ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ຈະຈັດກອງປະຊຸມ ສຸດຍອດ ອາຊຽນ ແຕ່ບໍ່ອະນຸຍາດ ໃຫ້ມີການຈັດ ກອງປະຊຸມ ພາກ ປະຊາຊົນ


ປະຊາຊົນເດີນຂະບວນປະທ້ວງ ກອງປະຊຸມສັງຄົມພົນ
ລະເຮືອນ ອາຊຽນ ແລະ ກອງປະຊຸມປະຊາຊົນ ອາຊຽນ.
ປະຊາຊົນເດີນຂະບວນປະທ້ວງ ກອງປະຊຸມສັງຄົມພົນ ລະເຮືອນ ອາຊຽນ ແລະ ກອງປະຊຸມປະຊາຊົນ ອາຊຽນ.

ລັດຖະບານ ລາວ ຈະຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 ແລະ 29 ໃນວັນທີ 6 ຫາ 8 ກັນຍານີ້ທີ່ນະຄອນຫຼວງວຽງຈັນ ຫາກແຕ່ຈະບໍ່ອານຸຍາດໃຫ້ມີການຈັດກອງປະຊຸມ ພາກ ປະຊາຊົນແຕ່ຢ່າງໃດ.

ທ່ານ ວິຣະສັດ ແກ້ວປະດິດ ນັກພັກທະນາທາງສັງຄົມຂອງ Earth Right School Mekong ຊຶ່ງເປັນອົງການບໍ່ຂຶ້ນກັບລັດຖະບານໃນ ອາຊຽນ ໄດ້ໃຫ້ການຢືນຢັນວ່າ ລັດ ຖະບານ ລາວ ໃນຖານະເປັນປະທານວຽນຂອງ ອາຊຽນ ຊຶ່ງຈະເປັນເຈົ້າພາບຈັດກອງປະ ຊຸມສຸດຍອດ ອາຊຽນ ຄັ້ງທີ 28 ແລະ 29 ໃນວັນທີ 6 ຫາ 8 ກັນຍາ 2016 ນີ້ທີ່ນະຄອນ ຫຼວງວຽງຈັນ ຈະບໍ່ອານຸຍາດໃຫ້ມີການຈັດກອງປະຊຸມຂອງພາກປະຊາຊົນຂຶ້ນໃນ ລາວ ໃນໂອກາດກອງປະຊຸມສຸດຍອດ ອາຊຽນ ທັງ 2 ຄັ້ງແຕ່ຢ່າງໃດ.

ທັງນີ້ ທາງການ ລາວ ໄດ້ໃຫ້ເຫດຜົນ ກ່ຽວກັບ ຄວາມບໍ່ພ້ອມທັງໃນດ້ານງົບປະມານ, ບຸກ ຄະລາກອນ ແລະ ສະຖານທີ່ ລວມທັງບໍ່ຕ້ອງການໃຫ້ມີຄວາມວຸ້ນວາຍໃນ ລາວ ດ້ວຍ ຫາກແຕ່ການຕັດສິນໃຈດັ່ງກ່າວຂອງທາງການ ລາວ ກໍນັບເປັນການຈຳກັດສິດເສລີພາບ ຂອງພາກປະຊາສັງຄົມ ອາຊຽນ ກໍຄືພາກປະຊາຊົນທີ່ມີິດຈະສະແດງການຮຽນຮ້ອງຕ່າງໆ ເພື່ອຈະປົກປ້ອງສິດທິຂອງພວກຕົນຕາມທີ່ກຳນົດໄວ້ໃນກົດບັດ ອາຊຽນ (ASEAN Charter) ຊຶ່ງລວມເຖິງສິດທິທາງການເມືອງດ້ວຍ ດັ່ງທີ່ທ່ານ ວິຣະສັດ ໄດ້ໃຫ້ການອະ ທິບາຍວ່າ.

"ລາວ ເປັນປະທານ ອາຊຽນ ແລ້ວປະກາດອອກມາແລ້ວວ່າຈະບໍ່ມີ ASEAN People's Forum ຊຶ່ງເປັນເວທີດຽວທີ່ພາກປະຊາຊົນໃນ ອາຊຽນ ຈະໄປລົມກັນແລ້ວ ເຮັດການ Action ຫຍັງນຳກັນ ລາວ ບອກວ່າໂອ໊ຍ ເຮົາບໍ່ມີເງິນ ເຂົາບໍຢາກໃຫ້ຄົນເຂົ້າ ໄປວຸ້ນ ວາຍຫຼາຍ ຢາກຈະຈຳກັດການເຂົ້າໄປເຮັດຫຍັງ ສິ່ງທີ່ເກີດຂຶ້ນເທື່ອນີ້ມັນສະ ທ້ອນວ່າ ການຄວບ ຄຸມການເມືອງໃນ ລາວ ມັນບໍ່ແມ່ນສະເພາະໃນ ລາວ ມັນຄວບ ຄຸມພື້ນທີ່ ຂອງປະຊາສັງ ຄົມໃນພູມີພາກທັງໝົດດ້ວຍ ໃນບົດບາດທີ່ ລາວ ເປັນຢູ່ໃນປີ 2016 ນິ້."

ກ່ອນໜ້ານີ້ ກະຊວງປ້ອງກັນຄວາມສະຫງົບພາຍໃນຂອງ ລາວ ໄດ້ຈັບກຸມເຍົາວະຊົນ ລາວ 3 ຄົນ ດ້ວຍຂໍ້ຫາຮ່ວມກັນກະທຳຄວາມຜິດດ້ວຍການນຳໃຊ້ສື່ສັງຄົມ Facebook ໄປໃນທາງ ທີ່ເປັນການບິດເບືອນຂໍ້ມູນຂ່າວສານເພື່ອບ່ອນທຳລາຍອຳນາດການນຳຂອງ ພັກປະຊາ ຊົນປະຕິວັດ ລາວ ໂດຍພັນເອກ ຄຳແກ້ວ ມະໂນລາ ຫົວໜ້າກົມຕຳຫຼວດສືບ ສວນສອບສວນ ໄດ້ຖະແຫຼງຢືນຢັນວ່າ ການກະທຳຜິດດັ່ງກ່າວເກີດຈາກການຍຸແຍ່ ໂດຍ ກຸ່ມຄົນບໍ່ດີ ໃນຕ່າງປະເທດ ທີ່ຕ້ອງການສ້າງສະຖານະການເພື່ອກໍ່ກວນກອງປະຊຸມສຸດ ຍອດ ອາຊຽນ ທີ່ນະຄອນຫຼວງວຽງຈັນ.

ແຕ່ຢ່າງໃດກໍຕາມ ທາງການ ລາວ ກໍຢືນຢັນວ່າພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດ ລາວ ໃນໄລຍະກວ່າ 40 ປີມານີ້ໄດ້ເຮັດໃຫ້ ລາວ ມີສະຖຽນລະພາບທາງການ ເມືອງ ແລະ ປະເທດຊາດກໍມີຄວາມໝັ້ນຄົງຫຼາຍທີ່ສຸດໃນປະຫວັດສາດ ລາວ ອີກດ້ວຍ.

ທັງນີ້ໂດຍໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 4 ຄະນະພັກກະຊວງປ້ອງກັນປະເທດໄດ້ ມີມະຕິໃຫ້ເພີ່ມທະວີການສຶກສາອົບຮົມການເມືອງ ແນວຄິດໃຫ້ນາຍ ແລະ ພົນທະຫານ ເພື່ອເຮັດໃຫ້ເຂົ້າເຈົ້າກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ມີສະຕິລະວັງຕົວ ແລະ ກຽມພ້ອມທຸກໆດ້ານເຂົ້າໃນການຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງແຫ່ງຊາດໃຫ້ໄດ້ຢ່າງແຂງແຮງ ດ້ວຍການສ້າງກຳລັງທະຫານໃຫ້ມີຄວາມຮູ້ ຄວາມຊຳນານດ້ານວິຊາການສະເພາະ ແລະ ປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໄສ, ໜັກແໜ້ນ, ເຂັ້ມແຂງ, ມີແບບແຜນ, ວິທີການນຳທີ່ເປັນວິທະຍາສາດ ແລະ ແທດເໝາະ ກັບສະພາບຕົວຈິງ ຊຶ່ງລວມເຖິງການປາບປາມກຸ່ມຄົນບໍ່ດີດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງພາຍໃນພັກປະຊາຊົນປະຕິວັດ ລາວ ໃຫ້ການຢືນຢັນວ່າສູນ ກາງພັກມີຄຳສັ່ງໃຫ້ທຸກພາກສ່ວນເພີ່ມມາດຕະການເຂັ້ມງວດເຂົ້າ ໃນການຮັກສາຄວາມ ສະຫງົບ ຮຽບຮ້ອຍພາຍໃນປະເທດ ແລະ ໃຫ້ຕິດຕາມທຸກໆການເຄື່ອນໄຫວໃນສັງຄົມ ຢ່າງໃກ້ຊິດ ເພື່ອຮັບປະກັນໃຫ້ໄດ້ທັງ 100 ເປີເຊັນ ວ່າຈະບໍ່ມີໄພຄຸກຄາມຕໍ່ຄວາມໝັ້ນຄົງ ແລະ ສະຖຽນລະພາບທາງການເມືອງເກີດຂຶ້ນໃນ ລາວ ນັ້ນເອງ.

ນອກຈາກນີ້ ກໍມີລາຍງານວ່າ ກະຊວງປ້ອງກັນຄວາມສະຫງົບພາຍໃນ ໄດ້ມີຄຳສັ່ງໄປເຖິງ ພາກສ່ວນທີ່ຮັບຜິດຊອບການປ້ອງກັນຄວາມສະຫງົບຮຽບຮ້ອຍ ລະດັບທ້ອງຖິ່ນທັງຂັ້ນ ແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານໃນທົ່ວປະເທດ ເພື່ອໃຫ້ເພີ່ມມາດຕະການເຂັ້ມງວດເຂົ້າ ໃນການກວດກາທຸກການເຄື່ອນໄຫວໃນສັງຄົມ ຫຼາຍຂຶ້ນເປັນພິເສດໃນໄລຍະນີ້ ແລະ ໃຫ້ດຳເນີນມາດຕະການດັ່ງກ່າວນີ້ຕໍ່ເນື່ອງໄປຈົນເຖິງທ້າຍປີ 2016 ທີ່ລັດຖະບານ ລາວ ຈະຕ້ອງເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ອາຊຽນ ດັ່ງກ່າວ.

XS
SM
MD
LG