ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວໃຫ້ການສຶກສາຮໍ່າຮຽນ ກ່ຽວກັບວິທີການປ້ອງກັນໂຣກເອດສ໌ ສໍາລັບແມ່ຍິງຖືພາແລະເດັກນ້ອຍ


ຜູ້ເຄາະຮ້າຍຄົນນຶ່ງຈາກການລັກລອບຄ້າມະນຸດທີ່ຖືກບັງຄັບໃຫ້
ເປັນໂສເພນີ
ຜູ້ເຄາະຮ້າຍຄົນນຶ່ງຈາກການລັກລອບຄ້າມະນຸດທີ່ຖືກບັງຄັບໃຫ້ ເປັນໂສເພນີ

ທາງການລາວດໍາເນີນໂຄງການໂຄສະນາເຜີຍແຜ່ ເພື່ອປ້ອງກັນການຕິດເຊື້ອ HIV-AIDS ໃນແມ່ຍິງທີ່ຖືພາ ແລະເດັກນ້ອຍທີ່ເກີດໃໝ່ ເນື່ອງຈາກວ່າແມ່ຍິງລາວຕິດເຊື້ອ HIV- AIDS ເພີ່ມຂຶ້ນເປັນ 45%.

ເຈົ້າໜ້າທີ່ຂັ້ນສູງໃນສູນຕ້ານໂລກເອດສ໌ແຫ່ງຊາດລາວ ໄດ້ເປິດເຜີຍໃຫ້ຮູ້ວ່າ ລາວເປັນ
ປະເທດນຶ່ງທີ່ມີປະຊາກອນເພດຍິງຕິດເຊື້ອໂລກ HIV-AIDS ເພີ່ມຂຶ້ນຢ່າງໄວວາທີ່ສຸດໃນ
ຂົງເຂດອາຊີ-ປາຊີຟິກ ເຊິ່ງກໍຄືອັດຕາສະເລ່ຍການຕິດເຊື້ອໂລກ HIV-AIDS ຂອງປະຊາ
ກອນເພດຍິງລາວໄດ້ເພີ່ມຂຶ້ນຈາກ 18% ຂອງຈໍານວນຜູ້ຕິດເຊື້ອທັງໝົດໃນປີ 1990 ມາ
ເປັນເຖິງ 45% ຂອງຈໍານວນຜູ້ຕິດເຊື້ອໂລກທັງໝົດ ຢູ່ໃນລາວໃນປະຈຸບັນ.

ເຖິງແມ່ນວ່າ ອັດຕາ​ການ​ຕິດ​ເຊື້ອ HIV-AIDS ຂອງ​ຄົນ​ລາວ​ໃນ​ປັດຈຸບັນ​ນີ້ ຍັງ​ຄົງ​ຢູ່​ໃນ​
ລະດັບ​ທີ່​ຕໍ່າເມື່ອ​ທຽບ​ໃສ່​ກັບປະ​ເທດ​ອື່ນໆ ​ໃນພູມີພາກດຽວກັນ. ​ຈາ​ກການ​ສຸ່ມກວດ​ເລືອດ​
ຂອງປະຊາຊົນ​ລາວຈໍານວນ​ 230 ພັນກວ່າຄົນ​ໃນ 17 ​ແຂວງ​ທົ່ວ​ປະ​ເທດໃນຊ່ວງ​ປີ 1990
ເປັນຕົ້ນມານັ້ນ ກໍ​ພົບ​ວ່າມີ​ຄົນ​ລາວ​ຕິດ​ເຊື້ອ​ຈໍານວນ 4,272 ຄົນ ​ຫລື​ຄິດ​ເປັນ​ອັດຕາ​ສະ​ເລ່ຍ
ການ​ຕິດເຊື້ອ​ໂຣກດັ່ງກ່າວ​ພຽງ​ແຕ່ 1.6% ​ເທົ່າ​ນັ້ນກໍຕາມ. ຫາກແຕ່ກໍ່ປະກົດວ່າ ມີຄົນທີ່
ເປັນໂຣກເອດສ໌ແລ້ວຫຼາຍກວ່າ 2,400 ຄົນແລະເສຍຊີວິດໄປແລ້ວເຖິງ 1,1000 ກວ່າຄົນ.

ພວກຜູ້ຍິງທີ່ໄດ້ຖືກຊ່ວຍເຫລືອໄວ້ທີ່ຈັງຫວັດປະຈັນບູລີ
ພວກຜູ້ຍິງທີ່ໄດ້ຖືກຊ່ວຍເຫລືອໄວ້ທີ່ຈັງຫວັດປະຈັນບູລີ

ຊຶ່ງ​ກໍ​ຍ້ອນ​ວ່າ​ລະບົບ​ໃນ​ບໍລິການ​ດ້ານ​ກາ​ນ
ປິ່ນປົວ ​ແລະ​ການ​ຮັກສາ​ສຸຂະພາບ​ຂອງ​ລັດ
ຖະບານ​ນັ້ນ​ ຍັງ​ຄົງ​ບໍ່​ສາມາດ​ທີ່​ຈະ​ໃຫ້ການ ​
ເບິ່ງ​ແຍງ​ບັນດາ​ຄົນ​ລາວ​ທີ່​ຕິດ​ເຊື້ອ​ໂຣກດັ່ງ
ກ່າວ​ນີ້ໄດ້​ຢ່າງ​ທົ່ວ​ເຖິງ ແລະ​ເມື່ອ​ປະກອບ​
ກັບ​ການ​ທີ່​ລາວ​ເປັນ​ປະ​ເທດ​ທີ່ມີ​ຈຸດ​ທີ່​ຕັ້ງ​ຢູ່
ເຂດສູນ​ກາງ ​ທີ່​ສາມາດ​ຈະເຊື່ອມ​ຕໍ່​ການຄົມ
ມະນາຄົມ​ແລະ​ຂົນ​ສົ່ງ​ກັບ​ປະ​ເທດ​ ທີ່ຢູ່​ໃນ​
ເຂດລຸ່ມ​ແມ່ນໍ້າຂອງ​ດ້ວຍ​ກັນ​ໄດ້​ໃນ​ທຸກ​ທິດ​
ທຸກທາງ​ດ້ວຍ​ແລ້ວ​ ກໍ​ຍັງ​ນັບ​ເປັນ​ເງຶ່​ອນ​ໄຂ
ສໍາຄັນ​ທີ່​ຈະ​ເຮັດໃຫ້​ປະຊາຊົນ​ລາວ​ມີ​ຄວາມ
ສ່ຽງ​ຢ່າງ​ສູງ ​ທີ່ຈະ​ຕິດ​ເຊື້ອ​ໂຣກດັ່ງກ່າວ​ນີ້ຫລາຍ​ຂື້ນນັບ​ມື້​ອີກ​ດ້ວຍ ໂດຍສະເພາະແມ່ນການ
ຕິດເຊື້ອ ຈາກການມີເພດສໍາພັນ ທີ່​ບໍ່​ມີການ​ປ້ອງ​ກັນ​ທີ່​ດີ,

ທັງ​ນີ້ກຸ່ມ​ປະຊາກອນ​ລາວ​ ​ທີ່​ມີ​ຄວາມ​ສຸ່ມ​ສ່ຽງຕໍ່ການຕິດ​ເຊື້ອໂຣກ HIV-AIDS ຫລາຍ​ທີ່​ສຸດ,
ກໍ​ຄື​ກຸ່ມ​ແມ່ຍິງ​ທີ່ປະກອບ​ອາຊີບຢູ່​ໃນ​ພາກ​ບໍລິການ, ກຸ່ມ​ແຮງ​ງານ​ເຄື່ອນຍ້າຍ, ກຸ່ມ​ທີ່​ຊົ​ມໃຊ້​ຢາ
ເສບຕິດ, ກຸ່ມ​ແຮງງານ​ອຸດສາຫະກໍາ, ກຸ່ມ​ນັກຮຽນ​ນັກ​ສຶກສາ​ທີ່ຢູ່​ຕາມ​ຫໍ​ພັກ ​ແລະ​ກຸ່ມຮັກ
ຮ່ວມ​ເພດຕາມລໍາດັບ.

ຍິ່ງໄປກວ່ານັ້ນ, ກໍຍັງປະກົດດ້ວຍວ່າໃນຈໍານວນຜູ້ຕິດເຊື້ອທັງໝົດດັ່ງກ່າວກໍມີເດັກນ້ອຍລວມ
ຢູ່ນໍາເກືອບ 200 ຄົນ ແລະມີຄູ່ຜົວ-ເມຍເຖິງ 744 ຄູ່ທີ່ຕິດເຊື້ອຍ້ອນການມີເພດສໍາພັນ
ໂດຍບໍ່ປ້ອງກັນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ມີຄວາມສ່ຽງຫຼາຍຂຶ້ນທີ່ເຊື້ອ HIV-AIDS ຈະຕິດຕໍ່
ໄປເຖິງລູກໄດ້ ຈຶ່ງເຮັດໃຫ້ມີຄວາມຈໍາເປັນ ທີ່ຈະຕ້ອງດໍາເນີນໂຄງການໂຄສະນາເຜີຍແຜ່ເພື່ອ
ປ້ອງກັນບັນຫາດັ່ງກ່າວນີ້ຢ່າງຮີບດ່ວນ ດັ່ງທີ່ເຈົ້າໜ້າ ທີ່ລາວໄດ້​ໃຫ້ການ​ຊີ້​ແຈງ​ໃນ​ຕອນ​ວ່າ:

ເປົ້າໝາຍຫຼັກຂອງເຮົາກໍຄືການກວດເລືອດເພື່ອເຮັດແນວໃດໃນການຊອກຫາ
ເຊື້ອ HIV ໃນກຸ່ມແມ່ມານ
ໃຫ້ໄດ້ປະສິດທິພາບ ແລະປະສິດທິຜົນ ເພື່ອຫລີກ ເວັ້ນອັດຕາການຕິດເຊື້ອໃໝ່ໃນກໍລະນີ ເດັກນ້ອຍເກີດໃໝ່ຫັ້ນ. ສໍາລັບຈໍານວນ ຜູ້ເສຍຊີວິດນີ້ແມ່ນເປັນຈໍານວນລວມ ໃນທົ່ວປະເທດພັນກວ່າ ຄົນເພາະວ່າ ອັດຕາການ ຕິດເຊື້ອໃນທົ່ວປະເທດແມ່ນປະຈຸບັນສີ່ພັນກວ່າຄົນ.

ລາຍ​ງານ​ຂອງ​ກະຊວງ​ສາທາລະນະ​ສຸກລາວ​ໄດ້​ລະບຸ​ວ່າ​ສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ຄົນ​ລາວ​ຕິດ​ເຊື້​ອໂຣກ HIV-AIDS ຫລາຍ​ຂຶ້ນ​ທີ່ສຸດ​ນັ້ນ ກໍ​ຄື​ການ​ມີ​ເພດ​ສໍາພັນ​ໂດຍ​ບໍ່​ມີ​ການ​ປ້ອງ​ກັນ​ດ້ວຍ​ຖົງ​ຢາງ​ອະນາ​ໄມ ​ໂດຍ​ສະ​ເພາະ​ແມ່ນ​ການ​ຕິດ​ເຊື້ອ​ໃນ​ກຸ່ມ​ຜູ້ຍິງ​ທີີ່ຂາຍ​ບໍລິການ​ທາງ​ເພດ ​ແລະ​ໃນ​ກຸ່ມ​ທີ່​ຮັກ​ຮ່ວມ​ເພດ​ດຽວ​ກັນ​ນັ້ນ ກໍ​ຍັງ​ນັບ​ເປັນ​ພາຫະນະ​ທີ່​ເຮັດ​ໃຫ້​ມີ​ການ​ແຜ່ ລະບາດ​ຂອງ​ເຊື້ອ​ໂຣກຢ່າງ​ໄວວາ​ອີກ​ດ້ວຍ.

ນອກຈາກ​ນັ້ນ ກຸ່ມ​ແຮງ​ງານ​ລາວ​ທີ່​ໄດ້​ພາກັນ​ລັກ​ລອບ​ທໍາ​ງານ​ໂດຍ​ຜິດ​ກົດໝາຍ​ຢູ່ໃນ​ປະ​ເທດ​ເພື່ອນ​ບ້ານ​ ກໍ​ນັບ​ເປັນ​ອີກ​ກຸ່ມ​ ​ທີ່​ມີ​ຄວາມ​ສ່ຽງ​ຢ່າງ​ສູງ​ທັງ​ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ເຊື້ອ ​ແລະ​ຜູ້ນໍາ​ເອົາ​ເຊື້ອ​ໂຣກໄປ​ຕິດ​ຕໍ່​ເຖິງຄົນ​ຮັກ ​ໂດຍ​ສະ​ເພາະ​ແມ່ນ​ກຸ່ມ​ແຮງ​ງານ​ລາວ​ເພດ​ຍິງ​ທີ່​ລັກ ລອບ​ທໍາ​ງານ​ຢູ່​ໃນໄທ ໂດຍຜິດກົດໝາຍ​ນັ້ນ ​ກໍ​ຍັງ​ມີ​ໂອກາດ​ທີ່​ຈະ​ຖືກ​ບັງຄັບ​ໃຫ້ຕ້ອງ​ຂາຍ​ບໍລິການ​ທາງ​ເພດ​ໂດຍ​ຂາດ​ການ​ປ້ອງ​ກັນ​ຕົນ​ເອງ​ອີກ​ດ້ວຍ.

XS
SM
MD
LG