ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວີໂອເອລາວ ສຳພາດ ທ່ານສັງທອງ ທີ່ໄປຮ່ວມສະຫຼອງ ວັນໄຊຊະນະ ສົງຄາມໂລກ ຄັ້ງທີສອງ


ຝູງບິນ ກອງທັບອາກາດ ຣັດເຊຍ ກຳລັງບິນຜ່ານ ຈະຕຸລັດແດງ ທີ່ນະຄອນມົສກູ.
ຝູງບິນ ກອງທັບອາກາດ ຣັດເຊຍ ກຳລັງບິນຜ່ານ ຈະຕຸລັດແດງ ທີ່ນະຄອນມົສກູ.

ທ່ານ​ຜູ້​ຟັງທັງຫຼາຍ ລາຍການ​ຊີວິດ​ຊາວ​ລາວ ສຳລັບວັນ​ພະຫັດ
​ມື້​ນີ້ ຈະ​ແມ່ນ​ການ​ສຳພາດ ກັບທ່ານ​ສັງທອງ ບຸດ​ສີ​ເມືອງ ​ເຊື້ອ
ສາຍ​ລາວ ທີ່ໄປ​ຕັ້ງ​ຖິ່ນ​ຖານ​ຢູ່ນະຄອນ​ມົສກູ ກ່ຽວ​ກັບ​ທັດສະ
ນະ​ສ່ວນ​ໂຕ​ ທີ່ ຣັດ​ເຊຍ​ ​ຈັດ​ການສວນ​ເດີນສະໜາມ​ຂອງ​ທະ
ຫານ ຢ່າງໃຫຍ່ໂຕ ​ຢູ່ຈະຕຸລັດແດງ​ ຂອງ​ນະຄອນ​ມົສກູ ໃນ​ວັນ
​ເສົາ​ທີ 9 ​ຜ່ານ​ມາ ເພື່ອ​ລະ​ລຶກ​ເຖິງ​ວັນ​ຄົບຮອບ 70 ປີ ​ໄຊຊະ
ນະ ​ໃນຢູ​ໂຣບ Victoryin Europe Day ຫລື​ ວັນ VE ຊຶ່ງ
ກິ່ງສະຫວັນ ຈະ​ນຳ​ເລື້ອງ​ນີ້ມາ ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ຣັດ​ເຊຍ ​ໄດ້ຈັດ​ການ​ເດີນ​ສວນສະໜາມ​ຂອງ​ທະຫານ ຢ່າງ
ໃຫຍ່ໂຕ ​ຢູ່ຈະຕຸລັດແດງ​ ຂອງ​ນະຄອນ​ມົສກູ ໃນ​ວັນ​ເສົາ​ທີ 9 ຜ່ານ​ມາ ເພື່ອ​ລະ​ລຶກ​ເຖິງ​ວັນ​ຄົບຮອບ 70 ປີ ຂອງ​ໄຊຊະນະ​ໃນຢູ​ໂຣບ Victory in Europe Day ຫລື​ ວັນ VE ​ວັນທີ
9 ພຶດສະພາ ​ປີ 1945 ​ເວລາກອງ​ທະຫານ Nazi ​ເຢຍຣະ​ມັນ ວາງ​ອາວຸດ​ ອັນ​ເປັນການ​
ອາ​ວະສາ​ນຂອງ ສົງຄາມ​ໂລກຄັ້ງ​ທີສ​ອງ​.

ເພາະ​ສະ​ນັ້ນ ​ລາຍການ​ຊີ​ວິດ​ຊາ​ວ​ລ​າ​ວມື້​ນີ້ ​ຈຶ່ງໄດ້​ຖື​ໂອກາດ​ດັ່ງກ່າວສຳ​ພາດ ກັບ ທ່ານ
​ສັງ​ທອງ ບຸດ​ສີ​ເມືອງ ກ່ຽວ​ກັບ​ຄວາມເຫັນ​ຂອງ​ທ່ານ ​ທີ່ ຣັດ​ເຊຍ ໄດ້ສະ​ຫລອງວັນ​ດັ່ງກ່າວ​.
ນອກ​ຈາກນັ້ນ ເຮົາຍັງ​ຈະ​ກ່າວ​ເຖິງປະສົບ​ການ​ທີ່ ປະຊາ​ກອນລາວ ໄດ້ ຜ່ານຜ່າສົງຄາມ
ໂລກ​ຄັ້ງ​ທີສອ​ງ ຢູ່​ໃນ​ລາວນຳ. ແຕ່​ກ່ອນ​ອຶ່ນ​ເຮົາ​ມາທວນ​ຄືນ​ເຖິງຈຸດ​ສຳຄັນຂອງ ສົງ​ຄາມ
​ໂລກ​ຄັ້ງ​ທີ​ສອງ​ນີ້ກ່ອນ ວ່າມີຂັ້ນ​ຕອນສຳຄັນ​ຢ່າງ​ໃດ​ແດ່.

ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ ໄດ້ເກີດ​ຂຶ້ນຢູ່​ໃນສອງ​ເວ​ທີໂລກຄື ຢູ​ໂຣບ ແລະ​ເອ​ເຊຍປາ​ຊິ​ຟິກ ທີ່
​ໄດ້​ໃຊ້​ເວ​ລາ​ລົບ​ເລວ​ກັນ​ເຖິງ​ຫົກ​ປີ ຈາກ​ປີ 1939 ຫາ​ປີ 1945 ຊຶ່ງເວລາ​ນັ້ນ ຍີ່ປຸ່ນ ໄດ້ລົງ
ນາມ ກັບເຢຍຣະມັນ ແລະອີຕາລີ ເພື່ອພະຍາມ ​ແຜ່ຜາຍອຳ​ນາດຂອງ​ຕົນຢູ່ເຂດ ຢູໂຣບ
ແລະ​ເອ​ເຊຍ​ປາ​ຊິ​ຟິກ.

ທ່່າເຮືອ Pearl Harbor ທີ່ເກາະ Honolulu ລັດ Hawaii ຖືກຝູງບິນ ຈັກກະພັດບີ່ປຸ່ນ ໂຈມຕີ
ທ່່າເຮືອ Pearl Harbor ທີ່ເກາະ Honolulu ລັດ Hawaii ຖືກຝູງບິນ ຈັກກະພັດບີ່ປຸ່ນ ໂຈມຕີ

ໃນ​ປີ 1931 ກ່ອນໜ້າສົງຄາມໂລກຄັ້ງທີ່ສອງນັ້ນ ຍີ່​ປຸ່ນ ໄດ້​ບຸກ​ລຸກ
​ຈີນ ທີ່ Manchuria ​ຕໍ່ມາ​ໃນປີ 1941 ກໍໄດ້ເລີ້ມບຸກ​ລຸກ​ຂົງ​ເຂດ​ເອ​
ເຊຍປາ​ຊິ​ຟິກ​ແລະ ​ພ້ອມດຽວ​ກັນຢູ່ທີ່​ ຢູ​ໂຣບ ໃນວັນທີ 1 ເ​ດືອນກັນ
ຍາ ປີ 1939 ກອງທັບ ເຢຍຣະມັນ ໄດ້ເລີ້ມບຸກລຸກ ປະເທດ ໂປ
ແລນ ສອງມື້ຕໍ່ມາ ຝຣັ່ງ ແລະ ອັງກິດໄດ້ປະກາດ ສົງຄາມຕ້ານ
ເຢຍຣະມັນ. ໃນວັນ​ທີ 7 ເດືອນ​ທັນ​ວາ ປີ 1941 ຍີ່​ປຸ່ນ ໄດ້​ໂຈມ​ຕີ
​ທາງ​ອາ​ກາດ​ໃສ່ກຳ​ປັ່ນລົບ ສະ​ຫະ​ລັດ ​ຢູ່ທ່າ​ເຮືອ Pearl Habor
ລັດ​ຮາ​ວາຍ ເປັນສາ​ເຫດ​ເຮັດ​ໃຫ້ ​ອາ​ເມ​ຣິກາ ຕ້ອງໄດ້ເຂົ້າ​ພົວ​ພົວ
ພັນຮ່ວມມືກັບບັນດາ​ກຸ່ມປະ​ເທດພັນ​ທະມິດ ມະ​ຫາ​ອຳນາດ ​ຕໍ່​ສູ້​
ກັບ ເຢຍ​ຣະ​ມັນ ແລະ​ຍີ່​ປຸ່ນ.

ຢູ່ທີ່ເຂດ​ເອ​ເຊຍ​ປາຊິ​ຟິກ ໃນປີ 1945 ບັ້ນ​ທ້າຍ​ຂອງ ສົ​ງ​ຄາມ​ໂລກ​ຄັ້​ງ ທີສອງ ຍີ່​ປຸ່ນ ໄດ້​ເຂົ້າ​ມາ​ຂັບ​ໄລ່​ ຝ​ຣັ່ງ ທີ່​ໄດ້​ປົກ​ຄອງ​ລາວ​ມາ​ເປັນ​ເວ​ລາ​ເກືອບ ​ສີ່​ທົດ​ສະ​ວັດ​. ​ບັນ​ດາຊາວ​ລາວ​ຜູ້​ມີ​ຄວາມ​ຊົງ​ຈຳ ​ແລະປະສົບ​ການ ​ຮ້ອງ​ສົງ​ຄາມນີ້​ວ່າ ເສິກ​ຍີ່​ປຸ່ນ. ແຕ່​ວ່າ ຍີ່​ປຸ່ນ ໄດ້​ເຂົ້າ​ຍຶດ​ຄອ​ງ​ລາວ​ພຽງແຕ່ລະ​ຍະ​ສັ້ນໆ ເທົ່າ​ນັ້ນ ​ກ່ອນ​ຈະ​ຖອນ​ອອກ​ໄປ ແລ້ວຝ​ຣັ່ງກໍ​ໄດ້​
ກັບ​ຄືນ​ມາ​ປົກ​ຄອງ​ລາວ​ອີກ​ຕໍ່​ໄປ.

ສົງ​ຄາມ​ໂລກຄັ້ງ​ທີ​ສອງ ​ຢູ່​ເຂດເອ​ເຊຍ​ປາຊິ​ຟິກ ​ແລະ​ຢູ​ໂຣບ ໄດ້​ແກ່​ຍາວ​ເປັນ ​ເວ​ລາ​ຫົກ​ປີ
ສ້າງ​ຄວາມ​ເສຍ​ຫາຍຢ່າງ​ໃຫຍ່​ຫລວງ​ແກ່ ​ຄວາມ​ສີວິ​ໄລ​ຂອງ​ມະນຸດ. ​ຕົກມາເຖິງ ວັນທີ 8
ເດືອນພຶດສະພາ ປີ 1945 ເຢຍຣະມັນ ໄດ້ຜ່າຍແພ້ສົງຄາມ ​ແລະ​ລົງ​ນາມສະຫງົບ​ເສິກ
ກັບ ບັນດາກຸ່ມ ປະເທດພັນທະມິດມະຫາອຳນາດ ທີ່ປະກອບດ້ວຍ ສະຫະລັດ ອາເມຣິກາ
ຝຣັ່ງ ອັງກິດ ແລະສະຫະພາບ ໂຊວຽດ. ​ແຕ່​ວ່າເວລານັ້ນ ຍີ່ປຸ່ນ ຍັງດຳເນີນການບຸກລຸກ ຢູ່
ທຸກໆ ເກາະດອນ ແລະດິນແດນໃນເຂດ ເອເຊຍປະຊິຟິກ. ເພື່ອ​ຢຸດ​ຢັ້ງ​ບໍ່​ໃຫ້ສົ​ງຄ​າມຄືບ
​ໜ້າ​ອີກ​ຕໍ່ໄປ​ ໃນວັນທີ 6 ເດືອນສິງຫາ ປີ 1945 ສະ​ຫະ​ລັດ ຈຶ່ງໄດ້​ຖິ້ມ​ລະ​ເບີດ​ປະລຳມະນູ​
ໃສ່ ນະ​ຄອນ Hiroshima ແລະ Nakasaki ​ແລະ​ໃນ​ທີ່​ສຸດຈຶ່ງໄດ້ເຮັດ​ໃຫ້​ຍີ່​ປຸ່ນ ຍອມ​ແພ້
​ສົງ​ຄາມ ແລະ​ລົງ​ນາມ​ສະ​ຫງົບ​ເສິກໃນ​ ວັນ​ທີ່ 2 ກັນ​ຍາ ປີ 1945.

ກອງທະຫານ ຣັດເຊຍ ຈຳນວນ 16,000 ຄົນ
ກອງທະຫານ ຣັດເຊຍ ຈຳນວນ 16,000 ຄົນ

​ສົງຄາມໂລກຄັ້ງທີສອງ ເປັນສົງຄາມສູ້​ລົບ​ທາງ​ທະຫານຮ້າຍແຮງ
ທີ່ສຸດໃນປະຫວັດສາດມະນຸດໂລກ ເຮັດໃຫ້ປະຊາກອນໂລກສູນ
ເສຍຊີວິດໄປ​ເຖິງ 60 ລ້ານຄົນ ຊຶ່ງ​ລວມຢູ່​ໃນ​ນັ້ນ​ມີ​ປະ​ຊາ​ກອນຣັດ
ເຊຍ ​25 ລ້ານ ຄົນ. ​ການ​ສະຫລອງ​ວັນ​ຄົບຮອບ 70 ປີ ​ໃນ​ວັນ​ເສົາ
ທີ່ 9 ທີ່​ຜ່ານ​ມາ​ນີ້ ຣັດ​ເຊຍ ​ແມ່ນ​ປະ​ເທດ​ດຽວ ທີ່ໄດ້ສະ​ຫລອງ​ກັນ
​ຢ່າງໃຫຍ່ໂຕ​ມະ​ໂຫລານ ​ຫຼາຍ​ກວ່າ​ ຢູ​ໂຣບ ແລະ ສະ​ຫະ​ລັດ ໂດຍ
​ມີ​ທະ​ຫານ​ເຂົ້າຮ່ວມ​ສວນ​ສະ​ໜາມ​ເຖິງ 16,000 ຄົນ ​ລົດ​ຫຸ້ມ​ເກາະ
200 ຄັນ ແລ​ະ​ເຮືອ​ບິນ 150 ລຳ ພ້ອມ​ດ້ວຍ​ເຮ​ລິ​ຄອບ​ເຕີ ​ຊຶ່ງ ​ເປັນ​
ການ​ອວດ​ອ້າງ​ເຖິງແສນ​ຍານຸພາບທາງ​ທະ​ຫານ ແລະ​ອາ​ວຸດ​ຍຸດ​
ໂທ​ປະ​ກອນ​ໃໝ່​ຂອງ ຣັດ​ເຊຍ. ​ປະ​ທາ​ນາ​ທິບໍດີ ຣັດ​ເຊຍ ທ່ານ Vladimir Putin ​ໄດ້​ກ່າວ​ຂອບ​ໃຈ​ຕໍ່ບັນດາ​ພັນທະ​ມິດສຳຄັນຂອງຣັດເຊຍ​ໃນສົງຄາມ​ໂລກຄັ້ງ​ທີ​ສອງ ຄື ສະຫະລັດ
ອາ​ເມຣິກາ ອັງກິດ ​ແລະ​ຝຣັ່ງ ທີ່​ໄດ້​ຊ່ວຍປາບ​ພວກ​ Nazi.

ການ​ເດີນ​ສວນສະໜາມ​ ສະຫລອງ​ໄຊຊະນະ​ໃນປີ​ນີ້ ​ໄດ້ມີ​ຂຶ້ນ​ ໃນ​ທ່າມກາງ​ທີ່ ຣັດ​ເຊຍ ມີ​
ການ​ຂັດ​ແຍ້​ງກັນກັບ ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ກ່ຽວ​ກັບ ​ຢູ​ເຄຣນ ​ຍ້ອນວ່າ ​ມົສກູໄດ້​ຍຶ​ດ​
ເອົາ ​ແຫລມ Crimea ​ແລະມີ​ການກ່າວ​ຫາ ປະທານາທິບໍດີ Putin ວ່າໃຫ້ການ​ສະໜັບ
ສະໜູນ​ ສົງຄາມ​ແບ່ງ​ແຍກ​ດິນ​ແດນ ທີ່​ຮ້າຍ​ແຮງນີ້ ທີ່ພາ​ໃຫ້​ມີ​ຄົນ​ຕາຍ​ ​ເປັນຈຳນວນຫຼວງ
ຫລາຍ. ເພາະສະ​ນັ້ນ ວີ​ໂອ​ເອ ​ຈຶ່ໄດ້​ຖືໂອກາດ​ນີ້ ສຳພາດ ​ທ່ານສັງ​ທອງ ບຸດ​ສີ​ເມືອງ ​ເຊື້ອ
ສາຍ​ລາວ ທີ່​ນະຄອນ​ມົສກູ ​ຊຶ່ງ​ທ່ານ​ໄດ້​ໃຫ້ທັດສະນະ​ສ່ວນໂຕວ່າ :

ທ່ານສັງທອງ ບຸດສີເມືອງ ທີ່ນະຄອນມົສກູ ປະເທດຣັດເຊຍ
ທ່ານສັງທອງ ບຸດສີເມືອງ ທີ່ນະຄອນມົສກູ ປະເທດຣັດເຊຍ

ລິງໂດຍກົງ

ທ່ານ​ສີ​ເມືອງ ພໍ​ໃຫ້​ຄວາມ​ຄິດ​ເຫັນ​ໄດ້​ບໍ່​ວ່າ ​ເປັນຫຍັງ​ບັນດາ​ຜູ້ນຳ ປະ​ເທດ​ຕາວັນ​ຕົກ​ຈຶ່ງບໍ່​ເຂົ້າ​ຮ່ວມ​ໃນ​ພິທີປີ​ນີ້ :

ບັນດາຜຸ້ນຳຈາກ 30 ປະເທດ ພັນທະມິດ ຣັດເຊຍ
ບັນດາຜຸ້ນຳຈາກ 30 ປະເທດ ພັນທະມິດ ຣັດເຊຍ

ໃນ​ຈຳນວນ​ບັນດາ​ຜູ້ນຳ 30 ປະ​ເທດ​ທີ່​ໄດ້​ເຂົ້າ​ຮ່ວມ ທ່ານ​ພໍ​ຊິ​ເວົ້າ​ໄດ້​ບໍ່​ວ່າ ສປປ ລາວ ​ໄດ້​ສົ່ງ​ຜູ້ຕາງໜ້າໄປ​ຮ່ວມ​ຫຼືບໍ່?

ປະທານາທິບໍດີ Vladimir Putin ກຳລັງສຳພັດມື ກັບບັນດາ ທະຫານຂັ້ນສູງ ຂອງ ຮັດເຊຍ
ປະທານາທິບໍດີ Vladimir Putin ກຳລັງສຳພັດມື ກັບບັນດາ ທະຫານຂັ້ນສູງ ຂອງ ຮັດເຊຍ

ສຳພັນ​ທະ​ໄມຕີ​ຂອງຣັດ​ເຊຍ ກັບ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ກຳລັງ​ຕົກຢູ່ໃນ​ລະດັບຕຳ່​ສຸດ
ນັບ​ຕັ້ງ​ແຕ່ສົງຄາມ​ເຢັນ ​ເປັນ​ຕົ້ນ​ມາ. ບັນດາ​ຜູ້ນຳ​ປະ​ເທດ​ຕາ​ເວັນ​ຕົກ ​ໄດ້​ພາກັນ​ປະ​ທ້ວງ​
ບໍ່ມາຮ່ວມການ​ເດີນ​ສວນ​ສະໜາມ​ປີ​ນີ້ ປ່ອຍ​ໃຫ້ ວັງ Kremlin ສະ​ແດງ​ແສນ​ຍານຸພາບ
​ທາງທະຫານ​ຂອງ​ຕົນ​ແຕ່​ຝ່າຍດຽວ ຢູ່​ຕໍ່ໜ້າບັນດາ​ຜູ້ນຳ ປະ​ເທດ ພຽງປະມານ ​30 ຄົນ
ຈາກ​ປະ​ເທດ​ຕ່າງໆ​ທີ່​ມີຮວມທັງ ຈີນ ຄິວ​ບາ ​ແລະ ຊີມ​ບາເວ ພ້ອມກັບ ​ເລຂາ​ທິການ
​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban ki-Moon.

ໃນ​ຕອນ​ທ່ຽງ​ຂອງ​ວັນ​ສຸກ ທີ່ 8 ຜ່ານ​ມາ ຢູ່ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີ ໄດ້ມີ​ພິທີຢູ່ສຸສານ
ສົງຄາມ​ໂລກ​ຄັ້ງ​ທີ​ສອງ ​ເວລາ​ນັ້ນ​ມີ​ຝູງ​ບິນ​ລົບຊະ​ນິດ​ຕ່າງໆ​ຫລາຍ​ຮ້ອຍລຳ ຂອງສ​ະ​ໄໝ​ ສົງຄາມ​ໂລກ​ຄັ້ງ​ທີ່​ສອງ ບິນຜ່ານ​ເປັນໄລຍະ​ໄລຍະຢ່າງ​ນອງ​ນັນ. ຂ້າພະ​ເຈົ້າ ກໍ​ແມ່ນຜູ້​ນຶ່ງ
​ໃນ​ບັນດາ​ປະຊາກອນ​ອາ​ເມຣິກາ ​ແລະ​ພວກນັກ​ທ່ອງທ່ຽວຫລາຍ​ພັນ​ຄົນ ​ພາກັນ​ອອກມາ​
ຢືນ​ຊົມ ນັ່ງ​ເບິ່ງ ນອນ​ເບິ່ງ​ຢູ່​ຕາມ​ເດີ່ນ​ສະໜາມ​ຫລວງ ​ແລະ​ດາດ​ຟ້າຂອງ​ຕຶກ​ຕ່າງໆ​ເປັນ​ເວລາ​ນຶ່ງຊົ່ວ​ໂມງ.

WWII-era Warplanes Fly Over Washington
please wait

No media source currently available

0:00 0:02:45 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG