ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ-ໄທ ຈະເປີດ ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 3 ໃນວັນທີ 11 ພະຈິກ


ຂົວຂ້າມແມ່ນໍ້າຂອງແຫ່ງທີ 3 ລະຫວ່າງລາວ-ໄທ ທີ່ຈະເລີ້ມເປີດຮັບໃຊ້ ໃນການຄົມມະນາຄົມຂົນສົ່ງ ໃນວັນທີ 11 ພະຈິກນີ້
ຂົວຂ້າມແມ່ນໍ້າຂອງແຫ່ງທີ 3 ລະຫວ່າງລາວ-ໄທ ທີ່ຈະເລີ້ມເປີດຮັບໃຊ້ ໃນການຄົມມະນາຄົມຂົນສົ່ງ ໃນວັນທີ 11 ພະຈິກນີ້

ທາງການລາວ-ໄທ ຈະຮ່ວມກັນຈັດພິທີເປີດຂົວຂ້າມແມ່ນໍ້າຂອງແຫ່ງທີ 3 ທີ່ເຊື່ອມຕໍ່ ລະຫວ່າງແຂວງຄໍາມ່ວນກັບຈັງຫວັດນະຄອນພະນົມໃນວັນທີ 11 ພະຈິກນີ້ ໂດຍຈະ ຈັດງານສະເຫຼີມສະຫຼອງຢ່າງຍິ່ງໃຫຍ່.

ເຈົ້າໜ້າທີ່ຂັ້ນສູງໃນແຂວງຄໍາມ່ວນ ໃຫ້ການຢືນຢັນວ່າການດໍາເນີນການກໍ່ສ້າງຂົວຂ້າມ
ແມ່ນໍ້າຂອງແຫ່ງທີ່ 3 ທີ່ເຊື່ອມຕໍ່ລະຫວ່າງເມືອງທ່າແຂກ ແຂວງຄໍາມ່ວນຂອງລາວ ກັບ
ຈັງຫວັດນະຄອນພະນົມຂອງໄທ ທີ່ໄດ້ເລີ່ມລົງມືດໍາເນີນການກໍ່ສ້າງນັບຕັ້ງແຕ່ເດືອນ ພຶດ
ສະພາ 2009 ເປັນຕົ້ນມາຈົນເຖິງຂະນະນີ້ກໍ່ໃກ້ຈະສໍາເລັດສົມບູນທັງ 100% ແລ້ວຈຶ່ງເຮັດ
ໃຫ້ທາງການລາວ-ໄທ ໄດ້ກໍານົດການທີ່ຈະຮ່ວມກັນຈັດພິທີເປີດການຊົມໃຊ້ຂົວດັ່ງກ່າວ ຢ່າງເປັນທາງການໃນວັນທີ 11 ເດືອນພະຈິກ 2011 ທີ່ຈະເຖິງນີ້.

ພິທີເຊັນສັນຍາກໍ່ສ້າງຂົວຂ້າແມ່ນໍ້າແຫ່ງທີ 4 ທີ່ເຊື່ອມຕໍ່ລະຫວ່າງ ລາວ-ໄທ
ພິທີເຊັນສັນຍາກໍ່ສ້າງຂົວຂ້າແມ່ນໍ້າແຫ່ງທີ 4 ທີ່ເຊື່ອມຕໍ່ລະຫວ່າງ ລາວ-ໄທ

ເພື່ອເປັນການຮັບຕ້ອນພິທີເປີດ
ການຊົມໃຊ້ຂົວຂ້າມແມ່ນໍ້າຂອງ
ແຫ່ງທີ່ 3 ດັ່ງກ່າວ ທາງການ
ແຂວງຄໍາມ່ວນກໍຈະຈັດງານສະ
ເຫຼີມສະຫຼອງດ້ວຍການຈັດງານ
ວາງສະແດງສິນຄ້າ ແລະການສະ
ແດງສິນລະປະວັດທະນະທໍາ
ຕ່າງໆ ຂອງລາວຢ່າງຍິ່ງໃຫຍ່ທີ່
ກໍານົດຈະມີຂຶ້ນໃນລະຫວ່າງວັນ
ທີ 7-12 ພະຈິກ ນີ້ດ້ວຍດັ່ງທີ່
ທ່ານນາງສອນວິສິດ ວິໄລສານ
ຜູ້ອໍານວຍການບໍລິສັດສິດລາວ
ອິນເຕີເນເຊັ່ນແນວ ຊຶ່ງໄດ້ມອບ
ໝາຍໃຫ້ຮັບຜິດຊອບການຈັດງານດັ່ງກ່າວໄດ້ໃຫ້ການຊີ້ ແຈງວ່າ:

ໃນການຈັດຕະຫຼາດນັດຈະມີເສື້ອຜ້າ, ມີເຄື່ອງໃຊ້ຫັດຖະກໍາ, ເຄື່ອງປະຍຸກ ແຕ່ວ່າ ພວກເຮົາຈະເນັ້ນກ່ຽວກັບ ເຄື່ອງທີ່ວ່າ ເປັນຂອງພຶ້ນບ້ານທີ່ວ່າເປັນເອກະລັກຂອງ
ລາວ ແຕ່ລະມື້ພວກເຮົາຈະມີການຮ້ອງເພັງ, ມີລໍາ, ມີຂັບ, ຟ້ອນ ມີທັງເພັງລາວ
ສະໄໝ. ລາຍການສະແດງພຶ້ນເມືອງຂອງທາງແຂວງ
ຄໍາມ່ວນ ແຕ່ທີ່ຈະພິເສດທີ່
ສຸດແມ່ນໃນ
ມື້ວັນທິ 11 ພວກເຮົາຈະໄດ້ມີການສະແດງທີ່ພິເສດແລ້ວກໍຍິ່ງໃຫຍ່.

ສໍາລັບສິນຄ້າທີ່ຈະມາວາງສະແດງ ແລະ ຈໍາໜ່າຍໃນງານດັ່ງກ່າວນີ້ຈະເນັ້ນໜັກສິນຄ້າປະ
ເພດງານຫັດຖະກໍາຂອງແຂວງຕ່າງໆຈາກທົ່ວປະເທດລາວ. ນອກຈາກນັ້ນ, ກໍຈະເປັນ
ຜົນຜະລິດກະສິກໍາ ແລະເຄື່ອງນຸ່ງຫົ່ມທີ່ສະແດງເຖິງເອກະລັກທາງວັດທະນະທໍາຂອງລາວ
ເປັນສໍາຄັນ. ຄາດວ່າ ຈະມີພາກເອກະຊົນລາວທີ່ສົນໃຈເຂົ້າຮ່ວມການສະແດງເຖິງ 300
ກວ່າລາຍ ແລະເຊື່ອວ່າ ຈະມີ ນັກທ່ອງທ່ຽວຈາກໄທ, ຫວຽດນາມ, ແລະ ລາວເອງນັບ ແສນຄົນທີ່ຈະເຂົ້າຮ່ວມໃນຕະຫຼອດການ ສະເຫຼີມສະຫຼອງດັ່ງກ່າວ.

ຂົວຂ້າມແມ່ນໍ້າຂອງແຫ່ງທີ່ 3 ທີ່ເຊື່ອມຕໍ່ລະຫວ່າງລາວກັບໄທດັ່ງກ່າວນີ້ ມີທີ່ຕັ້ງຢູ່ໃນເຂດ
ບ້ານເວີນໃຕ້ ທີ່ຕັ້ງຢູ່ຫ່າງຈາກຕົວເມືອງທ່າແຂກ 13 ກິໂລແມັດ ແລະຢູ່ກົງກັນຂ້າມກັບບ້ານ
ຮົ່ມໃນ ເຂດຈັງຫວັດນະຄອນພະນົມຂອງໄທ ໂດຍທີ່ໂຕຂົວມີຄວາມຍາວ 780 ແມັດ ກວ້າງ
13 ແມັດ ແລະແບ່ງເປັນສອງຊ່ອງທາງສໍາລັບຍວດຍານພາຫະນະທີ່ກ້ວາງເບື້ອງລະ 3 ແມັດ
ເຄິ່ງ. ສ່ວນທາງຍ່າງທັງ 2 ເບື້ອງນັ້ນ ກໍມີຄວາມກວ້າງເບື້ອງລະ 1 ແມັດ ຫາກແຕ່ວ່າ ຈະບໍ່
ມີທາງລົດໄຟແຕ່ຢ່າງໃດ ແລະໄດ້ໃຊ້ງົບປະມານສໍາລັບກໍ່ສ້າງໄປຫຼາຍກວ່າ1,700 ລ້ານບາດ
ຊຶ່ງເປັນງົບປະມານສະໜັບສະໜູນທັງໝົດຈາກລັດຖະບານໄທ.

ພິທີເປີດຂົວຂ້າມແມ່ນໍ້າຂອງແຫ່ງທີນຶ່ງ ທີ່ເຊື່ອມຕໍ່ລະຫວ່າງ ລາວ-ໄທ ທີ່ເປີດຮັບໃຊ້ໃນປີ 1994 ເປັນຕົ້ນມາ
ພິທີເປີດຂົວຂ້າມແມ່ນໍ້າຂອງແຫ່ງທີນຶ່ງ ທີ່ເຊື່ອມຕໍ່ລະຫວ່າງ ລາວ-ໄທ ທີ່ເປີດຮັບໃຊ້ໃນປີ 1994 ເປັນຕົ້ນມາ

ທາງການລາວ-ໄທ ຄາດຫວັງວ່າ
ຂົວຂ້າມແມ່ນໍ້າຂອງແຫ່ງທີ 3
ດັ່ງກ່າວນີ້ ຈະມີສ່ວນຢ່າງສໍາຄັນ
ທີ່ຈະເຮັດໃຫ້ການຄ້າ, ການລົງ
ທຶນ ແລະການທ່ອງທ່ຽວຂະ
ຫຍາຍໂຕເພີ່ມສູງຂຶ້ນຢ່າງຕໍ່
ເນື່ອງ, ເພາະຂົວຂ້າມແມ່ນໍ້າຂອງ
ແຫ່ງທີ 3 ບໍ່ພຽງແຕ່ຈະເຊື່ອມ
ຕໍ່ລະຫວ່າງລາວກັບໄທເທົ່ານັ້ນ.
ຫາກແຕ່ຍັງສາມາດ ທີ່ຈະເຊື່ອມ
ຕໍ່ໄປຍັງປະເທດຫວຽດນາມ
ໂດຍມີຖະໜົນເລກທີ 12 ໃນ
ແຂວງຄໍາມ່ວນເປັນເສັ້ນທາງຫຼັກໃນການເຊື່ອມຕໍ່ອີກດ້ວຍ.

ໃນປັດຈຸບັນນີ້ ລາວ ແລະໄທ ມີຂົວຂ້າມແມ່ນໍ້າຂອງ ທີ່ໄດ້ຊົມໃຊ້ ເພື່ອເຊື່ອມຕໍ່ການຄົມມະ
ນາຄົມ-ຂົນສົ່ງລະຫວ່າງກັນແລ້ວ 2 ແຫ່ງ ກໍຄືຂົວທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງ
ຈັນກັບຈັງຫວັດໜອງຄາຍ ທີ່ໄດ້ເປີດຊົມໃຊ້ໃນປີ 1994 ແລະຂົວທີ່ເຊື່ອມຕໍ່ລະຫວ່າງແຂວງ
ສະຫວັນນະເຂດ ກັບຈັງຫວັດມຸກດາຫານ ທີ່ໄດ້ເປີດຊົມໃຊ້ນັບຈາກປີ 2007 ເປັນຕົ້ນມາ.
ສ່ວນອີກແຫ່ງນຶ່ງ ທີ່ກໍາລັງດໍາເນີນການກໍ່ສ້າງຢູ່ໃນເວລານີ້ ແລະຖືເປັນຂົວຂ້າມແມ່ນໍ້າຂອງ
ແຫ່ງທີ່ 4 ນັ້ນ ກໍ ແມ່ນຂົວທີ່ເຊື່ອມຕໍ່ລະຫວ່າງເມືອງຫ້ວຍຊາຍ ໃນແຂວງບໍ່ແກ້ວ ກັບອໍາເພີ
ຊຽງຂອງ ໃນຈັງຫວັດຊຽງລາຍ ຊຶ່ງຈະສໍາເລັດແລ້ວ ແລະເປີດໃຊ້ໃນປີ 2012 ຕໍ່ໄປ.

XS
SM
MD
LG