ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຈະຄວບຄຸມລາຄາເຂົ້າ ໂດຍຈໍາກັດການສົ່ງອອກ ຢ່າງເຂັ້ມງວດ


ໂຮງສີເຂົ້າໃຫຍ່ແຫ່ງນຶ່ງໃນລາວ
ໂຮງສີເຂົ້າໃຫຍ່ແຫ່ງນຶ່ງໃນລາວ

ທາງການລາວຈະຄວບຄຸມ ລາຄາຈໍາໜ່າຍເຂົ້າພາຍໃນປະເທດ ດ້ວຍການດໍາເນີນມາດຕະ ການຈໍາກັດການສົ່ງອອກ ຢ່າງເຂັ້ມງວດ ທັງຍັງຈະຄວບຄຸມການເກັບຊື້ຜົນຜະລິດເຂົ້າ ຈາກຊາວກະສິກອນໃນທົ່ວປະເທດ ນໍາດ້ວຍ.


ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງອຸດສາຫະກໍາແລະການຄ້າ ໄດ້ໃຫ້ການເປີດເຜີຍວ່າ ເພື່ອເປັນ ການຄວບຄຸມລາຄາຈໍາໜ່າຍເຂົ້າພາຍໃນປະເທດ ເພື່ອບໍ່ໃຫ້ເກີດການເໜັງຕີງອັນຈະສົ່ງຜົນ
ກະທົບຕໍ່ການຄອງຊີບຂອງປະຊາຊົນ ແລະພະນັກງານຂອງລັດຖະບານລາວໃນທົ່ວປະເທດ
ນັ້ນ ກະຊວງອຸດສາຫະກໍາແລະການຄ້າໄດ້ອອກຄໍາສັ່ງກ່ຽວກັບການຈັດຕັ້ງປະຕິບັດມາດຕະ
ການຕ່າງໆທີ່ຈໍາເປັນ ໄປເຖິງພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນທົ່ວປະເທດແລ້ວໃນຂະນະນີ້.

ມາດຕະການນຶ່ງທີ່ສໍາຄັນນັ້ນ ກໍຄືການຈໍາກັດປະລິມານການສົ່ງອອກເຂົ້າ ໄປຕ່າງປະເທດ
ທີ່ຕ້ອງດໍາເນີນການຄຽງຄູ່ກັນໄປກັບ ການກໍານົດໃຫ້ສະເພາະບໍລິສັດ ຫຼືພາກສ່ວນທີ່ໄດ້
ຮັບອະນຸຍາດຈາກທາງການ ກະຊວງອຸດສາຫະກໍາ ແລະການຄ້າຢ່າງຖືກຕ້ອງເທົ່ານັ້ນ ຈຶ່ງ
ຈະມີສິດໃນການເກັບຊື້ຜົນຜະລິດເຂົ້າ ຈາກຊາວກະສິກອນລາວໄດ້ ໃນແຕ່ລະທ້ອງຖິ່ນຂອງ
ແຕ່ລະແຂວງ ດັ່ງເຈົ້າໜ້າທີ່ລາວໄດ້ຊີ້ແຈງວ່າ:

ຮ້ານຂາຍເຂົ້າໃນຕະຫລາດແຫ່ງນຶ່ງຂອງລາວ
ຮ້ານຂາຍເຂົ້າໃນຕະຫລາດແຫ່ງນຶ່ງຂອງລາວ

ພະຍາຍາມຫັນນ່າລະດົມນັກ
ທຸລະກິດລາວເຮົານີ້ແຫຼະ
ເປັນຜູ້ເກັບຊື້ ແລະເພື່ອດັດ
ສົມໃນທ້ອງຕະຫຼາດ ພ້ອມ
ນັ້ນກໍມີສ່ວນ
ຈໍາກັດໃນການ
ຊື້ຂາຍລະຫວ່າງເຂດຫັ້ນ

ຫຼະເນາະຫຼືລະຫວ່າງ ເມືອງ,
ລະຫວ່າງແຂວງນີ້ໜ້າຜູ້ໃດ
ຢາກຊື້ກໍຕ້ອງມີເອກະສານ
ແປວ່າຕ້ອງມາຜ່ານອົງການ
ກ່ຽວຂ້ອງແລ້ວຈິ່ງອະນຸຍາດໃຫ້ມີການເຄື່ອນຍ້າຍໄປ ແລະພ້ອມນັ້ນໄທເຮົາ ກະບໍ່ໃຫ້
ເອົາເຂົ້າເປືອກອອກ ຕາມທີ່ທາງ
ກະຊວງອຸດສາຫະກໍາ ແລະການຄ້າແຈ້ງມາຫັ່ນແຫຼະ ແມ່ນວ່າທຸກຢ່າງຈະເຄື່ອນຍ້າຍສິນຄ້າອອກຕ່າງປະເທດ ຫຼືວ່າຕົ້ນຕໍໄປປະເທດຕ່າງໆ
ຫັ້ນ ຕ້ອງເປັນເຂົ້າສານເທົ່ານັ້ນຈຶງຈະອອກໄດ້
.

ສາເຫດທີ່ທາງການລາວ ຈະຕ້ອງດໍາເນີນການຈັດຕັ້ງປະຕິບັດມາດຕະການດັ່ງກ່າວນີ້ ຢ່າງ
ເຂັ້ມງວດກໍຍ້ອນວ່າ ຜົນຜະລິດເຂົ້ານາປີໃນປີນີ້ ຈະຕ້ອງຫລຸດລົງຢ່າງຫຼີກລ່ຽງບໍ່ໄດ້, ເພາະ
ວ່າ ຜົນກະທົບຈາກໄພນໍ້າຖ້ວມຄັ້ງໃຫຍ່ ທີ່ເກີດຂຶ້ນຈາກພະຍຸໂຊນຮ້ອນໄຮ່ໝາ ແລະພະຍຸ
ນົກເຕັນ ລວມເຖິງປະລິມານນໍ້າຝົນ ທີ່ຕົກລົງມາຢ່າງຫຼວງຫຼາຍໃນໄລຍະທີ່ຜ່ານມານີ້ ໄດ້
ເຮັດໃຫ້ພຶ້ນທີ່ປູກເຂົ້ານາປີຂອງຊາວກະສິກອນລາວ ເສຍຫາຍໄປເປັນເນື້ອທີ່ລວມທີ່ກວ້າງ
ກວ່າ 64,400 ເຮັກຕາ ແລະຖ້າຫາກຄິດໄລ່ຕາມລະດັບປະສິດທິພາບ ໃນການຜະລິດໂດຍ
ສະເລ່ຍຂອງຊາວກະສິກອນລາວ ກໍຈະເຫັນໄດ້ວ່າ ຜົນຜະລິດເຂົ້າທີ່ເສຍຫາຍໄປເພາະໄພ
ນໍ້າຖ້ວມໃຫຍ່ຄັ້ງນີ້ ມີປະລິມານລວມເກືອບ 3 ແສນໂຕນ.

ຊາວນາກຸ່ມນຶ່ງເກັບກ່ຽວຜົນຜະລິດເຂົ້າຂອງຕົນ
ຊາວນາກຸ່ມນຶ່ງເກັບກ່ຽວຜົນຜະລິດເຂົ້າຂອງຕົນ

ຍິ່ງໄປກວ່ານັ້ນ, ຖ້າຫາກວ່າທາງການລາວ
ບໍ່ສາມາດທີ່ຈະສ້ອມແປງລະບົບຄອງຊົນ
ລະປະທານ ເພື່ອໃຫ້ສາມາດໃຊ້ການໄດ້
ຕາມປົກກະຕິໃນໄລຍະໝໍ່ໆນີ້ ກໍຍັງຈະ
ສົ່ງຜົນກະທົບຕໍ່ເນື່ອງໄປເຖິງແຜນການ
ເພີ້ມຜົນຜະລິດເຂົ້າໃນລາວໃຫ້ໄດ້ເຖິງ
4.15 ລ້ານໂຕນ ໃນປີ 2015 ອີກດ້ວຍ.

ຍິ່ງໄປກວ່ານັ້ນເມື່ອປະກອບກັບໄພນໍ້າຖ້ວມໃຫຍ່ຄັ້ງນີ້ໄດ້ເຮັດໃຫ້ຄອງຊົນລະປະທານ
ໃນພຶ້ນທີ່ 12 ແຂວງ ຈາກທັງໜົດ 17 ແຂວງຂອງລາວຕ້ອງເສຍຫາຍໄປຫຼາຍກວ່າ
500 ໂຄງການ ແລະການສ້ອມແປງໃຫ້ກັບຄືນມາໃຊ້ການໄດ້ຕາມປົກກະຕິ ກໍຈະຕ້ອງ
ໃຊ້ງົບປະມານບໍ່ໜ້ອຍກວ່າ 170 ຕື້ກີບ ໃນຂະນະທີ່ລັດຖະບານລາວກໍສາມາດຕອບ
ສະໜອງໃຫ້ໄດ້ພຽງແຕ່ 30 ຕື້ກີບເທົ່ານັ້ນອີກດ້ວຍແລ້ວ ຈຶ່ງຈະສົ່ງຜົນກະທົບຕໍ່ເນື່ອງ ໄປເຖິງການປູກເຂົ້ານາແຊງຢ່າງຫຼີກຫຼ່ຽງບໍ່ໄດ້ເຊັ່ນດຽວກັນ ຊຶ່ງກໍໝາຍຄວາມວ່າ ຜົນ ຜະລິດເຂົ້ານາແຊງຂອງລາວໃນປີນີ້ ກໍຈະຕ້ອງຫລຸດລົງໄປນໍາກັນອີກດ້ວຍນັ້ນເອງ.

ກ່ອນໜ້ານີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ
ທາງເສດຖະກິດຂອງລັດຖະບານລາວ ໄດ້ຖະແຫຼງວ່າເປົ້າໝາຍສໍາຄັນຂອງລັດຖະບານ
ລາວຈາກປັດຈຸບັນໄປຈົນເຖິງປີ 2015 ກໍຄືການຮັບປະກັນການຜະລິດສະບຽງອາຫານ ໃຫ້ພຽງພໍກັບຄວາມຕ້ອງການພາຍໃນປະເທດ ແລະເພີ່ມການສົ່ງອອກສິນຄ້າໄປຕ່າງ
ປະເທດໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນການເພີ່ມຜົນຜະລິດເຂົ້າໃຫ້ບັນລຸເຖິງ 4.2 ລ້ານ
ໂຕນ, ສູ້ຊົນຜະລິດຊີ້ນໃຫ້ໄດ້ 221,500 ໂຕນ ແລະສັດນໍ້າ 157,200 ໂຕນຕໍ່ປີ, ກັບທັງ ຍັງຈະສູ້ຊົນຜະລິດເຂົ້າເພື່ອສົ່ງອອກໃຫ້ໄດ້ເຖິງ 1 ລ້ານໂຕນພາຍໃນປີ 2015 ດັ່ງກ່າວ
ອີກດ້ວຍ.

ເພາະສະນັ້ນ ຖ້າຫາກວ່າທາງການລາວບໍ່ສາມາດທີ່ຈະສ້ອມແປງຄອງຊົນລະປະທານ
ໃຫ້ສາມາດໃຊ້ ການໄດ້ຕາມປົກກະຕິໃນໄລຍະໝໍ່ໆນີ້ ກໍຍັງຈະສົ່ງຜົນກະທົບຕໍ່ເນື່ອງໄປ ເຖິງແຜນການເພີ່ມຜົນຜະລິດເຂົ້າໃນປີ 2015 ດັ່ງກ່າວຂອງລັດຖະບານລາວອີກດ້ວຍ.

XS
SM
MD
LG