ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຈະເປີດຮັບ ບໍລິສັດ ຈົດທະບຽນການຄ້າຮຸ້ນ ເພີ່ມຂຶ້ນ


ການໂຄສະນາກ່ຽວກັບຕະຫລາດຫລັກຊັບໃນລາວ
ການໂຄສະນາກ່ຽວກັບຕະຫລາດຫລັກຊັບໃນລາວ
ທາງການລາວຈະເປີດຮັບບໍລິສັດມະຫາຊົນເຂົ້າຈົດທະບຽນ
ການຄ້າຮຸ້ນໃນຕະຫຼາດຫຼັກຊັບເພີ່ມຂຶ້ນ ໂດຍໃນປັດຈຸບັນນີ້
ຍັງລໍຖ້າພຽງການປັບປຸງລະບົບບັນຊີຂອງແຕ່ລະບໍລິສັດໃຫ້ໄດ້
ມາດຕະຖານເທົ່ານັ້ນ.

ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້
ນໍາວຽກງານດ້ານເສດຖະກິດ ແລະປະທານຄະນະກໍາມະການ
ຄຸ້ມຄອງຕະຫຼອດຫຼັກຊັບແຫ່ງຊາດລາວ ໄດ້ໃຫ້ການຢືນຢັນກັບ
ວີໂອເອວ່າ ລັດຖະບານລາວ ມີແຜນການທີ່ຈະເປີດຮັບບໍລິສັດ
ມະຫາຊົນເຂົ້າຈົດທະບຽນ ເພື່ອທໍາການຄ້າຮຸ້ນໃນຕະຫຼາດຫຼັກ
ຊັບຂອງລາວເພີ່ມຂຶ້ນອີກຫຼາຍບໍລິສັດ ພາຍໃນປີ 2013 ນີ້.

ຫາກແຕ່ວ່າການຈົດທະບຽນດັ່ງກ່າວ ຈະມີຂຶ້ນຢ່າງເປັນທາງການມື້ໃດແທ້ນັ້ນ ກໍຍັງຄົງ
ບໍ່ສາມາດທີ່ຈະກໍານົດໄດ້ໃນຂະນະນີ້ ເນື່ອງຈາກວ່າ ຄວາມພ້ອມຕ່າງໆນັ້ນບໍ່ໄດ້ຢູ່ທີ່
ຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບແຫ່ງຊາດລາວແຕ່ຢ່າງໃດ ຫາກແຕ່ຂຶ້ນຢູ່
ກັບການພັດທະນາປັບປຸງລະບົບການບັນຊີ ແລະການບໍລິຫານງານທີ່ໄດ້ມາດຕະຖານ
ສາກົນຂອງແຕ່ລະບໍລິສັດເປັນສໍາຄັນ ດັ່ງທີ່ທ່ານສົມສະຫວາດໄດ້ໃຫ້ການຊີ້ແຈງວ່າ:
ການເປີດໂຮງງານຂອງບໍລິສັດ ສົ່ງອອກກາເຟຂອງບໍລິສັດດາວເຮືອງ
ການເປີດໂຮງງານຂອງບໍລິສັດ ສົ່ງອອກກາເຟຂອງບໍລິສັດດາວເຮືອງ


ແລ້ວພວກເຮົາເບິ່ງກະມີຄວາມເປັນໄປໄດ້ສູງ ແຕ່ວ່າ ຕ້ອງມີການປັບປຸງເງື່ອນໄຂ ບາງອັນໃຫ້ມັນຄົບຕາມ
ມາດຕະຖານ ເງື່ອນໄຂຂອງການເອົາເຂົ້າຕະຫຼາດ
ຫຼັກຊັບ ເພາະວ່າຈິດໃຈຂອງພວກເຮົາ ກະແມ່ນວ່າ
ສິນຄ້າອັນໃດກໍຕາມ ທີ່ໄດ້ເອົາເຂົ້າຕະຫຼາດນີ້ ຕ້ອງມີ
ຄຸນນະພາບດີ ເປັນທີ່ເຊື່ອໝັ້ນຂອງລູກຄ້າ ເພາະວ່າ ມັນຕ້ອງເຮັດຢ່າງເປີດເຜີຍເດ ເລຶ່ອງບັນຫາການເງິນ
ເລຶ່ອງບັນຫາການບັນຊີ ບັນຫາໜີ້ຕ່າງໆຈັ່ງຊີ້ໜະ ໃຫ້ ເຂົາກວດກາກັນລະອຽດຕື່ມກ່ອນ ພວກເຮົາຈຶ່ງຈະ ເອົາເຂົາ.”


ກ່ອນໜ້ານີ້ ກໍມີລາຍງານວ່າ ມີບໍລິສັດມະຫາຊົນໃນລາວຈໍານວນ 8 ລາຍ ດ້ວຍກັນ ທີ່ ເຄີຍສະແດງທ່າທີວ່າ ຢາກຈະຂໍອະນຸຍາດຈົດທະບຽນໃນຕະຫຼາດຫຼັກຊັບຂອງລາວ ໂດຍ ໃນນີ້ກໍລວມເຖິງວິສາຫະກິດໂທລະຄົມມະນາຄົມລາວ (ETL) ວິສາຫະກິດລາວ ໂທລະ ຄົມມະນາຄົມ (Lao Telecom) ກຸ່ມບໍລິສັດດາວເຮືອງ ການຄ້າຂາອອກ-ຂາເຂົ້າ ບໍລິສັດ ອິນໂດຈີນຈໍາກັດ (ມະຫາຊົນ) ລັດວິສາຫະກິດການບິນລາວ (Lao Airlines) ແລະ ກຸ່ມ ທະນາຄານພົງສະຫວັນຈໍາກັດ (ມະຫາຊົນ) ເປັນຕົ້ນ.
ສາຍການບິນລາວ ເປີດຖ້ຽວບິນລະຫວ່າງວຽງຈັນ-ກວາງໂຈວຂອງຈີນ
ສາຍການບິນລາວ ເປີດຖ້ຽວບິນລະຫວ່າງວຽງຈັນ-ກວາງໂຈວຂອງຈີນ

ທັງນີ້ ທາງການລາວຄາດຫວັງວ່າ ການຈົດທະບຽນບໍລິສັດ
ເຂົ້າໃນຕະຫຼາດຫຼັກຊັບເພີ່ມຂຶ້ນນີ້ຈະມີສ່ວນຢ່າງສໍາຄັນໃນ
ການເຮັດໃຫ້ການຊື້-ຂາຍຮຸ້ນກັບຄືນສູ່ສະພາວະທີ່ຄຶກຄື້ນ
ອີກເທື່ອໃໝ່ ເພາະວ່າການຊື້ຂາຍຮຸ້ນໃນຕະຫຼາດຫຼັກຊັບ
ຂອງລາວໃນຕະຫຼອດປີ 2012 ໄດ້ດໍາເນີນໄປພາຍໃຕ້ສະ ພາວະການຜັນຜວນມາໂດຍຕະຫຼອດ ຊຶ່ງກໍຈະເຫັນໄດ້
ຈາກການປັບຕົວຂຶ້ນ-ລົງຂອງລາຄາຮຸ້ນທີ່ມີຄວາມແຕກຕ່າງ
ກັນ ຢ່າງຫຼວງຫຼາຍ.

ຕົວຢ່າງກໍຄືຮຸ້ນຂອງທະນາຄານການຄ້າຕ່າງປະເທດ ທີ່ເຄີຍມີລາຄາສູງເຖິງ 15,400 ກີບ ຕໍ່ຮຸ້ນນັ້ນ ກໍໄດ້ປັບຕົວຫລຸດລົງເຖິງລະດັບຕໍ່າສຸດ ທີ່ 5,700 ກີບຕໍ່ຮຸ້ນ ໂດຍຄິດເປັນອັດຕາ ສະເລ່ຍຫລຸດຕໍ່າລົງມາເຖິງ 63% ສ່ວນຮຸ້ນຂອງບໍລິສັດຜະລິດໄຟຟ້າລາວ ທີ່ເຄີຍມີລາຄາ ສູງເຖິງ 8,800 ກີບ ຕໍ່ຮຸ້ນກໍໄດ້ປັບລົດລົງມາຢູ່ທີ່ລະດັບ 4,100 ກີບ ຕໍ່ຮຸ້ນ ຊຶ່ງຄິດເປັນອັດ ຕາການຕົກຕໍ່າລົງຂອງລາຄາຮຸ້ນເຖິງ 54%.

ເຈົ້າໜ້າທີ່ຕະຫຼາດຫຼັກຊັບຂອງລາວ ບອກວ່າ ສາເຫດສໍາຄັນທີ່ເຮັດໃຫ້ເກີດສະພາວະຜັນ ຜວນດັ່ງກ່າວ ກໍເພາະວ່າ ນັກລົງທຶນສ່ວນໃຫຍ່ໃນຕະຫຼາດ ຕ່າງກໍມຸ້ງເນັ້ນໄປ ໃນດ້ານ ຂອງການເກັງກໍາໄລຈາກການຊື້-ຂາຍຮຸ້ນໃນລະຍະສັ້ນໆເທົ່ານັ້ນ ຊຶ່ງເມື່ອປະກອບກັບຕະ ຫຼາດຫຼັກຊັບຂອງລາວ ກໍເປັນຕະຫຼາດຂະໜາດນ້ອຍທີ່ມີການຊື້-ຂາຍຮຸ້ນພຽງສອງບໍລິສັດ ເທົ່ານັ້ນ ຈຶ່ງເຮັດໃຫ້ບັນດາບນັກຄ້າຮຸ້ນທີ່ຕ້ອງການຜົນກໍາໄລລະຍະສັ້ນ ສາມາດສ້າງຜົນ ປະໂຫຍດໄດ້ດ້ວຍການປັບລາຄາຮຸ້ນໃຫ້ຂຶ້ນ-ລົງ ຕາມຄວາມຕ້ອງການໄດ້ຢ່າງງ່າຍດາຍ.
XS
SM
MD
LG