ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປປ ລາວ ຈັດພິທີສະຫຼອງ ​ເນື່ອງ​ໃນ​ໂອກາດ ວັນສັດປ່າໂລກ ເປັນເທື່ອທຳອິດ


ເອກອັກຄະລັດຖະທູດ Daniel A. Clune ກ່າວຢູ່ໃນພິທີ ສະເຫຼີມສະຫລອງ ​ເນື່ອງ​ໃນ​ໂອກາດ ວັນສັດປ່າໂລກ ​​ເມື່ອວັນ​ທີ 3 ມີນາ​ຜ່ານ​ມານີ້.
ເອກອັກຄະລັດຖະທູດ Daniel A. Clune ກ່າວຢູ່ໃນພິທີ ສະເຫຼີມສະຫລອງ ​ເນື່ອງ​ໃນ​ໂອກາດ ວັນສັດປ່າໂລກ ​​ເມື່ອວັນ​ທີ 3 ມີນາ​ຜ່ານ​ມານີ້.

ກະຊວງ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ຂອງ
ສປປ ລາວ ໄດ້ຈັດພິທີສະເຫຼີມສະລອງ ​ເນື່ອງ​ໃນ​ໂອກາດ ວັນ
ສັດປ່າໂລກເມື່ອວັນ​ທີ 3 ມີນາ​ຜ່ານ​ມານີ້ອີງ​ຕາມ​ລາຍ​ງານ​ເຟສ
ບຸກຂອງ​ສະຖານທູດ​ສະຫະລັດ.

​ພິທີ​ສະຫລອງດັ່ງກ່າວ​ໄດ້​ມີບັນດາການນຳຂັ້ນສູງ ຈາກກະ
ຊວງປ້ອງກັນຄວາມສະຫງົບ ກະຊວງອຸດສາຫະກໍາແລະການຄ້າກະຊວງກະສິກໍາແລະປ່າ
ໄມ້ ເຊິ່ງລວມມີ ກົມກວດກາປ່າໄມ້ ເຄືອຂ່າຍການບັງຄັບໃຊ້ກົດໝາຍ ກ່ຽວກັບສັດປ່າລາວ
ຜູ້ນຳບັນດາແຂວງຕ່າງໆ ພະນັກງານພາສີອາກອນແລະນັກສຶກສາສິ່ງແວດລ້ອມ. ໃນພິທີ
ດັ່ງກ່າວ ພະນະທ່ານສົມມາດ ພົນເສນາ ກ່າວວ່າ ປີນີ້ແມ່ນປີທຳອິດ ທີ່ ສປປ ລາວ ໄດ້ຈັດ
ພິທີສະເຫຼີມສະຫຼອງດັ່ງກ່າວເພື່ອສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງລັດຖະບານແຫ່ງ
ສປປ ລາວໃນການຢຸດຕິການລັກລອບຊື້ຂາຍສັດປ່າທີ່ຜິດກົດໝາຍ.

ພ້ອມນີ້ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ ສປປ ລາວ ທ່ານ Daniel A. Clune ຍັງ
ໄດ້ກ່າວວ່າ ພວກເຮົາຂໍສະແດງຄວາມຍິນດີນຳ ສປປ ລາວ ທີ່ມີຄວາມມຸ້ງໝັ້ນສູງໃນການ ສະແດງອອກໃນມື້ນີ້ ທີ່ຈະກວດກາ ຕັດສິນລົງໂທດ ຜູ້ທີ່ຊອກ​ສ​ະ​ແຫວ​ງຫາຜົນປະໂຫຍດ ຈາກການລັກລອບຊື້ຂາຍສັດປ່າ.

ສະຫະລັດມີຄວາມມຸ້ງໝັ້ນ ເພື່ອຈະຊ່ວຍສະໜັບສະໜູນຄວາມຕັ້ງໃຈຂອງ ສປປ ລາວ ໃນ
ການປາບປາມ ການລັກລອບຊື້ຂາຍສັດປ່າ. ກະຊວງຊັບພະຍາກອນ​ທຳມະ​ຊາດ​ ຂອງສະ ຫະລັດ ຈະເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ເພື່ອສ້າງຍຸດທະສາດ ໃນການ ຕໍ່ສູ້ກັບການລັກລອບຊື້ຂາຍສັດປ່າທີ່ລັດຖະບານແຫ່ງ ສປປ ລາວຈະຈັດຕັ້ງປະຕິບັດໂດຍ
ໄດ້ຮັບການຊ່ວຍເຫລືອຈາກໂຄງການ 5 ປີໃນ​ການປາບປາມການລັກລອບຊື້ຂາຍສັດປ່າ
ຂອງອົງການພັດທະນາສາກົນສະຫະລັດ ຫລື​ຢູ​ເສດ.

XS
SM
MD
LG