ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ກວດກາແຫ່ງລັດ ຈະ​ສັ່ງໃຫ້ ພະນັກງານ ຂອງພັກ ແລະລັດ ສະແດງບັນຊີ ຊັບສິນ


ກອງປະຊຸມວຽກງານການເງິນ ທົ່ວປະເທດ ປະຈຳສົກປີ 2012-2013 ທີ່ນະຄອນຫລວງວຽງຈັນ ຄັ້ງວັນທີ 6-7 ກຸມພາ 2014.
ກອງປະຊຸມວຽກງານການເງິນ ທົ່ວປະເທດ ປະຈຳສົກປີ 2012-2013 ທີ່ນະຄອນຫລວງວຽງຈັນ ຄັ້ງວັນທີ 6-7 ກຸມພາ 2014.
ອົງການກວດກາແຫ່ງລັດ ຈະດຳເນີນມາດຕະການ ບັງຄັບໃຫ້
ພະນັກງານຂອງພັກແລະລັດ ສະແດງບັນຊີຊັບສິນທີ່ມີຢູ່ກ່ອນ
ການຮັບຕຳແຫນ່ງເພາະກວດພົບວ່າພະນັກງານຈຳນວນຫຼາຍ
ທີ່ຮັ່ງມີຜິດປົກກະຕິ.

ທ່ານສີໄນ ມຽງລາວັນ ຮອງປະທານກວດກາສູນກາງພັກປະຊາ
ຊົນປະຕິວັດລາວ ໄດ້ຢືນຢັນໃນໂອກາດ ກອງປະຊຸມແນະນຳ
ການຈັດຕັ້ງປະຕິບັດດຳລັດວ່າດ້ວຍການແຈ້ງຊັບສິນ ຂອງພະ
ນັກງານພັກແລະລັດຖະບານລາວທີ່ໄດ້ຈັດຂຶ້ນເມື່ອບໍ່ນານມານີ້ຢູ່ນະຄອນຫລວງວຽງຈັນວ່າ
ອົງການກວດກາລັດຖະບານ ຈະເພີ້ມທະວີຄວາມເຂັ້ມງວດ ໃຫ້ພະນັກງານລັດຖະກອນແຈ້ງ
ຊັບສິນທີ່ມີຢູ່ ກ່ອນການເຂົ້າເຮັດວຽກ ຫຼືຮັບຕຳແຫນ່ງຂັ້ນຕ່າງໆ ທັງໃນວົງການພັກ ແລະ
ລັດຖະບານລາວ.
ກອງປະຊຸມແນະນຳການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການແຈ້ງຊັບສິນ ຂອງພະນັກງານ ພັກແລະລັດຖະບານລາວ ທີ່ໄດ້ຈັດຂຶ້ນ ເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ.
ກອງປະຊຸມແນະນຳການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການແຈ້ງຊັບສິນ ຂອງພະນັກງານ ພັກແລະລັດຖະບານລາວ ທີ່ໄດ້ຈັດຂຶ້ນ ເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ.

ທັງນີ້ກໍເນື່ອງຈາກວ່າ ການກວດກາໃນລະຍະທີ່ຜ່ານມາ ພົບວ່າ
ພະນັກງານຈຳນວນບໍ່ນ້ອຍທີ່ຮັ່ງມີ ຜິດປົກກະຕິໂດຍເຊື່ອວ່າເປັນ
ຊັບສິນ ທີ່ໄດ້ມາຈາກການສໍ້ລາດບັງຫຼວງ ເພາະສະນັ້ນເພື່ອເປັນ
ການປ້ອງກັນແລະປາບປາມການສໍ້ລາດບັງຫຼວງທີ່ເກີດຂຶ້ນຢ່າງ
ກວ້າງຂວາງຢູ່ໃນລາວໃນທຸກມື້ນີ້ຈຶ່ງຕ້ອງມີການເພີ້ມມາຕາການ
ເຂັ້ມງວດດັ່ງກ່າວ.

ໂດຍບັນດາພະນັກງານລັດຖະກອນທີ່ຈະຕ້ອງແຈ້ງຊັບສິນນັ້ນ
ກໍຄືພະນັກງານການນຳຂັ້ນສູງ ພະນັກງານນຳພາຄຸ້ມຄອງ ພະນັກງານລັດຖະກອນໃນການຈັດຕັ້ງພັກ ລັດວິສາຫະກິດ
ລັດຫຸ້ນສ່ວນ ທະຫານ ຕຳຫລວດ ລະດັບນາຍຮ້ອຍຂຶ້ນໄປ
ຮວມເຖິງພະນັກງານທີ່ເຮັດວຽກດ້ານເສດຖະກິດ ຜົວຫຼືເມຍ ແລະບຸກຄົນທີ່ຢູ່ໃນການຄຸ້ມຄອງ ຂອງບັນດາພະນັກງານເຫຼົ່ານີ້ດ້ວຍ.

ສ່ວນຊັບສິນທີ່ຈະຕ້ອງແຈ້ງ ກໍແມ່ນຊັບສິນ ທີ່ມີລາຄາຕັ້ງແຕ່ 20 ລ້ານກີບຂຶ້ນໄປ ເຊັ່ນ ທີ່ດິນ ສິ່ງປູກສ້າງ ຍານພາຫະນະ ກົນຈັກການຜະລິດ ລາຍຮັບແລະໜີ້ສິນ ຮວມເຖິງວັດຖຸມີຄ່າຕ່າງໆດ້ວຍ.

ທ່ານບຸນທອງ ຈິດມະນີ ປະທານກວດກາພັກລັດ ແລະປະທານອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ.
ທ່ານບຸນທອງ ຈິດມະນີ ປະທານກວດກາພັກລັດ ແລະປະທານອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ.

ແຕ່ຢ່າງໃດກໍຕາມ ທ່ານບຸນທອງ ຈິດມະນີ ປະທານກວດກາພັກ
ລັດ ແລະປະທານອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ
ກໍໄດ້ຍອມຮັບວ່າ ເປັນການຍາກຢ່າງຍິ່ງທີ່ພັກລັດ ຈະສາມາດດຳ
ເນີນມາດຕະການດັ່ງກ່າວໄດ້ຢ່າງມີປະສິດທິພາບໃນທົ່ວປະເທດ.

ທັງນີ້ກໍເນື່ອງຈາກວ່າ ການບັງຄັບໃຫ້ພະນັກງານຂອງພັກ ແລະ
ລັດຖະບານຕ້ອງສະແດງບັນຊີຊັບສິນດັ່ງກ່າວຖືເປັນວຽກໃໝ່ທີ່
ຍັງຈະຕ້ອງດຳເນີນການໂຄສະນາອົບຮົມ ເພື່ອເສີມສ້າງຄວາມ
ເຂົ້າໃຈຢ່າງແທ້ຈິງໃຫ້ກັບບັນດາພະນັກງານຂອງພັກ ແລະລັດ
ຖະບານລາວ ໃນທົ່ວປະເທດເສຍກ່ອນ ດັ່ງທີ່ທ່ານບຸນທອງ
ໄດ້ໃຫ້ການຊີ້ແຈງວ່າ:

“ການທີເຮົາຈະຂຶ້ນບັນຊີຊັບສິນ ແລະລາຍຮັບ ຂອງພະນັກງານລັດຖະກອນທັງ
ໝົດທົ່ວປະເທດຫັ້ນ ອັນນີ້ກໍເປັນວຽກໃໝ່ ແລະກໍເປັນວຽກທີ່ຫລໍ່ແຫລມ ຈັ່ງຊັ້ນ
ເວລາຈັດຕັ້ງປະຕິບັດຕົວຈິງ ກະພວກເຮົາເປັນຄະນະພັກໃນແຕ່ລະຂັ້ນ ຈະເຮັດ
ບົດບາດທີໜຶ່ງກະແມ່ນ ເລື້ອງການສຶກສາອົບຮົມ ເພື່ອໃຫ້ທຸກຄົນມີຄວາມຕື່ນຕົວ
ໃນການແຈ້ງຊັບສິນ ແລະລາຍຮັບຂອງຕົວເອງ.”


ໂດຍກ່ອນໜ້ານີ້ ອົງການກວດກາແຫ່ງລັດ ກໍລາຍງານວ່າ ໄດ້ຈັດຕຽມເອກະສານສຳຄັນ
ຕ່າງໆ ສຳລັບການປະຕິບັດຕາມດຳລັດ ຂອງນາຍົກລັດຖະມົນລາວ ທີ່ວ່າດ້ວຍການ
ສະແດງບັນຊີຊັບສິນ ແລະໜີ້ສິນ ຂອງບັນດາພະນັກງານທັງໃນພັກ ແລະລັດຖະບານລາວ
ໄວ້ເປັນທີ່ຮຽບຮ້ອຍແລ້ວ ນັບຈາກທີ່ໄດ້ມີການປະກາດ ບັງຄັບໃຊ້ດຳລັດດັ່ງກ່າວ ຢ່າງເປັນ
ທາງການ ຕັ້ງແຕ່ເດືອນມິຖຸນາ 2013 ເປັນຕົ້ນມາຊຶ່ງກໍໄດ້ກຳໜົດໃຫ້ພະນັກງານຂອງພັກ
ແລະລັດຖະບານຕ້ອງດຳເນີນການສະແດງບັນຊີຊັບສິນ ໃຫ້ແລ້ວສຳເລັດພາຍໃນເດືອນ
ກຸມພາ 2014 ທີ່ຜ່ານມາ ແຕ່ກໍຍັງບໍ່ສາມາດປະຕິບັດຈັດຕັ້ງໄດ້ຕາມກຳໜົດດັ່ງກ່າວ
ແຕ່ຢ່າງໃດ.

ເພາະເປັນການຍາກຢ່າງຍິ່ງທີ່ຈະສາມາດພິສູດໄດ້ວ່າ ພະນັກງານໄດ້ແຈ້ງຊັບສິນທັງທີ່
ເປັນເງິນສົດ ເງິນຝາກໃນທະນາຄານ ເຮືອນແລະທີ່ດິນ ຍານພາຫະນະ ວັດຖຸມີຄ່າຕ່າງໆ
ຮວມເຖິງມູນຄ່າຫຸ້ນ ຫຼືການລົງທຶນໃນທຸລະກິດ ແລະສິນນ້ຳໃຈໃນໂອກາດຕ່າງໆ ທີ່ມີ
ມູນຄ່າຕັ້ງແຕ່ 5 ລ້ານຂຶ້ນໄປ ຕະຫຼອດຈົນໜີ້ສິນ ແລະການຖືຄອງຊັບສິນໃດໆ ທີ່ມີມູນຄ່າ
ຕັ້ງແຕ່ 20 ລ້ານກີບຂຶ້ນໄປນັ້ນຢ່າງຄົບຖ້ວນແລ້ວ ເນື່ອງຈາກຜູ້ທີ່ມີຊັບສິນເຫຼົ່ານີ້ ສ່ວນຫຼາຍ
ກໍແມ່ນພະນັກງານທີ່ສໍ້ລາດບັງຫຼວງນັ້ນເອງ.
XS
SM
MD
LG