ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ​ຈ່າຍ​ເງິນ​ໄປຫຼາຍ​ກວ່າ 215 ລ້ານ​ໂດ​ລາແລ້ວ ​ເພື່ອຈັດ​ກອງ​ປະຊຸມ ASEM ຄັ້ງ​ທີ 9


ການກໍ່ສ້າງສູນກາງກອງປະຊຸມໃຫຍ່ຂອງ ASEM ສໍາເລັດໄປ 90% ແລ້ວ.
ການກໍ່ສ້າງສູນກາງກອງປະຊຸມໃຫຍ່ຂອງ ASEM ສໍາເລັດໄປ 90% ແລ້ວ.
ທ່ານ​ອາ​ລຸນ​ແກ້ວ ກິ​ດຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າການ​ຕ່າງປະ
​ເທດ​ໄດ້ ຖະ​ແຫຼງຢືນ​ຢັນ​ວ່າ ການ​ຕຽມ​ພ້ອມ​ໃນ​ສ່ວນ​ຄະນະ​ອະນຸ
​ກໍາມະການ​ກອງ​ເລຂານຸການ ​ເພື່ອ​ຮອງ​ຮັບ​ກອງ​ປະຊຸມ​ສຸດ​ຍອດ
​ຜູ້​ນໍາ​ເອ​ເຊຍ-ຢູ​ໂຣບຄັ້ງ​ທີ 9 ທີ່​ຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ວັນ
​ທີ 5-6 ພະຈິກ​ປີ​ນີ້ ຢູ່​ນະຄອນ​ວຽງ​ຈັນ​ ໄດ້​ຄືບ​ໜ້າ​ໄປ​ແລ້ວ​ເຖິງ
90% ໃນ​ຂະນະ​ນີ້ ​ແລະ​ໝັ້ນ​ໃຈ​ວ່າ ​ຈະ​ສາມາດ​ຕຽມຄວາມ​ພ້ອມ​
ໄດ້​ທັງ 100% ​ເພື່ອ​ຮອງ​ຮັບ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຢ່າງ​ແນ່ນອນ.

ທ່ານອາລຸນແກ້ວ ຮອງລັດຖະມົນຕີການຕ່າງປະເທດລາວ
ທ່ານອາລຸນແກ້ວ ຮອງລັດຖະມົນຕີການຕ່າງປະເທດລາວ

​ການ​ດໍາ​ເນີນ​ງານ​ໃນ​ຄວາມ​ຮັບຜິດຊອບ​ຂອງ​ອະນຸ​ກໍາມະການ​ໃນ
​ໄລຍະທີ່​ຜ່ານ​ມາ​ນັ້ນ ກໍ​ມີ​ທັງ​ການຈັດ​ທໍາ​ເຂັມ​ຕິດໜ້າ​ເອິກ ​ສໍາລັບ
​ປະ​ມຸກລັດຜູ້​ນໍາລັດຖະບານ ລັດຖະມົນຕີ ​ແລະ​ເຈົ້າໜ້າ​ທີ່​ອາວຸ​ໂສ
ຂອງ​ບັນດາປະ​ເທດ​ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ ພ້ອມ​ກັນ​ນີ້ ກໍ​ໄດ້​
ຈັດ​ທໍາ​ບັດປະ​ຈໍາ​ຕົວ​ສໍາລັບ​ຜູ້​ຊ່ວຍວຽກ​ດ້ານ​ຕ່າງໆ ​ເຊັ່ນ ​ເຈົ້າໜ້າ​
ທີ່​ປ້ອງ​ກັນ​ຄວາມ​ສະຫງົບ ນັກ​ຂ່າວ ຄະນະຈັດ​ຕັ້ງ​ກອງ​ປະຊຸມ ​ນາຍ​ແພດ ພະນັກງານ​ຮັບ​ໃຊ້ ຄົນ​ຂັບ​ລົດ ບັດ​ຕິດ​ລົດ ​ແລະ​ອື່ນໆ ກັບ​ທັງ​ຍັງ​ໄດ້​ສໍາ​ເລັດ​ການ​ສ້າງ​ເວັບ​ໄຊ້ສໍາລັບ​ກອງ​ປະຊຸມ​ເພື່ອ​ໃຫ້​ປະ​ເທດ​ສະມາຊິກ​ສາມາດ​ລົງທະ​ບຽນ​ອອນ​ລາຍ​ໄດ້​ອີກ​ດ້ວຍ.

ສ່ວນການ​ກະກຽມ​ຄວາມ​ພ້ອມ​ໃນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ​
ນັ້ນ​ທາງ​ການລາວ​ກໍ​ໄດ້​ຈັດ​ແບ່ງ​ການ​ດໍາ​ເນີນ​ງານ​ອອກ​ເປັນ 6
ພາກສ່ວນ​ດ້ວຍ​ກັນ ກໍ​ຄື​ການ​ກໍ່ສ້າງ​ສູນ​ການ​ປະຊຸມ​ນາໆ ​ຊາດ
​ຕັ້ງຢູ່​ເທິງເນື້ອ​ທີ່​ກວ້າງ 7 ​ເຮັກ​ຕ້າຢູ່ຫຼັກ 6 ຖະໜົນ​ໄກສອນ ພົມ
ວິຫານ ຊຶ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ລັດຖະບານ​ຈີນ ​ໃນ​ມູນ​ຄ່າລວມ 80 ລ້ານ​ໂດ​ລາ ກໍ​ແມ່ນ​ຂະຫຍາຍ​ບ່ອນ​ຈອດ​ເຮືອບິນ​ຢູ່​ສະໜາມ​ບິນ​ວັດ​ໄຕ​ເພື່ອ​ໃຫ້​ສາມາດ​ຮອງ​ຮັບ​ເຮືອບິນ​ຂະໜາດ​ໃຫຍ່​ໄດ້ ​ເຖິງ 40 ລໍາ ພ້ອມ​ດ້ວຍ​ອຸບປະກອນ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ສິ່ງອໍາ
ນວຍ​ຄວາມ​ສະດວກ​ຕ່າງໆ​ຢ່າງ​ຄົບ​ຊຸດ ​ໂດຍ​ເປັນ​ການ​ຊ່ວຍ​ເຫຼືອ​ຈາກ​ລັດຖະບານ​ຍີ່ປຸ່ນ​ໃນ​ມູນ​ຄ່າ 1,246 ລ້ານ​ເຢັນ ​ແລະ​ກູ້​ຢືມ​ຈາກລັດຖະ ບານຈີນ​ອີກຫຼາຍ​ກວ່າ 37 ລ້ານ​ໂດ​ລາ.

ກາໝາຍຂອງກອງປະຊຸມສຸດຍອດ ASEM ຄັ້ງທີ 9
ກາໝາຍຂອງກອງປະຊຸມສຸດຍອດ ASEM ຄັ້ງທີ 9

ສ່ວນ​ອີກ 4 ​ໂຄງການ​ທີ່​ເຫຼືອ​ກໍ​ປະກອບ​ດ້ວຍ​ການ​ພັດທະນາ​ປັບປຸງ​ຖະໜົນ 21 ​ເສັ້ນທາງ ໃນ​ເຂດ​ນະຄອນ​ວຽງ​ຈັນ ການ​ກໍ່ສ້າງ​ເຮືອນ​ຮັບ​ແຂກ​ຂອງ​ຄະນະ​ຜູ້​ແທນ ASEM ດັ່ງ​ທີ່​ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງນາຍົກລັດຖະມົນຕີ​ ແລະ​ລັດຖະມົນຕີ​ຕ່າງປະ​ເທດ ​ໄດ້​ຖະ​ແຫຼ​ງ ຢືນຢັນ​ວ່າ:

ທ່ານ ທອງລຸນສີສຸລິດ ລັດຖະມົນຕີ ກະຊວງການຕ່າງປະເທດລາວ
ທ່ານ ທອງລຸນສີສຸລິດ ລັດຖະມົນຕີ ກະຊວງການຕ່າງປະເທດລາວ


“ສປປ. ລາວຂອງ​ພວກ​ເຮົາ​ກໍ​ມີ​ຄວາມ​ພ້ອມ​ຢ່າງ​ເຕັມ​ສ່ວນ​ແລ້ວ​ໃນ​ການຈັດ ກອງ​ປະຊຸມ​ ຈະ​ເປັນ​ດ້ານ​ເນື້ອ​ໃນ ຈະ​ເປັນ​ດ້ານ​ພື້ນຖານ​ໂຄງ​ລ່າງ ຈະ​ເປັນ ດ້ານ​ຄວາມ​ສະດວກ​ຕ່າງໆ ກຽມພ້ອມ​ຕ້ອນຮັບ​ບັນດາ​ຜູ້​ນໍາ​ຂອງ​ບັນດາ​ປະ ​ເທດ​ອາຊີ ​ແລະ​ຢູ​ໂຣບ.”

​ອິງ​ຕາມ​ລາຍ​ງານ​ລ່າ​ສຸດ​ຂອງ​ກະຊວງ​ຕ່າງປະ​ເທດ​ຂອງ​ລາວ ກໍ​ໄດ້​ໃຫ້ ການ​ຢືນຢັນ​ວ່າ​ຈະ​ມີ​ຜູ້​ແທນ​ຈາກ 35 ປະ​ເທດ​ເຂົ້າຮ່ວມ​ກອງ​ປະຊຸມ ASEM ຄັ້ງ​ທີ່ 9 ຊຶ່ງ​ໃນ​ນີ້​ກໍ​ເປັນ​ປະ​ມຸກ 10 ທ່ານ ຜູ້​ນໍາ​ລັດຖະບານ 21 ທ່ານ ​ແລະ​ລັດຖະມົນຕີ​ອີກ 4 ທ່ານ ທັງ​ນີ້​ໂດຍ ASEM ມີ​ສະມາຊິກ​ທັງ ໝົດ 49 ປະ​ເທດ ຊຶ່ງ​ກໍ​ໝາຍຄວາມ​ວ່າ​ມີ​ຢູ່​ເຖິງ 14 ປະ​ເທດ​ທີ່​ບໍ່​ເຂົ້າຮ່ວມ ກອງ​ປະຊຸມ​ຄັ້ງ​ນີ້ ​ໂດຍ​ເຊື່ອ​ວ່າ​ເປັນ​ຍ້ອນ​ບັນຫາ​ວິ​ກິດ​ການ​ໜີ້​ສິນ​ໃນ​ສະຫະ ພາບ​ຢູ​ໂຣບນັ້ນ​ເອງ.
XS
SM
MD
LG