ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງການລາວ ອອກຄຳສັ່ງ ໃຫ້ປິດໂຮງງານ ແປຮູບໄມ້ ຂອງເອກກະຊົນ 28 ແຫ່ງ


ໂຮງງານແປຮູບໄມ້ ແຫ່ງໜຶ່ງ ຢູ່ໃນລາວ
ໂຮງງານແປຮູບໄມ້ ແຫ່ງໜຶ່ງ ຢູ່ໃນລາວ

ທາງການລາວ ອອກຄຳສັ່ງໃຫ້ປິດໂຮງງານແປຮູບໄມ້ ຂອງເອກກະຊົນ 28 ແຫ່ງ ທີ່ຕັ້ງ ຢູ່ໃກ້ເຂດປ່າໄມ້ປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ ໂດຍໃຫ້ໂອກາດເຈົ້າຂອງ ກິດຈະການທຳການປິດໂຮງງານ ດ້ວຍຕົນເອງ.

ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະ ໂຄສົກລັດຖະບານລາວ ຖະແຫລງວ່າ ການຈັດຕັ້ງປະຕິບັດຕາມ ຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມ ເຂັ້ມງວດ ໃນການຄຸ້ມຄອງ ແລະກວດກາ ການຂຸດຄົ້ນໄມ້ເຄື່ອນຍ້າຍໄມ້ ແລະ ທຸລະກິດ
ໄມ້ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ໜ່ວຍສະເພາະກິດ ທີ່ ລັດຖະບານລາວ ໄດ້ມອບໝາຍໃຫ້ຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ຕາມຄຳສັ່ງ ດັ່ງກ່າວນີ້ ໄດ້ນຳ ສະເໜີຕໍ່ກອງປະຊຸມ ຄະນະລັດຖະບານລາວ ເພື່ອໃຫ້ມີຄຳສັ່ງປິດ ໂຮງງານແປຮູບໄມ້ ຂອງເອກກະຊົນ 22-28 ແຫ່ງ ທີ່ຕັ້ງຢູ່ໃກ້ເຂດປ່າໄມ້ປ້ອງກັນ ແລະເຂດປ່າສະຫງວນ ແຫ່ງຊາດ ໃນທົ່ວປະເທດ ເມື່ອບໍ່ນານມານີ້.

ໂຮງງານຜະລິດ ເຄື່ອງເຮືອນ ປະເພດໄມ້ ຫຼື ເຟີນີເຈີ້
ໂຮງງານຜະລິດ ເຄື່ອງເຮືອນ ປະເພດໄມ້ ຫຼື ເຟີນີເຈີ້

ທັງນີ້ ໂດຍກອງປະຊຸມ ກໍໄດ້ອະນຸມັດການນຳສະເໜີດັ່ງກ່າວ ແຕ່ກໍໄດ້ໃຫ້ໂອກາດແກ່ ເຈົ້າຂອງໂຮງງານແປຮູບໄມ້ ທັງ 28 ແຫ່ງ ເພື່ອໃຫ້ດຳເນີນການປິດໂຮງງານ ດ້ວຍຕົນ ເອງກ່ອນ ແຕ່ຖ້າຫາກກວດພົບວ່າ ບໍ່ໄດ້ປະຕິບັດຕາມຄຳສັ່ງດັ່ງກ່າວ ຈຶ່ງຈະນຳໃຊ້ ມາດຕະການຕາມການເຫັນເໝາະສົມ ຂອງໜ່ວຍສະເພາະກິດ ຂອງລັດຖະບານຕໍ່ໄປ
ດັ່ງທີ່ ທ່ານຈະເລີນ ໄດ້ໃຫ້ການຢືນຢັນວ່າ:

“ໂຮງງານຕ່າງໆ ເປັນຕົ້ນໂຮງງານເຟີນີເຈີ້ ຄອບຄົວ ບໍ່ມີໜັງສືອະນຸຍາດ ລະກະ
ຂໍໃຫ້ເຊົາ ບໍ່ໃຫ້ເຮັດຕໍ່ໄປອີກ ສຳລັບ 22-28 ໂຮງງານທີ່ຕັ້ງຢູ່ໃກ້ກັບ ປ່າຜະລິດ ປ່າສະຫງວນ ປ່າຫວງຫ້າມ ແມ່ນຂໍໃຫ້ຍຸບ ບໍ່ໃຫ້ຍ້າຍໄປທາງອື່ນ ແຕ່ຂໍໃຫ້ ເຈົ້າຂອງ ຫັ້ນແຫລ້ວ ເປັນຜູ້ຍຸບຊະກ່ອນ ຖ້າວ່າແນວໃດກໍບໍ່ຍຸບ ກໍຊິໄດ້ຈັດຕັ້ງ ຊິໄດ້ກວດກາ ແມ່ນການຈັດຕັ້ງນີ້ແຫລ້ວ ຊິໄດ້ດຳເນີນການຍຸບ.”

ທ່ານຈະເລີນ ບອກດ້ວຍວ່າ ໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດຢຶດໄມ້
ໄດ້ 104,230 ແມັດກ້ອນໃນຊ່ວງ 4 ເດືອນທີ່ຜ່ານມາ ໂດຍບໍ່ລວມໄມ້ຜິດກົດໝາຍ ທີ່ຢຶດ
ໄດ້ເຖິງ 55,421 ແມັດກ້ອນ ຊຶ່ງໃນນີ້ໄດ້ຂາຍອອກໄປແລ້ວ 7,300 ກວ່າແມັດກ້ອນ ຈຶ່ງ
ຍັງ ເຫຼືອ 48,000 ກວ່າແມັດກ້ອນ ທີ່ຕ້ອງຂາຍອອກ ເຊັ່ນດຽວກັນກັບໄມ້ 104,230
ແມັດ ກ້ອນນັ້ນ ທັງຍັງມີໄມ້ຄ້າງສະໜາມອີກເຖິງ 270,400 ແມັດກ້ອນ ທີ່ຈະຕ້ອງຈັດເກັບ ພາສີອາກອນ ໃຫ້ໄດ້ຢ່າງຄົບຖ້ວນ ຊຶ່ງທີ່ຜ່ານມາ ຈັດເກັບໄດ້ແລ້ວ 43 ຕື້ກີບ ກັບ 3 ລ້ານ
6 ແສນໂດລາ ທີ່ຈັດເກັບຈາກເກືອບ 80,000 ແມັດກ້ອນ ຈຶ່ງຍັງເຫຼືອອີກກວ່າ 191,000 ແມັດກ້ອນ ທີ່ຈະຕ້ອງຈັດພາສີອາກອນຕໍ່ໄປ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຢືນຢັນວ່າ ພະນັກ ງານລັດທຸກຊັ້ນຄົນ ມີໜ້າທີ່ຈະຕ້ອງຈັດຕັ້ງປະຕິບດຢ່າງເຄັ່ງຄັດ ຕາມຄຳສັ່ງດັ່ງກ່າວນີ້ ຖ້າຫາກກວດພົບວ່າ ພະນັກງານລັດຄົນໃດ ປະຕິບັດໜ້າທີ່ໄປໃນທິດ ທີ່ຂັດແຍ່ງກັບ
ຄຳສັ່ງ ຫຼືວ່າ ມີສ່ວນກ່ຽວກັບການລັກລອບຄ້າໄມ້ ກໍຈະຖືກລົງໂທດຕາມກົດໝາຍ ໂດຍ ບໍ່ມີການຍົກເວັ້ນ ທັງນີ້ ກໍເພາະວ່າ ເປົ້າໝາຍສຳຄັນ ທີ່ສຸດຂອງຄຳສັ່ງສະບັບນີ້ ກໍຄື ການຫ້າມບໍ່ໃຫ້ມີການສົ່ງອອກໄມ້ທ່ອນ ຢ່າງເດັດຂາດ ດັ່ງທີ່ທ່ານໄດ້ເນັ້ນຢ້ຳວ່າ:

“ຕໍ່ໄປນີ້ ຈະບໍ່ມີໂຄວຕາ ເພາະຜ່ານມາເວົ້າເລື່ອງໂຄວຕານີ້ ເສຍຫາຍຫຼາຍ
ສະນັ້ນ ຄຳສັ່ງນີ້ ຢຸດບໍ່ໃຫ້ສົ່ງອອກໄມ້ທ່ອນເດັດຂາດໂລດ ຜູ້ໃດຝືນ ນີ້ບໍ່ໄດ້ ເພາະວ່າພວກ ລັກລອບນີ້ ຕ້ອງເຄັ່ງຄັດ ຕ້ອງກວດເດ້ ຜູ້ໃດກະຢ່າ ບໍ່ໃຫ້ມີ
ເບື້ອງໜ້າເບື້ອງຫຼັງ ໄມ້ຢູ່ສະໜາມ 1 ບໍ່ໃຫ້ເຄື່ອນອອກມາສະໜາມ 2 ເດັດ
ຂາດ ປະໄວ້ຫັ້ນແຫລະ ຖ້າວ່າເອົາຈາກສະໜາມ 1 ຂົນມາສະໜາມ 2 ປະຊາຊົນກໍໄປຕັດອີກ ເພາະວ່າ ພວກພໍ່ຄ້ານີ້ ເຂົາໄປຈ້າງໃຫ້ປະຊາຊົນຕັດ ສ່ວນ
ວ່າ ໄມ້ຜິດ ເຈົ້າຕັດເກີນ ບໍ່ເສຍພັນທະ ຫຼືວ່າ ລັກລອບຕັດ ຢຶດເປັນຂອງ ລັດໂລດ.”

ຄຳສັ່ງດັ່ງກ່າວຂອງນາຍົກລັດຖະມົນຕີ ລາວ ປະກອບດ້ວຍຄຳສັ່ງ 17 ຂໍ້ ທີ່ແນໃສ່ການ ຢຸດຢັ້ງ ການສົ່ງອອກໄມ້ທ່ອນ ແລະປາບປາມການຄ້າໄມ້ຜິດກົດໝາຍ ໃຫ້ໄດ້ຢ່າງແທ້ຈິງ ໂດຍມີສາລະສຳຄັນໃນຂໍ້ 1 ທີ່ໄດ້ກຳນົດໃຫ້ທຸກພາກສ່ວນທັງສູນກາງ ແລະທ້ອງຖິ່ນ ໃນທົ່ວປະເທດ ຈະຕ້ອງເພີ່ມທະວີ ຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບ ໃນການ ຈັດຕັ້ງປະຕິບັດໜ້າທີ່ ໃຫ້ຖືກຕ້ອງຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງກັບ ການຄຸ້ມຄອງປ່າໄມ້ ການຂຸດຄົ້ນໄມ້ ການເຄື່ອນຍ້າຍໄມ້ ທຸລະກິດການຄ້າໄມ້ ແລະ ການສົ່ງໄມ້ໄປຕ່າງປະເທດ.

ສ່ວນຂໍ້ 2 ກໍໄດ້ລະບຸຢ່າງຊັດເຈນວ່າ ໃຫ້ຍຸຕິການສົ່ງອອກໄມ້ທ່ອນ ໄມ້ຕີຕັບ ໄມ້ແປຮູບ ໄມ້ຊອຍ ຮາກໄມ້ ເຫງົ້າໄມ້ ຕໍໄມ້ ປູດໄມ້ ງ່າໄມ້ ໄມ້ຢືນຕົ້ນ ຫຼື ໄມ້ປະດັບທີ່ຂຸດຄົ້ນອອກ ຈາກປ່າທຳມະຊາດ ໄປຕ່າງປະເທດ ໃນທຸກກໍລະນີຢ່າງເດັດຂາດ ລວມທັງໄມ້ທີ່ ລັດ ຖະລານໄດ້ອະນຸມັດແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ທັງນີ້ ໂດຍຈະອະນຸຍາດ ໃຫ້ສົ່ງອອກໄດ້ ສະເພາະໄມ້ທີ່ເປັນຜະລິດຕະພັນສຳເລັດຮູບເທົ່ານັ້ນ.

XS
SM
MD
LG