ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວ ຮ່າງກົດໝາຍໃໝ່ 3 ສະບັບ ກ່ຽວກັບ ການເລືອກຕັ້ງ ສະມາຊິກສະພາ


ທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຖະແຫລງວ່າຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໄດ້ທາບທາມ ແລະ ປະກອບຄວາມ
ຄິດເຫັນໃສ່ຮ່າງກົດໝາຍໃໝ່ 3 ສະບັບ ເມື່ອບໍ່ນານມານີ້.
ທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຖະແຫລງວ່າຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໄດ້ທາບທາມ ແລະ ປະກອບຄວາມ ຄິດເຫັນໃສ່ຮ່າງກົດໝາຍໃໝ່ 3 ສະບັບ ເມື່ອບໍ່ນານມານີ້.

ທາງການລາວ ຮ່າງກົດໝາຍໃໝ່ 3 ສະບັບ ວ່າດ້ວຍສະພາ
ແຫ່ງຊາດ ສະພາປະຊາຊົນຂັ້ນແຂວງ ແລະ ການເລືອກຕັ້ງ
ສະມາຊິິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ
ຂັ້ນແຂວງ.

ທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຖະແຫລງວ່າຄະນະປະຈຳ
ສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໄດ້ທາບທາມ ແລະ ປະກອບຄວາມ
ຄິດເຫັນໃສ່ຮ່າງກົດໝາຍໃໝ່ 3 ສະບັບ ເມື່ອບໍ່ນານມານີ້ ປະກອບດ້ວຍຮ່າງກົດໝາຍ
ວ່າດ້ວຍສະພາແຫ່ງຊາດ ຮ່າງກົດໝາຍວ່າດ້ວຍສະພາປະຊາຊົນ ຂັ້ນແຂວງ ແລະ ຮ່າງ
ກົດກໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາ
ປະຊາຊົນ ຂັ້ນແຂວງຕາມລຳດັບ.

ໂດຍການຮ່າງກົດໝາຍທັງ 3 ສະບັບດັ່ງກ່າວນີ້ ຖືເປັນສ່ວນປະກອບທີ່ສຳຄັນ ໃນແຜນ
ການປະຕິຮູບ ທາງດ້ານການຄຸ້ມຄອງລັດ ເພື່ອການກະຈາຍອຳນາດການບໍລິຫານ ໄປສູ່
ລະດັບທ້ອງຖິ່ນໃຫ້ຫຼາຍຂຶ້ນ ຊຶ່ງເປັນຫລັກການສຳຄັນ ທີ່ທາງການລາວ ໄດ້ຕົກລົງໄວ້ກັບ
ນານາຊາດ ເພື່ອເປັນການແລກກັບການຊ່ວຍເຫຼືອ ທີ່ຈະໄດ້ຮັບຈາກຕ່າງປະເທດ ຢ່າງ
ຕໍ່ເນື່ອງ.

ສະມາຊິກສະພາແຫ່ງຊາດ ທ່ານນຶ່ງ ອອກຄວາມຄິດເຫັນ ໃນລະຫວ່າງ ກອງປະຊຸມ ສະພາແຫ່ງຊາດ.
ສະມາຊິກສະພາແຫ່ງຊາດ ທ່ານນຶ່ງ ອອກຄວາມຄິດເຫັນ ໃນລະຫວ່າງ ກອງປະຊຸມ ສະພາແຫ່ງຊາດ.

ທາງດ້ານທ່ານສົມດີ ດວງດີ ລັດຖະມົນຕີ ວ່າການກະຊວງແຜນ
ການ ແລະ ການລົງທຶນຖະແຫລງຍອມຮັບວ່າ ແຜນການພັດທະ
ນາເສດຖະກິດ ແລະ ສັງຄົມໃນຊ່ວງປີ 2016-2020 ທີ່ຈະເລີ້ມ
ການຈັດຕັ້ງປະຕິບັດ ນັບແຕ່ເດືອນຕຸລາ 2015 ເຖິງສິ້ນເດືອນ
ກັນຍາ 2020 ລັດຖະບານລາວ ໄດ້ວາງຄາດໝາຍທີ່ຈະສູ້ຊົນ
ເພື່ອຍາດແຍ່ງເອົາຄວາມຊ່ວຍເຫຼືອ ຈາກຕ່າງປະເທດໃຫ້ໄດ້
ໃນມູນຄ່າລວມ 3,500 ລ້ານໂດລາ ຫຼື ບໍ່ໃຫ້ຫລຸດ 700 ລ້ານ
ໂດລາ ໃນແຕ່ລະປີ ແລະ ຄິດເປັນ 12.5 ເປີເຊັນ ຂອງການລົງ
ທຶນ ໃນພາກລັດຖະບານທັງໝົດ.

ໂດຍສຳລັບໃນລະຍະແຜນການປີ 2011-2015 ທີ່ຜ່ານມາລັດຖະບານລາວ ກໍໄດ້ຮັບ
ຄວາມຊ່ວຍເຫຼືອ ຈາກຕ່າງປະເທດຄິດເປັນມູນຄ່າລວມ 3,368 ລ້ານໂດລາ ຫຼືປະມານ
673 ລ້ານໂດລາ ຕໍ່ປີ ຊຶ່ງໃນນີ້ແບ່ງເປັນການຊ່ວຍເຫຼືອລ້າ ໃນມູນຄ່າ 2,270 ລ້ານໂດລາ
ແລະ ເງິນທຶນກູ້ຢືມໃນມູນຄ່າ 1,098 ລ້ານໂດລາ ສ່ວນການຄາດໝາຍ ໃນແຜນການປີ
2016-2020 ກໍຄິດເປັນລະດັບທີ່ເພີ້ມຂຶ້ນຈາກແຜນການປີ 2011-2015 ພຽງ 4 ເປີເຊັນ
ເທົ່ານັ້ນ ຈຶ່ງເຮັດໃຫ້ລັດຖະບານລາວໝັ້ນໃຈວ່າ ຈະໄດ້ຮັບການຕອບສະໜອງ ຈາກນາໆ
ຊາດ ຕາມຄາດໝາຍດັ່ງກ່າວ.

ກະຊວງແຜນການ ແລະ ການລົງທຶນ ລາຍງານວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍ
ຈະຊຸກຍູ້ ການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 8 ເປີ
ເຊັນ ໃນແຜນການປີ 2014-2015 ແຕ່ການຮັບປະກັນໃຫ້ໄດ້ ຢ່າງຄັກແນ່ ວ່າ ເສດຖະ
ກິດຂອງລາວ ຈະຂະຫຍາຍຕົວ ໃນອັດຕາດັ່ງກ່າວໄດ້ນັ້ນ ຈະຕ້ອງລະດົມການລົງທຶນ
ໃຫ້ໄດ້ເຖິງ 33,000 ຕື້ກີບ ຄິດເປັນ 32 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP)
ຕະຫລອດແຜນການປີ.

ຫາກແຕ່ລັດຖະບານລາວ ກໍຄາດໝາຍວ່າ ຈະສາມາດປະກອບສ່ວນດ້ວຍການລົງທຶນ
ໄດ້ ໃນມູນຄ່າລວມ 3,300 ຕື້ກີບ ຫຼືຄິດເປັນ 10 ເປີເຊັນ ຂອງຄວາມຕ້ອງການທັງໝົດ
ເທົ່ານັ້ນ ສ່ວນທີ່ເຫຼືອ ກໍຕ້ອງລະດົມການລົງທຶນຈາກເອກະຊົນລາວ ແລະ ຕ່າງຊາດໃຫ້
ໄດ້ 18,200 ຕື້ກີບ ລວມເຖິງການຂໍການຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດໃຫ້ໄດ້
5,000 ຕື້ກີບ ແລະ ເພີ້ມວົງເງິນສິນເຊື່ອໃນປະເທດໃຫ້ໄດ້ 6,500 ຕື້ກີບ.

ແຕ່ຢ່າງໃດກໍຕາມ ການພັດທະນາເສດຖະກິດ ທີ່ຂະຫຍາຍຕົວເພີ້ມຂຶ້ນ ໃນລະຍະທີ່ຜ່ານ
ມາ ກໍໄດ້ເຮັດໃຫ້ລະດັບລາຍຮັບ ແລະ ສະພາບຊີວິດການເປັນຢູ່ ຂອງປະຊາຊົນລາວ
ທີ່ຢູ່ໃນເຂດຕົວເມືອງ ກັບເຂດຊົນນະບົດ ມີຄວາມແຕກໂຕນກັນຫຼາຍຂຶ້ນນັບມື້ ທັງຍັງ
ໄດ້ສົ່ງຜົນກະທົບຕໍ່ເປົ້າໝາຍ ການຫລຸດຜ່ອນບັນຫາທຸກຍາກ ຂອງປະຊາຊົນລາວອີກ
ດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຊີ້ແຈງວ່າ:

“ບ້ານທຸກຍາກ ບໍ່ມີທາງເຂົ້າເຖິງ ທຽວໄດ້ຕະຫລອດປີ ປະຊາຊົນມີລາຍຮັບຕ່ຳ ແລະ
ບໍ່ມີນ້ຳສະອາດຊົມໃຊ້ ບ້ານທຸກຍາກຍັງເຫຼືອ 27 ເປີເຊັນ ຂອງບ້ານທັງໝົດ ຄາດໝາຍ
ສູ້ຊົນສົກປີ 2014-15 ຄອບຄົວທຸກຍາກໃຫ້ຫລຸດລົງຍັງເຫຼືອ 9.4 ເປີເຊັນ ແລະ ບ້ານ
ທຸກຍາກ ໃຫ້ຫລຸດລົງ ຍັງເຫຼືອ 11 ເປີເຊັນ ແມ່ນມີຄວາມເປັນໄປໄດ້ພຽງໃດ.”

ໂດຍຈະເຫັນໄດ້ ຈາກການພັດທະນາທາງເສດຖະກິດ ຢູ່ໃນເຂດນະຄອນຫຼວງວຽງຈັນ ທີ່
ມີຍອດຜະລິດຕະພັນລວມ (GDP) ເຖິງ 124,900 ຕື້ກີບ ໃນຊ່ວງປີ 2011-2015 ໂດຍ
ຖົວສະເລ່ຍເປັນລາຍໄດ້ ຂອງປະຊາຊົນລາວ ໃນເຂດນະຄອນຫຼວງວຽງຈັນໄດ້ເຖິງ 35
ລ້ານກີບ ຫຼື 4,390 ໂດລາ ຕໍ່ຄົນຕໍ່ປີ ແຕ່ສຳລັບປະຊາຊົນລາວ ໃນແຂວງຜົ້ງສາລີ ກັບຍັງ
ມີລາຍໄດ້ສະເລ່ຍພຽງ 7 ລ້ານ 8 ແສນກີບ ຫຼື 980 ຕໍ່ຄົນຕໍ່ປີເທົ່ານັ້ນ ໃນຂະນະທີ່ອັດຕາ
ຄວາມຍາກຈົນ ຂອງປະຊາຊົນ ໃນແຂວງດັ່ງກ່າວ ກໍຍັງສູງເກີນກວ່າ 45 ເປີເຊັນ ຂອງ
ປະຊາກອນທັງໝົດ.

XS
SM
MD
LG