ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ-ຫວຽດນາມ ຂະຫຍາຍ ການຮ່ວມມື ເພື່ອພັດທະນາ ເມືອງຕ່າງໆ ຕາມເຂດ ຊາຍແດນ


ບັນດາລັດຖະມົນຕີຈາກ ລາວ, ກຳປູເຈຍ ແລະ ຫວຽດນາມ ເຂົ້າໃນກອງປະເທດເຂດສາມຫຼ່ຽມພັດທະນາ.
ບັນດາລັດຖະມົນຕີຈາກ ລາວ, ກຳປູເຈຍ ແລະ ຫວຽດນາມ ເຂົ້າໃນກອງປະເທດເຂດສາມຫຼ່ຽມພັດທະນາ.

ລັດຖະບານ ລາວ ກັບ ຫວຽດນາມ ເສີມຂະຫຍາຍການຮ່ວມມືເຂົ້າ ໃນການພັດທະນາ 14 ເມືອງໃນເຂດ 10 ແຂວງຂອງ ລາວ ໃຫ້ ເປັນຈຸດສຸມຂອງການພັດທະນາເສດຖະກິດ ໃນການຕິດຕໍ່ຊາຍ ແດນລະຫວ່າງ 2 ປະເທດ.

ທ່ານ ກອງແກ້ວ ວົງປະເສີດ ຄະນະປະສານງານ ໃນໂຄງການຮ່ວມມື ພັດທະນາຈຸດສຸມ ເຂດ ຊາຍແດນ ລາວ - ຫວຽດນາມ ຖະແຫຼງຢືນຢັນວ່າ ການພັດທະນາເຂດຈຸດສຸມ ຊາຍແດນ ລະ ຫວ່າງ ລາວ ກັບ ຫວຽດນາມ ນັບແຕ່ປີ 2005 ເປັນຕົ້ນມາໄດ້ປະສົບຜົນ ສຳເລັດເປັນຢ່າງດີ ໂດຍລັດຖະບານ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ລາວ ເຂົ້າໃນການພັດທະນາ 14 ເມືອງໃນເຂດ 10 ແຂວງຂອງ ລາວ ໃຫ້ເປັນຈຸດສຸມຂອງ ການພັດທະນາເສດຖະກິດໃນ ເຂດຕິດຕໍ່ຊາຍແດນ ລະຫວ່າງ ລາວ ກັບ ຫວຽດນາມ ຢ່າງຕັ້ງໜ້າ.

ໂດຍທີ່ສຳຄັນກໍຄືການຈັດຕັ້ງປະຕິບັດການຮ່ວມມືລະຫວ່າງທາງການ ລາວ ກັບ ຫວຽດນາມ ໃນໄລຍະ 10 ປີທີ່ຜ່ານມາ ໄດ້ເຮັດໃຫ້ 14 ເມືອງໃນເຂດ 10 ແຂວງດັ່ງກ່າວນີ້ ຊຶ່ງກໍຄື ແຂວງ ຫົວພັນ, ຊຽງຂວາງ,​ ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຈຳປາສັກ, ເຊກອງ, ອັດຕະປື, ຫຼວງພະ ບາງ ແລະ ຜົ້ງສາລີ ນັ້ນໄດ້ຮັບການຍົກລະດັບໃຫ້ເປັນເຂດທີ່ມີຄວາມ ສະຫງົບປອດໄພ ແລະ ຮັບປະກັນໃຫ້ກັບການພັດທະນາທາງເສດຖະກິດຊາຍແດນໃຫ້ ໄດ້ຢ່າງໜັກແໜ້ນ ໂດຍສະ ເພາະແມ່ນໃນເຂດແຂວງພາກໃຕ້ຂອງ ລາວ ທີ່ເປັນສ່ວນໜຶ່ງ ໃນເຂດສາມຫຼ່ຽມພັດທະນາ ລາວ-ຫວຽດນາມ-ກຳປູເຈຍ ນັ້ນ.

ໂດຍການຕົກລົງສົ່ງເສີມຂະຫຍາຍການຮ່ວມມືໃນດ້ານການຄ້າ ການລົງທຶນ ແລະ ການທ່ອງ ທ່ຽວ ລະຫວ່າງ ລາວ-ຫວຽດນາມ-ກຳປູເຈຍ ນັ້ນໄດ້ມີຂຶ້ນໃນໂອກາດກອງປະຊຸມ ລະດັບລັດ ຖະມົນຕີຄັ້ງທີ 10 ແລະ ກອງປະຊຸມເພື່ອການເສີມຂະຫຍາຍການຄ້າ ການລົງທຶນ ແລະ ການ ທ່ອງທ່ຽວຄັ້ງທີ 9 ຢູ່ທີ່ແຂວງຈຳປາສັກ ເມື່ອທ້າຍປີ 2015 ແລະ ເພື່ອເຮັດໃຫ້ການຕົກລົງດັ່ງ ກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ລັດຖະບານຂອງທັງສາມປະເທດ ກໍໄດ້ ຕົກລົງໃຫ້ມີການອຳນວຍຄວາມສະດວກ ໃຫ້ແກ່ການເດີນ ທາງໄປມາ ລະຫວ່າງປະຊາຊົນ ຂອງທັງ 3 ປະເທດ ແລະ ນັກທ່ອງທ່ຽວຊາວຕ່າງຊາດ ລວມເຖິງການນຳໃຊ້ລະບົບການກວດ ກາສິນຄ້າແບບປະຕູດຽວ (One Stop Service) ຊຶ່ງໃນປະຈຸບັນນີ້ກໍໄດ້ເລີ່ມດຳເນີນການປະ ຕິບັດຢູ່ທີ່ດ່ານ ລາວບາວ-ບ້ານແດນສະຫວັນ ລະຫວ່າງ ຫວຽດນາມ ກັບ ລາວ.

ສຳລັບເປົ້າໝາຍສຳຄັນໃນດ້ານການຄ້າ ລະຫວ່າງ ລາວ ກັບ ຫວຽດນາມ ນັ້ນ ລັດຖະບານທັງ 2 ປະເທດກໍໄດ້ເນັ້ນຢ້ຳວ່າຈະຕ້ອງເພີ່ມມູນຄ່າລະຫວ່າງກັນໃຫ້ເຖິງ 2,000 ລ້ານໂດລາໃນປີ 2015 ຊຶ່ງກໍປະກົດວ່າສາມາດບັນລຸເປົ້າໝາຍທີ່ວາງໄວ້ດັ່ງກ່າວ ໄດ້ຢ່າງເປັນຮູບປະທຳ ສ່ວນ ໃນດ້ານການລົງທຶນນັ້ນທັງ 3 ປະເທດກໍໄດ້ປັບປຸງລະບົບ ແລະ ອັດຕາການຈັດເກັບພາສີໃຫ້ ສອດຄ່ອງກັນ ລວມເຖິງການໃຫ້ສິດທິພິເສດຕ່າງໆ ເພື່ອສົ່ງເສີມການລົງທຶນໃຫ້ເຂົ້າມາໃນ ເຂດສາມຫຼ່ຽມພັດທະນາໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍປະກົດວ່າມີບັນດາບໍລິສັດຈາກ ຫວຽດ ນາມ ໄດ້ເຂົ້າມາລົງທຶນໃນເຂດ 4 ແຂວງຂອງ ລາວ ແລ້ວໃນ 62 ໂຄງການຄິດເປັນມູນຄ່າ ລວມເກີນກວ່າ 2,300 ລ້ານໂດລາ ຊຶ່ງໃນນີ້ ລວມເຖິງໂຄງການລົງທຶນກໍ່ ສ້າງເຂື່ອນ ແລະ ຂຸດຄົ້ນແຮ່ທາດດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນ ສູງຂອງ ລາວ ໄດ້ໃຫ້ການຢືນຢັນວ່າ.

"ນອກຈາກນີ້ແມ່ນການລົງທຶນເພື່ອສຳຫຼວດຂຸດຄົ້ນແຮ່ທາດຕ່າງໆ ການກໍ່ສ້າງເຂື່ອນ ອັນ ນີ້ເປັນໂຄງການທີ່ລັດຖະບານຕົກລົງພາບໃຕ້ການຄຸ້ມຄອງໂດຍກົງ ຈາກລັດຖະ ບານ ມີຫຼາຍໆໂຄງການເຊັ່ນວ່າໂຄງການເຂື່ອນໄຟຟ້າກຳລັງມໍ່ໆສິແລ້ວກໍມີໂຄງການ ເຊຂະ ໝານ 1, ໂຄງການນຳ້ກົງ 2 ແລະ ພວກຈັດຕັ້ງຜັນຂະຫຍາຍໃນປະຈຸບັນນີ້ ແມ່ນການ ສຳຫຼວດຊອກຄົ້ນ ແລ້ວກະພິເສດມີໂຄງການຂອງບໍລິສັດຮ່ວມມື ລາວ ກັບ ຫວຽດນາມ ໃນການສຳຫຼວດຄຳ."

ເຂດສາມຫຼ່ຽມພັດທະນາ ລາວ-ກຳປູເຈຍ-ຫວຽດນາມ ມີພື້ນທີ່ກວ້າງກວ່າ 144,600 ກິໂລ ແມັດມົນທົນ ທີ່ກວມເອົາພື້ນທີ່ໃນເຂດ 13 ແຂວງ ປະກອບດ້ວຍແຂວງສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ ຂອງ ລາວ, ແຂວງຊຽງແດງ ລັດຕະນະຄີລີ ມົນທົນຄີລີ ແລະ ກະ ເຈາະ ໃນ ກຳປູເຈຍ, ແຂວງດັກລັກ ຊ່າຫຼ່າຍ, ກອນຕຸມ, ດັກນົງ ແລະ ບິງເຝືອກ ໃນ ຫວຽດນາມ.

ທັງນີ້ຜູ້ນຳລັດຖະບານທັງ 3 ປະເທດໄດ້ກຳນົດເປົ້າໝາຍຮ່ວມກັນວ່າ ຈະເຮັດໃຫ້ເສດຖະ ກິດ ຂະຫຍາຍຕົວບໍ່ຕ່ຳກວ່າ 10 ເປີເຊັນ ເພື່ອເຮັດໃຫ້ປະຊາຊົນໃນເຂດສາມຫຼ່ຽມພັດທະນາ ມີ ລາຍໄດ້ສະເລ່ຍ ລະຫວ່າງ 1,800 ໂດລາ ຫາ 1,900 ໂດລາຕໍ່ຄົນໃນທ້າຍປີ 2016 ນີ້ໃຫ້ໄດ້ຢ່າງແທ້ຈິງ.

XS
SM
MD
LG