ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດລາວແລະຈີນ ສ້າງເຂື່ອນນໍ້າງື່ມ 5 ສໍາເລັດແລ້ວ


ເຂື່ອນນໍ້າງື່ມ 5 ທີ່ສ້າງຫາກໍສໍາເລັດ ໃນເດືອນທັນວາ 2012 ນີ້
ເຂື່ອນນໍ້າງື່ມ 5 ທີ່ສ້າງຫາກໍສໍາເລັດ ໃນເດືອນທັນວາ 2012 ນີ້
ລັດວິສາຫະກິດໄຟຟ້າລາວແລະກຸ່ມພະລັງງານໄຟຟ້າຈາກຈີນ
ສໍາເລັດການກໍ່ສ້າງເຂື່ອນນໍ້າງື່ມ 5 ແລະເລີ່ມການຜະລິດກະ
ແສໄຟຟ້າແລ້ວ ໂດຍເປັນສ່ວນນຶ່ງໃນແຜນການເປັນໝໍ້ໄຟ
ເອເຊຍຂອງລາວ.

ພິທີເປີດແລະເລີ່ມການຜະລິດກະແສໄຟຟ້າຂອງໂຄງການເຂື່ອນ
ນໍ້າງື່ມ 5 ທີ່ຕັ້ງຢູ່ເຂດແຂວງຫຼວງພະຍາງແລະຊຽງຂວາງ ໄດ້ມີຂຶ້ນ ຢ່າງເປັນທາງການໃນວັນທີ່ 9 ທັນວາທີ່ຜ່ານມານີ້ໂດຍມີທ່ານ
ຈູມມາລີ ໄຊຍະສອນ ປະທານປະເທດລາວ ແລະທ່ານສົມສະ
ຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານ
ດ້ານເສດຖະກິດຂອງລັດຖະບານລາວ ໃຫ້ກຽດເຂົ້າຮ່ວມໃນ
ພິທີດ້ວຍ.

ໂຄງການເຂື່ອນນໍ້າງື່ມ 5 ນີ້ເປັນການຮ່ວມລົງທຶນລະຫວ່າງລັດວິສາຫະກິດໄຟຟ້າລາວ (EDL) ກັບກຸ່ມບໍລິສັດພະລັງງານໄຟຟ້ານໍ້າຕົກຈາກປະເທດຈີນ ຫຼື Sino-Hydropower
Corporation ດ້ວຍສັດສ່ວນຂອງການຮ່ວມທຶນ 15% ຕໍ່ 85% ຕາມລໍາດັບຂອງມູນຄ່າ ການລົງທຶນ ລວມ 200 ລ້ານໂດລາ ແລະມີໄລຍະ ສໍາປະທານເປັນເວລາ 25 ​ປີນີ້ ບໍ່ນັບ ລວມໄລຍະຂອງການກໍ່ສ້າງແຕ່ຢ່າງໃດ ແລະເມື່ອຄົບກໍານົດດັ່ງກ່າວແລ້ວນັ້ນ ໂຄງການ ກໍຈະຖືກໂອນໄປເປັນຊັບສິນຂອງລັດຖະບານລາວທັງໝົດໃນທັນທີ.

ໂຄງການເຂື່ອນນໍ້າງື່ມ 5 ມີຂະໜາດການຕິດຕັ້ງພະລັງງານ 120 ເມກກະວັດ ຊຶ່ງສາມາດ ຜະລິດກະແສໄຟຟ້າໄດ້ໃນປະລິມານລວມທັງໝົດ 507 ລ້ານກິໂລວັດ/ໂມງຕໍ່ປີ ໂດຍ ເຊື່ອມຕໍ່ເຂົ້າກັບລະບົບໄຟຟ້າຂອງ EDL ສໍາລັບຕອບສະໜອງການຊົມໃຊ້ພາຍໃນ ເປັນ ດ້ານຫຼັກແລະສົ່ງອອກໄປຂາຍໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ເປັນບາງສ່ວນ ເນື່ອງຈາກວ່າຖືເປັນໂຄງການ ນຶ່ງທີ່ຢູ່ໃນແຜນການພັດທະນາ ລາວໃຫ້ ເປັນໝໍ້ໄຟຂອງເອເຊຍ ທີ່ຈະສ້າງລາຍຮັບຈາກການສົ່ງອອກກະແສໄຟຟ້າໃຫ້ລັດຖະ ບານລາວໄດ້ຢ່າງຫຼວງຫຼາຍໃນໄລຍະຕໍ່ ໄປນັ້ນເອງ.

ໂດຍກ່ອນໜ້ານີ້ ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ ໄດ້ຖະແຫຼງຢືນຢັນວ່າຜົນຜະລິດໃນພາກພະລັງງານ ແລະບໍ່ແຮ່ໄດ້ປະກອບສ່ວນເຂົ້າໃນ
ຍອດຜະລິດລວມພາຍໃນ GDP ຂອງລາວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສໍາລັບໃນໄລຍະ ແຜນການປະຈໍາປີ 2011-2012 ທີ່ຜ່ານມາກໍປາກົດວ່າຜົນຜະລິດໃນພາກພະລັງງານ ແລະບໍ່ແຮ່ກໍຄິດເປັນສັດສ່ວນເຖິງ 19.79% ຂອງ GDP.

ສ່ວນໃນໄລຍະແຜນການປະຈໍາປີ 2012-2013 ນີ້ກໍເຊື່ອໝັ້ນວ່າຜົນຜະລິດໃນພາກພະ ລັງງານ ແລະບໍ່ແຮ່ຍັງຈະເພີ່ມຂຶ້ນຢ່າງຕັ້ງໜ້າ ເນື່ອງຈາກວ່າໃນເວລານີ້ມີການກໍ່ສ້າງ ເຂື່ອນຜະລິດກະແສໄຟຟ້າຈໍານວນເຖິງ 9 ໂຄງການທີ່ກໍາລັງດໍາເນີນ ການຢ່າງຕັ້ງໜ້າ ແລະໃນຂະນະດຽວກັນກໍມີບໍ່ແຮ່ເຖິງ 25 ແຫ່ງທີ່ກໍາລັງເລັ່ງດໍາເນີນການກໍ່ສ້າງ ເພື່ອໃຫ້ ສໍາເລັດແລະເລີ່ມຜະລິດແຕ່ປີ 2013 ເປັນຕົ້ນໄປ ດັ່ງທີ່ ທ່ານສຸລິວົງໄດ້ໃຫ້ການຢືນຢັນວ່າ:
ການກໍ່ສ້າງເຂື່ອນໄຊຍະບູລີທີ່ເລີ້ມຂຶ້ນໃນເດືອນພະຈິກ 2012
ການກໍ່ສ້າງເຂື່ອນໄຊຍະບູລີທີ່ເລີ້ມຂຶ້ນໃນເດືອນພະຈິກ 2012

ໃນເວລານີ້ມີໂຮງງານໄຟຟ້ານໍ້າຕົກໃໝ່ 9 ແຫ່ງທີ່
ກໍາລັງໄດ້ຮັບການກໍ່ສ້າງຢູ່ ແລະມີກິດຈະການຂຸດ
ຄົ້ນແຮ່ຕ່າງໆລວມ 25 ແຫ່ງກໍາລັງໄດ້ຮັບການ
ກໍ່ສ້າງ ສະນັ້ນ ສັ່ງລວມແລ້ວຈະເຫັນວາຂະແໜງ
ພະລັງງານແລະບໍ່ແຮ່ນັ້ນໄດ້ມີການ ພັດທະນາ ມີການຈັດຕັ້ງປະຕິບັດແຜນການພັດທະນາເສດ
ຖະກິດແລະສັງຄົມຂອງພວກເຮົານັ້ນໄດ້ດີພໍສົມຄວນ.”


ໃນໄລຍະນັບແຕ່ເດືອນຕຸລາ 2011 ເຖິງທ້າຍເດືອນສິງຫາ 2012 ລັດຖະບານລາວກໍໄດ້
ເຊັນສັນຍາວ່າດ້ວຍການຮ່ວມມືກ່ຽວກັບການລົງທຶນເພື່ອການກໍ່ສ້າງແຫຼ່ງຜະລິດກະແສ
ໄຟຟ້າລວມກັບທັງເອກກະຊົນລາວແລະຕ່າງຊາດໄປແລ້ວຈໍານວນທັງໝົດ 80 ໂຄງການ.

ຊຶ່ງໃນຈໍານວນ 80 ໂຄງການດັ່ງກ່າວນີ້ກໍແບ່ງເປັນ 39 ໂຄງການທີ່ຢູ່ໃນຂັ້ນຕອນຂອງການ
ສຶກສາຄວາມເປັນໄປໄດ້ ສ່ວນ 28 ໂຄງການກໍຢູ່ໃນຂັ້ນຂອງການພັດທະນາ ໃນຂະນະທີ່ 13 ໂຄງການກໍໄດ້ເຊັນສັນຍາສໍາປະທານຢ່າງເປັນທາງການ ແລ້ວ ສ່ວນນອກນັ້ນ ກໍາລັງ ດໍາເນີນການກໍ່ສ້າງຢ່າງຕັ້ງໜ້າ ຊຶ່ງໃນນັ້ນກໍມີຢູ່ 4 ໂຄງການທີ່ຈະດໍາເນີນການກໍ່ສ້າງ ສໍາ ເລັດໃນທ້າຍປີ 2012 ນີ້ ແລະຈະສາມາດ ຜະລິດກະແສໄຟຟ້າເພື່ອສົ່ງໄປຂາຍໃຫ້ໄທໄດ້ ໃນ ປີ 2013 ຊຶ່ງໃນນີ້ກໍລວມເຖິງເຂື່ອນນໍ້າງື່ມ 5 ອີກດ້ວຍ.

ໃນປັດຈຸບັນນີ້ຢູ່ໃນລາວມີເຂື່ອນທີ່ກໍ່ສ້າງສໍາເລັດ ແລະໄດ້ຜະລິດກະແສໄຟຟ້າແລ້ວ ຈໍາ ນວນ 18 ໂຄງການ ຊຶ່ງສາມາດຜະລິດພະລັງງານໄຟຟ້າໄດ້ລວມກັນ 12,039.67 ລ້ານກິໂລວັດ/
ໂມງຕໍ່ປີ ແລະໃນນີ້ກໍສົ່ງໄປຂາຍໃຫ້ກັບ EGAT ຄິດເປັນມູນຄ່າເຖິງ 470 ລ້ານ ໂດລາ.
XS
SM
MD
LG