ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການບິນລາວຈະຂະຫຍາຍ ຖ້ຽວບິນໃໝ່ ໄປຕ່າງປະເທດ ເພີ້ມຂຶ້ນ


ພິທີເປີດຖ້ຽວບິນ ລະຫວ່າງວຽງຈັນ-ສິງກະໂປ ໃນວັນທີ 24 ພະຈິກ, 2011
ພິທີເປີດຖ້ຽວບິນ ລະຫວ່າງວຽງຈັນ-ສິງກະໂປ ໃນວັນທີ 24 ພະຈິກ, 2011

ລັດວິສະຫະກິດການບິນລາວ ຈະຂະຫຍາຍຖ້ຽວບິນລະຫວ່າງປະເທດໄປເມືອງກວາງໂຈ ຂອງຈີນ ແລະ ນະຄອນຫຼວງໂຊນຂອງເກົາຫຼີໃຕ້ ທັງຍັງຈະສຶກສາຄວາມເປັນໄປໄດ້ຂອງ ຖ້ຽວບິນໄປກຸງໂຕກຽວ ຂອງຍີ່ປຸ່ນດ້ວຍ.

ທ່ານ ສະເຫຼີມ ໄຕຍະລາດ ຫົວໜ້າຝ່າຍຂາຍ ແລະ ການຕະຫຼາດຂອງລັດວິສະຫະກິດການ
ບິນລາວ ໃຫ້ການຢືນຢັນວ່າ ລັດວິສະຫະກິດການບິນລາວມີແຜນການ ທີ່ຈະຂະຫຍາຍ ເສັ້ນທາງການບິນຈາກນະຄອນຫຼວງວຽງຈັນໄປທີ່ ເມືອງກວາງໂຈຂອງຈີນ ແລະ ນະຄອນ ຫຼວງໂຊນຂອງເກົາຫຼີໃຕ້ ພາຍໃນໄຕມາດທໍາອິດຂອງປິ 2012 ນີ້ໂດຍຖືເປັນສ່ວນນຶ່ງໃນ ແຜນການຂະຫຍາຍຖ້ຽວບິນລະຫວ່າງປະເທດຂອງສາຍການບິນລາວໃຫ້ຫຼາຍຂຶ້ນ ແລະ ເພື່ອເປັນການນໍາໃຊ້ເຮືອບິນ Airbus-320A ຈໍານວນ 2 ລໍາທີ່ສາຍການບິນລາວໄດ້ສັ່ງຊື້
ແລະໄດ້ຮັບການສົ່ງມອບຈາກບໍລິສັດ Airbus ແຫ່ງປະເທດຝຣັ່ງຢ່າງເປັນທາງການລາວ
ໃນເດືອນພະຈິກທີ່ຜ່ານມາ.

ພິທີມອບຍົນແອບັສ ໃຫ້ແກ່ສາຍການບິນລາວ ໃນທ້າຍເດືອນພະຈິກ 2011
ພິທີມອບຍົນແອບັສ ໃຫ້ແກ່ສາຍການບິນລາວ ໃນທ້າຍເດືອນພະຈິກ 2011

ພ້ອມກັນນີ້ ເພື່ອເປັນການ
ສົ່ງເສີມ ແລະອໍານວຍຄວາມ
ສະດວກໃຫ້ນັກທ່ອງທ່ຽວຕ່າງ
ປະເທດເດີນທາງເຂົ້າມາທ່ອງ
ທ່ຽວໃນລາວຫຼາຍຂຶ້ນໃນຕະ
ຫຼອດປີ 2012 ອັນເປັນປີທ່ອງ ທ່ຽວລາວດ້ວຍນັ້ນສາຍການ
ບິນລາວ ກໍຍັງມີແຜນການທີ່
ຈະຂະຫຍາຍຖ້ຽວບິນໄປຍັງ
ນະຄອນຫຼວງໂຕກຽວຂອງຍີ່ປຸ່ນອີກດ້ວຍ. ຫາກແຕ່ວ່າ ຈະມີການເປີດຖ້ຽວບິນຕາມເສັ້ນ
ທາງດັ່ງກ່າວນີ້ໄດ້ເມື່ອໃດ ຫຼື ຈະເປັນການບິນໃນຮູບແບບໃດນັ້ນ ກໍຂຶ້ນຢູ່ກັບຜົນການສຶກສາ ຄວາມເປັນໄປໄດ້ເປັນສໍາຄັນ ດັ່ງທີ່ ທ່ານ ສະເຫຼີມ ໄດ້ໃຫ້ການຊີ້ແຈງວ່າ:

ປັດຈຸບັນນີ້ ເຮົາມີແຜນການທີ່ຈະບິນໄປກວາງໂຈ ແລ້ວກະບິນໄປໂຊນໄປ
ເກົາຫຼີໃຕ້ກະມີແຜນຢູ່ ແລະສໍາລັບຢີ່ປຸ່ນນີ້ ພວກເຮົາກະກໍາລັງສຶກສາຄວາມ
ເປັນໄປໄດ້ຢູ່ ເພາະວ່າທີມງານພວກເຮົາ ກໍາລັງສຶກສາຄວາມເປັນໄປໄດ້ວ່າ
ເຮົາຈະບິນເຂົ້າໄປຊ່ວງໃດ, ປະຕິບັດການບິນແບບເຊົ່າເໝົາບໍ່ ຫຼື ຊິເອົາແບບ
ປົກກະຕິ ອັນນີ້ພວກເຮົາຕ້ອງເບິ່ງ ເພາະວ່າພວກເຮົາກໍຕ້ອງຄໍານຶງເຖິງປະສິດ ທິຜົນໃນການດໍາເນິນທຸລະກິດ.

ກ່ອນໜ້ານີ້ ທ່ານສົມພອນ ດວງດາລາ ຜູ້ອໍານວຍການໃຫຍ່ ລັດວິສະຫະກິດການບິນລາວ ໄດ້ຖະແຫລງຢືນຢັນວ່າ ການດໍາເນີນທຸລະກິດຂອງລັດວິສະຫະກິດການບິນລາວ ໄດ້ມີການ
ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຈະເຫັນໄດ້ຈາກຜົນປະກອບການໃນຕະຫຼອດປີ
2010 ທີ່ຜ່ານມານັ້ນ ລັດວິສະຫະກິດການບິນລາວ ສາມາດສ້າງລາຍຮັບລວມໄດ້ເຖິງ
450 ຕື້ກີບ. ແລະພາຍຫຼັງຈາກຫັກຄ່າໃຊ້ຈ່າຍຕ່າງໆອອກໄປແລ້ວກໍປະກົດວ່າ ຍັງຄົງ
ເຫຼືອກໍາໄລໃນມູນຄ່າຫຼາຍກວ່າ 7 ຕື້ກີບ.

ສ່ວນໃນໄລຍະ 6 ເດືອນຕົ້ນປີ 2011 ນີ້ລັດວິສະຫະກິດການບິນລາວກໍສາມາດສ້າງລາຍ
ຮັບໄດ້ຫຼາຍກວ່າ 250 ຕື້ກີບ ຫຼືເພີ່ມຂຶ້ນເຖິງ 15% ເມື່ອທຽບກັບໄລຍະດຽວກັນຂອງ
ປີທີ່ແລ້ວມາ. ດ້ວຍເຫດນີ້ ຈິ່ງເຮັດໃຫ້ເຊື່ອໝັ້ນວ່າ ໃນຕະຫຼອດປີ 2011 ນີ້ ລັດວິສະຫະ
ກິດການບິນລາວ ຈະສາມາດສ້າງລາຍຮັບໄດ້ ໃນມູນຄ່າລວມຫຼາຍກວ່າ 500 ຕື້ກີບ
ຢ່າງແນ່ນອນ.

ລັດວິສະຫະກິດການບິນລາວ (Lao Airlines) ໄດ້ຮັບລາງວັນການບໍລິການດີເດັ່ນຈາກສະຖາບັນ ການບິນພົນລະເຮືອນນາໆຊາດນັບຈາກປີ 2006- 2010
ລັດວິສະຫະກິດການບິນລາວ (Lao Airlines) ໄດ້ຮັບລາງວັນການບໍລິການດີເດັ່ນຈາກສະຖາບັນ ການບິນພົນລະເຮືອນນາໆຊາດນັບຈາກປີ 2006- 2010

ທັງນີ້ກໍເພາະວ່າ ການດໍາ
ເນີນທຸລະກິດຂອງລັດວິສະ
ຫະກິດການບິນລາວທີ່ມີ
ການຂະຫຍາຍຕົວ ແລະມີ
ຜົນກໍາໄລເພີ່ມຂຶ້ນຢ່າງຕໍ່
ເນື່ອງດັ່ງກ່າວ ກໍຍັງເປັນ
ຜົນເຮັດໃຫ້ໄດ້ຮັບລາງວັນ
ດີເດັ່ນຈາກສະຖາບັນການ
ບິນພົນລະເຮືອນນາໆຊາດ
ທັງໃນສະຫະລັດອາເມຣິກາ
ເຢຍລະມັນ, ອັງກິດ ແລະຝຣັ່ງ
ມາແລ້ວເຖິງ 5 ປີຕິດຕໍ່ກັນ ກໍ
ຄືນັບຈາກປີ 2006 ເຖິງປີ
2010 ທີ່ຜ່ານມານັ້ນເອງ.

ນອກຈາກນັ້ນ ການທີ່ມີຜູ້ໂດຍສານທັງພາຍໃນແລະຈາກຕ່າງປະເທດ ໄດ້ໃຊ້ບໍລິການ
ເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 15% ໃນແຕ່ລະປີນັ້ນ ກໍຍັງເຮັດໃຫ້ລັດວິສະຫະກິດ
ການບິນລາວ ໄດ້ວາງແຜນການ ​ເປົ້າໝາຍ ທີ່​ຈະ​ໃຊ້ເງິ​ນທຶນ​ເຖິງ 200 ລ້ານໂດລາ
ເພື່ອ​ຊື້​ເຮືອບິນ​ຂະໜາດ 150-200 ບ່ອນ​ນັ່ງ​ເພີ້ມຂຶ້ນອີກ​ຢ່າງໜ້ອຍ 4 ລໍາ ​ໃນ​ປີ
2015 ອີກ​ດ້ວຍ.

ສ່ວນເຮືອບິນ Airbus 320A ທັງ2 ລໍາດັ່ງກ່າວນີ້ ລັດວິສະຫະກິດການບິນລາວ
ໄດ້ສັ່ງຊື້ມາໃນລາຄາລວມກັນເຖິງ 91 ລ້ານໂດລາ ໂດຍໄດ້ຮັບການສະໝັບສະໜູນ
ເງິນກູ້ຈາກທະນາຄານແຫ່ງຊາດລາວ ແລະທະນາຄານການຄ້າຕ່າງປະເທດຂອງລັດ
ຖະບານລາວໃນມູນຄ່າ 20 ລ້ານໂດລາ ແລະ 71 ລ້ານໂດລາຕາມລໍາດັບ ແລະ ສໍາ ລັບເງິນທຶນທີ່ຈະນໍາໃຊ້ໃນການຈັດຊື້ເຮືອບິນຂະໜາດໃຫຍ່ເພີ່ມຂຶ້ນອີກ 4 ລໍາ ພາຍ
ໃນປີ 2015 ຊຶ່ງຈະມີມູນຄ່າເຖິງ 200 ລ້ານໂດລານັ້ນ ກໍຄາດໝາຍວ່າຈະກູ້ຢືມຈາກ ທະນາຄານຂອງລັດຖະບານຈີນເປັນດ້ານຫຼັກ.

XS
SM
MD
LG