ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ ແລະ ຫວຽດນາມ ລົງນາມ ໃນຂໍ້ຕົກລົງ ວ່າ​ດ້ວຍ​ ການ​ຮ່ວມ​ມື ​ດ້ານ​ຄົມມະນາຄົມ-ຂົນ​ສົ່ງ​


ພິທີ ລົງນາມ ທາງ​ການ​ລາວ ແລະ ​ຫວຽດລົງນາມ​ໃນຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ການ​ເຊື່ອມ​ຕໍ່​ດ້ານ​ການ​ຄົມມະນາຄົມ-ຂົນ​ສົ່ງ​ນັບ​ແຕ່​ປີ 2016 ຫາ​ປີ 2025 ທີ່​ລວມ​ເຖິງ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​.
ພິທີ ລົງນາມ ທາງ​ການ​ລາວ ແລະ ​ຫວຽດລົງນາມ​ໃນຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ການ​ເຊື່ອມ​ຕໍ່​ດ້ານ​ການ​ຄົມມະນາຄົມ-ຂົນ​ສົ່ງ​ນັບ​ແຕ່​ປີ 2016 ຫາ​ປີ 2025 ທີ່​ລວມ​ເຖິງ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​.

ທາງ​ການ​ລາວແລະ​ຫວຽດລົງນາມ​ໃນຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​
ມື ​ເພື່ອ​ການ​ພັດທະນາ​ການ​ເຊື່ອມ​ຕໍ່​ດ້ານ​ການ​ຄົມມະນາຄົມ
-ຂົນ​ສົ່ງ​ນັບ​ແຕ່​ປີ 2016 ຫາ​ປີ 2025 ທີ່​ລວມ​ເຖິງ​ການ​ເຊື່ອມ​ຕໍ່​
ທາງ​ລົດ​ໄຟ​ດ້ວຍ.

ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍ ຄວາມ​ຮ່ວມ​ມື​ເພື່ອ​ພັດທະນາ​ການ​ເຊື່ອມ​ຕໍ່​ທາງ​ດ້ານ​
ການ​ຄົມມະນາຄົມ ​ແລະ​ຂົນ​ສົ່ງ​ໃນ​ປີ 2016-2025 ລະຫວ່າງ​ລາວ​ກັບຫວຽດນາມ ​ໄດ້​ມີ​
ຂຶ້ນ​ໃນ​ໂອກາດ​ທີ່​ ທ່ານ Nguyen Tan Dung ນາຍົກລັດຖະມົນຕີຫວຽດນາມ ​ເດີນທາງ​
ມາ​ຢ້ຽມຢາມ ສປປ ລາວ ​ແລະ ພົບ​ປະ​ເຈລະຈາ​ຮ່ວມ​ກັບ​ ທ່ານທອງ​ສິ ທຳ​ມະ​ວົງ ນາຍົກ
ລັດຖະມົນຕີລາວ ຢູ່​ນະຄອນ​ວຽງ​ຈັນ ​ເມື່ອ​ບໍ່​ນານ​ມາ​ນີ້.

​ໂດຍ​ເນື້ອ​ໃນ​ສຳຄັນ​ຂອງ​ການ​ຕົກລົງ​ໃນ​ຄັ້ງຫລ້າ​ສຸດ​ນີ້ ທາງ​ການ​ລາວ ​ແລະ​ຫວຽດນາມ
ກໍ​ໄດ້​ແນໃສ່ການ​ພັດທະນາ ​ເພື່ອ​ການ​ເຊື່ອມ​ຕໍ່​ດ້ານ​ການ​ຄົມມະນາຄົມ-ຂົນ​ສົ່ງ​ທາງບົກ
ລະຫວ່າງ​ກັນ​ໃຫ້​ສະດວກ​ວ່ອງ​ໄວຫຼາຍຂຶ້ນ ​ໂດຍ​ສະ​ເພາະ​ການ​ອຳນວຍ​ຄວາມ​ສະດວກ​
ໃຫ້​ແກ່​ການ​ຂົນ​ສົ່ງ​ສິນຄ້າ​ຈາກ​ລາວ​ໄປ​ຍັງ​ທ່າ​ເຮືອນ້ຳ​ເລີກ​ໃນ​ພາກ​ກາງຂອງ​ຫວຽດນາມ ​
ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ໃຫ້ຫຼາຍຂຶ້ນ​ຢ່າງ​ຕໍ່​ເນື່ອງ​ລວມ​ໄປ​ເຖິງ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ
ລະຫວ່າງ​ກັນ​ອີກ​ດ້ວຍ.

ພິທີ ເປີດການເລີ້ມຕົ້ນ ການກໍ່ສ້າງທາງລົດໄຟ ຈາກ​ແຂວງ​ສະຫວັນນະ​ເຂດ ​ໄປ​ຍັງ​ດ່ານ​ລາວ​ບາ​ວຂອງ​ຫວຽດນາມ.
ພິທີ ເປີດການເລີ້ມຕົ້ນ ການກໍ່ສ້າງທາງລົດໄຟ ຈາກ​ແຂວງ​ສະຫວັນນະ​ເຂດ ​ໄປ​ຍັງ​ດ່ານ​ລາວ​ບາ​ວຂອງ​ຫວຽດນາມ.

ກ່ອນ​ໜ້າ​ນີ້ ກຸ່ມ​ບໍລິສັດ Giant Consolidate ຈາກມາ​ເລ​ເຊຍ
ຊຶ່ງ​ເປັນ​ຜູ້​ລົງທຶນ ​ເພື່ອ​ກໍ່ສ້າງ​ທາງ​ລົດ​ໄຟ​ທີ່​ເຊື່​ອມຕໍ່​ຈາກ​ແຂວງ​ສະຫວັນນະ​ເຂດ ​ໄປ​ຍັງ​ດ່ານ​ລາວ​ບາ​ວຂອງ​ຫວຽດນາມ ​ໄດ້​ສະ​ເໜີ​ລາຍ​ງານ​ວ່າ ການ​ສຶກສາ ​ແລະ​ອອກ​ແບບ​ກໍ່ສ້າງ​ທາ​ງລົດ​ໄຟ​ສາຍ​ດັ່ງກ່າວ ​ໄດ້​ດຳ​ເນີນ​ການ​ເສັດ​ຮຽບຮ້ອຍ​ແລ້ວ ​ແລະ​ຕໍ່​ຈາກ​ນັ້ນ ກໍ​ຈະ​ເປັນ​ການ​ລົງມື​ກໍ່ສ້າງ​ໃນ​ພາກ​ຕົວ​ຈິງ ​ເພື່ອ​ໃຫ້​ແລ້ວ​ເສັດ​ພາຍ​ໃນ 30 ​ເດືອນ.

ໂດຍ​ກຸ່ມ​ບໍລິສັດ Giant Consolidate ​ເຊື່ອ​ໝັ້ນວ່າ ການ​ດຳ​ເນີນ​ງານ​ໃນ​ໂຄງການ ຈະ​ເປັນ​ໄປ​ຕາມ​ແຜນການ​ທີ່​ວາງ​ໄວ້ ​ໂດຍ​ຈະ​ໃຊ້​ເງິນ​ທຶນ​ໃນ​ມູນຄ່າ​ເຖິງ 5,000 ລ້ານ​ໂດ​ລາ ​ເພື່ອ​ກໍ່ສ້າງ​ທາງ​ລົດ​ໄຟ​ທີ່​ມີ​ລະຍະ​ທາງ​ຍາວ 220 ກິ​ໂລ​ແມັດ ​ໃຫ້​ແລ້ວ​ເສັດ ​ແລະ​ເປີດ​ການ​ເດີນ​ລົດ​ໄດ້​ທັງ​ເພື່ອ​ໂດຍສານ ​ແລະ ຂົນ​ສົ່ງ​ສິນຄ້າ​ໄດ້​ຕະຫຼອດ​ເສັ້ນທາງ​ນັບ​ແຕ່​ປີ 2018 ​ເປັນຕົ້ນ​ໄປ ຊຶ່ງ​ຈະ​ສົ່ງ​ຜົນ​ດີ​ທັງ​ຕໍ່​ການ​ຄ້າ ການ​ລົງທຶນ ​ແລະ ການທ່ອງ
ທ່ຽວ​ໃນ​ລາວ ​ແລະ ​ເຂ​ດລຸ່ມ​ແມ່ນ້ຳຂອງ​ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ກຸ່ມ​ບໍລິສັດ Giant Consolidate ຂອງ​ມາ​ເລ​ເຊຍ ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​.

ກຸ່ມ​ບໍລິສັດ Giant Consolidate ​ໄດ້​ຮັບ​ອະນຸຍາດ​ຈາກ​ລັດຖະບານ​ລາວ​ເພື່ອ​ດຳ​ເນີນ​ການ​ສຶກສາ​ຄວາມ​ເປັນໄປ​ໄດ້​ຂອງ​ໂຄງການ​ດັ່ງກ່າວ​ນີ້ ​ເມື່ອ​ປີ 2008 ຕິດຕາມ​ດ້ວຍ​ການ​ອະນຸຍາດ​ສຳ​ປະທານ​ໂຄງການ​ເປັນ​ເວລາ 50 ປີ ​ເມື່ອ​ທ້າຍ​ປີ 2012 ​ໂດຍ​ກຸ່ມ​ບໍລິສັດ Giant Consolidate ຈະ​ເປັນ​ຜູ້​ລົງທຶນ​ທັງ 100 ​ເປີ​ເຊັນ​ ​ແລະ ມີ​ສິດ​ບໍລິຫານ ​ແລະ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ
ເປັນ​ເວລາ 50 ປີ ​ໂດຍຫຼັງຈາກ​ນັ້ນ ກໍ​ຈະ​ຕ້ອງ​ໂອນ​ໂຄງການ​ທັງ​ໝົດ​ໃຫ້​ແກ່​ລັດຖະບານ​ລາວ​ຕໍ່​ໄປ.

ໂດຍ​ທາງ​ການ​ລາວ ​ແລະ​ກຸ່ມ​ຜູ້​ລົງທຶນ​ໃນ​ໂຄງການ ​ເຊື່ອ​ໝັ້ນວ່າ ທ່າ​ງລົດ​ໄຟ​ທີ່​ເ​ຊື່​ອມຕໍ່​ຈາກ​ແຂວງ​ສະຫວັນ​ນະ​ເຂດ​ໄປ​ຍັງ​ດ່ານ​ລາວ​ບາ​ວ ຈະ​ປະກອບສ່ວນ​ຢ່າງ​ສຳຄັນ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ລະຫວ່າງ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ​ທີ່​ລາວ​ເປັນ​ສູນ​ກາງ​ການ​ເຊື່ອມ
​ຕໍ່​ດ້ານ​ຄົມມະ​ນາ​ຄົມ-ຂົນ​ສົ່ງ​ກັບ​ຫວຽດນາມ ​ໄທ ກຳປູ​ເຈຍ ​ແລະ ມຽນມາ ທີ່​ເອີ້ນ​ວ່າ ​ແລວ​
ເສດຖະກິດ​ຕາ​ເວັນ​ອອກ ​ແລະ ຕາ​ເວັນ​ຕົກ ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ ຫຼື East-West Corridor
ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ເງິນ​ທຶນ​ຈາກ​ທະນາຄານ​ພັດທະນາ​ເອ​ເຊຍ (ADB) ​ແລະ​ລັດຖະບານ​ຍີ່ປຸ່ນ​ນັບ​ແຕ່​ປີ 1992 ​ເປັນຕົ້ນມາ.

ນອກຈາກ​ນັ້ນ ຄະນະ​ກຳມາ​ທິການ​ຮ່ວມ​ມື​ລາວ​ກັບ​ຫວຽດນາມ ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອໝັ້ນ​ວ່າ ມູນ​ຄ່າ​ທາງ​ການ​ຄ້າ​ລະຫວ່າງ​ລາວ​ກັບ​ຫວຽດນາມ ຈະ​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ ​ໂດຍ​ໃນ​ປີ 2015 ນີ້ ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຈະ​ເພີ້​ມຂຶ້ນ​ເຖິງ 40 ​ເປີ​ເຊັນ ​ເມື່ອ​ທຽບ​ໃສ່​ປີ 2014 ດ້ວຍ​ການ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ ​ແລະ​ກວດກາ​ສິນຄ້າ​ແບບ​ປະຕູ​ດຽວ (One Stop Service) ທີ່​ໄດ້​ເລີ້ມ​ຈັດຕັ້ງປະຕິບັດ ຢູ່​ທີ່​ດ່ານ​ລາວບາ​ວ ກັບ​ດ່ານ​ແດ​ນສະຫວັນ ນັບ​ແຕ່​ວັນ​ທີ 7 ມັງກອນ 2015 ​ເປັນຕົ້ນມາ​ແລ້ວ.

XS
SM
MD
LG