ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາວ​ ຈະຂະຫຍາຍ ​ສາຍ​ສົ່ງ​ໄຟຟ້າ ​ເພື່ອ​ໃຫ້​ ປະຊາຊົນ​ລາວ ຊົມ​​ໃຊ້ ແລະສົ່ງອອກ


ສະຖານີ ໂຄງ​ຂ່າຍ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ ແຫ່ງໜຶ່ງໃນລາວ.
ສະຖານີ ໂຄງ​ຂ່າຍ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ ແຫ່ງໜຶ່ງໃນລາວ.

ທາງການ​ລາວ​ວາງ​ແຜນ ການຂະຫຍາຍ​ໂຄງ​ຂ່າຍ​ສາຍ​ສົ່ງ​
ກະ​ແສ​ໄຟຟ້າ ​ເພື່ອ​ຕອບ​ສະໜອງ​ການ​ຊົມໃຊ້ ຂອງ​ປະຊາຊົນ
​ລາວ ​ໃຫ້​ໄດ້​ເຖິງ 90 ​ເປີເຊັນ ຂອງ​ຈຳ​ນວນ ປະຊາກອນ​ທັງ​ໝົດ
​ໃນ​ທົ່ວ​ປະ​ເທດ ​ພາຍ​ໃນ​ປີ 2020.

ທ່ານ​ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ວ່າການ ກະ​ຊວງ​ພະລັງງານ ​ແລະ​ບໍ່​ແຮ່ ​ໄດ້​ຢືນຢັນ​
ວ່າ ​ເປົ້າໝາຍ​ທີ່​ສຳຄັນ​ປະການ​ໜຶ່ງ ຂອງ​ການ​ພັດທະນາ​ທາງ​ດ້ານ​ພະລັງງານ​ໄຟຟ້າ ​ໃນ​
ຊ່ວງ​ປີ 2015-2020 ກໍ​ຄື​ການ​ຂະຫຍາຍ​ໂຄງ​ຂ່າຍ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ເພື່ອ​ຕອບ​ສະໜອງ ​ການ​ຊົມ​ໃຊ້​ຂອງ​ປະຊາກອນ​ລາວ ​ໃຫ້​ເພີ້​ມຂຶ້ນຈາກ 80 ​ເປີ​ເຊັນ ​ໃນ​ປີ 2015 ​ເປັນ 90 ​ເປີ​ເຊັນ ຂອງ​ຈຳນວນ​ປະຊາກອນ​ທັງ​ໝົດ ​ໃນ​ປີ 2020 ດັ່ງ​ທີ່​ທ່ານ​ໄດ້​ກ່າວ​ວ່າ:

ທ່ານ​ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ວ່າການ ກະ​ຊວງ​ພະລັງງານ ​ແລະ​ບໍ່​ແຮ່
ທ່ານ​ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ວ່າການ ກະ​ຊວງ​ພະລັງງານ ​ແລະ​ບໍ່​ແຮ່

“ຈຳນວນ​ຄອບ​ຄົວ ປະຊາຊົນ​ລາວ​ໄດ້ຊົມ​ໃຊ້​ໄຟຟ້າ ​ໃນ​ປີ
2020 ຕ້ອງ​ບັນ​ລຸ​ໄດ້ 90 ​ເປີ​ເຊັນ ດັ່ງນັ້ນ ມັນ​ຈຳ​ເປັນ​ທີ່​ສຸດ​
ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ມີ ​ການ​ຂະຫຍາຍ​ຕາໜ່າງ​ໄຟຟ້າ​ນີ້
ອອກ​ສູ່​ຊົນນະບົດ​ທີ່ຢູ່​ຫ່າງ​ໄກ​ສອກຫລີກ ​ເພື່ອ​ໃຫ້​ເຂົາ​ເຈົ້າ​
ໄດ້​ມີ​ການ​ຊົມ​ໃຊ້ ​ໄດ້​ຮູ້​ຂ່າວ ​ໄດ້​ຮູ້​ເຖິງ​ການ​ສຶກສາ ​ໄດ້​ຮູ້​
ເຖິງ​ວຽກ​ງານ​ຮັກສາ​ສຸຂະພາບ.”

ພ້ອມ​ກັນ​ນີ້ ທ່ານ​ຄຳ​ມະນີ ກໍ​ຍັງ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ
ຈະ​ສາມາດ​ບັນ​ລຸ​ເປົ້າໝາຍ​ດັ່ງກ່າວ​ ​ໄດ້​ຢ່າງ​ແນ່ນອນ ​ເພາະວ່າ
​ການ​ຂະຫຍາຍ​ໂຄງ​ຂ່າຍ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ ​ໃນ​ປັດຈຸບັນ
​ສາມາດ​ຕອບ​ສະໜອງ ການ​ຊົມ​ໃຊ້​ຂອງ​ປະຊາກອນ​ລາວ​ໄດ້ແລ້ວ​ເຖິງ 88.15 ​ເປີ​ເຊັນ
ຊຶ່ງ​ຄິດ​ເປັນ 994,765 ຄົວ​ເຮືອນສ່ວນ​ການ​ຊົມໃຊ້​ໄຟຟ້າ ​ໃນ​ຂັ້ນບ້ານ ​ແລະ​ຂັ້ນ​ເມືອງ​ນັ້ນ
ກໍ​ສາມາດ​ປະຕິບັດ​ໄດ້​ແລ້ວ 84.58 ​ເປີ​ເຊັນ ​ແລະ 100 ​ເປີ​ເຊັນຕາມ​ລຳດັບ.

​ໂດຍ​ນອກຈາກ​ການ​ຂະຫຍາຍ​ໂຄງ​ຂ່າຍ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ ໃນ​ປະ​ເທດ​ດັ່ງກ່າວ​ແລ້ວ
ລັດຖະບານ​ລາວ ກໍ​ຍັງ​ຈະ​ເຊື່ອມ​ຕໍ່​ສາຍ​ສົ່ງ​ກະ​ແສ​ໄຟຟ້າ ກັບປະ​ເທດ​ສະມາຊິກ​ໃນ​ອາ​ຊຽນ
ດ້ວຍ​ກັນ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ໃນ​ແຜ​ນການ​ເຊື່ອມ​ຕໍ່ ດ້ານ​ພະລັງງານ​ຂອງ​ອາ​ຊຽນ ຫຼື ASEAN
Power Grid ທັງ​ນີ້ ​ໂດຍ​ລັດຖະມົນຕີ ດ້ານ​ພະລັງງານ​ຂອງ​ລາວ ​ໄທ ມາ​ເລ​ເຊຍ ​ແ​ລະ​
ສິງກະ​ໂປ ມີ​ກຳນົດ​ການຈະ​ຮ່ວມ​ກັນ​ລົງ​ນາມ ​ໃນ​ບັນທຶກຄວາມ​ເຂົ້າ​ໃຈຮ່ວມ ​ວ່າ​ດ້ວຍ
ການ​ເ​ຊື່​ອມຕໍ່​ລະ​ບົບສາຍ​ສົ່ງກະ​ແສ​ໄຟຟ້າ ລະຫວ່າງ​ກັນ ​ໃນ​ເດືອນ​ຕຸລາ 2015 ນີ້ ​ໃນ​
ລະຫວ່າງ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ດ້ານ​ພະລັງງານ​ຄັ້ງທີ 33 ຂອງ​ອາ​ຊຽນ ຢູ່​ທີ່​
ມາ​ເລ​ເຊຍ.

ກ່ອນ​ໜ້າ​ນີ້ ທາງ​ການ​ຂອງ​ທັງ 4 ປະ​ເທດ ກໍ​ໄດ້​ມີ​ການ​ແຕ່ງຕັ້ງຄະນະ​ປະຕິບັດ​ງານ​ຂຶ້ນມາ​
ຮັບຜິດຊອບ ​ໃນ​ການຈັດ​ທຳ​ຂໍ້​ຕົກລົງ ລະຫວ່າງ​ກັນ​ເສັດ​ສົມບູນ​ແລ້ວ ​ໂດຍ​ປະກອບ​ມີ​ເນື້ອ​
ໄນ​ສຳຄັນ 4 ດ້ານ​ດ້ວຍ​ກັນ ກໍ​ຄື​ດ້ານ​ເທັກ​ນິກ ດ້ານ​ພາສີ​ອາກອນ ດ້ານ​ລະບຽບ​ກົດໝາຍ
​ແລະ​ດ້ານ​ການ​ບໍລິຫານ ທີ່​ຈະ​ຖື​ເປັນຫຼັກການ​ປະຕິ​ບັດ​ຮ່ວມ​ກັນ​ຕໍ່​ໄປ ທັງ​ຍັງ​ຈະ​ເປັນຕົ້ນແບບ
​ໃຫ້​ກັບ​ການ​ປະຕິບັດ​ແຜນການ​ຮ່ວມ​ມື​ ດ້ານ​ພະລັງງານ​ຂອງ​ອາ​ຊຽນ ຫຼື ASEAN Power
Grid ອີກ​ດ້ວຍ.

​ໃນ​ປັດຈຸບັນ​ນີ້ ມີ​ເຂື່ອນ ທີ່​ຜະລິດ​ກະ​ແສ​ໄຟຟ້າ​ໃນ​ລາວ​ແລ້ວ ຈຳນວນ 24 ​ໂຄງການສ່ວນ
​ທີ່​ກຳລັງ​ຢູ່​ໃນ​ລະຫວ່າງ​ດຳ​ເນີນ​ການ​ກໍ່ສ້າງ​ນັ້ນ ມີ​ຢູ່ 38 ​ໂຄງການ​ ​ແລະ​ອີກ 300 ກວ່າ​
ໂຄງການ ຢູ່​ໃນ​ຂັ້ນຕອນ​ຂອງ​ການ​ສຶກສາ​ສຳ​ຫລວດ ອອກ​ແບບ ຫຼື ສະ​ແຫວ​ງຫາ​ເງິນທຶນ
ທີ່​ຈະ​ນຳ​ໃຊ້​ໃນ​ການ​ກໍ່ສ້າງ​ຕໍ່​ໄປ ຊຶ່ງ​ການ​ສຶກສາ​ທີ່​ຜ່ານ​ມາ ພົບ​ວ່າ ການ​ກໍ່ສ້າງ​ເຂື່ອນ​ໃນ​ລາວ
ຈະ​ເຮັດ​ໃຫ້​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ເຖິງ 30,000 ​ເມ​ກາ​ວັດ ທັງ​ຍັງ​ຈະ​ສົ່ງ​ຜົນ​ດີ​ ຕໍ່ການ​
ພັດທະນາ ​ເພື່ອລົບ​ລ້າງ​ຄວາມ​ຍາກຈົນ ຂອງ​ປະຊາ​ຊົນ​ລາວ ​ຢູ່​ເຂດ​ຊົນນະບົດ​ດ້ວຍ.

ກ່ອນ​ໜ້າ​ນີ້ ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ວ່າ​ດ້ວຍ​ການ​ຮ່ວມ​ມື ລາວ-​ໄທ ຄັ້ງ​ທີ
19 ຢູ່​ນະຄອນຫຼວງ​ວຽງຈັນ ​ເມື່ອ​ທ້າຍ​ເດືອນ​ມັງກອນ 2015 ທີ່​ມີ​ລັດຖະມົນຕີ​ວ່າການ​
ຕ່າງປະ​ເທດ ທັງ​ສອງ​ຝ່າຍ​ເປັນ​ປະທານ ຮ່ວມ​ກັນນັ້ນ ທາງ​ການ​ໄທ​ກໍ​ໄດ້​ໃຫ້ການ​ຢືນຢັນ​
ວ່າ ຈະ​ຍັງ​ຄົງ​ຮັບ​ຊື້​ພະລັງງານ​ໄຟຟ້າ ຕາມ​ສັນຍາ ທີ່​ໄດ້​ຕົກລົງ​ໄວ້ ກັບ​ທາງ​ການ​ລາວ ​
ໃນ​ປະລິມານ​ລວມ 7,000 MW ​ເປັນ​ເວລາ 25 ປີ ນັບ​ຈາກ​ປີ 2016 ​ເປັນຕົ້ນ​ໄປ.

ຍິ່ງ​ໄປ​ກວ່າ​ນັ້ນ ທາງ​ການ​ໄທ​ຍັງ​ໄດ້​ຕົກລົງ​ທີ່​ຈະ​ນຳ​ໃຊ້​ແນວ​ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ໃນໄທ​
ເພື່ອ​ເຊື່ອມ​ຕໍ່ ​ແລະ​ສົ່ງ​ກະ​ແສ​ໄຟຟ້າ ຈາກ​ລາວ​ຜ່ານ​ໄທ ​ໄປ​ຍັງ​ມາ​ເລ​ເຊຍ ​ແລະ​ສິງກະ​ໂປ ​
ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ພາຍ​ໃຕ້​ແຜນການ ASEAN Power Grid ດັ່ງກ່າວ ຊຶ່ງ​ກໍ​ຈະ​
ສົ່ງ​ຜົນ​ຕໍ່​ແຜນການ-​ເປົ້າໝາຍ​ທີ່​ລັດຖະບານ​ລາວ ຈະ​ດຳ​ເນີນ​ການ​ໃນ​ທຸກ​ວິທີ​ທາງ​ເພື່ອ​
ພັດທະນາ​ລາວ ​ໃຫ້​ເປັນ​ຜູ້​ສົ່ງ​ອອກ​ພະລັງງານ​ລາຍ​ໃຫຍ່ ຫຼືເປັນ​ໝໍ້​ໄຟຂອງເອເຊຍ
(Battery of Asia) ​ໃຫ້​ໄດ້​ໃນ​ອະນາ​ຄົດ ​ດ້ວຍການ​ສົ່ງ​ເສີມ​ໃຫ້​ມີ​ ການ​ລົງທຶນ​ກໍ່ສ້າງ​
ເຂື່ອນ​ຜະລິດ​ໄຟຟ້າ​ໃນ​ລາວ ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ​ເອງ.

ທັງ​ນີ້ ​ໂດຍ​ກະ​ຊວງ​ພະລັງງານ ​ແລະ​ບໍ່​ແຮ່ ​ໄດ້​ວາງແຜນການ ​ທີ່​ຈະ​ເພີ້​ມລະດັບ​ຄວາມ​
ອາດ​ສາມາດ ​ໃນ​ການ​ຜະລິດ​ພະລັງງານ​ໄຟຟ້າ​ ໃຫ້​ເພີ້​ມຂຶ້ນຈາກ 3,200 MW ​ໃນ​
ປັດຈຸບັນ ​ເປັນ​ບໍ່​ນ້ອຍ​ກວ່າ 12,500 MW ​ໃນ​ປີ 2020 ຊຶ່ງ​ການ​ທີ່​ຈະ​ສາມາດ​ບັນລຸ​ເປົ້າ
ໝາຍ​ດັ່ງກ່າວ​ໄດ້ ຢ່າງ​ແທ້​ຈິງ​ນັ້ນ ກໍຈະ​ຕ້ອງ​ດຳ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ໃຫ້​ໄດ້​ເຖິງ 38
​ໂຄງການ ​ກັບອີກ 1 ​ໂຮງງານ​ທີ່​ຜະລິດ​ກະ​ແສ​ໄຟຟ້າ ຈາກ​ຖ່ານ​ລິກ​ໄນ​ຕ໌ ​ໂດຍ​ຫຼ້າສຸດ ​
ໂຮງໄຟຟ້າ​ຫົງ​ສາລິກ​ໄນ​ຕ໌ ຢູ່​ແຂວງ​ໄຊ​ຍະ​ບູລີ ກໍ​ໄດ້​ເລີ້ມ​ການ​ຜະ​ລິດ ​ແລະສົ່ງ​ກະ​ແສ​
ໄຟຟ້າ​ເຂົ້າສູ່​ລະບົບ ສາຍ​ສົ່ງ​ຂອງ​ໄທ​ແລ້ວ ນັບແຕ່​ວັນ​ທີ 2 ມິຖຸນາ 2015 ​ເປັນຕົ້ນມາ.

XS
SM
MD
LG