ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ສົ່ງອອກສິນຄ້າ ຫຼາຍກວ່າ 2.4 ຕື້ໂດລາ ແຕ່ວ່າ ຍັງຂາດດຸນ ການຄ້າຢູ່


ລົດບັນທຸກ ນຳເຂົ້າສິນຄ້າ ລາວ
ລົດບັນທຸກ ນຳເຂົ້າສິນຄ້າ ລາວ

ກາ​ນສົ່ງ​ອອກ​ສິນຄ້າ​ຂອງ ລາວ ມີ​ມູນ​ຄ່າ​ຫຼາຍ​ກວ່າ 2,400 ລ້ານໂດ​ລາ​ໃນ​ໄລຍະ 9 ​ເດືອນ​ຂອງ​ແຜນການ​ປີ 2014-2015 ຫາກ​ແຕ່​ວ່າ​ກໍ​ຍັງ​ເສຍປຽບ​ດຸນ​ການ​ຄ້າ ​ຄິດ​ເປັນ​ມູນຄ່າ​ລວມຫຼາຍ​ກວ່າ 1,300 ລ້ານ​ໂດ​ລາ.

ກະຊວງອຸດ​ສາ​ຫະກຳ ​ແລະ ການ​ຄ້າ ລາຍ​ງານ​ວ່າການ​ຄ້າຕ່າງປະ​ເທດ​ຂອງ ລາວ ​ໃນ​ໄລຍະ​ນັບ​ແຕ່​ເດືອນ​ຕຸລາ 2014 ​ເຖິງ​ເດືອນ ມິ​ຖຸນາ 2015 ຫຼື ​ໄລຍະ 9​ ​ເດືອນ​ທີ່​ຜ່ານ​ມາ​ຂອງ​ແຜນການ​ປີ 2014 ຫາ 2015 ນີ້​ມີ​ມູນ​ຄ່າ​ລວມ​ເຖິງ 6,171.63 ລ້ານ​ໂດ​ລາ ຫາກ​ແ​ຕ່ວ່າ ລາວ ຍັງ​ຕົກ​ເປັນ​ຝ່າຍ​ທີ່​ເສຍປຽບດຸນ​ການ​ຄ້າ​ຢູ່​ເລື້ອຍໆ​ມາ ​ເນື່ອງ​ຈາກ​ວ່າ ລາວ ​ໄດ້​ສົ່ງ​ອອກ​ສິນ​ຄ້າ​ໃນ​ມູນ​ຄ່າລວມ 2,401.91 ລ້ານ​ໂດ​ລາ ​ແລະ ນຳ​ເຂົ້າ​ສິນຄ້າ​ໃນ​ມູນ​ຄ່າ​ລວມ​ເຖິງ 3,769.72 ລ້ານ​ໂດ​ລາ ​ຊຶ່ງ​ກໍ​ເຮັດ​ໃຫ້​ ລາວ ຂາດ​ດຸ​ນການ​ຄ້າ​ໃນ​ມູນ​ຄ່າ​ລວມ​ເຖິງ 1,367.81 ລ້ານ​ໂດ​ລາ ​ແລະ ປະ​ເທດ​ທີ່​ໄດ້​ປຽບ​ດຸນການ​ຄ້າ​ຕໍ່ ລາວ ຫຼາຍ​ທີ່​ສຸດ​ກໍ​ຄື​ປະ​ເທດ ໄທ.

ທາງ​ດ້ານ​ກະຊວງ​ການ​ຄ້າ​ຂອງ ​ໄທ ກໍ​ໄດ້​ຄາດໝາຍ​ວ່າການ​ຄ້າ​ລະຫວ່າງ ​ໄທ ກັບ ລາວ ຈະ​ມີ​ມູນ​ຄ່າ​ລວມ​ຫຼາຍ​ກວ່າ 5,770 ລ້ານ​ໂດ​ລາ​ໃນ​ຕະຫຼອດ​ປີ 2015 ຊຶ່ງ​ໃນ​ນີ້​ຈະ​ເປັນ​ການ​ສົ່ງ​ສິນຄ້າ​ ​ໄທ ​ໄປ ລາວ ​ໃນ​ມູນ​ຄ່າ​ລວມຫຼາຍ​ກວ່າ 4,460 ລ້ານ​ໂດຍ​ເພີ່ມ​ຂຶ້ນ​ເຖິງ 10.6 ​ເປີ​ເຊັນ ​ເມື່ອ​ທຽບ​ກັບ​ປີ 2014 ​ແລະ ​ໄທ​ ກໍ​ຈະ​ນຳ​ເຂົ້າ​ສິນຄ້າ​ຈາກ​ ລາວ ​ໃນ​ມູນ​ຄ່າ​ລວມ 1,310 ລ້ານ​ໂດ​ລາ ​ໂດ​ຍຫຼຸດ​ລົງຫຼາຍ​ກວ່າ 7 ​ເປີ​ເຊັນ ​ເມື່ອ​ທຽບ​ກັບ​ປີ 2014 ທີ່​ຜ່ານ​ມາ ຊຶ່ງ​ຈະເຮັດ​ໃຫ້ ​ໄທ ​ໄດ້​ປຽບດຸນ​ການ​ຄ້າ​ຕໍ່​ ລາວ ຫຼາຍ​ກວ່າ 3,150 ລ້ານ​ໂດ​ລາ.

ຜະລິດຕະພັນໄມ້ ເພື່ອການສົ່ງອອກຂອງ ລາວ
ຜະລິດຕະພັນໄມ້ ເພື່ອການສົ່ງອອກຂອງ ລາວ

ຍິ່ງ​ໄປ​ກວ່າ​ນັ້ນທາງ​ການ ​ໄທ ກໍ​ຍັງ​ຄາດໝາຍ​ດ້ວຍ​ວ່າ​ຈະ​ໄດ້​ປຽບ​ດຸນ​ການ​ຄ້າ​ຕໍ່ ລາວ ​ເພີ່​ມຂຶ້ນ​ເປັນ 5,000 ລ້ານ​ໃນ​ປີ 2​017 ຊຶຶ່ງ​ກໍ​ເປັນ​ຜົນ​ຈາ​ກການຕົກ​ລົງ​ລະຫວ່າງ​ກະຊວງ​ການ​ຄ້າ​ຂອງ ​ໄທ ກັບ​ກະຊວງອຸດສາ​ຫະກຳ ​ແລະ ການ​ຄ້າ​ຂອງ ລາວ ທີ່​ຈະ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ລະຫວ່າ​ງກັນໃຫ້​ເຖິງ 8,000 ລ້ານ​ໃນ​ປີ 2017 ​ດັ່ງກ່າວ ​ໂດຍ​ໃນ​ນີ້​ກໍ​ຄາດໝາຍ​ວ່າ​ຈະເປັນ​ການ​ສົ່ງ​ສິນຄ້າ ໄທ ​ໄປ ລາວ ​ໃນ​ມູນ​ຄ່າ​ເຖິງ 6,500 ລ້ານ​ໂດ​ລາ ​ໃນ​ຂະນະ​ທີ່ ​ໄທ​ ກໍ​ຈະ​ນຳ​ເຂົ້າ​ສິນຄ້າ​ຈາກ ລາວ ​ໃນ​ມູນ​ຄ່າ​ລວມພຽງ 1,500 ລ້ານ​ເທົ່າ​ນັ້ນ.

ທາງ​ດ້ານ​ທ່ານ ທະນະ​ໂຊດ​ ​ໂຊນ​ບຸນ​ສັກ ຮອງ​ປະທານ​ຫໍ​ການ​ຄ້າ​ຈັງ​ຫວັດ​ ມຸກດາ​ຫານ ​ກໍ​ເຊື່ອ​ໝັ້ນ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ ​ໄທ ກັບ ລາວ ຈະເພີ່ມ​ຂຶ້ນ​ໄດ້​ຕາມ​ການ​ຕົກລົງ​ດັ່ງກ່າ​ວ ດັ່ງ​ທີ່​ທ່ານ​ໄດ້​ອະທິບາຍ​ເຖິງ​ສະພາວ​ະການ​ຄ້າ​ລະຫວ່າ​ງ​ແຂວງ ສະຫວັນ​ນະ​ເຂ​ດ ກັບຈັງຫວັດ​ ມຸກດາ​ຫານ​ວ່າ

“​ເມື່ອກ່ອນ​ເຮົາ​ບໍ່​ມີ​ສະພານ ມູນ​ຄ່າ​ກາ​ນຄ້າຂາຍ​ຊາຍ​ແດນ​ເຮົາ​ແຕ່ 2 ໝື່ນກວ່າ​ລ້ານ ​ແຕ່​ພໍ​ເຮົາ​ມີ​ສະພານ ມູນ​ຄ່າ​ການ​ຄ້າຊາຍ​ແດນ​ເຮົາ​ເຕີບ​ໂຕ​ເຖິງ ​ແສນ​ລ້ານບາດ ​ສະ​ແດງ​ວ່າ​ຈິກ​ຊໍ ທີ່​ສຳຄັນ​ທີ່​ສຸດ​ກໍ​ຄື​ອົງ​ປະກອບ​ຂອງ​ໂຄງ​ສ້າງ​ພື້ນ​ຖານ​ຕ່າ​ງໆ ຢ່າງ​ເຊັ່ນ​ສະໜາມ​ບິນ ຫຼື ສະຖານີ​ລົດໄຟ​ກໍ​ມີ​ແຜນການ​ຢູ່​ແລ້ວ ສິ່ງ​ທີ່​ເຮົາ​ມີ​ຄວາມ​ຈຳ​ເປັນ​ຈະ​ຕ້ອງ​ສ້າງ​ຈິ່ງໆ ກໍ​ຄື​ເລື່ອງ​ຂອງ​ສະຖານີ​ຂົນ​ສົ່ງ​ສິນຄ້າໃຫຍ່​ແລ້ວ​ກໍ​ແລ້ວ​ເລື່ອ​ງຂອງ​ສະຖານີ​ຂົນ​ສົ່ງ​ຜູ້​ໂດຍສານ​ນາໆ​ຊາດແຫ່ງ​ທີ 2.”

ການ​ຕົກລົງ​ທີ່​ຈະ​ເພີ່ມ​ມູນ​ຄ່າ​ການ​ຄ້າໃຫ້​ເຖິງ 8,000 ລ້ານພາຍ​ໃນ​ປີ 2017 ​ໄດ້​ມີ​ຂຶ້ນ​ໃນ​ໂອ​ກາດ​ການ​ປະ​ຊຸມ​ແຜນ​ຄວາມ​ຮ່ວມ​ມື​ລະ​ຫວ່າງ​ກະຊວງ​ອຸ​ດສາ​ຫະກຳ ​ແລະ ການ​ຄ້າ​ຂອງ ລາວ ກັບ​ກະຊວງ​ການ​ຂອງ ​ໄທ ຄັ້ງ​ທີ 6 ຢູ່​ທີ່​ບາງກອກ ​ເມື່ອ​ບໍ່​ດົນ​ນານ​ມາ​ນີ້ ​ໂດຍ​ການ​ເປັນ​ປະ​ທານຮ່ວມ​ກັນ​ລະຫວ່າງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ກັບ ພົນ​ເອກ ສັດ​ໄຊ ສາຣິພັນ​ຍະ ລັດຖະມົນ​ຕີ​ຂອງ​ທັງ​ສອງ​ປ​ະ​ເທດ.

​ໂດ​ຍການ​ຕົກລົງ​ດັ່ງກ່າວ​ນີ້ຖື​ເປັນ​ມູນ​ຄ່າ​ການຄ້າ​ທີ່​ເພີ່ມ​ຂຶ້ນ​ເຖິງ 150 ​ເປີ​ເ​ຊັນຈາກ​ປີ 2014 ທີ່ ລາວ ​ແລະ ​ໄທ ມີ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກັນ​ຫຼາຍ​ກວ່າ 5,443 ລ້ານ​ໂດ​ລາ ຊຶ່ງ​ແບ່ງ​ເປັນ​ການ​ນຳ​ເຂົ້າ​ສິນຄ້າ ​ໄທ ໂດຍ ລາວ ຊຶ່ງ​ເຮັດໃຫ້ ລາວ ​ເປັນ​ຝ່າຍ​ເສຍປຽບ​ດຸນ​ການ​ຄ້າ​ຕໍ່​ ​ໄທ ມູນ​ຄ່າລວມ​ເຖິງ 2,621.99 ລ້ານ​ໂດ​ລາ.

ສຳລັບ​ໃນ​ໄລຍະແຜນການ​ປະຈຳປີ 2014 ຫາ​ 2015 ນີ້ທາງ​ການ ລາວ ​ໄດ້​ວາງ​ຄາດໝາຍ​ການ​ຄ້າ​ຕ່າງປະ​ເທດ​ໄວ້​ໃນ​ມູນ​ຄ່າ​ລວມ​ເຖິງ 8,868 ລ້ານ​ໂດ​ລາ ​ໂດ​ຍ​ແບ່ງ​ເປັນ​ການ​ສົ່ງ​ອອກ​ໃນ​ມູນຄ່າ 4,168 ລ້ານ ​ແລະ ນຳ​ເຂົ້າໃນ​ມູນຄ່າລວມບໍ່​ເກີນ 4,700 ລ້ານ​ໂດ​ລາ ຊຶ່ງ​ກໍ​ຄົງ​ຈະ​ເປັນ​ໄປ​ບໍ່​ໄດ້​ແລ້ວ.

XS
SM
MD
LG