ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວແລະໄທ ຕົກລົງ ທີ່ຈະສ້າງ ຂົວມິດຕະພາບ ຂ້າມແມ່ນ້ຳຂອງ ເພີ້ມຂຶ້ນອີກ 2 ແຫ່ງ


ຂົວມິດຕະພາບແຫ່ງທຳອິດ ທີ່ເຊື່ອມຕໍ່ນະຄອນຫລວງວຽງຈັນ ກັບໜອງຄາຍ ເປີດນຳໃຊ້ ຢ່າງເປັນທາງການ ເມື່ອປີ 1994.
ຂົວມິດຕະພາບແຫ່ງທຳອິດ ທີ່ເຊື່ອມຕໍ່ນະຄອນຫລວງວຽງຈັນ ກັບໜອງຄາຍ ເປີດນຳໃຊ້ ຢ່າງເປັນທາງການ ເມື່ອປີ 1994.

ທາງການລາວໄທຕົກລົງ ທີ່ຈະສ້າງຂົວມິດຕະພາບ ຂ້າມແມ່ນ້ຳ
ຂອງ ເພີ້ມຂຶ້ນອີກ 2 ແຫ່ງ ທີ່ເຊື່ອມຕໍ່ລະຫວ່າງແຂວງບໍລິຄຳໄຊ
ກັບຈັງຫວັດບຶງການ ແລະແຂວງສາລະວັນ ກັບ ຈັງຫວັດອຸບົນ.

ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຖະແຫລງ
ຢືນຢັນ ພາຍຫລັງສິ້ນສຸດການເດີນທາງຢ້ຽມຢາມ ສປປ ລາວ
ຢ່າງເປັນທາງການ ເມື່ອທ້າຍເດືອນພະຈິກທີ່ຜ່ານມານີ້ ວ່າ ທ່ານໄດ້ຕົກລົງໃນທາງຫລັກການຮ່ວມກັນກັບ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ
ລາວ ວ່າ ຈະຮ່ວມມືກັນດຳເນີນການກໍ່ສ້າງ ສະພານ ຫຼື ຂົວມິດຕະພາບ ຂ້າມແມ່ນ້ຳຂອງ
ເພີ້ມຂຶ້ນອີກ 2 ແຫ່ງ ທີ່ເຊື່ອມຕໍ່ລະຫວ່າງແຂວງບໍລິຄຳໄຊ ກັບຈັງຫວັດບຶງການ ແລະແຂວງ
ສາລະວັນ ກັບຈັງຫວັດອຸບົນຣາຊະທານີ.

ສຳຫລັບກ່ຽວກັບຮູບແບບ ຂອງການຮ່ວມມືນັ້ນ ພົນເອກປຣະຍຸດ ຢືນຢັນວ່າ ຈະເປັນການ
ອອກທຶນກໍ່ສ້າງຝ່າຍລະ 50 ເປີເຊັນ ຂອງມູນຄ່າການກໍ່ສ້າງທັງໝົດ ແລະ ລັດຖະບານໄທ ພ້ອມທີ່ຈະເປັນຝ່າຍອອກທຶນໃຫ້ກ່ອນ ໝາຍຄວາມວ່າ ທຶນກໍ່ສ້າງໃນສ່ວນ 50 ເປີເຊັນ ທີ່
ເປັນຄວາມຮັບຜິດຊອບ ຂອງລັດຖະບານລາວນັ້ນ ຈະຖືເປັນເງິນກູ້ລະຍະຍາວ ທີ່ລັດຖະ
ບານລາວ ຈະມີເວລາຊຳລະຄືນ ເຖິງ 30 ປີນັ້ນເອງ.

ລາວ-ໄທ ມີຂົວມິດຕະພາບແຫ່ງທຳອິດ ທີ່ເຊື່ອມຕໍ່ນະຄອນຫລວງວຽງຈັນ ກັບໜອງຄາຍ
ເມື່ອປີ 1994 ໂດຍເປັນການອອກທຶນຮ່ວມກັນ ລະຫວ່າງ ລັດຖະບານໄທ ກັບອອສເຕຣ
ເລຍ. ສ່ວນແຫ່ງທີ 2 ທີ່ ແຂວງສະຫວັນນະເຂດ ກັບຈັງຫວັດມຸກດາຫານ ກໍໄດ້ກໍ່ສ້າງແລ້ວ
ສຳເລັດ ໃນທ້າຍປີ 2006 ແລະ ເປີດໃຊ້ຢ່າງເປັນທາງການ ເມື່ອຕົ້ນປີ 2007 ໂດຍລັດຖະ
ບານລາວ ແລະ ໄທ ໄດ້ຮ່ວມກັນກູ້ຢືມເງິນທຶນ ສຳຫລັບນຳໃຊ້ໃນການກໍ່ສ້າງຈາກລັດຖະ
ບານຍີ່ປຸ່ນ ໃນມູນຄ່າລວມເຖິງ 84 ລ້ານດອນລາ. ສ່ວນແຫ່ງທີ 3 ທີ່ເຊື່ອມຕໍ່ລະຫວ່າງ
ແຂວງຄຳມ່ວນ ກັບຈັງຫວັດນະຄອນພະນົມນັ້ນ ກໍ່ສ້າງແລ້ວສຳເລັດແລະເປີດໃຊ້ຢ່າງເປັນ
ທາງການ ໃນທ້າຍປີ 2011 ເປັນຕົ້ນມານັ້ນ ກໍເປັນການອອກທຶນ ໂດຍລັດຖະບານໄທ.

ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເມື່ອທ້າຍເດືອນພະຈິກ ທີ່ຜ່ານ ມານີ້.
ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເມື່ອທ້າຍເດືອນພະຈິກ ທີ່ຜ່ານ ມານີ້.

ສຳຫລັບແຫ່ງທີ 4 ທີ່ເຊື່ອມຕໍ່ ລະຫວ່າງເມືອງຫ້ວຍຊາຍ ແຂວງ
ບໍ່ແກ້ວ ກັບອຳເພີຊຽງຂອງ ຈັງຫວັດຊຽງຣາຍ ທີ່ເປີດໃຊ້ນັບແຕ່
ເດືອນທັນວາ 2013 ເປັນຕົ້ນມານັ້ນ ກໍໄດ້ໃຊ້ເງິນທຶນກໍ່ສ້າງ
ຄິດເປັນມູນຄ່າລວມເກີນກວ່າ 48 ລ້ານດອນລາ ໂດຍ ລັດຖະ
ບານໄທກັບຈີນ ເປັນຜູ້ອອກເງິນທຶນຝ່າຍລະ 50 ເປີເຊັນ ໂດຍ
ຄາດຫວັງວ່າ ຈະປະກອບສ່ວນຢ່າງສຳຄັນ ເຂົ້າໃນການເຊື່ອມຕໍ່
ການຄົມມະນາຄົມຂົນສົ່ງ ຈາກມົນທົນຢູໜານຂອງຈີນ ຜ່ານ
ຖະໜົນເລກ 3 ໃນແຂວງຫລວງນ້ຳທາ ຕໍ່ໄປຈັງຫວັດຊຽງຣາຍ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວ ເຊື່ອວ່າ ການມີຂົວຂ້າມ
ແມ່ນ້ຳຂອງ ດັ່ງກ່າວນີ້ ຈະສົ່ງຜົນດີຕໍ່ການຂະຫຍາຍການຄ້າ ການລົງທຶນ ແລະ ການທ່ອງ
ທ່ຽວ ລະຫວ່າງ 3 ປະເທດ ທັງຍັງສາມາດເຊື່ອມຕໍ່ ໄປຍັງປະເທດສະມາຊິກ ໃນກຸ່ມອາຊ່ຽນ
ໄດ້ອີກດ້ວຍ ດັ່ງທີ່ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນຳຂົງເຂດ
ເສດຖະກິດການຜະລິດ ແລະການຈະລາຈອນ ຂອງລັດຖະບານລາວ ຢືນຢັນວ່າ:

“ຂົວມິດຕະພາບລາວໄທ ແຫ່ງທີ 4 ເປັນການຕອບສະໜອງ ກັບທ່າອຽງ ແຫ່ງ
ການສົ່ງເສີມການຮ່ວມມື ເພື່ອການພັດທະນາ ໃນພາກພື້ນອາຊີອາຄະເນ ໂດຍ
ສະເພາະຢ່າງຍິ່ງ ກໍແມ່ນເປັນສ່ວນສຳຄັນ ອັນໜຶ່ງຂອງໂຄງການ ເຊື່ອມໂຍງ
ອະນຸພາກພື້ນແມ່ນ້ຳຂອງ GMS ແລວເສດຖະກິດເໜືອຫາໃຕ້ ແລະ ການເຊື່ອມ
ໂຍງດ້ານຄົມມະນາຄົມ ລະຫວ່າງອາຊ່ຽນ ກັບ ສປ ຈີນ.”

ຂົວມິດຕະພາບ ແຫ່ງທີ 4 ທີ່ເຊື່ອມຕໍ່ ລະຫວ່າງເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ກັບອຳເພີຊຽງຂອງ ຈັງຫວັດຊຽງຣາຍ
ຂົວມິດຕະພາບ ແຫ່ງທີ 4 ທີ່ເຊື່ອມຕໍ່ ລະຫວ່າງເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ກັບອຳເພີຊຽງຂອງ ຈັງຫວັດຊຽງຣາຍ

ທາງດ້ານທ່ານຄຳບຸ້ນ ດ້ວງປັນຍາ ເຈົ້າແຂວງສາລະວັນ
ໄດ້ຖະແຫລງຢືນຢັນວ່າ ແຜນການກໍ່ສ້າງຂົວມິດຕະພາບ
ເຊື່ອມຕໍ່ລະຫວ່າງ ແຂວງສາລະວັນ ກັບຈັງຫວັດອຸບົນຣາຊະ
ທານີນັ້ນ ໄດ້ມີການສະເໜີຕໍ່ລັດຖະບານລາວແລະໄທ ເພື່ອ
ຂໍໃຫ້ພິຈາລະນາອະນຸມັດແຜນການໄປແລ້ວ ເມື່ອບໍ່ນານ
ມານີ້ ໂດຍຖ້າຫາກວ່າ ໄດ້ຮັບການສະໜັບສະໜຸນຈາກລັດ
ຖະບານລາວໄທ ໃນມໍ່ໆນີ້ ກໍຈະສາມາດເລີ້ມລົງມືກໍ່ສ້າງ
ໄດ້ໃນປີ 2015 ເພື່ອໃຫ້ແລ້ວສຳເລັດພາຍໃນປີ 2018.

ໂດຍຂົວຂ້າມແມ່ນ້ຳຂອງດັ່ງກ່າວນີ້ ຈະກໍ່ສ້າງຢູ່ທີ່ເຂດບ້ານ
ຫົວຕະພານ ເມືອງລະຄອນເພັງ ກັບອຳເພີປາກແຊງ ຈັງຫວັດອຸບົນ ຊຶ່ງຈາກການສຶກສາ
ຄວາມເປັນໄປໄດ້ໃນລະຍະຜ່ານມາ ກໍພົບວ່າ ການກໍ່ສ້າງຂົວຈະສົ່ງຜົນດີຕໍ່ການຄ້າ ແລະ
ທ່ອງທ່ຽວລະຫວ່າງ ລາວ ໄທ ແລະ ຫວຽດນາມ.

XS
SM
MD
LG