ລິ້ງ ສຳຫລັບເຂົ້າຫາ

ເຄືອຂ່າຍຖະໜົນ ຫົນທາງໃນ ລາວ ໄດ້ຂະຫຍາຍຕົວ ຂຶ້ນຫຼາຍກວ່າ 4 ເທົ່ານັບຕັ້ງແຕ່ປີ 1976 ຫາ 2015


ໂຄງການບູລະນະປັບປຸງຖະໜົນຫົນທາງໃນນະຄອນຫຼວງ ວຽງຈັນ.

ໂຄງການບູລະນະປັບປຸງຖະໜົນຫົນທາງໃນນະຄອນຫຼວງ ວຽງຈັນ.

ໂຄງຂ່າຍຖະໜົນໃນ ລາວ ເພີ່ມຂຶ້ນຫຼາຍກວ່າ 4 ເທົ່າຕົວເມື່ອທຽບ ລະຫວ່າງປີ 1976 ກັບປີ 2015 ໂດຍໂຄງຂ່າຍຖະໜົນທີ່ມີຢູ່ນີ້ ສາມາດເຊື່ອມຕໍ່ໄປເຖິງທັງ 148 ເມືອງໃນທົ່ວປະເທດແລ້ວ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງຖະແຫຼງຢືນ ຢັນວ່າໃນປະຈຸບັນ ໃນທົ່ວປະເທດ ລາວ ມີເສັ້ນທາງຄົມມະນາຄົມ-ຂົນສົ່ງທາງບົກຄິດເປັນ ໄລຍະທາງລວມເຖິງ 51,900 ກວ່າກິໂລແມັດ ໂດຍມີໄລຍະທາງເພີ່ມຂຶ້ນກວ່າ 4 ເທົ່າຕົວ ເມື່ອທຽບລະຫວ່າງປີ 1976 ກັບປີ 2015 ທັງຍັງເຮັດໃຫ້ເສັ້ນທາງບົກດັ່ງກ່າວນີ້ ສາມາດ ເຊື່ອມຕໍ່ໄປເຖິງ 148 ເມືອງໃນ 17 ແຂວງ ແລະ ເຂດນະຄອນຫຼວງວຽງຈັນ ໄດ້ຕະຫຼອດປີ ອີກດ້ວຍ.

ສ່ວນການຂົນສົ່ງສິນຄ້າກໍເພີ່ມຂຶ້ນຈາກ 249,000 ກວ່າໂຕນໃນປີ 1976 ເປັນເກີນກວ່າ 5 ລ້ານໂຕນໃນປີ 2015 ຂະນະທີ່ການຂົນສົ່ງເພື່ອການໂດຍສານນັ້ນເພີ່ມຂຶ້ນຈາກ 2.1 ລ້ານ ເທື່ອຄົນໃນປີ 1976 ເປັນ 50 ກວ່າລ້ານເທື່ອຄົນ ໃນປີ 2015 ສ່ວນການຂົນສົ່ງ ແລະ ໂດຍ ສານທາງອາກາດນັ້ນກໍເພີ່ມຂຶ້ນຈາກ 16,000 ເທື່ອຄົນໃນປີ 1976 ເປັນຫຼາຍກວ່າ 1.5 ລ້ານເທື່ອ ຄົນໃນປີ 2015 ແລະ ອັນທີ່ຖືວ່າພົ້ນເດັ່ນທີ່ສຸດກໍຄືການກໍ່ສ້າງທາງລົດໄຟ ລາວ - ຈີນ ທີ່ມີກຳ ນົດແລ້ວສຳເລັດໃນປີ 2020.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າໃນໄລຍະທາງລວມຂອງເສັ້ນທາງຄົມມະນາຄົມ-ຂົນສົ່ງດັ່ງ ກ່າວນີ້ເປັນເສັ້ນທາງທີ່ປູດ້ວຍຫີນແຮ່ 19,361 ກິໂລແມັດ ແລະ ປູດິນທຳມະຊາດເຖິງ 22,838 ກິໂລແມັດຈຶ່ງເຮັດໃຫ້ບັນດາບ້ານສ່ວນໃຫຍ່ ໃນເຂດຊົນນະບົດຍັງບໍ່ສາມາດເຊື່ອມ ຕໍ່ກັບເຂດ ເມືອງໄດ້ຕະຫຼອດປີ ເພາະວ່າເສັ້ນທາງຄົມມະນາຄົມ-ຂົນສົ່ງທີ່ປູດ້ວຍຫີນແຮ່ ແລະ ດິນທຳມະ ຊາດດັ່ງກ່າວນັ້ນໃຊ້ການບໍ່ໄດ້ເລີຍໃນຊ່ວງລະດູຝົນນັ້ນເອງ.

ທາງດ້ານກະຊວງແຜນການ ແລະ ການລົງທຶນ ລາຍງານວ່າໃນແຜນການປະຈຳປີ 2014-2015 ໄດ້ພັດທະນາລະບົບພື້ນຖານໂຄງລ່າງສຳເລັດເຖິງ 247 ໂຄງການ ໃຊ້ເງິນທຶນໄປ 14,225.67 ຕື້ກີບ ຫຼື 1,778 ລ້ານໂດລາທີ່ຕ້ອງເພິ່ງພາການຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງ ປະເທດເປັນຫຼັກ.

ສະພາບຫົນທາງໄປພາກເໜືອຂອງ ລາວ ໃນລະດູຝົນ.

ສະພາບຫົນທາງໄປພາກເໜືອຂອງ ລາວ ໃນລະດູຝົນ.

ການພັດທະນາໂຄງການເຫຼົ່ານີ້ຖືເປັນພາກສ່ວນສຳຄັນຢ່າງຍິ່ງສຳ ລັບການຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍ ສະຫັດສະວັດການພັດ ທະນາ ເພື່ອການລົບລ້າງຄວາມຍາກຈົນຂອງປະຊາຊົນລາວ ລົງສູ່ ລະດັບບໍ່ເກີນ 10 ເປີເຊັນ ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ ພາຍໃນທ້າຍປີ 2015 ຊຶ່ງ ໃນນີ້ການຈັດຕັ້ງປະຕິບັດໃນຊ່ວງປີ 2011-2015 ທີ່ ຜ່ານມາ ກໍປະ ກົດວ່າສາມາດລົບລ້າງຄວາມຍາກ ຈົນຂອງປະຊາ ຊົນໄດ້ເປັນສ່ວນໃຫຍ່ ໂດຍໃນປະຈຸບັນຍັງເຫຼືອ ຄອບຄົວທີ່ທຸກຍາກຄິດເປັນ 6.59 ເປີເຊັນຂອງຈຳນວນຄອບຄົວ ທັງໝົດ.

ແຕ່ຢ່າງໃດກໍຕາມການພັດທະນາໃນໄລຍະຜ່ານມາກໍເຮັດໃຫ້ເກີດບັນຫາ ກ່ຽວກັບ ການແຕກ ໂຕນກັນໃນລະດັບຂອງການພັດທະນາທາງເສດຖະກິດ ລະຫວ່າງເຂດເມືອງ ກັບເຂດຊົນນະ ບົດເພີ່ມຂຶ້ນນັບມື້ກໍຄືຂະນະທີ່ເຂດເມືອງມີສິ່ງອຳນວຍຄວາມສະດວກຕ່າງໆຫຼາຍຂຶ້ນນັ້ນເຂດ ຊົນນະບົດກັບຍັງຂາດແຄນໃນທຸກດ້ານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນແຂວງຫົວພັນ ໄດ້ໃຫ້ການ ຢືນຢັນວ່າ

“ພວກເຮົາກະງົບປະມານມີຈຳກັດ ບໍພຽງພໍຕາມຄວາມຮຽກຮ້ອງຕ້ອງການ ແລະ ກະບໍ່ມີຍານ ພາຫະນະທີ່ຈະລົງໄປ ແລະ ເສັ້ນທາງການໄປມານີ້ກະທຸລະກັນດານ ເນາະ ຕ້ອງໄດ້ອາໄສ ຍ່າງນີ້ແລ້ວຫຼາຍກວ່າ ເພາະວ່າເສັ້ນທາງລົດເຂົ້າໄປບາງ ບ້ານກະບໍ່ມີເນາະ ແຕ່ວ່າໄປໄດ້ນີ້ ກະບ່ອນໃດມີເສັ້ນທາງ ລົດກະໄປໄດ້ພຽງລະ ດູແລ້ງ ລະດູຝົນນີ້ກະໄປບໍ່ໄດ້.”

ທັງນີ້ໂດຍຈະເຫັນໄດ້ຈາກການພັດທະນາເສດຖະກິດໃນນະຄອນຫຼວງວຽງຈັນ ທີ່ມູນຄ່າຜະ ລິດຕະພັນລວມ (GDP) ໃນແຜນການປີ 2014-2015 ສາມາດຖົວສະເລ່ຍເປັນລາຍໄດ້ຂອງ ປະຊາຊົນໃນເຂດນະຄອນຫຼວງວຽງຈັນ ໄດ້ເກີນກວ່າ 35 ລ້ານກີບ ຫຼື 4,390 ໂດລາຕໍ່ ຄົນຕໍ່ປີ ຫາກແຕ່ປະຊາຊົນທີ່ຢູ່ແຂວງ ຜົ້ງສາລີ ກັບຍັງມີລາຍໄດ້ພຽງ 978 ໂດລາຕໍ່ຄົນເທົ່ານັ້ນໃນຂະ ນະທີ່ອັດຕາຄວາມທຸກຍາກກໍຍັງສູງກວ່າ 45 ເປີເຊັນໂດຍມີສາເຫດມາຈາກການທີ່ລັດຖະ ບານບໍ່ສາມາດຕອບສະໜອງງົບປະມານໄດ້ຢ່າງພຽງພໍຊຶ່ງກໍຈະເຮັດໃຫ້ກວ່າ 25 ເປີເຊັນຂອງ ບ້ານທັງໝົດເຂົ້າບໍ່ເຖິງບໍລິການຕ່າງໆຂອງລັດຖະບານ ແລະ 2 ໃນ 3 ຂອງບ້ານທັງໝົດກໍຍັງ ບໍ່ມີການຜະລິດສິນຄ້າເພື່ອຕອບສະໜຶງຕະຫຼາດອີກດ້ວຍ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG