ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວແລະສະຫະລັດ ສືບຕໍ່ຮ່ວມມືກັນ ຊອກຫາຊາກກະດູກ ຂອງທະຫານອະເມຣິກັນ.


ປະຊາຊົນໃນແຂວງສະຫວັນນະເຂດ ຊ່ວຍທະຫານອາເມຣິກັນຊອກຫາຊາກກະດູກ ແລະສິ່ງເສດເຫລືອ ຂອງທະຫານອາເມຣິກັນທີ່ຫາຍສາບສູນ ໃນປາງສົງຄາມອິນດູຈີນ
ປະຊາຊົນໃນແຂວງສະຫວັນນະເຂດ ຊ່ວຍທະຫານອາເມຣິກັນຊອກຫາຊາກກະດູກ ແລະສິ່ງເສດເຫລືອ ຂອງທະຫານອາເມຣິກັນທີ່ຫາຍສາບສູນ ໃນປາງສົງຄາມອິນດູຈີນ
ຄະນະ​ຜູ້​ແທນ​ຂອງ​ທາງ​ການ​ລາວ​ແລະ​ສະຫະລັດ​ອະ​ເມຣິກາ ​
ໄດ້​ພົບ​ປະ​ເຈລະຈາ ກັນ​ກ່ຽວ​ກັບ​ຄວາມ​ຮ່ວມ​ມື​ໃນ​ການ​ຊອກ
​ຫາ​ຊາກ​ກະ​ດູກ​ ແລະ​ສິ່ງ​ເສດ​ເຫຼືອ​ຂອງ​ບັນດາທະຫານ​ອະ​ເມ
ຣິກັນ​ທີ່​ເສຍ​ຊີວິດ​ແລະ​ຫາຍ​ສາບ​ສູນໄປ​ໃນ​ປາງ​ສົງຄາມ​ອິນ​
ໂດ​ຈີນ​ໃນເຂດ​ປະ​ເທດ​ລາວ ​ໂດຍ​ມີ​ທ່ານ ​ສຸ​ທໍາ ສາກົນ​ນິຍົມ
ຜູ້​ບັນຊາ​ການ​ທະຫານ​ບົກ​ເຂດແປ​ຊິ​ຟິກ ​ເປັນ​ປະທານ​ຮ່ວມ
​ກັນ​ໃນ​ການ​ພົບ​ປະ​ເຈ​ລະ​ຈາ​ຢູ່​ນະຄອນ​ວຽງ​ຈັນ ​ເມື່ອ​ບໍ່ດົນ​ມາ​ນີ້.

​ສາລະ​ສໍາຄັນ​ຂອງ​ການ​ພົບ​ປະ​ເຈລະຈາ​ໃນ​ຄັ້ງ​ນີ້ ກໍ​ຄື​ການ​ສະ
ຫ​ລຸບຜົນ​ດໍາເນີນ​ງານໃນໄລຍະ 6 ​ເດືອນ​ທີ່​ຜ່ານ​ມາ ​ແລ​ະການ
​ກໍານົດ​ແຜນ​ປະຕິບັດ​ງານ​ຮ່ວມ​ກັນ​ໃນ​ໄລຍະ 6 ​ເດືອນ​ຕໍ່ໜ້າ
ລວມ​ເຖິງ​ການວາງ​ແຜນການ​ປະຕິບັດ​ໄລຍະ​ຍາວ​ ທີ່​ມີປະສິດ
ທິ​ຜົນ​ຫຼາຍ​ຂຶ້ນ ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ ນັບແຕ່​ທາງ​ການ​ລາວ​ກັບ
​ສະຫະລັດ ​ໄດ້​ຮ່ວມ​ມື​ກັນ​ຕັ້ງ​ແຕ່​ປີ 1982 ​ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດຈຸບັນ​ນີ້ ​ເຖິງ​ແມ່ນ​ວ່າຈະ
ສາມາດ​ຄົ້ນ​ພົບ​ຊາກ​ກະດູກ ​ແລະສິ່ງ​ເສດ​ເຫຼືອ​ຂອງ​ທະຫານ​ອະ​ເມຣິກັນ​ແລ້ວ 258 ກໍລະ​ນີ
ກໍ​ຕາມຫາກ​ແຕ່​ວ່າ​ກໍ​ຍັງ​ເຫຼືອ​ອີກ​ເຖິງ 317 ກໍລະນີ ທີ່​ທາງ​ການ​ທັງ​ສອງຝ່າຍ​ຈະ​ຮ່ວມກັນ
ຊອກ​ຫາ​ຕໍ່​ໄປ.


​ແຕ່​ຢ່າງ​ໃດ​ກໍ​ຕາມ ຄະນະ​ວິຊາ​ການ​ຂອງ​ທັງ​ສອງ​ຝ່າຍ​ຍັງ​ຄົງ
​ບໍ່​ສາມາດ​ກໍານົດ​ຮ່ວມ ກັນ​ໄດ້​ວ່າ​ຈະ​ຕ້ອງ​ດໍາ​ເນີນ​ການ​ຊອກ​ຫາ
​ຮ່ວມ​ກັນ​ຕໍ່​ໄປ​ອີກ​ຈົນ​ເຖິງ​ເມື່ອ​ໃດ​ແທ້ ​ແຕ່ ທາງ​ການ​ລາວ​ກໍ​ໄດ້​
ຢືນຢັນ​ເຖິງ​ຄວາມ​ພ້ອມ​ທີ່​ຈະ​ຮ່ວມ​ມື​ກັບ​ສະຫະລັດ​ຕໍ່​ໄປຢ່າງ​ບໍ່
ຢຸດ​ຍັ້ງ ດັ່ງ​ທີ່​ທ່ານ ຍົງ ຈັນທະ​ລັງສີ ​ເອກ​ອັກຄະ​ລັດຖະທູ​ດລາວ
​ປະ​ຈໍາ Switzerland ​ໄດ້ໃຫ້ການ​ຢືນຢັນ​ກັບ​ວີ​ໂອ​ເອວ່າ:

“MIA ນີ້​ຍັງ​ສືບ​ຕໍ່ໆ ​ເປັນ​ປະ​ຈໍາ​ແລ້ວ ອັນ​ນີ້​ກໍ​ເປັນ​ແນວ
ທາງ​ອັນ​ນຶ່ງ​ຂອງ​ລັດຖະບານລາວ ​ເປັນ​ແນວທາງ​ມະນຸດ
ສະ​ທໍາ ​ເພາະວ່າ​ພວກ​ເຮົາ​ຄໍານຶງ​ເຖິງ​ແລະ​ເຂົ້າ​ໃຈດີກ່ຽວ​
ກັບ​ຄວາມ​ເຈັບ​ປວດ​ຂອງ​ຄອບຄົວ​ທະຫານ​ທີ່​ຫາຍ​ສາບ​ສູນ​ໃນ​ສົງຄາມ ​ແລະ​ກະ​ແມ່ນ​ແຕ່ລະ​ປີ​ພວກ​ເຮົາ​ກະສາ​ມາດ​ຊ່ວຍ​ເຫຼືອ​ພວກ​ເພິ່ນ​ເກັບ​ກູ້​ຊິ້ນ​ສ່ວນ ຫຼື​ວ່າ​
ສິ່ງ​ເສດ​ເຫຼືອ​ຂອງ MIA ປີ​ນຶ່ງ ກະ​ບໍ່​ຕໍ່າ​ກວ່າ 20-30 ສົບ ​ແລະ​ກະ​ເຮັດ​ຢູ່​ໃນ
ທຸກແຂວງ.”


ຊາ​ກກະດູກ ​ແລະ​ສິ່ງ​ເສດ​ເຫຼືອ​ຂອງ​ທະຫານ​ອະ​ເມຣິກັນ​ທີ່​ຖືກ​ຄົ້ນ​ພົບ​ນັ້ນ ທາງກາ​ນລາວ​ກໍ​
ຈະ​ສົ່ງ​ມອບ​ໃຫ້​ກັບ​ທາງ​ການ​ສະຫະລັດ​ເປັນ​ປະ​ຈໍາ​ທຸກ​ຄັ້ງ​ທີ່​ໄດ້​ສິ້ນ​ສຸດ​ການ​ດໍາ​ເນີນ​ງານ​ຮ່ວມກັນ​ໃນ​ແຕ່ລະ​ໄລຍະ ຊຶ່ງ​ຕາມ​ປົກກະ​ຕິແລ້ວ ກໍ​ຄື​ທຸກ​ 6 ​ເດືອນ ສ່ວນ​ທາງ​ການ​ສະຫະ
ລັດ​ກໍຈະສົ່ງ​ຊາກ​ກະດູກ​ແລະ​ສິ່ງ​ເສດ​ເຫຼືອ​ເຫຼົ່າ​ນີ້​ໄປ​ຍັງ​ເກາະ​ຮາ​ວາຍ ​ເພື່ອ​ພິ​ສູດ DNA ຂອງ​
ທະຫານ​ອະ​ເມຣິກັນ ທີ່ເສຍ​ຊີວິດ​ດັ່ງກ່າວ ຕໍ່​ໄປ.

ສ່ວນ​ທາງ​ການ​ສະຫະລັດ​ນັ້ນ ກໍ​ໄດ້​ຕອບ​ແທນ​ທາງ​ການ​ລາວ​ດ້ວຍການ​ໃຫ້​ຄວາມຊ່ວຍ​ເຫຼືອ​ໃນ​ໂຄງການ​ພັດທະນາ​ຕ່າງໆ​ໃນ​ເຂດ​ຊົນນະບົດ ​ໂດຍ​ທາງ​ການ​ສະຫະລັດ ​ໄດ້​ເນັ້ນ​ໜັກ​ໃນ 6 ດ້ານ ຄື​ດ້ານ​ສາທາລະນະ​ສຸກ ດ້ານ​ການ​ສຶກສາ ດ້ານ​ການ​ພັດທະນາ​ໂຄງ​ລ່າງ​ພື້ນຖານ ດ້ານ​ກະສິກໍາ-ປ່າ​ໄມ້ ດ້ານ​ສົງ​ຄົມ​ວັດທະ ນະ​ທໍາ ​ແລະ​ໃນ​ດ້ານ​ການ​ຮັກສາ​ສະພາບ​ແວດ​ລ້ອ​ມທໍາ​ມະ​ຊາດ.


ຕົວຢ່າງ​ກໍ​ຄື​ໂຄງການ​ກໍ່​ສ້າງ​ຫ້ອງ​ສຸກ​ເສີນ​ໃຫ້​ກັບ​ໂຮງໝໍ​ມິດຕະພາບ​ລາວ-ມົງ ​ໂກ​ເລຍ ຢູ່​ແຂວງ​ຊຽງ​ຂວາງ ​ໂຄງການ​ກໍ່ສ້າງ​ໂຮງຮຽນ​ມັດທະຍົມ​ສົມບູນ​ໃນ​ແຂວງ ສະຫວັນ​ນະ​ເຂດ ຊຽງ​ຂວາງ ​ເຊ​ກອງ ສາລະ​ວັນ ​ແລະ​ໂຄງການ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ສົມບູນ​ຢູ່​ໃນ​ແຂວງ​ອັດ​ຕະປື ຊຶ່ງ​ລວມ​ໄປ​ເຖິງ​ການ​ຊ່ວຍ​ເຫຼືອ​ໃນ​ການ​ຫລຸດ ຜ່ອນ​ບັນຫາ​ຢາ​ເສບ​ຕິດ ​ແລະ​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ເປັນ​ຕົ້ນ.

ນອກ​ຈາກ​ນີ້ ທາງ​ດ້ານ​ມູນ​ນິທິ​ມິດຕະພາບ​ລາວ-ອະ​ເມຣິກັນ ກໍ​ຍັງ​ໄດ້​ປະກາດ ​ແຜນການ​ໃຫ້ການ​ຊ່ວຍ​ເຫຼື​ອ​ແກ່​ລາວ​ຄິດ​ເປັນ​ມູນ​ຄ່າ​ເຖິງ 70 ລ້ານ​ໂດ​ລາ ​ໂດຍ​ຈະ ນໍາ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ໂຮງຮຽນ​ແລະ​ສຸກສາລາ​ໃນ​ທົ່ວ​ປະ​ເທດ​ລາວ​ຕະຫຼອດແຜນ ການ​ພັດທະນາ​ຈາກ​ປີ 2011-2015 ນີ້ ສ່ວນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຍັງ ຕົກ​ຄ້າງ​ຢູ່​ໃນ​ດິນ​ລາວ​ຫຼາຍ​ກວ່າ 70 ລ້ານ​ໜ່ວຍ​ນັ້ນ ລັດຖະສະພາ​ສະຫະລັດ​ກໍ​ໄດ້ ຈັດ​ສັນ​ງົບ​ປະມານ​ມູນ​ຄ່າ​ເຖິງ 90 ລ້ານ​ໂດ​ລາ ສໍາລັບ​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ການ ລາວ​ໃນ​ໄລຍະ 3 ປີ​ຕໍ່​ໄປ​ນີ້.
XS
SM
MD
LG