ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ລາວ ແລະຫວຽດນາມ ຮ່ວມລົງນາມ ໃນບັນທຶກຄວາມເຂົ້າໃຈ ວ່າດ້ວຍການກໍ່ສ້າງ ທາງດ່ວນ ວຽງຈັນ ຫາ ຮາໂນ່ຍ


ຄະນະຜູ້ແທນ ຈາກກະຊວງໂຍທາທິການ ແລະຂົນສົ່ງ ຂອງ ຝ່າຍລາວ ແລະຫວຽດນາມ ໄດ້ຮ່ວມກັນເດີນທາງໄປສຳຫຼວດ ພື້ນທີ່ຕົວຈິງ ຂອງ ໂຄງການກໍ່ສ້າງ ທາງດ່ວນເພື່ອກຳນົດແລວທາງກໍ່ສ້າງ ທີ່ມີລະຍະທາງສັ້ນທີ່ສຸດ.
ຄະນະຜູ້ແທນ ຈາກກະຊວງໂຍທາທິການ ແລະຂົນສົ່ງ ຂອງ ຝ່າຍລາວ ແລະຫວຽດນາມ ໄດ້ຮ່ວມກັນເດີນທາງໄປສຳຫຼວດ ພື້ນທີ່ຕົວຈິງ ຂອງ ໂຄງການກໍ່ສ້າງ ທາງດ່ວນເພື່ອກຳນົດແລວທາງກໍ່ສ້າງ ທີ່ມີລະຍະທາງສັ້ນທີ່ສຸດ.

ລັດຖະມົນຕີລາວ ແລະຫວຽດນາມ ຮ່ວມລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການກໍ່ສ້າງທາງດ່ວນ ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ໄປນະຄອນຫຼວງ ຮາໂນ່ຍທີມີລະຍະທາງ ຍາວເຖິງ 707 ກິໂລແມັດ.

ການລົງນາມໃນບັນທຶນຄວາມເຂົ້າໃຈ (MOU) ວ່າດ້ວຍການກໍ່ສ້າງທາງດ່ວນ ເຊື່ອມຕໍ່ ຈາກນະຄອນວຽງຈັນ ໄປນະຄອນຮ່າໂນຍ ຫວຽດນາມ ໄດ້ມີຂຶ້ນ ໃນໂອກາດທີ່ ທ່ານ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ຂອງພັກຄອມມິວນິສຫວຽດນາມ ເດີນທາງມາຢ້ຽມ
ຢາມ ສປປ ລາວ ຢ່າງເປັນທາງການຕາມການເຊີນຂອງ ທ່ານບຸນຍັງ ວໍລະຈິດ ປະທານ ປະເທດ ແລະເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວ ເມື່ອວັນທີ 24-26 ພະຈິກ 2016 ໂດຍມີລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງ ຂອງທັງ
2 ຝ່າຍເປັນຜູ້ຕາງໜ້າຂອງລັດຖະບານ ທັງ 2 ປະເທດ ໃນການລົງນາມຮ່ວມກັນ.

ເລຂາທິການໃຫຍ່ຂອງພັກຄອມມິວນິສຫວຽດນາມ ຢ້ຽມຢາມ ລາວ ຢ່າງເປັນທາງການ ຕາມການເຊື້ອເຊີນ ຂອງທ່ານບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ເມື່ອວັນທີ 24 ພະຈິກ 2016.
ເລຂາທິການໃຫຍ່ຂອງພັກຄອມມິວນິສຫວຽດນາມ ຢ້ຽມຢາມ ລາວ ຢ່າງເປັນທາງການ ຕາມການເຊື້ອເຊີນ ຂອງທ່ານບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ເມື່ອວັນທີ 24 ພະຈິກ 2016.

ກ່ອນໜ້ານີ້ ຄະນະຜູ້ແທນຂອງທັງ 2 ຝ່າຍ ຊຶ່ງກໍມີທ່ານລັດຕະນະມະນີ ຄູນນິວົງ ລັດຖະ
ມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງເປັນຫົວໜ້າຄະນະຝ່າຍລາວ ກັບ ທ່ານເລ ດິງ ເຖາະ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະຂົນສົ່ງ ເປັນຫົວ ໜ້າຄະນະຝ່າຍຫວຽດນາມນັ້ນ ໄດ້ຮ່ວມກັນເດີນທາງໄປສຳຫຼວດພື້ນທີ່ຕົວຈິງ ຂອງ ໂຄງການ ເພື່ອກຳນົດແລວທາງກໍ່ສ້າງ ທີ່ມີລະຍະທາງສັ້ນທີ່ສຸດ ໃນການເຊື່ອມຕໍ່ ກໍຄື ເລີ່ມຕົ້ນຈາກນະຄອນຫຼວງວຽງຈັນ ໄປຕາມແລວທາງຫຼວງແຫ່ງຊາດເລກທີ 13 ໃຕ້ ໄປຫາເມືອງປາກຊັນ ແລະໄປຕາມທິດຕະເວັນອອກຜ່ານເມືອງວຽງທອງ ໃນແຂວງ
ບໍລິຄຳໄຊ ໄປເຊື່ອມຕໍ່ກັບຊາຍແດນຫວຽດນາມ ທີ່ດ່ານແທ່ງຖຸຍ ແລະເມືອງແທ່ງເຈືອງ ໃນແຂວງເຫງ່ອານ ລວມມີລະຍະທາງຍາວ 365 ກິໂລແມັດ ໃນເບື້ອງລາວ.

ສ່ວນເສັ້ນທາງຢູ່ເບື້ອງຫວຽດນາມນັ້ນ ຈະມີລະຍະທາງຍາວລວມ 342 ກິໂລແມັດຈາກ ດ່ານຊາຍແດນແທ່ງຖຸຍ ໄປຕາມແລວທາງຫຼວງເລກ 46 ແລະເຊື່ອມຕໍ່ກັບທາງດ່ວນ
ພາກເໜືອຕອນໃຕ້ ໄປຫານະຄອນຫຼວງຮາໂນ່ຍ ຊຶ່ງກໍເຮັດໃຫ້ທາງດ່ວນດັ່ງກ່າວນີ້ ມີ ລະຍະທາງ ລວມ 707 ກິໂລແມັດ ທັງໃນຫວຽດນາມ ແລະລາວ ຫາກແຕ່ວ່າການກໍ່ສ້າງ ພາກຕົວຈິງ ຈະມີຂຶ້ນເມື່ອໃດນັ້ນ ຍັງບໍ່ມີກຳນົດການທີ່ຄັກແນ່ຈາກທາງການລັດຖະບານ ຂອງທັງສອງຝ່າຍໃນເວລານີ້.

ແຕ່ຢ່າງໃດກໍຕາມ ທາງການລາວ ແລະຫວຽດນາມ ກໍເຊື່ອໝັ້ນວ່າ ທາງດ່ວນດັ່ງກ່າວນີ້ ຈະສົ່ງຜົນດີຕໍ່ການຂະຫຍາຍການຄ້າ ການລົງທຶນ ແລະການທ່ອງທ່ຽວ ລະຫວ່າງ 2 ປະເທດ ໃນຂະນະທີ່ລັດຖະບານລາວ ກໍຍັງຖືວ່າ ທາງດ່ວນດັ່ງກ່າວນີ້ ເປັນພາກສ່ວນ
ໜຶ່ງ ໃນແຜນການພັດທະນາລາວ ໃຫ້ເປັນສູນກາງຂອງການເຊື່ອມຈອດ ດ້ານຄົມມະ
ນາຄົມ-ຂົນສົ່ງໃນລຸ່ມແມ່ນ້ຳຂອງອີກດ້ວຍ.

ໂດຍໃນສົກປີ 2015-2016 ນີ້ ລັດຖະບານລາວ ໄດ້ຈັດສັນງົບປະມານໃຫ້ກະຊວງ ໂຍທາທິການ ແລະຂົນສົ່ງ ໃນມູນຄ່າລວມ 400 ຕື້ກີບ ສຳລັບນຳໃຊ້ໃນບ້ວງກອງທຶນ
ທາງ ໂດຍໃນລະຍະທີ່ຜ່ານມາ ກໍໄດ້ນຳໃຊ້ກອງທຶນດັ່ງກ່າວນີ້ໄປ ເພື່ອການປັບປຸງ ໂຄງຂ່າຍຄົມມະນາຄົມ-ຂົນສົ່ງ ພາຍໃນປະເທດໄດ້ເຖິງ 658 ໂຄງການ ໃນນີ້ ກໍເປັນ ການບູລະນະ ແລະຊ້ອມແປງຂົວທາງ 528 ໂຄງການ ແລະຍົກລະດັບທາງຫລວງ 30 ໂຄງການທີ່ເຊື່ອມຕໍ່ 148 ເມືອງໃນລາວ ກັບປະເທດໃນລຸ່ມນ້ຳຂອງດ້ວຍກັນໄດ້ແລ້ວ.

ໂດຍໃນປັດຈຸບັນນີ້ ໃນທົ່ວປະເທດລາວ ມີເສັ້ນທາງຄົມມະນາຄົມ-ຂົນສົ່ງທາງບົກ ຄິດເປັນລະຍະທາງລວມເຖິງ 51,900 ກວ່າກິໂລແມັດ ທັງມີລະຍະທາງທີ່ເພີ່ມຂຶ້ນ
ເຖິງ 10,836 ກິໂລແມັດ ທຽບໃສ່ປີ 2010 ແລະຍັງເຮັດໃຫ້ເສັ້ນທາງຄົມມະນາຄົມ-
ຂົນສົ່ງ ດັ່ງກ່າວ ສາມາດເຊື່ອມຕໍ່ 148 ເມືອງໃນ 17 ແຂວງ ແລະນະຄອນຫຼວງວຽງຈັນ
ໄດ້ຕະຫຼອດປີ ທັງກໍຍັງແນໃສ່ການພັດທະນາລາວ ໃຫ້ເປັນສູນກາງການເຊື່ອມຈອດ ດ້ານການຄ້າ ແລະບໍລິການອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງໂຍທາທິການ ແລະຂົນສົ່ງ ຢືນຢັນວ່າ:

“ປັດຈຸບັນພວກເຮົາໄດ້ສຸມໃສ່ເລື່ອງການປັບປຸງດ່ານ ໂດຍສະເພາະ ດ່ານ ນາເພົ້າ-ຈໍຫລໍ ແລະລັດຖະບານກໍຕົກລົງໃຫ້ຫັກເອົາເງິນ 10 ເປີເຊັນ ທີ່ເປັນ ລາຍໄດ້ຈາກດ່ານຫັ້ນ ເພື່ອໃຫ້ມີການປັບປຸງພັດທະນາດ່ານ ໃຫ້ມັນສົມກັບ
ເປັນດ່ານສາກົນ ເພາະວ່າພວກເຮົາມີ 2 ດ່ານສາກົນຢູ່ທ່ານແຂກ-ນະຄອນ
ພະນົມ ຢູ່ຂົວມິດຕະພາບ 3 ນີ້ແລ້ວ ກະດ່ານນາເພົ້າ-ຈໍຫລໍ ກັບຫວຽດນາມນີ້ ແລະພ້ອມນັ້ນພວກເຮົາກະໄດ້ສ້າງໂອກາດເງື່ອນໄຂ ປັດຈຸບັນ ກໍວາງແຜນວ່າ ຈະເຮັດແນວໃດ ເພາະວ່າທາງນີ້ ມັນກະແຄບ ທາງ 12 ອອກສູ່ທະເລ
ຫວຽດນາມ ໃນປັດຈຸບັນນີ້ ກະມີລົດມື້ໜຶ່ງປະມານ 400-500 ຄັນ ແລະກະ ເຄື່ອງມາແຕ່ຈີນ ມັນກະຜ່ານເຂົ້າມາຈໍຫລໍນີ້ ເພື່ອໄປຫາປະເທດໄທ.”

ທາງດ້ານກະຊວງແຜນການ ແລະການລົງທຶນ ລາຍງານວ່າ ໃນແຜນການປີ 2015-
2016 ນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍການພັດທະນາ ລະບົບພື້ນຖານໂຄງລ່າງ ໃຫ້ສຳເລັດ 247 ໂຄງການທົ່ວປະເທດ ຊຶ່ງຈະຕ້ອງໃຊ້ງົບປະມານເກີນກວ່າ 1,778 ລ້ານໂດລາ ຫາກແຕ່ລັດຖະບານລາວ ບໍ່ສາມາດຈະຕອບສະໜອງໄດ້ຢ່າງພຽງພໍ ຈຶ່ງຕ້ອງເພິ່ງພາການຊ່ວຍເຫລືອ ແລະກູ້ຢືມຈາກຕ່າງປະເທດເປັນດ້ານຫລັກ.

XS
SM
MD
LG