ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວກ່າວວ່າ ຕົນພ້ອມຈະຈັດ ກອງປະຊຸມໃຫຍ່ ຂອງພັກ


ລາວກ່າວວ່າ ຕົນພ້ອມຈະຈັດ ກອງປະຊຸມໃຫຍ່ ຂອງພັກ
ລາວກ່າວວ່າ ຕົນພ້ອມຈະຈັດ ກອງປະຊຸມໃຫຍ່ ຂອງພັກ

ລັດຖະມົນຕີລາວ ຢືນຢັນເຖິງຄວາມພ້ອມທີ່ຈະຈັດກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະ ຊາຊົນປະຕິວັດລາວເພື່ອເລືອກເອົາເລຂາທິການໃຫຍ່ ແລະກໍາໜົດທິດທາງການພັດທະນາ ຊາດ ໃນໄລຍະຕໍ່ໄປ.

ທ່ານໝູນແກ້ວ ອໍລະບູນ ລັດຖະມົນຕີວ່າການກະຊວງ
ຖະແຫຼງຂ່າວແລະວັດທະນາທໍາ ຖະແຫຼງຢືນຢັນວ່າການ
ກະກ່ຽມຄວາມພ້ອມເພື່ອຮອງຮັບກອງປະຊຸມໃຫຍ່ ຄັ້ງທີ
9 ຂອງພັກປະຊາຊົນປະຕິວັດລາວ ທີ່ກໍາໜົດຈະມີຂຶ້ນຢ່າງ
ເປັນທາງການໃນລະຫວ່າງວັນທີ່ 18-21 ມີນາທີ່ຈະເຖິງ
ນີ້ໄດ້ມີການກຽມພ້ອມ ໃນທຸກໆດ້ານແລ້ວໃນຂະນະນີ້.

ໂດຍສະເພາະແມ່ນການກຽມພ້ອມໃນດ້ານໂຄສະນາປະ
ຊາສໍາພັນ ທີ່ຖືເປັນຄວາມຮັບຜິດຊອບຂອງກະຊວງຖະ
ແຫຼງຂ່າວ ແລະວັດທະນາທໍານັ້ນ ກໍ່ໄດ້ມີການເລີ້ມລົງມື
ປະຕິບັດຕົວຈິງນັບຕັ້ງແຕ່ປີກາຍເປັນຕົ້ນມາແລ້ວ ຊຶ່ງກໍ
ປາວ່າກົດໄດ້ຮັບໝາກຜົນເປັນຢ່າງດີ ແລະເປັນໄປຕາມ
ແຜນການທີ່ວາງໄວ້ ດັ່ງທີ່ທ່ານໝູນແກ້ວໄດ້ຖະແຫຼງຢືນ
ຢັນໃນຕອນນຶ່ງວ່າ:

ທ່ານໝູນແກ້ວ ອໍລະບູນ ລັດຖະມົນຕີກະຊວງຖະ ແຫຼງຂ່າວ ແລະວັດທະນາ ທໍາ
ທ່ານໝູນແກ້ວ ອໍລະບູນ ລັດຖະມົນຕີກະຊວງຖະ ແຫຼງຂ່າວ ແລະວັດທະນາ ທໍາ

“ຕະຫຼອດໄລຍະສົກປີ
2009-2010 ທີ່ຜ່ານມາ
ອະນຸກໍາມະການໂຄສະ
ນາ ແລະຂະບວນການພວກເຮົາແມ່ນໄດ້ດໍາເນີນ
ວຽກງານໂຄສະນາປຸກລະດົມຊຸກຍູ້ ຕິດຕາມການ
ສ້າງຂະບວນການເພື່ອກຽມໃຫ້ແກ່ກອງປະຊຸມໃຫຍ່
ຄັ້ງທີ 9 ຂອງພັກ ທັງຢູ່ຂັ້ນສູນກາງກໍຄືຂັ້ນທ້ອງຖິ່ນ
ໃນທົ່ວປະເທດຢ່າງຕັ້ງໜ້າ ແລະສໍາເລັດຜົນເປັນ
ຢ່າງດີ ໄດ້ມີການເຄື່ອນໄຫວເປັນເອກະພາບທົ່ວປະ
ເທດເພື່ອພ້ອມກັນສ້າງຜົນງານຄໍານັບຮັບຕ້ອນກອງ ປະຊຸມໃຫຍ່ຄັ້ງທີ່ 9 ຂອງພັກ ທີ່ຈະມາເຖິງ”.

ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວທີ່ຈັດຂຶ້ນເປັນປະຈໍາທຸກ 5 ປີນັ້ນ ຖືເປັນ
ການເຄື່ອນໄຫວທີ່ມີຄວາມສໍາຄັນທີ່ສຸດໃນທາງການເມືອງຂອງລາວ ເພາະນອກຈາກກອງ
ປະຊຸມຈະໄດ້ມີການເລືອກຕັ້ງເອົາຄະນະກໍາກໍາມະການກົມການເມືອງ ແລະຄະນະກໍາມະ
ການບໍລິຫານງານສູນກາງພັກຊຸດໃຫມ່ ລວມທັງການຮັບຮອງເອົາລາຍງານການເມືອງທີ່ຖື
ເປັນທິດທາງແລະແນວທາງຂອງພັກ ທີ່ຈະນໍາພາລາວໃນໄລຍະ 5 ປີຕໍ່ໜ້າ ແລະໃນໄລຍະ
ຍາວອີກດ້ວຍ.

ຍິ່ງໄປກວ່ານັ້ນ ການທີ່ບຸກຄົນໃດທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນເລຂາທິການໃຫຍ່ຂອງພັກ
ນັ້ນ ກໍຍັງໝາຍເຖິງການທີ່ບຸກຄົນຜູ້ນັ້ນຈະໄດ້ຄອງຕໍາແຫນ່ງປະທານປະເທດລາວອີກດ້ວຍ.
ສ່ວນບຸກຄົນທີ່ເປັນກໍາມະການກົມການເມືອງ ແລະກໍາມະການບໍລິຫານງານສູນກາງພັກນັ້ນ ກໍ່ຈະໄດ້ຄອງຕໍາແໜ່ງຮອງປະທານປະເທດ ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ,
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ເຈົ້າແຂວງ, ຫຼືວ່າປະທານໄອຍະການ ແລະປະທານ
ສານປະຊາຊົນສູງສຸດເປັນຕົ້ນ ຊຶ່ງໂດຍປົກກະຕິແລ້ວ ການປ່ຽນແປງຕົວບຸກຄົນໃນຕໍາແໜ່ງ
ເຫຼົ່ານີ້ ຈະມີຂຶ້ນໃນໂອກາດກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກຂອງສະພາແຫ່ງຊາດ
ລາວ ທີ່ຈະມາຈາກການເລືອກຕັ້ງໃນວັນທີ 30 ເມສາປີນີ້ ນັ້ນເອງ.

ທຸງຂອງພັກປະຊາຊົນປະຕິວັດລາວ
ທຸງຂອງພັກປະຊາຊົນປະຕິວັດລາວ

ນອກຈາກນີ້ ເນື່ອງຈາກວ່າ
ກອງປະຊຸມໃຫຍ່ຂອງພັກ
ແລະການເລືອກຕັ້ງສະມາຊິກ
ສະພາແຫ່ງຊາດລາວນັ້ນ ຖື
ເປັນເຫດການທີ່ສໍາຄັນທີ່ສຸດ
ໃນທາງການເມືອງລາວ ຈຶ່ງ
ເຮັດໃຫ້ທາງການລາວຕ້ອງ
ດໍາເນີນມາດຕະການເຂັ້ມງວດ
ເຂົ້າໃນການປ້ອງກັນ ແລະຮັກ
ສາຄວາມສະງົບຮຽບຮ້ອຍໃນ
ສັງຄົມລາວທົ່ວປະເທດ.

ກ່ອນໜ້ານີ້ ທ່ານ​ທອງ​ບັນ ​
ແສງອາພອນ ລັດຖະມົນຕີ​ວ່າ
ການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບພາຍ​ໃນ​ຂອງລາວ ກໍ​ໄດ້ຖະ​ແຫລ​ງຢືນຢັນ​ວ່າ ກະຊວງ
ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ໄດ້​ວາງ​ຄາດໝາຍ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ໄວ້ 4
ດ້ານ​ດ້ວຍ​ກັນ ຊຶ່ງກໍ​ຄືການ​ຮັບປະກັນ​ໃນ​ການ​ຮັກສາ​ຄວາມໝັ້ນຄົງ​ທາງ​ການ​ເມືອງ​ໃຫ້​ໄດ້,
ການ​ຮັບປະກັນ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃນ​ສັງຄົມ, ການເສີມ​ສ້າງກຳລັງ​ປ້ອງ​ກັນຄວາມ
ສະຫງົບ​ໃຫ້​ມີປະສິດທິພາບ ແລະການເສີມສ້າງດ້ານພະລາທິການໃຫ້ແກ່ກໍາລັງປ້ອງກັນ ຄວາມສະຫງົບໃຫ້ໄດ້ ຢ່າງຄົບຖ້ວນ.

ໂດຍ​ສະ​ເພາະ​ແມ່ນ​ການ​ຮັກສາ​ຄວາມໝັ້ນຄົງ ແລະສະເຖຍລະ​ພາບ​ທາງ​ການ​ເມືອງ​ແຫ່ງ
ຊາດ​ນັ້ນ ຖື​ເປັນ​ຄາດໝາຍທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ ຊຶ່ງ​ກໍຄືການ​ສະກັດ​ກັ້ນ ​ແລະປ້ອງກັນ​
ບໍ່ໃຫ້​ມີ​ການ​ເຄື່ອນ​ໄຫວ ທີ່​ມີ​ເປົ້າໝາຍ​ເພື່ອການ​ຊຸມນຸມ​ປະ​ທ້ວງທາງ​ການ​ເມືອງ​ເກີດ​ຂຶ້ນ​ຢູ່ໃນ ​ລາວ ​ຢ່າງເດັດຂາດ.

XS
SM
MD
LG