ລິ້ງ ສຳຫລັບເຂົ້າຫາ

ລາວ ບໍ່ສາມາດ ບັນລຸ ແຜນການພັດທະນາ ເພື່ອຄວາມ ສະເໝີພາບ ລະຫວ່າງ ຍິງ-ຊາຍ


ຄະນະຜູ້ແທນ ແມ່ຍິງລາວທົ່ວປະເທດ ສະເຫຼີມສະຫຼອງ ຜົນສຳເລັດ ຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ.

ຄະນະຜູ້ແທນ ແມ່ຍິງລາວທົ່ວປະເທດ ສະເຫຼີມສະຫຼອງ ຜົນສຳເລັດ ຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ.

ສະຫະພັນແມ່ຍິງລາວ ບໍ່ສາມາດຈັດຕັ້ງປະຕິບັດແຜນການ
ພັດທະນາ ເພື່ອຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ
ໄດ້ຕາມເປົ້າໝາຍທີ່ວາງໄວ້ ໃນປີ 2015 ເພາະວ່າ ແນວຄິດ
ຂອງຝ່າຍຊາຍຍັງບໍ່ເປີດກວ້າງ.

ເຈົ້າໜ້າທີ່ຂັ້ນສູງ ໃນສູນກາງສະຫະພັນແມ່ຍິງລາວ ໃຫ້ການຍອມຮັບ ໃນລະຫວ່າງ
ເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ 7 ຂອງສະຫະພັນແມ່ຍິງລາວ ວ່າ ການຈັດຕັ້ງປະຕິບັດ
ແຜນການພັດທະນາ ເພື່ອຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ທີ່ໄດ້ເລີ້ມການຈັດຕັ້ງ
ປະຕິບັດ ດ້ວຍການສ້າງຕັ້ງ ຄະນະກຳມະການລະດັບຊາດ ເພື່ອການພັດທະນາ ຄວາມ
ກ້າວໜ້າຂອງແມ່ຍິງລາວ ນັບແຕ່ປີ 2003 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ຍັງຖືວ່າ ມີ
ຄວາມຄືບໜ້າໃນລະດັບ ທີ່ຕ່ຳຫຼາຍ ເມື່ອທຽບກັບເປົ້າໝາຍທີ່ວາງໄວ້.

ກອງປະຊຸມໃຫຍ່ຄັ້ງທີ 7 ຂອງສະຫະພັນແມ່ຍິງລາວ ຢູ່ທີ່ນະຄອນຫຼວງ ວຽງຈັນ.

ກອງປະຊຸມໃຫຍ່ຄັ້ງທີ 7 ຂອງສະຫະພັນແມ່ຍິງລາວ ຢູ່ທີ່ນະຄອນຫຼວງ ວຽງຈັນ.

ທັງນີ້ໂດຍມີສາເຫດ ມາຈາກການປະຕິບັດງານໃນຊ່ວງ ກວ່າ
10 ປີມານີ້ ສ່ວນໃຫຍ່ຈະເປັນການປະຕິບັດງານ ໃນດ້ານເອກະ
ສານ ແລະພິທີການຕ່າງໆ ຫຼາຍກວ່າການຈັດຕັ້ງປະຕິບັດ ໃນ
ພາກຕົວຈິງ ຊຶ່ງຈະເຫັນໄດ້ ຈາກການດັດແກ້ລັດຖະທຳມະນູນ
ເພື່ອຢັ້ງຢືນເຖິງການເຄົາລົບຕໍ່ຫລັກການສາກົນ ວ່າດ້ວຍຄວາມ
ສະເໝີພາບ ລະຫວ່າງ ຍິງ-ຊາຍ ໃນປີ 2003 ທີ່ຕາມດ້ວຍ
ການບັງຄັບໃຊ້ກົດໝາຍ ວ່າດ້ວຍການພັດທະນາ ແລະການ
ປົກປ້ອງແມ່ຍິງ ໃນປີ 2004 ແລະການປະກາດເປົ້າໝາຍ
ສະຫັດສະວັດ ທີ່ຈະເພີ້ມສັດສ່ວນ ຂອງແມ່ຍິງລາວ ໃຫ້ມີຖາ
ນະຕຳແໜ່ງໃນທາງການເມືອງໃຫ້ໄດ້ເຖິງ 30 ເປີເຊັນ ຂອງ
ຕຳແໜ່ງທັງໝົດໃນປີ 2015.

ຫາກແຕ່ວ່າຜົນຂອງການຈັດຕັ້ງ ປະຕິບັດໃນພາກຕົວຈິງນັ້ນ ກັບຍັງດຳເນີນໄປຢ່າງຊັກຊ້າ
ແລະການທີ່ຈະສາມາດບັນລຸເປົ້າໝາຍ ທີ່ວາງໄວ້ດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ກໍຄົງຈະເປັນ
ໄປໄດ້ຍາກຢ່າງຍິ່ງ ເຊັ່ນດຽວກັນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຊີ້ແຈງວ່າ:

“ການປະຕິບັດສິດສະເໝີພາບ ຍິງ-ຊາຍນີ້ ກໍຄືການສົ່ງເສີມຄວາມກ້າວໜ້າ ຂອງ
ແມ່ຍິງ ກໍໄດ້ອີງໃສ່ແຜນພັດທະນາ ຂອງລັດຖະບານຫັ້ນ ໃນການສ້າງພະນັກງານ
ເພດຍິງ ເຂົ້າໃນອົງການຈັດຕັ້ງພັກ-ລັດ ອົງການຈັດຕັ້ງມະຫາຊົນ ຄາດໝາຍສູ້
ຊົນ 20 ເປີເຊັນຂຶ້ນໄປ ກ່ຽວກັບສະມາຊິກສະພາຫັ້ນ ໃຫ້ໄດ້ 30 ເປີເຊັນ ເຫັນ
ວ່າ ການຈັດຕັ້ງປະຕິບັດນີ້ ພວກຂ້າພະເຈົ້າ ແມ່ນປະຕິບັດໄດ້ 15 ເປີເຊັນ.”

ໂດຍຈາກການສຳຫລວດຂອງສະຫະພັນແມ່ຍິງລາວ ພົບວ່າແຂວງເຊກອງ ເປັນເຂດ ທີ່ຍັງ
ຫລ້າຫລັງທີ່ສຸດ ໃນການພັດທະນາຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ເພາະມີແມ່ຍິງ
ບໍ່ເຖິງ 3 ເປີເຊັນ ທີ່ຢູ່ໃນຕຳແໜ່ງ ລະດັບຜູ້ບໍລິຫານຂັ້ນສູງ ຂອງແຂວງເຊກອງນັ້ນເອງ.

ນອກຈາກບັນຫາຄວາມບໍ່ສະເໝີພາບ ລະຫວ່າງຍິງ-ຊາຍດັ່ງກ່າວ ທາງການລາວ ກໍຍອມ
ຮັບດ້ວຍວ່າ ເປັນການຍາກຢ່າງຍິ່ງ ທີ່ຈະສາມາດບັນລຸເປົ້າໝາຍສະຫັດສະວັດ ການພັດ
ທະນາດ້ານສຸຂະພາບ-ອະນາໄມ ແລະ ໂພຊະນາການຂອງແມ່ ແລະເດັກ ໃນລາວໄດ້
ພາຍໃນປີ 2015 ເຊັ່ນດຽວກັນ.

ໂດຍສະເພາະແມ່ນເປົ້າໝາຍສະຫັດສະວັດ ດ້ານໂພຊະນາການຂອງເດັກນ້ອຍ ແລະການ
ເສຍຊີວິດຂອງແມ່ຍິງ ໃນຂະນະຖືພານັ້ນ ນັບເປັນບັນຫາທີ່ມີຄວາມຄືບໜ້າ ຢ່າງຊັກຊ້າ
ທີ່ສຸດ ເຊັ່ນກ່ຽວກັບການຂາດສານອາຫານ ຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ກໍເຮັດໃຫ້ຍັງ
ມີເດັກນ້ອຍຕົວເຕ້ຍເຖິງ 38 ເປີເຊັນ ໃນປັດຈຸບັນ ແລະ 32 ເປີເຊັນ ກໍມີນ້ຳໜັກ ຕ່ຳກວ່າ
ເກນ ໃນຂະນະທີ່ເປົ້າໝາຍສະຫັດສະວັດ ໄດ້ວາງໄວ້ທີ່ລະດັບ 22 ເປີເຊັນ.

ສ່ວນການເສຍຊີວິດຂອງແມ່ຍິງ ໃນຂະນະຖືພານັ້ນ ເຖິງແມ່ນວ່າ ຈະລົດລົງຈາກ 650 ຕໍ່
ໜຶ່ງແສນຄົນໃນປີ 1995 ມາເປັນ 339 ຄົນໃນປັດຈຸບັນນີ້ ກໍຕາມແຕ່ວ່າ ການທີ່ຈະບັນລຸ
ໃຫ້ໄດ້ເຖິງ 260 ຕໍ່ໜຶ່ງແສນຄົນ ພາຍໃນປີ 2015 ກໍຍັງເປັນບັນຫາທ້າທາຍ.

ຍິ່ງໄປກວ່ານັ້ນ ການເສຍຊີວິດຂອງແມ່ຍິງລາວ ຂະນະຖືພາຍັງສູງທີ່ສຸດໃນອາຊຽນອີກດ້ວຍ
ກໍຄືໃນຂະນະທີ່ອັດຕາການເສຍຊີວິດ ຂອງແມ່ຍິງລາວ ຢູ່ທີ່ລະດັບ 339 ຕໍ່ໜຶ່ງແສນຄົນ ກໍ
ປາກົດວ່າ ໃນມຽນມາ ຢູ່ທີ່ລະດັບ 250 ຄົນ ກຳປູເຈຍ 206 ຄົນ ຫວຽດນາມ 56 ຄົນ ແລະ
ໄທ 48 ຄົນ ຕໍ່ໜຶ່ງແສນຄົນ ສ່ວນການມີຜະດຸງຄັນ ທີໃຫ້ການຊ່ວຍເຫຼືອ ແມ່ຍິງລາວຂະນະ
ຄອດລູກ ກໍມີພຽງ 41 ເປີເຊັນ ໂດຍທີ່ ມຽນມາ ຢູ່ທີ່ລະດັບ 64 ເປີເຊັນ ກຳປູເຈຍ 71 ເປີເຊັນ ຫວຽດນາມ 88 ເປີເຊັນ ໄທ 99 ເປີເຊັນ ແລະ ສິງກະໂປ 100 ເປີເຊັນ ຕາມລຳດັບ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG