ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນໍາຢູໂຣບແລະເອເຊຍ ປະຊຸມສຸດຍອດກັນ ຢູ່ວຽງຈັນ


ກອງປະຊຸມສຸດຍອດ ເອເຊຍ-ຢູໂຣບ ຄັ້ງທີ 9 ທີ່ນະຄອນ
ຫລວງວຽງຈັນ
ກອງປະຊຸມສຸດຍອດ ເອເຊຍ-ຢູໂຣບ ຄັ້ງທີ 9 ທີ່ນະຄອນ ຫລວງວຽງຈັນ
ກອງປະຊຸມສຸດຍອດ ເອເຊຍ-ຢູໂຣບ ຄັ້ງທີ 9 ໄຂຂຶ້ນໃນວັນຈັນ
ມື້ນີ້ ຢູ່ນະຄອນຫລວງວຽງຈັນ ຂອງ ສປປ ລາວ ໂດຍມີຄະນະຜູ້
ແທນຂັ້ນສູງ ຂອງ 51 ປະເທດຈາກທັງສອງທະວີບ ມາປະກອບ
ສ່ວນເຮັດໃຫ້ກອງປະຊຸມຄັ້ງນີ້ ເປັນກອງປະຊຸມສາກົນໃນລະ
ດັບສູງແລະໃຫຍ່ທີ່ສຸດ ເທົ່າທີ່ ສປປ ລາວ ໄດ້ເປັນເຈົ້າພາບ
ຈັດຂື້ນ.

ສໍານັກງານຂ່າວສານປະເທດລາວ ລາຍງານວ່າ ຄະນະຜູ້ແທນ
ທີ່ໄດ້ ເລີ່ມທະຍອຍເດີນທາງໄປຮອດໃນວັນທີ 3 ພະຈິກ ແມ່ນມີ
ໂຮມທັງ ປະມຸກປະເທດ 14 ທ່ານ ຊຶ່ງໃນນັ້ນ 4 ທ່ານ ແມ່ນມາ
ເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາ
ເຊື້ອເຊີນຂອງ ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ
ຊຶ່ງໂຮມທັງນາຍົກ ລັດຖະມົນຕີສປ ຈີນ ທ່ານ ເຫວີນ ເຈ້ຍບາວ
ທີ່ໄດ້ເຂົ້າຢ້ຽມຄໍານັບທ່ານຈູມມະລີ ໃນວັນອາທິດວານນີ້. ໃນຕອນເຊົ້າມື້ດຽວກັນ ທ່ານ
ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ສປປ ລາວ ກັບທ່ານເຫວີນ ເຈ້ຍບາວ ໄດ້ໄປຮ່ວມ
ໃນພິທີຮັບ-ມອບ ຫໍປະຊຸມແຫ່ງຊາດ ທີ່ຈີນໄດ້ສ້າງໃຫ້ລ້າ ເພື່ອນໍາໃຊ້ໃນກອງປະຊຸມຄັ້ງນີ້.

ເລື້ອງການເສີມສ້າງຄວາມແຂງແຮງໃຫ້ແກ່ສາຍພົວພັນດ້ານເສດຖະ ກິດ ລະຫວ່າງເອເຊຍ
ແລະຢູໂຣບ ພ້ອມກັບເລື້ອງຄວາມໝັ້ນຄົງແລະສະເຖຍລະພາບຂອງຂົງເຂດ ແມ່ນຈະເປັນ
ຫົວຂໍ້ໃຫຍ່ຂອງກອງປະຊຸມສຸດຍອດອາເຊັມຄັ້ງນີ້ ຊຶ່ງມີຂຶ້ນຕໍ່ໜ້າສະພາບການເສດຖະກິດ
ຖົດຖອຍແລະໜີ້ສິນຈໍານວນມະຫາສານ ທີ່ຫລາຍໆປະເທດໃນຢູໂຣບກໍາລັງປະເຊີນຢູ່.

ທ່ານ Jose Manuel Barroso ປະທານສະຫະພາບຢູໂຣບ ກ່າວຢູ່ທີ່ບາງກອກ ໃນວັນ
ອາທິດວານນີ້ ວ່າເປົ້າໝາຍຂອງກອງປະຊຸມແມ່ນເພື່ອຫາສ້າງກໍ່ສ້າງສາຍພົວພັນດ້ານ
ເສດຖະກິດທີ່ເຂ້ມແຂງກ່ວາເກົ່າ ໃນການສົນທະນາຫາລືກັນ ຊຶ່ງຈະຮວມທັງເລື້ອງບັນຫາ
ທ້າທາຍຕ່າງໆທາງດ້ານສະເຖຍລະພາບ ແລະຄວາມໝັ້ນຄົງຂອງຂົງເຂດເອເຊຍນໍາ.

ທາງດ້ານເຈົ້າພາບນັ້ນ ກໍສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມສຸດຍອດເອເຊຍ-ຢູໂຣບ
ຈະປະສົບຄວາມສໍາເລັດໃນທຸກໆດ້ານ ອິງຕາມຊົງຣິດ ໂພນເງິນ ນັກຂ່າວຂອງເຮົາທີ່ລາຍ
ງານມາຈາກວຽງຈັນ:

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທາ​ນປະ​ເທດ​ລາວ ​ໄດ້​ສະ​ແດງຄວາມ​ເຊື່ອ​ໝັ້ນ​ໃນໂອກາດ​
ເປັນ​ປະທານ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ-ຢູ​ໂຣບ ASEM ຄັ້ງທີ 9 ຊຶ່ງ​ລັດຖະ
ບານລາວ​ເປັນ​ເຈົ້າພາບ​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 5 ພະຈິກ​ນີ້ ​ຢູ່​ນະຄອນ​ວຽງ​ຈັນ
ວ່າ ​ກອງ​ປະຊຸມຄັ້ງ​ນີ້​ຈະ​ໄດ້​ຮັບ​ຜົນ​ສໍາ​ເລັດ​ເປັນ​ຢ່າງ​ດີ​ໃນ​ທຸກໆ​ດ້ານ ກັບ​ທັງ​ຍັງ​ຈະ​ເປັນ​ໝາກ
ຜົນ​ທີ່​ນໍາ​ໄປ​ສູ່​ການ​ຮ່ວມ​ມື​ກັນ​ເພື່ອ​ການ​ພັດທະນາ​ຢ່າງ​ຍືນ​ຍົງ​ລະຫວ່າງ​ເອ​ເຊຍ​ກັບ​ຢູ​ໂຣບ
ທັງ​ໃນ​ປັດຈຸບັນ ​ແລະ​ອະ​ນາ​ຄົດ​ອີກດ້ວຍ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຢືນ​ຢັນ​ວ່າ:

ຂ້າພະເຈົ້າ​ເຊື່ອ​ໝັ້ນ​ວ່າການ​ປຶກສາ​ຫາ​ລືລະດັບ​ສູງ​ໃນ​ກອງ​ປະຊຸມ ASEM 9 ຄັ້ງ ນີ້​ຈະ​ປະສົບ​ຜົນ​ສໍາເລັດ​ຢ່າງ​ຈົບງາມ ​ແລະ​ບັນລຸ​ເປົ້າໝາຍ​ໃນ​ການ​ສົ່ງ​ເສີມ​ສັນຕິພາບ​ ການ​ຮ່ວມ​ມື ການ​ພັດທະນາ ​ໂດຍ​ປິ່ນ​ອ້ອມ​ຄໍາ​ຂວັນ​ຂອງ ​ກອງ​ປະຊຸມ​ສຸດ ຍອດ​ຄັ້ງ​ນີ້ ວ່າ​ເພື່ອນ​ມິດ ​ເພື່ອ​ສັນຕິພາບ ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ອຸດົມສົມບູນ​ພູນ​ສຸກ ​ໃນ​ໂອກາດ​ອັນ​ເປັນ​ເລີກ​ງາມ​ຍາມ​ດີ​ຄັ້ງ​ນີ້ ຂ້າພະ​ເຈົ້າຂໍ​ປະກາດ​ເປີດ​ກອງ​ປະຊຸມ ASEM ຄັ້ງ​ທີ່ 9 ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ເວລານີ້​ເປັນ​ຕົ້ນ​ໄປ.
XS
SM
MD
LG