ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ກະ​ເສດ​ຕະກອນ​ລາວ ຫັນມາປູກພືດຢ່າງອື່ນ ຫຼາຍຂຶ້ນ ແທນຢາງພາຣາ ທີ່ຂາດທຶນນັ້ນ


ສວນຢາງພາຣາ
ສວນຢາງພາຣາ

ກະ​ເສດ​ຕະກອນ​ລາວ ​ໃນ​ແຂວງ​ບໍ່​ແ​ກ້ວ ​ໄດ້​ພາກັນ​ຕັດ​ຕົ້ນ​ຍາງພາຣາ ຖິ້ມ​ຫຼາຍ​ຂຶ້ນ​ນັບ​ມື້ ​ເນື່ອງ​ຈາກ​ທົນ​ແບກຮັບພາລະ​ຂາດທຶນ​ຕໍ່​ໄປ​ບໍ່​ໄຫວ ​ໂດຍ​ໄດ້​ພາກັນ​ຫັນ​ໄປ​ປູກ​ພື​ດເສດຖະ ກິດ​ຊະນິດ​ອື່ນທົດ​ແທນ.

ທ່າ​ນຄຳ​ແພງ ​ໄຊ​ຍະ​ຈັກ ຮອງ​ຫົວໜ້າ​ຂະແໜງປ່າ​ໄມ້ແຂວງ​ບໍ່​ແ​ກ້ວ ​ໄດ້ພາ​ກັນ​ຕັດ​ຕົ້ນ​ຢ່າງ​ພາຣາຖິ້ມຫຼາຍ​ຂຶ້ນນັບ​ມື້ ​ເພາະວ່າລາຄາ​ຍາງພາຣາທີ່​ຕົກ​ຕ່ຳລົງ​ ຈາກ​ລາຄາ​ສະ​ເລ່ຍ17 ພັນ ກີບ​ ຕໍ່ກິ​ໂລ ​ໃນປີ 2013 ມາ​ເປັນ 2 ພັນ 500 ກີບ ຕໍ່​ກິ​ໂລ.

ໃນປະຈຸ​ບັນ​ໄດ້​ເຮັດໃຫ້ລາຍ​ຮັບ​ຂອງ​ຊາວ​ສວນ​ຍາງພາຣາ ​ໃນ​ລາວ​ຫຼຸດ​ລົງ​ເກີ​ນກວ່າ 680 ເປີ​ເຊັນ ທຽບ​ໃສ່​ປີ 2013 ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ ບໍ່​ສາມາດ​ທີ່​ຈະ​ທົນ​ແບກ​ຮັບ​ສະພາວະ​ການ​ຂາດທຶນ​ໄດ້​ອີກ​ຕໍ່​ໄປ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ຄຳ​ແພງ ກໍ​ຍັງ​ບໍ່​ມີ​ສະຖິຕິ​ທີ່​ຄັກ​ແນ່​ວ່າ​ກະ​ເສດຖະກອນ​ໃນ​ແຂວງ​ບໍ່ແກ້ວ​ ​ໄດ້​ພາກັນ​ຕັດ​ຕົ້ນ​ຍາງພາຣາ​ໄປ​ແລ້ວ ​ໃນ​ເນື້ອ​ທີ່​ຮວມເທົ່າ​ໃດ ​ເນື່ອງ​ຈາກ​ວ່າການ​ຕັດ​ຕົ້ນ​ຍາງພາຣາ ຍັງ​ຄົງ​ສືບ​ຕໍ່​ເລື້ອຍ​ມາ ຈົນ​ເຖິງ​ເວລາ​ນີ້ ​ໂດຍ​ກະ​ເສດ​ຕະກອນ​ລາວ ​ໄດ້​ພາກັນ ຫັນ​ໄປ​ປູກ​ພືດ​ເສດຖະກິດ​ອື່ນ​ທົດ​ແທນ​ເພື່ອ​ແກ້​ໄຂ ຊີວິດ​ການ​ເປັນ​ຢູ່​ທີ່​ພວກ​ເຂົາ​ເຈົ້າ ກຳລັງ​ປະ​ເຊີນຢູ່​ໃນ​ປະຈຸ​ບັນ​ນີ້.

ທັງ​ນີ້ ໂດຍ​ຈາກ​ການ​ເກັບ​ກຳ​ຂໍ້​ມູນ​ເບື້ອງ​ຕົ້ນ ພົບ​ວ່າ ​ແຂວງ​ບໍ່​ແກ້ວ ມີ​ເນື້ອ​ທີ່ປູກຍາງພາຣາ​ທັງ​ໝົດ 26 ພັນ 246 ​ເຮັກ​ຕາ​ ໂດຍ​ເປັນ​ການ​ປູກ​ຕາມ​ພັນທະ​ສັນຍາ​ທີ່​ກະເສດຕະກອນ ​ໄດ້​ຕົກລົງ​ໄວ້​ຮ່ວມ​ກັນ 9 ບໍລິສັດ​ເອກ​ກະ​ຊົນ​ຈີນ ​ໃນ​ເນື້ອ​ທີ່ 13 ພັນ 209 ​ເຮັກ​ຕາ ​ແລະ 2 ບໍລິສັດ​ເອກ​ກະຊົນລາວ ​ໃນເນື້ອ​ທີ່ 2 ພັນ 069 ​ເຮັກ​ຕາ ສ່ວນ​ທີ່​ເຫຼືອ​ອີກ 10 ພັນ 968 ​ເຮັກຕາ ນັ້ນ ​ເປັນ​ການ​ປູກ​ໂດຍ​ກະ​ເສດ​ຕະກອນ​ລາວ​ເອງ.

ສະພາບ​ການ​ດັ່ງກ່າວ​ນີ້ ​ຍັງ​ໄດ້​ເກີດ​ຂຶ້ນ​ໃນ​ແຂວງ​ຫຼວງ​ນ້ຳ​ທາ ​ດ້ວຍ​ເຊັ່ນ​ກັນ ​ໂດຍ​ພົບ​ວ່າ​ ກະ​ເສດ​ຕະກອນ ​ໃນ​ແຂວງ​ດັ່ງກ່າວ​ນີ້ ​ໄດ້​ພາກັນ​ຕົດ​ຕົ້ນ​ໄມ້ຍາງ​ພາຣາ ​ໄດ້​ແລ້ວໃນ​ເນື້ອ​ທີ່​ກວ້າງ​ກວ່າ​ເກົ່າ 1 ພັນ ​ເຮັກຕາ ​ແລະ​ຍັງ​ມີ​ການ​ຕັດ​ເພີ້​ມຂຶ້ນ​ເລື້ອຍໆ ​ໂດຍ​ແຂວງ​ຫຼວງ​ນ້ຳ​ທາ ​ມີ​ການ​ປູກ​ຢາງ​ພາຣາ ​ເນື້ອ​ທີ່ເຖິງ 35 ພັນ ​ເຮັກຕາ.

​ໃນ​ປະຈຸ​ບັນ​ມີ​ສວນ​ຢາງພາຣາ ຄິດ​ເປັນ​ເນື້ອ​ທີ່ຮວມ 250 ພັນ ກວ່າ​ເຮັກຕາ ​ໃນ​ທົ່ວ​ປະ​ເທດ​ລາວ ຊຶ່ງ​ສ່ວນ​ໃຫຍ່ ​ເປັ​ນພື້ນທີ່​ສຳ​ປະທານ​ຂອງ​ບັນດາ​ບໍລິສັດ​ຈາກ​ຈີນ ຫວຽດນາມ​ແລະ​ໄທ
ຂະນະ​ທີ່​ກະ​ເສດ​ຕະກອນ​ລາວ ​ໄດ້​ພາກັນ​ປູກ​ຍາງພາຣາ ພາຍ​ໃຕ້​ສັນຍາ​ກະ​ເສດ​ພັນທະ ທີ່​ໄດ້ຕົກລົງ​ຮ່ວມ ກັບ​ບັນດາ​ບໍລິສັດ​ຈາກ​ຈີນ ຫວຽດນາມ ​ແລະ​ໄທ ດັ່ງກ່າວ.

ການ​ທີ່​ກະ​ເສດ​ຕະກອນ​ລາວ ​ໄດ້​ພາກັນ​ຕັດ​ຕົ້ນ​ຢາງພາຣາດັ່ງກ່າວ​ນີ້ ນອກຈາກ​ຈະ​ເພື່ອ​ເປັນ​ການ​ຫຼຸດ​ພາລະ​ການ​ຂາດທຶນ​ແລ້ວ ກໍ​ຍັງ​ມີ​ເປົ້າ​ໝາຍ​ທີ່​ຈະ​ຫັນ​ປ່ຽນ​ໄປ​ປູກ​ພືດ​ເສດຖະກິດ ​ໂດຍ​ສະ​ເພາະ​ແມ່ນ​ກາ​ເຟນັ້ນ ຖື​ວ່າ ​ເປັນ​ຜົນ​ຜະລິດ​ທີ່​ເພີ້​ມສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ໂດຍກະ​ເສດ​ຕະກອນ​ລາວ ​ໄດ້​ປູກ​ກາ​ເຟ​ໃນ​ເນື້ອ​ທີ່​ຮວມ 130 ພັນ​ເຮັກຕາ ຢູ່​ໃນເຂ​ດປາກ​ຊ່ອງ ​ແລະ​ເມືອງ​ບາ​ຈຽງ​ໃນ​ແຂວງ​ຈຳປາ​ສັກ ​ເມືອງ​ເຫຼົ່າງາມ ​ແຂວງ​ສະຫວັນ​ນະ​ເຂດ​ແລະ​ເມືອງ​ທ່າ​ແຕງ ​ແຂວງ​ເຊ​ກອງ ຊຶ່ງ​ໄດ້​ສົ່ງ​ກາ​ເຟ ​ໄປ​ຕ່າງປະ​ເທດ​ເຖິງ 98 ພັນ​ໂຕ່ນ ​ໃນ​ປີ 2015 ​ແລະ​ຄາດ​ວ່າ ຈະ​ເພີ້​ມຂຶ້ນ​ເປັນ 120 ພັນ ​ໂຕ່ນ ​ໃນ​ປີ 2020 ​ແລະ 280 ພັນ ​ໂຕ່ນ ​ໃນ​ປີ 2025 ຕາມ​ລຳດັບ ​ໂດຍ​ຂະຫຍາຍພື້ນ​ທີ່​ປູກ​ກາ​ເຟ​ໄປ​ເຂດ​ແຂວງ​ພາກ​ເໜືອ​ດ້ວຍ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ກະສິກຳ - ປ່າ​ໄມ້ ​ໃຫ້ການ​ຢືນຢັນ​ວ່າ...

​ເນື້ອ​ທີ່​ປູກ​ກາ​ເຟກຳລັງ​ຂະຫຍາຍ​ໄປ​ບັນດາ​ແຂວງ​ອື່ນື້ ​ໂດຍ​ສະ​ເພາະ​ຢູ່​ໃນ​ບັນດາ​ແຂວງ​ພາກ​ເໝືອ ຕາມ​ຂໍ້​ມູນທີ່​ພວກ​ເຮົາ​ເກັບ​ກຳ ​ໄດ້​ມາຮອດ​ມື້​ນີ້ ກະ​ປະມານ​ 3 ພັນ ກວ່າ​ເຮັກຕາ ​ແລະ​ພິ​ເສດ​ແມ່ນ​ຂະຫຍາຍ​ຢູ່​ແຂວງ​ຫຼວງ​ພະ​ບາງ ຜົ້ງສາລີ ​ແຂວງ​ຫົວພັນ ​ແລະ​ຊຽງ​ຂວາງ​ແລະ​ກໍ​ປະກອບ​ມີ 3 ສາຍ​ພັນ ອັນ​ມີ ພັນ Arabica, Robusta ​ແລ້ວ​ກະ​ພັນ Asamsa ​ແຕ່​ຢູ່​ລາວ​ນີ້ ກະ​ປະມານ 80 ​ເປີ​ເຊັນ ​ແມ່ນ​ກາ​ເຟ Robusta.

​ແຕ່ຢ່າງ​ໃດກໍ​ຕາມ ກະ​ເສດ​ຕະກອນ​ລາວ​ທີ່​ປູກ​ກາ​ເຟ ກໍ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ຈາກ​ການ​ທີ່​ລາຄາ​ກາ​ເຟ​ໃນ​ຕະຫຼາດ​ໂລກ​ຕົກ​ຕ່ຳລົງ ຢ່າງ​ຕໍ່ເນື່ອງ ນັບ​ຕັ້ງ​ແຕ່​ປີ 2005 ​ເປັນ​ຕົ້ນ​ມາ ຊຶ່ງ​ປະກົດ​ວ່າ ລາຄາ​ກາ​ເຟໄດ້​ຕົກ​ຕ່ຳລົງ​ເກີນ​ກວ່າ 45 ​ເປີ​ເຊັນ ​ໃນ​ເວລາ​ນີ້ກໍ​ຄື​ລາຄາ​ກາ​ເຟ Arabica, ​ໄດ້​ຕົກ​ຕ່ຳລົງ​ຈາກ 5 ພັນ ມາ​ເປັນ 2 ພັນ 687 ​ໂດ​ລ່າ ຕໍ່​ໂຕ່ນ ສ່ວນ​ກາ​ເຟ
Robusta ກໍ​ໄດ້​ຕົກ​ຕ່ຳລົງ ຈາກ 2 ພັນ 500 ມາ​ເປັນ 1 ພັນ 641 ໂດ​ລ່າ ຕໍ່​ໂຕ່ນ ​ໃນ​ປະຈຸ​ບັນ.

XS
SM
MD
LG