ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວວ່າ ຍັງເຫຼືອ ຄົນທຸກຍາກ ພຽງ 85 ຄອບຄົວເທົ່ານັ້ນ ຢູ່ໃນເຂດນະຄອນວຽງຈັນ


ພາບຈໍາລອງ ເຂດພັດທະນາເສດຖະກິດ ບຶງທາດຫລວງ
ພາບຈໍາລອງ ເຂດພັດທະນາເສດຖະກິດ ບຶງທາດຫລວງ
ທາງການລາວລາຍງານວ່າຍັງເຫຼືອຄົວເຮືອນທີ່ທຸກຍາກພຽງແຕ່
85 ຄອບຄົວເທົ່າ ນັ້ນຢູ່ໃນເຂດນະຄອນວຽງຈັນ ແລະໝັ້ນໃຈວ່າ
ຈະສາມາດລົບລ້າງໃຫ້ໝົດໄປໄດ້ໃນແຜນການປີ 2012-2013 ນີ້.

ພະແນກແຜນການແລະການລົງທຶນເຂດນະຄອນວຽງຈັນ ລາຍ
ງານວ່າໃນປັດຈຸບັນນີ້ ຍັງຄົງເຫຼືອຄອບຄົວທີ່ທຸກຍາກພຽງແຕ່
86 ຄອບຄົວ ຫຼືຄິດເປັນ 0.04% ເທົ່ານັ້ນຂອງຈໍານວນຄອບຄົວ
ທີ່ມີຢູ່ທັງໝົດ 201,209 ຄອບຄົວໃນທົ່ວເຂດນະຄອນ ວຽງຈັນ ໂດຍໃນຈໍານວນຄອບຄົວທີ່ທຸກຍາກດັ່ງກ່າວກໍແບ່ງອອກເປັນ
6 ຄອບຄົວ ໃນເຂດເມືອງຈັນທະບຸລີ 7 ຄອບຄົວໃນເຂດເມືອງ
ໄຊເສດຖາ 37 ຄອບຄົວໃນ ເຂດເມືອງໄຊທານີ 12 ຄອບຄົວ
ໃນເຂດເມືອງປາກງື່ມ ແລະ 24 ຄອບຄົວ ຢູ່ໃນເຂດເມືອງສັງ
ທອງ ຕາມລໍາດັບ.

ກອງປະຊຸມຄະນະປົກຄອງນະຄອນວຽງຈັນ
ກອງປະຊຸມຄະນະປົກຄອງນະຄອນວຽງຈັນ

ທາງດ້ານທ່ານສຸກັນ ມະຫາລາດ ເຈົ້າຄອງນະຄອນວຽງຈັນ
ກໍໄດ້ສະແດງຄວາມເຊື່ອໝັ້ນວ່າການພັດທະນາເສດຖະກິດ
ໃນເຂດນະຄອນວຽງຈັນນັບຈາກປັດຈຸບັນໄປຈົນເຖິງປີ 2015 ຈະສາມາດຮັກສາການເຕີບໂຕຂອງຍອດພະລິດລວມພາຍໃນ
(GDP) ໄດ້ໃນອັດຕາສະເລ່ຍບໍ່ຫຼຸດ 12% ຕໍ່ປີ ໂດຍສໍາລັບ
ແຜນການປີ 2012-2013 ນີ້ກໍເຊື່ອວ່າຈະສາມາດເຮັດໃຫ້ GDP ຂະຫຍາຍຕົວໄດ້ເຖິງ 12.6% ຊຶ່ງກໍຈະເຮັດໃຫ້ GDP ຄິດສະ
ເລ່ຍເປັນລາຍໄດ້ຂອງປະຊາຊົນລາວທີ່ຢູ່ ໃນເຂດນະຄອນວຽງ
ຈັນໄດ້ເຖິງ 3,100 ໂດລ່າຕໍ່ຄົນຕໍ່ປີ ແລະກໍຈະເຮັດໃຫ້ນະຄອນ
ວຽງຈັນເປັນເຂດທໍາອິດຂອງລາວ ທີ່ສາມາດລົບລ້າງບັນຫາຄວາມທຸກຍາກ ຂອງປະຊາ ຊົນໄດ້ຢ່າງສິ້ນເຊີງນັ້ນເອງ.

ຍິ່ງໄປກວ່ານັ້ນ ຖ້າຫາກການດໍາເນີນງານເປັນໄປ ຕາມແຜນການທີ່ວາງໄວ້ໃນທຸກໆດ້ານ
ກໍຍັງຈະເຮັດໃຫ້ GDP ໃນປີ 2015 ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນໃນນະຄອນ
ວຽງຈັນໄດ້ເຖິງ 4,000 ໂດລ່າຕໍ່ຄົນຕໍ່ປີ ແລະຍັງຈະເປັນພື້ນຖານທີ່ສໍາຄັນໃຫ້ກັບການ
ພັດທະນານະຄອນວຽງຈັນ ໄປສູ່ຄວາມທັນສະໄໝໄດ້ຢ່າງເປັນຮູບປະທໍາ
ອີກດ້ວຍ ດັ່ງທີ່ທ່ານສຸກັນ ໄດ້ຖະແຫຼງຢືນຢັນວ່າ:

ພາບຈໍາລອງເຂດອຸດສາຫະກໍາຂອງນະຄອນວຽງຈັນ
ພາບຈໍາລອງເຂດອຸດສາຫະກໍາຂອງນະຄອນວຽງຈັນ

ສູ້ຊົນສ້າງເສດຖະກິດນະຄອນຫຼວງວຽງຈັນໃຫ້ມີ
ຄວາມໜັກແໜ້ນ ມີການຂະຫຍາຍຕົວຕໍ່ເນື່ອງ ແລະ
ໝັ້ນທ່ຽງ ແຕ່ລະປີເສດຖະກິດຂະຫຍາຍຕົວບໍ່ໃຫ້ຫຼຸດ
12% ສ້າງໂຄງປະກອບເສດຖະກິດທີ່ສົມສ່ວນ ກ້າວ
ສູ່ການຫັນເປັນອຸດສາຫະກໍາ ຫັນເປັນທັນສະໄໝ ລວມຍອດຜະລິດຕະພັນພາຍໃນບໍ່ໃຫ້ຫຼຸດ 23 ຕື້ກີບ
ສະເລ່ຍລາຍຮັບພົນລະເຮືອນບໍ່ໃຫ້ຫຼຸດ 4,000 ໂດລາ.”


ທັງນີ້ໂດຍໂຄງການປະກອບທາງເສດຖະກິດຂອງນະຄອນວຽງຈັນນັ້ນ ພາກກະສິກໍາ-
ປ່າໄມ້ກວມເອົາ 19% ພາກອຸດສາຫະກໍາແລະກໍ່ສ້າງ 43% ແລະພາກບໍລິການ 38% ຂອງມູນຄ່າ GDP ໂດຍໃນແຜນການປີ 2011-2012 ທີ່ຜ່ານມາ GDP ຂອງເຂດນະ
ຄອນວຽງຈັນ ກໍມີມູນຄ່າລວມເຖິງ 19,166 ຕື້ກີບ ຫຼືປະມານ 2,395 ລ້ານໂດລ່າ ແລະ
ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວໃນເຂດນະຄອນວຽງຈັນ ໄດ້ເຖິງ 22 ລ້ານ
ກີບ ຫຼືປະມານ 2,750 ໂດລ່າຕໍ່ຄົນຕໍ່ປີ.

ແຕ່ຢ່າງໃດກໍຕາມ ປັດໄຈທີ່ຈະເຮັດໃຫ້ອໍານາດການປົກຄອງເຂດນະຄອນວຽງຈັນບໍ່
ສາມາດບັນລຸເປົ້າໝາຍແຜນການທີ່ວາງໄວ້ດັ່ງກ່າວ ກໍຄືບັນຫາຂາດແຄນທາງດ້ານງົບ
ປະມານລາຍຈ່າຍ ທັງນີ້ກໍເນື່ອງຈາກວ່າການຈັດເກັບລາຍຮັບໃນຊ່ວງ 6 ເດືອນຕົ້ນປີ
ຂອງແຜນການປີ 2012-2013 ນີ້ ອໍານາດການປົກຄອງເຂດນະຄອນວຽງຈັນສາມາດ
ຈັດເກັບລາຍຮັບໄດ້ພຽງ 274.87 ຕື້ກີບ ຫຼືຄິດເປັນ 40% ຂອງແຜນການປີເທົ່ານັ້ນ.

ສ່ວນໃນດ້ານລາຍຈ່າຍໃນຊ່ວງດຽວກັນນີ້ ກໍປາກົດວ່າ ອໍານາດການປົກຄອງເຂດນະ
ຄອນວຽງຈັນ ໄດ້ໃຊ້ຈ່າຍງົບປະມານໄປແລ້ວ 287.97 ຕື້ກີບ ຫຼືຄິດເປັນ 49%​ຂອງ
ແຜນການປີ ແລະກໍເຊື່ອວ່າການໃຊ້ຈ່າຍງົບປະມານ ຂອງອໍານາດການປົກຄອງເຂດ
ນະຄອນວຽງຈັນຈະເປັນໄປຕາມແຜນການປີທີ່ວາງໄວ້ໃນມູນຄ່າລວມ 501.92 ຕື້ກີບ
ຊຶ່ງກໍຈະເຮັດໃຫ້ຕ້ອງປະສົບກັບ ບັນຫາຂາດດຸນທາງດ້ານງົບປະມານ ຢ່າງຫຼີກລ່ຽງບໍ່
ໄດ້ນັ້ນເອງ.
XS
SM
MD
LG