ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວຢືນຢັນວ່າເຂື່ອນທ່າຄໍ້ ຈະບໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ


Protesters raise their open palms showing the word "No" during an anti-bailout rally outside the parliament in Nicosia, Cyprus. Cypriot ministers were trying to revise a plan to seize money from bank deposits before a parliamentary vote on Tuesday that will secure the island's financial rescue.
Protesters raise their open palms showing the word "No" during an anti-bailout rally outside the parliament in Nicosia, Cyprus. Cypriot ministers were trying to revise a plan to seize money from bank deposits before a parliamentary vote on Tuesday that will secure the island's financial rescue.

ເຈົ້າໜ້າທີ່ຂັ້ນສູງຂອງລາວຢືນຢັນວ່າ ໂຄງການເຂື່ອນທ່າຄໍ້ ຢູ່ເຂດເມືອງໂຂງ ແຂວງຈໍາປາ ສັກ ຈະບໍ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດໃນແມ່ນໍ້າຂອງ.

ທ່ານສັນຍາ ອາໄພ ທີ່ປຶກສາດ້ານການທ່ອງທ່ຽວໃນໂຄງ
ການອະເນກປະສົງເພື່ອການພັດທະນາຂອງອົງການທ່ອງ
ທ່ຽວແຫ່ງຊາດລາວຖະແຫຼງຢືນຢັນວ່າ ໂຄງການກໍ່ສ້າງ
ເຂື່ອນທ່າຄໍ້ໃນແມ່ນໍ້າຂອງ ຢູ່ເຂດເມືອງໂຂງໃນແຂວງຈໍາ
ປາສັກ ຈະບໍ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະ
ຊາດໃນແມ່ນໍ້າຂອງຢ່າງແນ່ນອນ ທັງຍັງຈະບໍ່ສົ່ງຜົນກະທົບຕໍ່ເຂດການທ່ອງທ່ຽວອີກດ້ວຍ ດັ່ງທີ່ທ່ານສັນຍາໄດ້ໃຫ້ການຊີ້ແຈງ ໃນຕອນນຶ່ງວ່າ:

“ທີ່ຕັ້ງຂອງໂຄງການໄຟຟ້ານໍ້າຕົກທ່າຄໍ້ ຕັ້ງຢູ່ນອກເຂດຂອງການພັດທະນາການ
ທ່ອງທ່ຽວມັນຈະບໍ່ໄປແຕະຕ້ອງເລື້ອງສິ່ງແດວລ້ອມຢູ່ໃນ. ແຕ່ວ່າໂຄງການໂຕນີ້
ຈະເປັນໂຄງການທີ່ບໍ່ມີເຂື່ອນ, ໂຕ່ງເອົານໍ້າຢູ່ແຄມທ່ານັ້ນ ແລ້ວກະເຮັດຄອງຊົນລະ
ປະທານເຂົ້າໄປໂດຍປະມານ 1,700 ແມັດ ແລະໂຄງການນີ້ກະບໍ່ມີອ່າງເກັບນໍ້າ
ຈະໂຕ່ງເອົານໍ້າໂດຍກົງ ແລ້ວກໍເອົາຜ່ານເຄື່ອງຈັກຢູ່ລຸ່ມຄອນພະເພງໄປອີກ”

ໂຄງການການເຂື່ອນທ່າຄໍ້ດັ່ງກ່າວນີ້ ຈະມີກໍາລັງຜະລິດພະລັງງານໄຟຟ້າລວມ 308 MW ຊຶ່ງຈະມີການກໍ່ສ້າງເປັນແບບຂັ້ນບັນໄດທີ່ແບ່ງອອກເປັນ 3 ຂັ້ນຕອນດ້ວຍກັນ ຊຶ່ງກໍຄືຂັ້ນ
ຕອນທີ 1 ຈະມີກໍາລັງຜະລິດພະລັງງານໄຟຟ້າ 52 MW, ຂັ້ນຕອນທີ 2 ຈະມີກໍາລັງຜະ
ລິດພະລັງງານໄຟຟ້າ 86 MW ແລະຂັ້ນຕອນທີ 3 ທີ່ຢູ່ຕໍ່າສຸດນັ້ນຈະມີກໍາລັງຜະລິດພະ
ລັງງານໄຟຟ້າເຖິງ 170 MW ໂດຍມີເປົ້າໝາຍ ທີ່ຈະສົ່ງພະລັງງານໄຟຟ້າທີ່ຜະລິດໄດ້
ສ່ວນໃຫຍ່ຂາຍໃຫ້ແກ່ໄທ, ຫວຽດນາມ ແລະກໍາປູເຈຍ.

ແຜ່ນທີ່ຈຸດຈະສ້າງເຂື່ອນ ໄຟຟ້ານໍ້າຕົກໃນນໍ້າຂອງ ທີ່ຢູ່ໃນຍ່ານຂອງລາວຊຶ່ງ ມີຫລາຍກວ່າ 10 ແຫ່ງ
ແຜ່ນທີ່ຈຸດຈະສ້າງເຂື່ອນ ໄຟຟ້ານໍ້າຕົກໃນນໍ້າຂອງ ທີ່ຢູ່ໃນຍ່ານຂອງລາວຊຶ່ງ ມີຫລາຍກວ່າ 10 ແຫ່ງ

ກ່ອນ​ໜ້າ​ນີ້ ທ່ານ ​ໄຊ​ປະ​ເສີດ ພົນ​ສຸ​ພາ ຫົວໜ້າ​ກົມ​ສົ່ງ​ເສີມ
ແລະ​ພັດທະນາ​ພະລັງງານ​ແລະບໍ່​ແຮ່ຂອງ​ລາວ​ ກໍ​ໄດ້​ຖະ​
ແຫລງ​ໃຫ້​ຮູ້​ວ່າ ທາງ​ການ​ລາວ​ໄດ້​ອະນຸຍາດ​ໃຫ້​ບໍລິສັດຈາກ
ຕ່າງປະ​ເທດ​ທໍາ​ການ​ສຶກສາ​ສໍາ​ຫລວດຄວາມ​ເປັນ​ໄປໄດ້​ຂອງ
ໂຄງການ​ກໍ່ສ້າງ​ເຂື່່ອນ​ເທິງ​ແນວ​ແມ່​ນໍ້າຂອງສະເພາະ​ໃນເຂດ
ປະ​ເທດ​ລາວ​ແລ້ວ 7 ​ໂຄງການ.

ຊຶ່ງນອກຈາກໂຄງການເຂື່ອນທ່າຄໍ້ດັ່ງກ່າວແລ້ວ ກໍຍັງມີ
ໂຄງການເຂື່ອນປາກແບ່ງໃນແຂວງອຸດົມໄຊ, ​ໂຄງການ
ເຂື່ອນຫລວງ​ພະ​ບາງໃນ​ແຂວງ​ຫລວງ​ພະ​ບາງ, ​ໂຄງການ​
ເຂື່ອນ​ປາກລາຍ, ​ໃນ​ແຂວງ​ໄຊ​ຍະ​ບູລີ, ​ໂຄງການ​ເຂື່ອນ
ສາ​ນະ​ຄາມ​ໃນ​ແຂວງ​ວຽງຈັນ, ​ໂຄງການເຂື່ອນ​ແກ້ງ​ຫລວງ ​
ແລະ​ໂຄງການ​ເຂື່ອນດອນ​ໂຂງ​ໃນ​ແຂວງ​ຈຳປາ​ສັກ ໂດຍ
5 ​ໂຄງການມີ​ເປົ້າໝາຍທີ່​ຈະ​ສົ່ງ​ກະ​ແສ​ໄຟຟ້າ​ໄປ​ຂາຍ​ໃຫ້​ກັບ​ໄທ. ສ່ວນ​ອີກ 2 ​ໂຄງການ​ທີ່​
ເຫລືອ ​ກໍ​ຈະ​ສົ່ງ​ກະ​ແສ​ໄຟຟ້າ​ຂາຍ​ໃຫ້​ຫວຽດນາມ 1 ​ໂຄງການ ​ແລະ​ຕອບສະໜອງ​ການ
ຊົມ​ໃຊ້​ໄຟຟ້າພາຍ​ໃນ​ປະ​ເທດ 1 ​ໂຄງການ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານໄຊ​ປະ​ເສີດ ກໍ​ໄດ້​ໃຫ້ການ​ເນັ້ນ​ຍໍ້າວ່າ ການ​ອະນຸຍາດ​ດັ່ງກ່າວ​ນີ້​ບໍ່​ ໄດ້​ໝາຍ​ເຖິງ​ການ​ອະນຸຍາດ​ໃຫ້​ບໍລິສັດ​ຕ່າງ​ຊາດ​ທໍາ​ການ​ກໍ່ສ້າງ​ເຂື່ອນ​ແຕ່ ​ຢ່າງ​ໃດ ​ເພາະວ່າ​ການ​ທີ່​ຈະ​ອະນຸມັດ​ໃຫ້​ບໍລິສັດ​ຕ່າງ​ຊາດ​ສາມາດ​ລົງມື​ດໍ​າ​ເນີນ​ ການ​ກໍ່ສ້າງ​ເຂື່ອນ​ໄດ້​ນັ້ນ ​ກໍ​ຈະ​ຂຶ້ນຢູ່​ກັບ​ຜົນ​ທີ່​ໄດ້​ຮັບ​ຈາກ​ການ​ສຶກສາ​ສໍາຫລວດ​ຄວາມ​ເປັນ​ໄປ​ ໄດ້​ ຂອງ​ແຕ່ລະ​ໂຄງການ​ເປັນ​ສໍາຄັນ.

ພິທີເຊັນສັນຍາສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ
ພິທີເຊັນສັນຍາສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ

ຍິ່ງ​ໄປ​ກວ່າ​ນັ້ນ ສໍາລັບ​ໂຄງການ​ທີ່​ໄດ້​ທຳ​ການ​ສຶກສາ​ສຳ​ຫລວດ ແລ້ວ​ພົບ​ວ່າ​ມີ​ຄວາມ​ເປັນໄປ​ໄດ້​ແລະ​ຄຸ້ມ​ຄ່າ​ທີ່​ຈະ​ ລົງທຶນ​ກໍ່ສ້າງ​ຕໍ່​ໄປ​ນັ້ນ ທາງ​ການ​ລາວ​ກໍ​ຍັງ​ຈະ​ສ​ະ​ເໜີ​ແຜນການ​ກໍ່ສ້າງ​ຕໍ່​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ ຫລື MRC ​ແລະ​ປະ​ເທດ​ສະມາຊິກ​ໃນ MRC ດ້ວຍ​ກັນ ​ເພື່ອ​ໃຫ້ການ​ຮັບຮອງແຜນການ ​ທີ່​ຈະ​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນດັ່ງກ່າວອີກ​ດ້ວຍ.

ນອກຈາກນີ້ ທາງ​ການ​ລາວ​ກໍ​ຍັງ​ໄດ້​ອະນຸຍາດ​ໃຫ້​ບໍ​ລິ​ສັດ​ເອກ​ກະ​ຊົນ​ໄທດໍາ​ເນີນການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງໂຄງການ​ກໍ່ສ້າງ​ເຂື່ອນ​ເທິງ​ແນວ​ ແມ່​ນໍ້າຂອງ​ໄປ​ແລ້ວ 2 ​ໂຄງການ ຊຶ່ງ​ມີ​ທີ່​ຕັ້ງ​ຢູ່​ເຂດ​ຕິດ​ຕໍ່​ຊາຍ​ແດນ​ໃນ​ແນວ​ແມ່ນໍ້າຂອງ​ລະຫວ່າງ​ລາວ​ ກັບ​ໄທ ກໍ​ຄື​ເຂື່ອນ​ໄຊ​ຍະ​ບູລີ ກັບ​ໂຄງການ​ເຂື່ອນບ້ານ​ກຸ່ມ ​ທີ່​ມີ​ເປົ້າໝາຍ​ຈະ​ຜະລິດ​ກະ​ແສ​ໄຟຟ້າ ​ສົ່ງ​ຂາຍ​ໃຫ້​ກັບ​ໄທເປັນ​ຫລັກ.

XS
SM
MD
LG