ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳລາວ ແລະສະຫະລັດ ຢືນຢັນ ທີ່ຈະສືບຕໍ່ ການຮ່ວມມື ຊອກຫາ MIA


ພະນະທ່ານຈູມມະລີ ໄຊຍະສອນ ປະທານ
ປະເທດລາວ ພ້ອມດ້ວຍພັນລະຍາ ໄດ້ພົບປະ ກັບທ່ານບາຣັກ ໂອບາມາ ປະທານາທິບໍດີ ຂອງສະຫະລັດ ອາເມຣິກາ ໃນລະຫວ່າງ ກອງປະຊຸມໃຫຍ່ ສະຫະປະຊາຊາດ ປະຈຳປີ 2015 ທີ່ນະຄອນນິວຢອກ ປະເທດສະຫະລັດອາເມຣິກາ.
ພະນະທ່ານຈູມມະລີ ໄຊຍະສອນ ປະທານ ປະເທດລາວ ພ້ອມດ້ວຍພັນລະຍາ ໄດ້ພົບປະ ກັບທ່ານບາຣັກ ໂອບາມາ ປະທານາທິບໍດີ ຂອງສະຫະລັດ ອາເມຣິກາ ໃນລະຫວ່າງ ກອງປະຊຸມໃຫຍ່ ສະຫະປະຊາຊາດ ປະຈຳປີ 2015 ທີ່ນະຄອນນິວຢອກ ປະເທດສະຫະລັດອາເມຣິກາ.

ຜູ້ນຳລາວ ແລະສະຫະລັດ ຢືນຢັນທີ່ຈະສືບຕໍ່ ການຮ່ວມມືກັນ
ເຂົ້າໃນການຊອກຫາ ຊາກກະດູກ ແລະສິ່ງເສດເຫຼືອ ຂອງ
ທະຫານອາເມຣິກັນ ທີ່ຫາຍສາບສູນໃນປາງສົງຄາມອິນໂດຈີນ
ຢູ່ໃນລາວອີກ 306 ກໍລະນີ.

ການຢືນຢັນທີ່ຈະສືບຕໍ່ໃຫ້ການຮ່ວມມືກັບສະຫະລັດ ອາເມຣິກາເຂົ້າໃນການຊອກຫາ
ຊາກກະດູກ ແລະສິ່ງເສດເຫຼືອຂອງທະຫານອາເມຣິກັນ ທີ່ຫາຍສາບສູນໃນປາງສົງຄາມ
ອິນໂດຈີນ ຫຼື MIA ຢູ່ໃນລາວໄດ້ມີຂຶ້ນ ໃນໂອກາດທີ່ ທ່ານຈູມມະລີ ໄຊຍະສອນ ປະທານ
ປະເທດລາວ ໄດ້ພົບປະກັບທ່ານບາຣັກ ໂອບາມາ ປະທານາທິບໍດີ ຂອງສະຫະລັດ
ອາເມຣິກາ ໃນລະຫວ່າງກອງປະຊຸມໃຫຍ່ ສະຫະປະຊາຊາດ ປະຈຳປີ 2015 ທີ່ນະຄອນ
ນິວຢອກ ປະເທດສະຫະລັດອາເມຣິກາ.

ການຢືນຢັນຂອງຜູ້ນຳປະເທດທັງສອງ ໃນຄັ້ງນີ້ ຖືເປັນກໍລະນີທີ່ຕໍ່ເນື່ອງ ຈາກການທີ່
ທ່ານນາງ Ann Mills-Griffiths ປະທານຄະນະກຳມະການສັນນິບາດແຫ່ງຊາດ ຂອງ
ບັນດາຄອບຄົວ ຊະເລີຍເສິກ ແລະທະຫານອາເມຣິກັນ ທີ່ຫາຍສາບສູນໄປໃນປາງສົງຄາມ
ໃນເອເຊຍຕາເວັນອອກສຽງໃຕ້ ທີ່ໄດ້ເດີນທາງຢ້ຽມຢາມປະເທດລາວ ຢ່າງເປັນທາງການ
ເມື່ອບໍ່ນານມານີ້.

ຊາກກະດູກ ແລະສິ່ງເສດເຫຼືອ ຂອງທະຫານອາເມຣິກັນ ທີ່ຫາຍສາບສູນ ໃນປາງສົງຄາມ ອິນໂດຈີນ ຫຼື MIA ຢູ່ໃນລາວ ໄດ້ຖືກນຳສົ່ງກັບຄືນ ປະເທດຢ່າງເປັນທາງການ.
ຊາກກະດູກ ແລະສິ່ງເສດເຫຼືອ ຂອງທະຫານອາເມຣິກັນ ທີ່ຫາຍສາບສູນ ໃນປາງສົງຄາມ ອິນໂດຈີນ ຫຼື MIA ຢູ່ໃນລາວ ໄດ້ຖືກນຳສົ່ງກັບຄືນ ປະເທດຢ່າງເປັນທາງການ.

ໂດຍຄະນະຂອງທ່ານນາງ Griffiths ໄດ້ພົບປະເຈລະຈາກັບ
ຄະນະ ຂອງທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ
ແລະລັດຖະມົນຕີວ່າການຕ່າງປະເທດ, ທ່ານພົງສະຫວັດ
ບຸບຜາ ລັດຖະມົນຕີ ປະຈຳສຳນັກງານ ປະທານປະເທດ,
ທ່ານຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ
ແລະໂທລະຄົມມະນາຄົມ ແລະພົນ​ໂທ ຈັນ​ສະໝອນ ຈັນ​ຍະ​ລາດ
ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ປ້ອງ​ກັນ​ປະ​ເທດ ທັງ​ຍັງ​
ເດີນທາງ​ໄປ​ກວດ​ກາ​ພື້ນ​ທີ່​ປະຕິບັດ​ງານສຳຫຼວດ ​ເພື່ອຊອກ​ຫາ
​ກະດູກ ​ແລະ​ສິ່ງ​ເສດ​ເຫຼືອຂອງ MIA ຢູ່​ໃນ​ເຂດ​ເມືອງ​ເຊ​ໂປນ ​
ແລະ​ເມືອງ​ວີລະ​ບູລີ ​ແ​ຂວງ​ສະຫວັນ​ນະ​ເຂດ​ດີກ​ດ້ວຍ.

ທັງ​ນີ້ ​ໂດຍ​ທາງ​ການ​ລາວ​ໄດ້​ອະນຸຍາດ​ໃຫ້​ຄະນະ​ສຳຫຼວດ ຂອງ​ສະຫະລັດ ສາມາດ​ນຳ​ໃຊ້​
ຍານພາຫະນະ ​ເພື່ອ​ຂົນ​ສົ່ງ​ເຄື່ອງມື ​ແລະ​ອຸປະກອນ​ຕ່າງໆ ​ໄປ​ພື້ນ​ທີ່​ເປົ້າໝາຍ ທັງ​ຍັງ​
ອະນຸຍາດ​ໃຫ້​ຄະນະ​ສຳຫຼວດຂອງ​ສະຫະລັດ ສາມາດ​ຕັ້ງຄ້າຍ​ພັກ ຢູ່​ໃນ​ບໍລິ​ເວນ ທີ່​ທຳການ
​ຂຸດ​ຄົ້ນ ​ໄດ້​ເປັນຄັ້ງທຳ​ອິດ​ນັບ​ແຕ່​ປີ 2014 ​ເປັນຕົ້ນມາ ດ້ວຍ​ເຫດ​ນີ້ ຈຶງຖື​ເປັນ​ບາດກ້າວໃໝ່
ຂອງ​ການ​ຮ່ວມ​ມື​ໃນ​ການຄົ້ນຫາ MIA ຂອງ​ສະຫະລັດ ຢູ່​ໃນ​ລາວ.

ທາງ​ການ​ລາວ ​ແລະສະຫະລັດ ​ໄດ້​ເລີ້ມ​ການ​ຮ່ວມ​ມື ​ໃນ​ການ​ຊອກ​ຫາ MIA ຢູ່​ໃນ​ລາວ
ນັບ​ຕັ້ງ​ແຕ່​ປີ 1982 ​ເປັນຕົ້ນມາ ​ແລະ​ໃນ​ປັດຈຸບັນ ​ໄດ້​ຄົ້ນພົບ​ແລ້​ວ 269 ກໍລະນີ​ຈາກ​ທັງໝົດ
575 ກໍລະນີ ຈຶ່ງ​ຍັງ​ເຫຼືອ 306 ກໍລະນີ ທີ່​ທາງ​ການ​ທັງ​ສອງ​ຝ່າຍ ຈະ​ຮ່ວມ​ກັນ​ສຳຫຼວດ ​ແລະ​
ຊອກ​ຫາ​ຕໍ່​ໄປ ​ໂດຍ​ຈະ​ຕ້ອງ​ໃຊ້​ລະ​ຍະ​ເວລາ​ອີກ​ຍາວ​ນານ​ເທົ່າ​ໃດ​ນັ້ນ ບໍ່​ສາມາດ​ກຳ​ນົດ​
ໄດ້​ເລີຍ ຈົນ​ເຖິງ​ທຸກ​ມື້​ນີ້.

ການ​ຊອກ​ຫາ MIA ຢູ່​ໃນ​ລາວ​ຖື​ເປັນ 1 ​ໃນ 5 ​ໂຄງການ​ທີ່​ທາ​ງການສະຫະລັດ ​ໃຫ້​ຄວາມ​
ສຳຄັນ​ເປັນ​ພິ​ເສດ ທີ່​ຈະ​ເສີມ​ສ້າງ​ຄວາມ​ຮ່ວມ​ມື​ກັບ​ທາງ​ການ​ລາວ ສ່ວນ​ອີກ 4 ​ໂຄງການ​
ທີ່​ເຫຼືອນັ້ນ ກໍ​ຄື​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ (UXO) ທີ່​ຕົກ​ຄ້າງ​ໃນ​ລາວ ການ​ພັດທະນາ​
ລະບົບ​ກົດໝາຍ ​ແລະ​ສິດທິ​ມະນຸດ​ຊົນ ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ​ຊີວະ​
ນານາ​ພັນ ການ​ເສີມ​ຂະ​ຫຍາ​ຍມູນ​ຄ່າ ການ​ຄ້າ ​ແລະ​ການ​ລົງທຶນ​ດັ່ງ​ທີ່​ທ່ານ Daniel
Clune ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ ສປປ ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ທ່ານ Daniel Clune ​Quotation

ໂດຍ​ກ່ອນ​ໜ້າ​ນີ້ ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ​ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ ​
ໃນ​ການ​ສຶກສາ​ອົບຮົມ ​ເພື່ອ​ການ​ປ້ອງ​ກັນ​ໄພ​ອັນຕະລາຍ ຈາກ​ລະ​ເບີ​ດ UXO ສຳ​
ຫລັບ​ນັກຮຽນ ​ໃນ​ພື້ນ​ທີ່ 15 ​ເມືອງ​ ໃນ​ເຂດ 9 ​ແຂວງ ທີ່​ມີ​ລະ​ເບີດ UXO ຕົກ​ຄ້າງ​ຢູ່​
ຢ່າງ​ໜາ​ແໜ້ນ ​ເຊັ່ນ​ເມືອງ​ນ້ຳບາກ ​ໃນ​ແຂວງ​ຫລວງ​ພະ​ບາງ ​ເມືອງ​ຢ້ຽມ ​ແລະ​ເມືອງ​
ວຽງ​ໄຊ ​ໃນ​ແຂວງ​ຫົວພັນ ​ເມືອງ​ຄຳ ​ແ​ລະ​ເມືອງ​ໜອງ​ແຮດ ​ໃນ​ເຂດ​ແຂວງຊຽງຂວາງ
ສ່ວນ​ອີກ 10 ​ເມືອງ​ ທີ່​ເຫຼືອກໍ​ຢູ່​ໃນ​ແຂວງ​ຄຳ​ມ່ວນ ສະຫວັນ​ນະ​ເຂດ ສາລະ​ວັນ ​ເຊ​ກອງ ອັດ​ຕະປື ​ແລະ​ຈຳປາ​ສັກ.

ທາງ​ການ​ສະຫະລັດ ​ໄດ້​ເລີ້ມ​ໃຫ້ການ​ຊ່ວຍ​ເຫຼືອ ​ແກ່​ທາງ​ການ​ລາວ ​ໃນ​ໂຄງການ​ດັ່ງກ່າວ​ນີ້
ນັບ​ແຕ່​ປີ 1996 ​ເປັນຕົ້ນມາ ພາຍ​ໃຕ້​ເປົ້າໝາຍ​ເພື່ອ​ລົດ​ຈຳນວນ ຜູ້​ທີ່​ໄດ້​ຮັບ​ເຄາະ ຈາກ​
ລະ​ເບີດ UXO ​ໃຫ້​ໜ້ອຍລົງ ​ໂດຍ​ທີ່​ຜ່ານ​ມາ ກໍ​ປາກົດ​ວ່າ ​ໄດ້​ໃຫ້ການ​ສຶກສາ​ອົບຮົມ ​ແກ່​
ນັກຮຽນ ​ໃນ​ລາວ ​ໄດ້​ແລ້ວຫຼາຍກວ່າ 228,000 ຄົນ ​ແລະ ​ໃນ​ຂະນະ​ດຽວ​ກັນ ກໍ​ມີ ​ຄູ-
ອາຈານ ຫຼາຍກວ່າ 9,000 ຄົນ ທີ່​ໄດ້​ຜ່ານ​ການ​ເຝິກອົບຮົມ ຄວາມ​ຮູ້​ກ່ຽວ​ກັບ​ການ​ປ້ອງ​ກັນ​
ໄພ​ອັນຕະລາຍ ຈາກ​ລະ​ເບີດ UXO ດັ່ງກ່າວ.

XS
SM
MD
LG