ລິ້ງ ສຳຫລັບເຂົ້າຫາ

ລັດຖະມົນຕີິ ລາວ ຢືນຢັນວ່າ ຈະຟື້ນຟູສະພາບ ປ່າໄມ້ ໃຫ້ໄດ້ 37,000 ເຮັກຕາ ໃນປີ 2017


ປ່າສະຫງວນແຫ່ງຊາດ ເມືອງ ນາກາຍ, ແຂວງຄຳມ່ວນ, ລາວ.

ລັດຖະມົນຕີິ ລາວ ຢືນຢັນວ່າ ຈະດຳເນີນທຸກມາດຕະການເພື່ອຟື້ນຟູສະພາບປ່າໄມ້ໃຫ້
ໄດ້ 37,000 ເຮັກຕາໃນປີ 2017 ແລະ ປະເມີນວ່າ ລາວ ຍັງເຫຼືອປ່າໄມ້ປົກຫຸ້ມໃນອັດ
ຕາສະເລ່ຍ 40 ເປີເຊັນຂອງພື້ນທີ່ທັງໝົດ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ຢືນຢັນວ່າເປົ້າ
ໝາຍສຳຄັນປະການໜຶ່ງຂອງແຜນການເພີ່ມການປົກຫຸ້ມຂອງປ່າໄມ້ໃນປີ 2017 ນີ້ກໍຄື ການຟື້ນຟູສະພາບປ່າໄມ້ໃຫ້ໄດ້ໃນເນື້ອທີ່ 37,000 ເຮັກຕາ ໂດຍແນໃສ່ການເພີ່ມ
ຄວາມໜາແໜ້ນ ຫຼື ການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດ
ໃນປີ 2020 ຕາມທີ່ກຳນົດໄວ້ໃນແຜນຍຸດທະສາດປ່າໄມ້ ລາວ.

ແຕ່ຢ່າງໃດກໍຕາມ ທ່ານ ລຽນ ກໍໄດ້ປະເມີນສະພາບປ່າໄມ້ໃນ ລາວ ໃນປັດຈຸບັນນີ້ວ່າຍັງ
ຄົງມີຄວາມໜາແໜ້ນເຫຼືອຢູ່ປະມານ 40 ເປີເຊັນຂອງພື້ນທີ່ທັງໝົດໝາຍຄວາມວ່າໃນ
ໄລຍະນັບແຕ່ປີ 2017 ນີ້ໄປຈົນເຖິງປີ 2020 ລັດຖະບານ ລາວ ຈະຕ້ອງເພີ່ມການປົກຫຸ້ມ
ຂອງປ່າໄມ້ໃຫ້ໄດ້ໃນອັດຕາສະເລ່ຍ 10 ເປີເຊັນຕໍ່ປີໂດຍເຂດໜຶ່ງທີ່ລັດຖະບານ ລາວ ຖື
ເປັນພື້ນທີ່ເປົ້າໝາຍສຳຄັນທີ່ຈະຕ້ອງປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເພື່ອໃຫ້
ບັນລຸ ເປົ້າໝາຍດັ່ງກ່າວນີ້ ກໍຄືແຂວງສາລະວັນ ດັ່ງທີ່ທ່ານ ຄຳຜ່ານ ສີວະລີ ຮອງຫົວໜ້າ
ແຜນການກະສິກຳ-ປ່າໄມ້ ແຂວງສາລະວັນ ໄດ້ໃຫ້ການຊີ້ແຈງວ່າ.

"ສຳລັບເນື້ອທີ່ທີ່ຈະປູກນີ້ປະມານ 2,500 ເຮັກຕາ ເນື້໋ອທີ່ຟື້ນຟູປ່ານີ້ຕ້ອງໃຫ້ໄດ້ປະ
ມານຊາວພັນກວ່າເຮັກຕາ ສຳລັບແຜນການປູກປີນີ້ ພວກເຮົາຈະເລັງໃສ່ໜຶ່ງລະແມ່ນ
ເຂດຍອດນໍ້າຫົວເລນ ຫຼືວ່າ ເຂດປົກປັກຮັກສາສິ່ງແວດລ້ອມ, ສອງມາລະຢູ່ໃນເຂດ
ປ່າຜະລິດແຫ່ງຊາດ ນອກຈາກນີ້ກະແມ່ນເຂດສາທະລະນະ ຫຼືວ່າ ໂຮງຮຽນ ຫຼືວ່າ
ຕາມສາຍທາງຕ່າງໆທີ່ວ່າພວກເຮົາມີແຜນໂດຍສົມທົບກັບບັນດາເມືອງ."

ທາງດ້ານທ່ານ ສຸຊາດ ໄຊຍະກຸມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ການຍອມຮັບວ່າ ເປັນການຍາກ ແລະ ເປັນສິ່ງທີ່ທ້າທາຍຫຼາຍທີ່ຈະເພີ່ມການປົກ
ຫຸ້ມຂອງປ່າໄມ້ໃນ ລາວ ໃຫ້ໄດ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020 ເພາະ
ການຈັດຕັ້ງປະຕິບັດນັບຕັ້ງແຕ່ປີ 2005 ເປັນຕົ້ນມາໄດ້ປະເຊີນກັບບັນຫາຫຼາຍດ້ານ ລວມເຖິງບັນຫາໃນການປະສານງານລະຫວ່າງ ໜ່ວຍງານຂອງລັດຖະບານ ລາວ ນັ້ນ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ.

"ພາຍຫຼັງທີ່ພວກເຮົາເຮັດຍຸດທະສາດປ່າໄມ້ສຳເລັດໃນປີ 2005 ກໍໄດ້ຄາດໝາຍສູ້
ຊົນໄວ້ ເຮັດແນວໃດສິເພີ່ມການປົກຫຸ້ມຂອງປ່າໄມ້ໄດ້ 70 ເປີເຊັນ ຂະແໜງປ່າໄມ້
ຜູ້ດຽວກໍບໍ່ສາມາດທີ່ຈະເຮັດຫຼ້ອນໄດ້ ມັນຕ້ອງແມ່ນການປະກອບສ່ວນຂອງທຸກຂະ
ແໜງການ ແລະ ທຸກພາກສ່ວນໃນສັງຄົມ ເພາະວ່າພວກເຮົາກໍເສຍເວລາມາ ໃນໄລ
ຍະນັ້ນພວກເຮົາມີບັນຫາເປັນຕົ້ນແມ່ນເລື່ອງການຈັດຕັ້ງ ກະມີການແຍກລະຫວ່າງ ປ່າສະຫງວນ, ປ່າຜະລິດ, ປ່າປ້ອງກັນ, ໃນເວລານັ້ນເພີ່ນກະມອບໝາຍໃຫ້ກະຊວງ
ຊັບເປັນຜູ້ຮັບຜິດຊອບ ຊຶ່ງລະບົບກົນໄກປະສານງານການເຮັດວຽກ ໃນເວລານັ້ນ ພວກເຮົາກະບໍ່ທັນໄດ້ດີເທົ່າທີ່ຄວນ."

ໂດຍການສຳຫຼວດພົບວ່າ ຄວາມໜາແໜ້ນຂອງປ່າໄມ້ໃນ ລາວ ໄດ້ຫຼຸດລົງຈາກ 17
ລ້ານເຮັກຕາ ຫຼື 71 ເປີເຊັນຂອງພື້ນທີ່ທັງໝົດໃນປີ 1960 ມາເປັນ 9.4 ລ້ານເຮັກຕາ
ຫຼື 40 ເປີເຊັນຂອງພື້ນທີ່ທັງໝົດໃນປັດຈຸບັນ ໂດຍມີສາເຫດທີ່ສຳຄັນມາຈາກການລັກ
ລອບຕັດໄມ້ເກີນໂຄຕ້າທີ່ໄດ້ຮັບອະນຸຍາດສຳປະທານຈາກທາງການ ລາວ ທັງໃນລະ
ດັບສູນກາງ ແລະ ອຳນາດການປົກຄອງລະດັບທ້ອງຖິ່ນ ທັງຍັງບໍ່ມີການປະສານງານ
ກັນຢ່າງມີປະສິດທິພາບອີກດ້ວຍ.

ໂດຍເຖິງແມ່ນວ່າລັດຖະບານ ລາວ ຈະໄດ້ຈັດສັນປ່າໄມ້ໃນ 51 ເຂດໃຫ້ເປັນເຂດປ່າ
ຜະລິດ ຊຶ່ງຄິດເປັນພື້ນທີ່ກວ້າງເຖິງ 3.1 ລ້ານເຮັກຕາທີ່ມອບໝາຍໃຫ້ປະຊາຊົນໃນ
442 ພື້ນທີ່ຮັບຜິດຊອບໃນການຄຸ້ມຄອງ ແລະ ເກັບເອົາຜົນປະໂຫຍດອັນຖືເປັນສ່ວນ
ໜຶ່ງໃນການເພີ່ມການປົກຫຸ້ມຂອງປ່າໄມ້ກໍຕາມ ແຕ່ວ່າການລັກລອບຕັດໄມ້ໃນເຂດປ່າ
ສະຫງວນຢ່າງກວ້າງຂວາງ ກໍເຮັດໃຫ້ປ່າສະຫງວນແຫ່ງຊາດທີ່ຢູ່ໃນຄວາມຮັບຜິດຊອບ
ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຫຼືອຢູ່ພຽງ 4 ລ້ານເຮັກ
ຕາ ຫຼື 16 ເປີເຊັນເທົ່ານັ້ນຂອງເນື້ອທີ່ທັງໝົດຂອງ ລາວ ໃນປັດຈຸບັນ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG