ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຮ່ທາດ ແລະຢາງພາລາ ເຮັດໃຫ້ມູນຄ່າ ການຄ້າ ລະຫວ່າງລາວກັບຈີນ ລົດລົງຫຼາຍ


ການຕົກຕໍ່າລົງຂອງລາຄາແຮ່ທາດ ແລະຢາງພາລາ ເຮັດໃຫ້ມູນຄ່າການຄ້າລະຫວາ່າງ ລາວກັບຈີນ ລົດລົງຫລາຍກວ່າ 820 ລ້ານໂດລາສະຫະລັດ ຄິດເປັນອັດຕາສະເຫລ່ຍເຖິງ 23% ໃນປີ 2015 ທຽບກັບປີ 2014 ທີ່ຜ່ານມາ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກໍາ ແລະການຄ້າຢືນຢັນວ່າການຄ້າລະຫວ່າງລາວ ກັບຈີນໃນຕະຫລອດປີ 2015 ຖືເປັນປີທຳອິດທີ່ມີຄຸນຄ່າລົດ ລົງໃນຮອບຫ້າປີທີ່ຜ່ານມາກໍ ຄືປີ 2011 ການຄ້າລະຫວ່າງລາວກັບຈີນມີມຸນຄ່າ 1,300 ລ້ານໂດລາສະຫະລັດ ແລະ ໄດເພີ້ມຂຶ້ນເປັນ 1,700 ລ້ານໂດລາສະຫະລັດ ໃນປີ 2012 ສ່ວນໃນປີ 2013 ມີມູນຄ່າ ການຄ້າເຖິງ 2,700 ລ້ານໂດລາສະຫະລັດ ແລະຫລາຍກວ່າ 3,600 ລ້ານໂດລາສະຫະ ລັດ ໃນປີ 2014 ແລ້ວກໍລົດລົງເປັນ 2,780 ລ້ານໂດລາສະຫະລັດ ໃນປີ 2015 ຊຶ່ງລົດລົງ ເຖິງ 23% ທຽບໃສ່ປີ 2014 ໂດຍມີສາເຫດທີ່ສຳຄັນມາຈາກ ການຕົກຕໍ່າລົງຂອງແຮ່ທາດ ແລະຢາງພາລາ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວໄດ້ວາງຄາດໝາຍການຄ້າຕ່າງປະເທດ ໃນລະຍະ ແຜນການປີ 2015-2016 ໄວ້ໃນມູນຄ່າຮ່ວມເກີນກວ່າ 9,000 ລ້ານໂດລາສະຫະລັດ ໂດຍຈະເປັນການສົ່ງສິນຄ້າອອກໄປຕ່າງປະເທດ 3,000 ກວ່າລ້ານໂດລາສະຫະລັດ ແລະນຳເຂົ້າສິນຄ້າຈາກຕ່າງປະເທດຫລາຍກົ່ວ 5,000 ລ້ານໂດລາສະຫະລັດ ໂດຍຖ້າ ຫາກວ່າການດຳເນີນງານເດີນໄປຕາມແຜນດັ່ງກ່ວານີ້ ກໍຈະເຮັດໃຫ້ສາມາດຄວບຄຸມ ການຂາດູນການຄ້າຕ່າງປະເທດ ໃຫ້ຢູ່ໃນມູນຄ່າຮວມບໍ່ເກີນ 2,000 ລ້ານໂດລາສະຫະ ລັດ ໃນຕະຫລອດແຜນການປີ.

ທາງດ້ານກະຊວງການຄ້າຂອງໄທໄດ້ລາຍງານວ່າ ການຄ້າລະ ຫວ່າງໄທກັບລາວມີມູນ ຄ່າຮວມເກີນ 5,770 ລ້ານໂດລາສະຫະລັດໃນຕະຫລອດປີ 2015 ຊຶ່ງໃນນີ້ເປັນການສົ່ງ ສິນຄ້າໄທໄປຍັງລາວ ໃນມູນຄ່າລວມຫລາຍກວ່າ 4,460 ລ້ານໂດລາສະຫະລັດ ໂດຍ ເພີ້ມຂຶ້ນເຖິງ 10.6% ເມື່ອທຽບກັບປີ 2014 ແລະໄທໄດ້ນຳເຂົ້າສິນຄ້າຈາກລາວໃນມູນ ຄ່າລວມ 1,310 ລ້ານໂດລາສະຫະລັດ ໂດຍລົດລົງເກີນກວ່າ 7% ເມຶ່ອທຽບກັບປີ 2014 ທີ່ຜ່ານມາຊຶ່ງເຮັດໃຫ້ໄປໄດ້ປຽບດູນການຄ້າຕໍ່ລາວຫລາຍກວ່າ 3,150 ລ້ານໂດລາ ສະຫະລັດ ແລະໃນປີ 2016 ນີ້ທາງການໄທກໍຄາດໝາຍວ່າ ຈະໄດ້ປຽບດູນການຄ້າຕໍ່ ລາວ ບໍ່ໜ້ອຍກວ່າ 4,000 ລ້ານໂດລາສະຫະລັດອີກດ້ວຍ.

ຍິງໄປກວ່ານັ້ນ ທາງການໄທຍັງຄາດໝາຍດ້ວຍວ່າ ຈະໄດ້ປຽຍດູນການຄ້າຕໍ່ລາວເພີ້ມ ຂຶ້ນເປັນ 5,000 ລ້ານໂດລາສະຫະລັດ ໃນປີ 2017 ຊຶ່ງກໍເປັນຜົນຈາກການຕົກລົງລະ ຫວ່າງ ກະຊວງການຄ້າຂອງໄທ ກັບກະຊວງອຸດສາຫະກຳ ແລະການຄ້າຂອງລາວທີ່ຈະ ເພິ້ມມູນຄ່າການຄ້າລະຫວ່າງກັນໃຫ້ເຖິງ 8,000 ລ້ານໂດລາສະຫະລັດ ໃນປີ 2017 ດັ່ງ ກວ່າ ໂດຍໃນນີ້ກໍຄາດໝາຍວ່າ ຈະເປັນການສົ່ງສິນຄ້າໄທໄປລາວໃນມູນຄາຮວມເຖິງ 6,500 ລ້ານໂດລາສະຫະລັດ ໃນຂະນະທີ່ໄທກໍຈະນໍາເຂົ້າສິນຄ້າຈາກລາວໃນມູນຄ່າ ຣວມພຽງ 1,500 ລ້ານໂດລາເທົ່ານັ້ນ.

ທາງດ້ານທ່ານ ພິດສະນຸ ຈັນວິທັນ ອະດີດເອກອັກຄະລັດຖະທູດໄທ ປະຈໍານະຄອນ ວຽງ ຈັນ ກໍເຊື່ອໝັ້ນວ່າການຄ້າລະຫວ່າງລາວ-ໄທ ຈະມີມູນຄ່າເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະການ ພັດທະນາໃນດ້ານຄົມມະນາຄົມຂົນສົ່ງໃນລາວກໍຍັງຈະຂະຫຍາຍ ການຄ້າໄປຫວຽດ ນາມ ອີກດ້ວຍດ່ັງທີ່ທ່ານໄດ້ໃຫ້ການອະທິບາຍວ່າ

“ລາວກໍກຳລັງສ້າງທາງຫລາຍເສັ້ນທາງທີ່ໄປສູ່ຕອນກາງຂອງຫວຽດນາມ ດຽວນີ້ຜົມ ກໍສະເໜີໃຫ້ສະພານຕໍ່ໄປ ຫລັງຈາກທີ່ບືງການແລ້ວນີ້ກໍຈະເປັນສະພານຈາກ ແຂວງ ສາຣະວັນ ກັບອຸບົນຣາຊະທານີຂອງເຣົາ ເພາະວ່າເສັ້ນນີ້ເມື່ອຕໍ່ເຂົ້າໄປເຖິງດານັງ ເມືອງທ່າເຣືອຕອນກາງຂອງປະເທດຫວຽດນາມ ກໍໝາຍຄວາມວ່າສິນຄ້າຕ່າງໆ ທີ່ ຈະໄປຂາຍຫວຽດນາມ ສິນຄ້າຂອງຄົນລາວທີ່ຈະມາຂາຍອຸບົນກໍຈະມາກຂຶ້ນ."

ການຕົກລົງທີ່ຈະເພີ້ມມູນຄ່າການຄ້າໃຫ້ເຖິງ 8,000 ລ້ານໂດລາສະຫະລັດ ພາຍໃນປີ 2017 ໄດ້ມີຂຶ້ນໃນໂອກາດກອງປະຊຸມແຜນຄວາມຮ່ວມມືລະຫວ່າງ ກະຊວງອຸດສາຫະ ກໍາ ແລະການຄ້າຂອງລາວກັບ ກະຊວງການຄ້າຂອງໄທຄັ້ງທີ່ 6 ຢູ່ທີ່ບາງກອກ ຖືເປັນມູນ ຄ່າການຄ້າທີ່ເພີ້ມຂຶ້ນເຖິງ 150% ຈາກປີ 2014 ທີ່ລາວ-ໄທມີມູນຄ່າການຄ້າລະຫວ່າງ ກັນຫລາຍກວ່າ 5,443 ລ້ານໂດລາສະຫະລັດ ຊຶ່ງເປັນການແບ່ງສິນຄ້າເຂົ້າໂດຍລາວ ໃນມູນຄ່າ 4,032.55 ລ້ານໂດລາສະຫະລັດ ແລະລາວສົ່ງສິນຄ້າໄປໄທໃນມູນຄ່າ 1,41.56 ລ້ານໂດລາສະຫະລັດ ຊຶ່ງເຣັດໃຫ້ລາວເປັນຝ່າຍເສຍປຽບ ຕໍ່ຕະຫລາດການຄ້າ ຕໍ່ໄທ ໃນມູນຄ່າຣວມເຖິງ 2,621.99 ລ້ານໂດລາ.

XS
SM
MD
LG