ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄງການແລກປ່ຽນກິດຈະກຳ ເຍົາວະຊົນ ລາວ-ຣັດເຊຍ


&nbsp;عامرعدنان کی کلیکشن کو پیش کرتے کچھ سپراسٹارز<br />
<br />
&nbsp;
&nbsp;عامرعدنان کی کلیکشن کو پیش کرتے کچھ سپراسٹارز<br /> <br /> &nbsp;

ໃນລາຍການ​ຊີ​ວິດ​ລາວ​ມື້​ນີ້ ​ເຮົາ​ຈະ​ນຳ​ທ່ານ​ໄປຟັງ​ການ​ສຳ
ພາດ ກັບທ່ານສັງ​ທອງ ບຸດ​ສີ​ເມືອງ ສັນ​ຊາດ​ລັດ​ເຊຍ​ເຊື້ອ
​ສາຍ​ລາວ​ທີ່​ຕັ້ງ​ຖິ່ນ​ຖານແລະ​ມີຄອບຄົວ​ຢູ່ປະເທດຣັດ​ເຊຍ.
ທ່ານ​ສັງ​ທອງ ​ໄດ້​ນຳ​ຄະນະ​ເຍົາວະ​ຊົນຣັ​ດ​ເຊຍ 33 ຄົນ ມາ
ຢ້ຽມຢາມ​ເມືອງ​ລາວ ໃນ​ຖານະຜູ້ປະສາ​ນງານ​ ​ຂອງໂຄ​ງການ​
ແລກປ່ຽນກິດຈະກຳເຍົາວະ​ຊົນ ລາວ-ຣັດ​ເຊຍ ເມື່ອ​ເດືອນ​
ຕຸລາຜ່ານ​ມາເປັນເວລາດົນ​ກວ່າ​ນຶ່ງ​ອາທິດ. ກິ່ງ​ສະຫວັນ ມີ​ເລື້ອງ​ນີ້​ມາ​ເລົ່າ​ສູ່​ທ່ານຟັງ.

ລິງໂດຍກົງ

ທ່ານສັງທອງ ບຸດສີເມືອງ
ທ່ານສັງທອງ ບຸດສີເມືອງ

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍການ​ຊີວິດ​ລາວ​ມື້​ນີ້ ຂ້​າພະ​ເຈົ້າ​ຈະ​
ນຳພາ​ທ່ານ ຢ້ຽມ​ຢາມ​ເມືອງ​ລາວ. ​ແຕ່​ກ່ອນ​ອຶ່ນ ຂໍ​ແນະນຳ​ໃຫ້
​ທ່ານຮູ້ຈັກ​ກັບ ທ່ານ​ສັງ​ທອງ ບຸດ​ສີ​ເມືອງ ອີກ​ຄັ້ງ​ນຶ່ງ. ປີ​ກາຍນີ້
ວີ​ໂອ​ເອ ​ໄດ້ສຳພາດຜູ້ກ່ຽວເລື້ອງ ຊີວິດການ​ເປັນ​ຢູ່​ຂອງລາວຢູ່​
ປະ​ເທດຣັດ​ເຊຍ ​ແລະ​ເມື່ອ​ເດືອນຕຸລາ​ປີ​ນີ້ ໃນ​ຖານະ​ຜູ້​ປະສານ​
ງານ ​ໂຄງການ​ແລກປ່ຽນກິດຈະກຳເຍົາວະ​ຊົນ ລາວ-ຣັດ​ເຊຍ.
ຜູ້ກ່ຽວໄດ້ນຳພາ​ເຍົາວະ​ຊົນຣັດ​ເຊຍ 33 ຄົນມາຢ້ຽມຢາມ ສປປ
ລາວ ເປັນ​ເວລາອາທິດປາຍ ​ແລະໄດ້​ເລົ່າ​ສູ່​ວີໂອ​ເອຟັງກ່ຽວກັບ
ໂຄງການ​ດັ່ງກ່າວ.

ແຕ່​ກ່ອນ​ອຶ່ນ ​ເຮົາ​ມາ​ທຳ​ຄວາມເຂົ້າ​ໃຈກັນຈັກ​ບາ​ດ ​ເຖິງ​ສາຍພົວພັນ ລະຫວ່າງ ລາວ-ຣັ​ດ​
ເຊຍ ​ວ່າ ​ມີ​ມາ​ແຕ່​ສະ​ໄໝ​ໃດ. ​ໃນ​ສະ​ໃໝອະດີດ​ ພະລາຊາ​ອານາຈັກລາວ ​ສາຍພົວພັນ​
ທາງ​ການ​ທູດ ກັບສະຫະພາບ​ໂຊ​ວຽດ​ໄດ້​ເລີ້ມ​ຂຶ້ນ ​ໃນວັນ​ທີ 7 ປີ 1960 ຊຶ່ງ​ເວລາ​ນັ້ນສະ
ພາບ​ການ ຍັງ​ຕົກ​ຢູ່​ພາຍ​ໃຕ້ຄວາມ​ເຄັ່ງ​ຕຶງ ຂອງສົງຄາມ​ເຢັນຢູ່ ລະຫວ່າງ ບັນດາ​ປະ​ເທດ
​ມະຫາ​ອຳນາດສັງຄົມນິຍົມ ກັບ​ພວກປະ​ເທດ​ນາຍ​ທຶນ ຊຶ່ງໃນເວລາ​ຕໍ່​ມາ ຢູ່​ຂົງເຂດ​ອິນດູ
ຈີນ ກໍໄດ້ເກີດສົງຄ​າມຫວຽດນາມຂຶ້ນ ທີ່ໄດ້​ຮັບ​ການສະໜັບສະໜູນ​ຈາກ ທັງ​ສອງ​ມະຫາ​ອຳນາດ.​ ​

ທ່ານນາງສົມສະນິດ ແກ້ວດວງດີ ຫົວໜ້າເຍົາວະຊົນລາວ ແລະ ທ່ານ Valeriy Marzoev ຜູ້ອຳນວຍການເຍົາວະຊົນຣັດເຣຍ
ທ່ານນາງສົມສະນິດ ແກ້ວດວງດີ ຫົວໜ້າເຍົາວະຊົນລາວ ແລະ ທ່ານ Valeriy Marzoev ຜູ້ອຳນວຍການເຍົາວະຊົນຣັດເຣຍ

ໃນປີ1960 ເວລາລິ​ເລີ້ມ​ການ​ຜູກ​ສຳ​ພັນທະ​ໄມຕີ​ໃໝ່ໆ​ ຜູ້ຕາງ
ໜ້າ ພະ​ລາຊາ​ອານາຈັກ​ລາວ ທີ່​ປ​ະ​ເທດ​ຝຣັ່ງ ແມ່ນເປັນ​ຜູ້ຕາງ
ໜ້າ​ຕິດ​ຕໍ່​ກັບກັບ ສະຫະພາບ​ໂຊ​ວຽດ ​ແລະ​ເອກ​ອັກຄະ​ລັດຖະ
ທູດ ສະຫະພາບ​ໂຊ​ວຽດ ທີ່​ປະ​ເທດ​ກຳປູ​ເຈຍ ​ເປັນຜູ້​ຕາງໜ້າ
ຕິດ​ຕໍ່​ກັບ ພະ​ລາຊາ​ອານາຈັກ​ລາວ. ຕົກ​ມາ​ເຖິງວັນ​ທີ 1 ​ເດືອນ​
ທັນ​ວາ ​ປີ 1962 ສະຫະພາບ​ໂຊ​ວຽດ ​ໄດ້​ລົງ​ນາມ​ຂໍ້​ຕົກລົງ
ຫລາຍ​ຢ່າງ ຮວມທັງ​ການ​ແລກປ່ຽນ​ການ​ຄ້າ ​ເສດຖະກິດ ຊ່ວຍ
​ເຫລືອກໍ່ສ້າງດ້ານ​ເທັກ​ນິກ ​ເຂື່ອນ​ໄຟຟ້າ​ແຮງ​ສູງ​ ​ກໍ່ສ້າງໂຮງໝໍ
​ສະຖານີ​ວິທະຍຸ​ກະຈາຍສຽງ ທີ່​ນະຄອນຫລວງ​ວຽງ​ຈັນ ​ແລະໄດ້
ເລີ້ມ​ແລກປ່ຽນ ​ເອກ​ອັກຄະ​ລັດຖະທູດ ຜູ້​ມີ​ອຳນາດ​ເຕັມ​ລະ
ຫວ່າງກັນ.

ຫລັງ​ຈາກສົງຄາມ​ອິນດູຈີນ​ໄດ້​ສີ້​ນສຸດລົງ​ໃນ​ປີ 1975 ສາທາລະນະ​ລັດ ປະຊາ​ທິປະ​ໄຕ
ປະຊາ​ຊົນ​ລາວ ​ໄດ້ເສີມຂະຫຍາຍສາຍ​ພົວພັນ​ຂື້ນໃຫ້ໃກ້​ຊິດກວ່າ​ເກົ່າ ທາງ​ດ້ານ​ທະຫານ
​ເສ​ດຖະກິດ ​ການ​ພັດທະນາ ​ແລະ​ວັດທະນະ​ທຳ. ​ໃນ​ປີ 1980 ໄດ້​ເລີ້ມມີ​ບັນດານັກ​ວິຊາ​
ການ​ດ້ານ​ເທັກ​ນິກຣັດ​ເຊຍ​ ​ຖືກ​ສົ່ງ​ເຂົ້າ​ມາ​ໃຫ້ການ​ແນະນຳ​ຊ່ວຍ​ເຫລືອ​ຢູ່​ໃນ​ລາວ ​ແລະ
ແຕ່ລະ​ປີ ບັນດານັກສຶກສາລາ​ວ ຫລາຍ​ຮ້ອຍ​ຄົນກໍໄ​ດ້ຮັບ​ທືນ​ໄປ​ຮຽນຕໍ່ ທີ່​ສະຖານ​ບັນ
ຕ່າງໆ​ໃນ ສະຫະພາບ​ໂຊ​ວຽດ. ​

ສູ່ຂວັນ ຕ້ອນຮັບເຍົາວະຊົນຣັດເຊຍ
ສູ່ຂວັນ ຕ້ອນຮັບເຍົາວະຊົນຣັດເຊຍ

ໃນ​ປີ 1990 ການ​ຊ່ວຍ​ເຫລືອ​ຈາກ​ ສະຫະພາບ​ໂຊ​ວຽດ ​ແກ່
ສປປ ລາວ ​ໄດ້ເລີ້ມລົດ​ນ້ອຍ​ຖອຍ​ລົງ​ໃນ​ທຸກ​ດ້ານ ​ຍ້ອນ​ການປະ
ຕິຮູບນະໂຍບາຍ​ໃໝ່ຂອງ ປະທານາທິບໍດີ Mikhail Gorba-
chev ໃນ ສະຫະ​ພາບໂຊ​ວຽດ ທີ່​ຮູ້ກັນໃນ​ເວລາ​ນີ້ວ່າ Glasnost
ຫລື ​ເປີດກວ້າງແຈ້ງ​ຂາວ ຢູ່​ໃນສະຖານ​ບັນຕ່າງໆ. ​ເວລາ​ນີ້ ​ລັດ
ຖະບານ ສປປ ລາ​ວ ​ໄດ້​ຕິ​ດຕາມ​ນະ​ໂຍບາຍດັ່ງກ່າ​ວ ​ແລະຮ້ອງ
ການ​ເປີດກວ້າງນີ້​ວ່າ “ຈີນ​ຕະນາ​ການ​ໃໝ່.”

ທ່ານສັງ​ທອງ ບຸດ​ສີ​ເມືອງ ອະດີດ​ນັກ​ສຶກສາລາ​ວຄົນນຶ່ງ ​ທີ່ຕົກ​ຄ້າງແລະ​ໄດ້​ຕັ້ງ​ຖິ່ນ​ຖານ
​ຢູ່ປະ​ເທດ ຣັດ​ເຊຍ ​ໄດ້ກັບ​ຄືນ​ມາ​ຢ້ຽມຢາມ ສປປ ລາວຫລາຍ​ຄັ້ງ ແຕ່ເທື່ອນີ້​ ​ແມ່ນ​ກັບ
​ມາ​ໃນ​ຖານະ​ຜູ້​ປະສານ​ງານ ​ໂຄ​ງການ​ແລກປ່ຽນ ກິດຈະກຳ​ເຍົາວະ​ຊົນ ລາວ-ຣັດ​ເຊຍ
ຊຶ່ງ ທ່ານ​ສັງ​ທອງໄດ້​ເລົ່າ ສູ່ ວີ​ໂອ​ເອ ຟັງດັ່ງນີ້:

ທ່ານສັງທອງ ບຸດສີເມືອງ
ທ່ານສັງທອງ ບຸດສີເມືອງ

ລິງໂດຍກົງ

​ລະຫວ່າງ​ວັນ​ທີ 19 ຫາ 27 ​ເດືອນຕຸລາ ທີ່​ຜ່ານ​ມາ​ນີ້​ ​ເຍົາວະ​ຊົນ ຣັດ​ເຊຍ ​ແລະຜູ້ນຳ​ພາ
ຈຳນວນ 33 ຄົນ​ໄດ້​ມາ​ຢ້ຽມ​ຢາມ ສປປ ລາວ ​ເປັນ​ເວລາດົນ​ກວ່ານຶ່ງ​ອາທິດ ​ໂດຍໄດ້​ຢ້ຽມ
ຢາມ​ ນະຄອນຫລວງວຽງ​ຈັນ ແລະປາກ​ຊ່ອງ ທາງພາກໃຕ້​ຂອງ ປະ​ເທດ​ລາວ. ທ່ານສັງ​ທອງ ​ໄດ້ເລົ່າ​ຕໍ່ໄປ​ອີກ​ວ່າ :

ເຍົາວະຊົນຣັດເຊຍ ມ່ວນຊື່ນນຳການຂີ່ຊ້າງ
ເຍົາວະຊົນຣັດເຊຍ ມ່ວນຊື່ນນຳການຂີ່ຊ້າງ

ລິງໂດຍກົງ

ໃນເດືອນ​ສິງຫາ ປີ​ນີ້ ບັນດາເຍົາວະ​ຊົນ​ລາວ 35 ຄົນ​ໄດ້ໄປ​ຢ້ຽມຢາມ​ນະຄອນ ວະລາດີ​ວາ
ສະ​ໂຕ້​ບ ​ເປັນ​ເວລາ 21 ມື້. ທ່ານສັງ​ທອງ ​ໄດ້​ລາຍ​ງານ​ເຖິງການ​ຢ້ຽມຢາມ​ວ່າ :

ບັນດາເຍົາວະຊົນລາວ ສະແດງການຟ້ອນຕ້ອນຮັບ ເຍົາວະຊົນຣັດເຊຍ
ບັນດາເຍົາວະຊົນລາວ ສະແດງການຟ້ອນຕ້ອນຮັບ ເຍົາວະຊົນຣັດເຊຍ

ຢູ່​ໃນໂຄ​ງການ​ແລກປ່ຽນກິດຈະກຳ ​ເຍົາວະ​ຊົນລາວ-ຣັດ​ເຊຍ ດັ່ງກ່າວ​ນີ້ ບັນ​ດາ​ເຍົາວະ​ຊົນ​ທັງ​ສອງ​ຝ່າຍ ຕ່າງກໍໄດ້​ຮັບ​ຄວາມ​ມ່ວນ​ຊື່ນ ​ຮຽນ​ຮູ້ວັດທະນາ​ທຳ ຊຶ່ງ​ກັນ ​ແລະ​ໄດ້ເປີດ​ຫູ​ເປີດ​ຕາ. ກ່ອນ​ຈາກ​ກັນໄປໃນວັນນີ້ ຂໍເຊີນທ່ານ​ຟັງ ​ເຍົາວະ​ຊົນ ຣັດ​ເຊຍ ພາກັນຮ້ອງ​ເພງລາວ​
ມີ​ຊື່ວ່າ ວັນ​ເວລາ​ມີຄ່າ. ​ແລະ​ຢ່າ​ລືມ​ຕິດຕາມ​ຟັງ ອ່ານ ​ແລະເບິ່ງ​ ​ໂຄ​ງການ​ແລກປ່ຽນ
ກິດຈະກຳ ​ເຍົາວະ​ຊົນ ລາວ-ຣັດ​ເຊຍ ທັງ​ໝົດຂອງ ວີໂອ​ເອ ​ໄດ້ ​ທີ່​ເວັບ​ໄຊ​ທ໌ www.lao.voanews.com

ເຊີນຟັງ ບັນດານັກຮຽນ ຣັດເຊຍຮ້ອງເພງລາວ "ວັນເວລາມີຄ່າ."

ບັນດາເຍົາວະຊົນ ຣັດເຊຍ ພ້ອມດ້ວຍ ຄະນະຜູ້ນຳພາ
ບັນດາເຍົາວະຊົນ ຣັດເຊຍ ພ້ອມດ້ວຍ ຄະນະຜູ້ນຳພາ

http://youtu.be/a9OvKjIsXag?list=UUQDAgVv6ebFAm7ePCeT7ghg

http://youtu.be/3XeZkl200o0?list=UUQDAgVv6ebFAm7ePCeT7ghg

ຂະບວນຊ້າງ ທີ່ເມືອງປາກຊ່ອງ
ຂະບວນຊ້າງ ທີ່ເມືອງປາກຊ່ອງ

ເບິ່ງວີດີໂອ ກ່ຽວກັບການຢ້ຽມຢາມຂອງ ເຍົາວະຊົນຣັດເຊຍ:

XS
SM
MD
LG