບ່ອນ​
ປູກ​ຝິ່ນ​ດັ້ງ​ເດີມ ຢູ່​ໃນ​ສັງຄົມ​ຊົນ​ເຜົ່າ​ພື້ນ​ເມືອງໃນ​ເຂດ​ພູດ​ອຍ
ຮວມທັງ​ການ​ປູກ​ເພື່ອ​ໃຊ້​ເປັນ​ຢາ​ນຳ​ນັ້ນ ​ແລະ​ເຕືອນ​ວ່າຕ້ອງມີ
​ການ​ດຳ​ເນີນ​ຄວາມ​ພະຍາຍາມຢ່າງ​ສຳ​ເລັດ​ຜົນ ​ໃນ​ການຫລຸ​ດ
ຜ່ອນ​ຄວາມທຸກ​ຈົນ​ທີ່​ຊ້ຳ​ເຮື້ອຂອງ​ປະຊາຊົນ ຖ້າຈະ​ໃຫ້ໂຄງ
ການ​ຕ່າງໆ​ເພື່ອ​ຖອນ​ຮາກ​ການ​ປູກ​ຝິ່ນ​ນັ້ນ ປະສົບ​ຜົນສຳ​ເລັດ.
ດາຣາມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.


ປະ​ເທດລາວ​ ທີ່ແຕ່​ປະຫວັດສາດ​ມາ​ແລ້ວ ​ຖື​ວ່າ​ເປັນ​ສ່ວນ​ນຶ່ງ ຂອງ​ເຂດ​ສາມຫລ່ຽມ​ຄຳ ຂອງ​ມຽນມາ​ແລະ​ປະ​ເທດ​ໄທ ທີ່​ເປັນແຫ​ລ່ງການຄ້າ​ຢາ​ເສບ​ຕິດ​ ໃນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ນັ້ນ ​ ໄດ້​ຖືກພິຈາລະນາ​ວ່າ ​ເປັນ​ຕົວຢ່າງແຫ່ງ​ຄວາ​ມສຳ​ເລັດ​ໃນ​ການ​ກຳຈັດ​ການປູກ​ຝິ່ນ.

ການ​ປູກ​ຝິ່ນ​ໃນ​ລາວ ​ໄດ້​ຫລຸດ​ລົງ​ຈາກ​ລະດັບ​ສູ​ງສຸດ ຄື 26,800 ​ເຮັກຕາ ​ໃນ​ປີ 1998 ມາ​ເຫລືອ​ພຽງ 1,800 ​ເຮັກຕາ ​ໃນ​ປີ 2005 ຍ້ອນ​ໂຄງການ​ກຳຈັດ​ການ​ປູກ​ຝິ່ນ​ຢ່າງ​ຫ້າວ​ຫັນ​ຕັ້ງໜ້າ. ​ໃນ​ປີ 2006 ລັດຖະບານ​ລາວ​ປະກາດ​ວ່າ ປະ​ເທດ​ຂອງ​ຕົນປອດ​ຢາ​ເສບ​ຕິດ​ແລ້ວ.

ແຕ່ໃນ​ລາຍ​ງານ​ສຳ​ຫລວດ​ການ​ປູກຝິ່ນ ສະບັບ​ປີ 2014 ນັ້ນ ຫ້ອງ ການປາບ​ປາມຢາ​ເສບ
ຕິດ​ແລະ​ອາ​ຊະ​ຍາ​ກຳ ຂອງ​ອົງການ​ສະຫະ​ປະ ຊາ​ຊາດ ຫລື UNODC ກ່າວ​ວ່າ ການ​ປູກ
ຝິ່ນ​ໃນປະ​ເທດລາວ ​ໄດ້ເພີ້​ມຂຶ້ນ​ມາ​ເປັນປະມານ 6,200 ​ເຮັກຕາ ​ແຕ່​ວ່າແຕກ​ຕ່າງ​ຈາກ
ມຽນມາ ບ່ອນ​ທີ່​ຝິ່ນສ່ວນ​ໃຫຍ່​ຖືກ​ສົ່ງ​ໄປ​ຂາຍ​ຕ່າງປະ​ເທດ ​ຫລື​ບໍ່​ກໍ​ຖືກ​ແປ​ຮູບ​ເປັນ​ເຮ​ໂຣອິນ
ເພື່ອ​ສົ່ງອອກ​ຂາຍນັ້ນ ​ສ່ວນ​ໃຫຍ່​ຂອງ​ຝິ່ນ​ໃນ​ລາວ​ແມ່ນສຳ​ຫລັບ​ການຊົມ​ໃຊ້​ໃນທ້ອງ​ຖິ່ນເອງ.

ອົງການ UNODC ກ່າວ​ວ່າ ການ​ຜະລິດ​ຝິ່ນ ການ​ຕິດ​ຝິ່ນແລະຄວາມທຸກ​ຍາກ ​ທັງ​ໝົດ​ນັ້ນ
ແມ່ນ​ພົວພັນ​ກັບການ​ບໍ່​ມີ​ທາງ​ເລືອກ​ອື່ນ​ ໃນ​ການທຳ​ມາ​ຫາ​ລ້ຽງ​ຊີບ.

ທ່ານ Cheikh Ousmane Toure ຜູ້​ຈັດການ​ປະຈຳ​ປະ​ເທດ​ລາວ ຂອງອົງການ UNODC
ກ່າວ​ວ່າ ມີ​ຢູ່​ເລື້ອຍໆ​ທີ່​ພວກ​ຊາວບ້ານ​ພາກັນປູກ​ຝິ່ນ ພຽງ​ເພື່ອສະ​ໜອງ​ຄວາມ​ຈຳ​ເປັນ​ຂັ້ນ
ພື້ນຖານ​ເທົ່າ​ນັ້ນ ບໍ່​ແມ່ນ​ປູກເພື່ອລັກລອບຄ້າຂາຍຢ່າງຂະໜານ​ໃຫຍ່.

ທ່ານ Toure ກ່າວ​ວ່າ “ພວກ​ທີ່​ປູກ​ຝິ່ນ ບໍ່ແມ່ນວ່າ​ເປັນ​ຄົນ​ບໍ່​ດີ. ​ເຂົາ​ເຈົ້າ​ເປັນ​ຄົນ
ທຸກ​ຍາກ ທີ່​ຢາກ​ມີ​ຊີ​ວິດທີ່​ດີ​ຂຶ້ນ ທີ່​ຢາກ​ສົ່ງ​ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ​ໄປ​ໂຮງຮຽນ. ​
ແທ້ໆ​ແລ້ວ ​ເຂົາ​ເຈົ້າ​ບໍ່​ໄດ້​ຄ້າ​ຝິ່ນ​ດອກ ​ເພາະວ່າຝິ່ນທີ່​ເຂົາ​ເຈົ້າ​ປູກ​ນັ້ນ ​ສ່ວນ​ໃຫຍ່​
ແມ່ນ​ເຂົາ​ເຈົ້າ​ໃຊ້​ມັນ​ເອງ.”

ຢູ່​ໃນ​ບັນດາ​ເຂດ​ແຂວງ​ທີ່​ຢູ່​ສູງ ​ເປັນ​ພູ​ເປັນ​ດອຍ​ນັ້ນ ຊົນ​ເຜົ່າພື້ນ​ເມືອງ ເຊັ່ນເຜົ່າ​ອາ​ກ້າ ມົ້ງ
ແລະ​ຂະມຸ ​ແມ່ນ​ຮວມຢູ່​ໃນ​ພວກຊຸມ​ຊົນທີ່​ປູກ​ຝິ່ນ ລາຍ​ໃຫຍ່. ພວກ​ແຂວງ​ເຫລົ່າ​ນັ້ນ ກໍ​ຮວມ
ຢູ່​ໃນ​ບັນດາ​ແຂວງ​ທີ່​ທຸກ​ຈົນ​ທີ່​ສຸດ ​ໃນ​ປະ​ເທດ​ລາວ ​ໂດຍ​ມີ​ປະຊາກອນ​ຫລາ​ຍກ່ວາ 40 ສ່ວນ​ຮ້ອຍ ດຳລົງ​ຊີວິດ​ຢູ່​ໃນ​ລະດັບ​ຕ່ຳ​ກ່ວາ ເສ້ນ​ແຫ່ງ​ຄວາມທຸກ​ຍາກ ອິງ​ຕາມລາຍ​ງານ​ຂອງ
​ສະຫະ​ປະຊາ​ຊາດ ຊຶ່ງ​ລາຍ​ໄດ້​ຕໍ່​ຫົວ​ຕໍ່​ຄົນ​ ​ແມ່ນ​ຕ່ຳ​ກ່ວາ $300 ຕໍ່​ປີ ສົມ​ທຽບ​ກັບສູງ​ກ່ວາ $1,000 ໜ້ອຍ​ນຶຶ່ງ ຢູ່​ໃນ​ແຫ່ງ​ອື່ນໆ​ໃນ​ປະ​ເທດ​ລາວ.

ແຕ່​ວ່າການ​ຜັກ​ດັນ​ຢ່າງ​ໄວ ​ເພື່ອກວດ​ລ້າງ​ທຳລາຍ​ພວກ​ໄຮ່​ຝິ່ນ​ນັ້ນ ກໍ​ໄດ້​ສົ່ງ​ຜົນ​ກະທົບທີ່ເຮັດ​
ໃຫ້​ຫລາຍໆ​ຄອບຄົວ​ແຮ່ງຍາກຈົນ​ລົງ​ໄປ​ອີກ ​ເພາະບໍ່​ມີ​ທາງ​ເລືອກທີ່​ເປັນ​ແຫ​ລ່ງລາຍ​ໄດ້​ອື່ນ
ຊຶ່ງ​ພາ​ໃຫ້ອົງການ​ອາຫານ​ໂລກ World Food Program ຕ້ອງ​ໄດ້​ຈັດຕັ້ງ​ປະຕິບັດໂຄງການ
​ຊ່ວຍ​ເຫລືອ​ສຸກ​ເສີນ ກຳນົດ​ສອງ​ປີ​ຂຶ້ນ ​ໃນ​ປີ 2008 ເພື່ອ​ຮັບ​ມື​ກັບ​ການ​ຂາດ​ແຄນ​ອາຫານ​ຢູ່​ໃນ​ສາມ​ແຂວງ. ອົງການ UNODC ກ່າວ​ວ່າ ຊະ​ຕາ​ກຳ​ທາງ​ເສດຖະກິດ​ຂອງ​ພວກ​ຊຸມ​ຊົນ​ທີ່​ກາງ​ຕໍ່​ເງິນສົດ​ຈາ​ການ​ປູກ​ຝິ່ນ​ຂາຍ​ນັ້ນ ​ແມ່ນ​ຫລໍ່​ແຫລມ​ຫລາຍ.

​ແຕ່​ວ່າ ພວກ​ໂຄງການ​ພັດທະນາ​ຂອງ​ນາໆ​ຊາດ ທີ່​ໄດ້​ຮັບການ​ສະໜັບ​ສະ​ໜຸນດ້ວຍ​ເງິນ​ທຶນ​ ຈາກທະນາຄານ​ພັດທະນາເອ​ເຊຍ(ADB), ຈາກ​ ສະຫະພາບ​ຢູ​ໂຣບ(EU) ​ແລະ​ທຶນ​ຈາກຍີ່
ປຸ່ນ​ ທັງ​ໝົດນັ້ນຕ່າງ​ກໍ​ໄດ້​ພະຍາຍາມ​ຖົມ​ຊ່ອງ​ຫວ່າງ​ອັນ​ນັ້ນ ​ໂດຍ​ການ​ສົ່ງ​ເສີມ​ທາງ​ເລືອກອື່ນ
​ສຳ​ຫລັບ​ການ​ພັດທະນາ.

ທ່ານ Toure ຈາກ​ອົງການ UNODC ກ່າວ​ວ່າ ພວກ​ຊາວ​ສວນ​ປູກ​ຝິ່ນ ​ໃນ​ຈຳນວນ​ຫລາຍ​ຂຶ້ນ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການເຫລົ່າ​ນັ້ນ.

ທ່ານ Toure ກ່າວ​ວ່າ “ຢູ່​ແຂວງ​ອຸດົມ​ໄຊ ​ທຸກ​ມື້​ນີ້ ທ່ານ​ຈະ​ເຫັນ​ວຽກ​ງານ ທີ່​ລັດຖະບານ​
ເຮັດ​ ໃນ​ການ​ຮ່ວມ​ມື​ກັບ UNODC​ ແລະ​ໂຄງການ​ຕ່າງໆ​ຂອງ​ລາດ​ຊະ​ອານາຈັກ​ໄທ ​
ທີ່​ແນະ​ນຳ​ວິທີ​ການ​ຫລື​ເທັກ​ນິກ​ໃໝ່ໆ ອາຫານ​ຊະນິດ​ໃໝ່ໆ ​ແລະ​ຈະ​ເຫັນ​ວ່າພວກ
​ຄອບຄົວ​ທີ່​ເຄີຍ​ປູກ​ຝິ່ນ​ນັ້ນ ສາມາ​ດ​ເພີ້​ມລາຍ​ຮັບ​ຂອງ​ເຂົາ​ເຈົ້າຂຶ້ນ​ໄດ້​ແນວ​ໃດ?”

​ແຕ່​ວ່າ ນັກວິ​ເຄາະ​ບາງ​ຄົນຕັ້ງ​ຄຳ​ຖາ​ມ ກ່ຽວ​ກັບ​ຄຸນຄ່າ​ຂອງ​ການ​ກຳຈັດຖອນ​ຮາກ​ການ​ປູກ​ຝິ່ນ​ ​ແລະ​ໂຄງການ​ພັດທະນາ​ທາງ​ເລືອກ​ອື່ນ​ນັ້ນ ​ໂດຍ​ກ່າວ​ວ່າ ມີ​ຢູ່​ເລື້ອຍໆ​ທີ່​ພວກ​ຊຸມ​ຊົນ​ທ້ອງ​ຖິ່ນ
ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ອອກ​ຄວາມ​ຄິດ​ເຫັນ​ຢ່າງ​ພຽງພໍ ກ່ຽວ​ກັບ​ທິດ​ທາງ​ຂອງ​ໂຄງການ​ເຫລົ່າ​ນັ້ນ.

ທ່ານ David Mansfield ທີ່​ປຶກສາເອກ​ກະລາດ ​ໄດ້​ກ່າວ​ຢູ່ໃນ​ບົດ​ຂຽນໃນ​ລາຍ​ງານສະບັບ
ປີ 2011 ຂອງ​ຄະນະ​ກຳມາ​ທິການ​ໂລກ​ກ່ຽວ​ກັບ​ນະ​ໂຍບ​າຍຢາ​ເສບ​ຕິດ ວ່າ ການ​ກຳຈັດ
ການ​ປູກ​ຝິ່ນເຮັດ​ໃຫ້​ລາຄາ ພືດ​ພັນ​ທີ່​ເປັນ​ຢາ​ເສບ​ຕິດ​ຜິດ​ກົດໝາຍ​ນັ້ນ ​ແພງ​ຂຶ້ນ ຊຶ່ງ​ກະ​ຕຸ້ນ
ໃຫ້​ມີ​ການ​ປູກ​ຫລາຍ​ຂຶ້ນ ​ແລະ​ນຳ​ໄປ​ສູ່ “​ຄວາມ​ບໍ່​ດຸ່ນດ່ຽງໃນລະດັບສູງຂຶ້ນ​ເລື້ອຍໆ.”

ນັກ​ມະນຸດ​ວິທະຍາ David Feingold ທີ່​ມີ​ປະສົບ​ການ 40 ​ປີໃນ​ການ​ສຶກສາ​ເບິ່ງ​ຝິ່ນ ຢູ່​ໃນ
ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກ່າວ​ວ່າ ຫລາຍໆ​ຄົນ​ໃນ​ພວກ​ຊົນ​ເຜົ່າ​ລາວ​ເທິງແມ່ນ​ກາງ​ຕໍ່ຝິ່ນ
ສຳ​ຫລັບ​ໃຊ້​ເປັນ​ຢາ​ພື້ນ​ເມືອງ

ທ່ານ Feingold ກ່າວ​ວ່າ ​ໃນ​ຄັ້ງ​ນຶ່ງ ຝິ່ນກ້ອນ​ນຶ່ງ ໃນ​ປະລິມານ 1 ກິ​ໂລ 6 ຂີດ ​ແມ່ນສາມາດ​ລຳລຽງ​ໄປມາ ແລະ​ໃຊ້ແລກປ່ຽນກັບ​ອັນ​ນັ້ນ​ອັນ​ນີ້​ໄດ້​ ຢ່າງ​ສະບາຍ.

ທ່ານ Feingold ກ່າວ​ວ່າ “ມັນ​ເປັນ​ຢາ​ທີ່​ດີ​ທີ່​ສຸດ​ທີ່​ເຂົາ​ເຈົ້າ​ມີ ​ໃນ​ແງ່​ຂອງ​ການ​ນຳ​ໃຊ້
ໃນ​ທາງ​ການ​ແພດ. ມັນ​ຈະ​ຊ່ວຍ​ເຈົ້າ​ໄດ້ ຖ້າ​ເຈົ້າ​ເຈັບ ທ້ອງ​ບິດ ຫລື​ເປັນຫວັດ ​ເປັນ
​ໄອ ​ແລະ​ໃຊ້​ເປັນ​ຢາ​ແກ້​ເຈັບ​ປວດ. ​ແລະ​ມັນ​ກໍ​ມີ​ຄຸນຄ່າ​ສຳຄັນ​ໃນ​ດ້ານ​ເງິນ​ຄຳ. ມັນ​
ຄື​ກັນ​ກັບ​ບັດ​ສິນ​ເຊື່ອ American Express ຫັ້ນ​ແຫລະ. ຢ່າ​ອອກ​ຈາກບ້ານ​ໄປ
ໂດຍບໍ່​ມີ​ມັນ​ແລະ​ເຈົ້າ​ກໍ​ສາມາດ​ຕັດມັນ​ອອກ​ມາ ​ໃນ​ປະລິມານ​ເທົ່າ​ໃດ​ກໍ​ໄດ້ ​ເພື່ອ​
ໃຊ້​ເປັນເງິນ​ຊຳລະ​ຄ່າ​ສິ່ງຂອງ.”

ທ່ານ Feingold ກ່າວ​ອີກ​ວ່າ ຄວາມ​ສຳ​ເລັດ ​ຫລື​ລົ້ມ​ແຫລວ ຂອງ​ໂຄງການ​ພັດທະນາໃນ
ທາງ​ເລືອກ​ອື່ນ​ນັ້ນ ​ແມ່ນ​ຂຶ້ນ​ຢູ່​ກັບ​ການ​ເຂົ້າ​ເຖິງ​ຕະຫລາດ​ຂອງ​ຜົນລະປູກ​ໃໝ່ ທີ່​ສະໜັບ
ສະໜຸນ​ໂດຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ຜົນລະປູກ​ນັ້ນໆ. ຄວາມ​ລົ້ມ​ແຫລວ​ໃດໆ​ກໍ​ແມ່ນ​ຈະ
ຂັບດັນ​ໃຫ້ ພວກ​ຊາວໄຮ່​ຊາວ​ສວນ ຫວນ​ຄືນ​ໄປ​ປູກ​ຝິ່ນ​ອີກ.

ບັນດາ​ອົງການ​ຊ່ວ​ຍ​ເຫລືອ​ນາໆ​ຊາດ​ກ່າວ​ວ່າ ​ເພື່ອ​ທີ່​ຈະ​ໃຫ້ການ​ຫລຸດຜ່ອນ​ການ​ປູກ​ຝິ່ນ
ຍືນ​ຍົງ​ຕໍ່​ໄປ​ໄດ້​ນັ້ນ ກໍ​ຕ້ອງ​ມີ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຈົນ​ດຳ​ເນີນ​ຄວບ​ຄູ່​ກັນ​ໄປ
ພ້ອມກັບ​ການ​ມີ​ທັດສະນະ​ແບບ​ກວມ​ລວມຕໍ່​ການ​ພັດທະນາ ຄື​ພັດທະນາ​ແລະ​ສົ່ງ​ເສີມ
ໂຄງການ​ອື່ນໆ​ໄປ​ພ້ອມ ​ໃນ​ດ້ານ​ຕ່າງໆ​ເຊັ່ນ ​ການ​ສຶກສາ ສຸຂະພາບ ​ແລະພື້ນຖານ​ໂຄງ​
ລ່າງ ເປັນ​ຕົ້ນ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG