ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງການ ລາວ ຈະປະກອບສ່ວນ ເຂົ້າໃນ ການຕ້ານ ອາຊະຍາກຳສາກົນ


ບັນດາໄອຍະການຈາກ ຈີນ ແລະ ອາຊຽນ ຈັບມືກັນໃນພິທີປິດຂອງກອງປະຊຸມ.
ບັນດາໄອຍະການຈາກ ຈີນ ແລະ ອາຊຽນ ຈັບມືກັນໃນພິທີປິດຂອງກອງປະຊຸມ.

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຢືນຢັນວ່າ ລາວ ຈະປະກອບສ່ວນຢ່າງສຸດ ກຳລັງ ເຂົ້າໃນການຕ້ານອາຊະຍາກຳສາກົນ ໂດຍສະເພາະແມ່ນການຄ້າມະນຸດ ແລະ ຢາ ເສບຕິດໃນອາຊຽນ ແລະ ຈີນ.

ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຖະແຫຼງຢືນຢັນວ່າ ທາງ ການ ລາວ ຈະປະກອບສ່ວນຢ່າງສຸດກຳລັງເຂົ້າໃນການຕ້ານອາຊະຍາກຳສາກົນ ໂດຍສະ ເພາະແມ່ນການສະກັດກັ້ນ ແລະ ປາບປາມການຄ້າຢາເສບຕິດ ແລະ ການຄ້າມະນຸດ ຂ້າມຊາດໃນພູມີພາກເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ກັບ ຈີນ ນັ້ນ ຖືເປັນເຂດທີ່ ລັດຖະບານ ລາວ ໃຫ້ຄວາມສຳຄັນສູງສຸດ.

ທ່ານ ຄຳສານ ຢືນຢັນດັ່ງກ່າວໃນໂອກາດເປັນປະທານກອງປະຊຸມຫົວໜ້າໄອຍະການ ສູງສຸດຄັ້ງທີ 9 ລະຫວ່າງ ອາຊຽນ ກັບ ຈີນ ຢູ່ນະຄອນຫຼວງ ວຽງຈັນ ເມື່ອບໍ່ນານມານີ້ໂດຍ ກອງປະຊຸມໄດ້ສິ້ນສຸດລົງດ້ວຍຖະແຫຼງການຮ່ວມທີ່ເນັ້ນໜັກການຮ່ວມມືກັນໃນ 7 ດ້ານ ດ້ວຍກັນ ດັ່ງທີ່ທ່ານ ຄຳສານ ຊີ້ແຈງວ່າ.

"ເນື້ອໃນຖະແຫຼງການຮ່ວມລວມມີ 8 ເນືອໃນສຳຄັນເຊັ່ນ ຫົວໜ້າອົງການໄອຍະການ ສູງສຸດ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ໃນການຍົກສູງການຫົວພັນເພື່ອນຳເອົາອາ ຊະຍາກອນ ຫຼື ຜູ້ກະທຳຜິດຂ້າມຊາດມາລົງໂທດຕາມກົດໝາຍ, ຫົວໜ້າອົງການໄອ ຍະການສູງສຸດ ຈະເອົາໃຈໃສ່ປະຕິບັດໜ້າທີ່ຂອງອົງການໄອຍະການຢ່າງມີປະສິດທິ ຜົນ, ສ້າງ ຫຼື ປັບປຸງກົດໝາຍທີ່ພົວພັນເຖິງການຕ້ານອາຊະຍາກຳຂ້າມຊາດ."

ສ່ວນເນື້ອໃນທີ່ເຫຼືອນັ້ນ ກໍປະກອບດ້ວຍຫົວໜ້າອົງການໄອຍະການສູງສຸດ ເຫັນດີໃນການ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ອາຊະຍາກຳຂ້າມຊາດ, ການເພີ່ມທະວີ ການຮ່ວມມືໃນການສ້າງພະນັກງານໄອຍະການ, ການເຫັນດີໃນຂໍ້ລິເລີ່ມ ແລະ ການສະ ເໜີຂອງອົງການໄອຍະການສູງສຸດຂອງ ຈີນ ໃນການສ້າງເວັບໄຊຂອງກອງປະຊຸມຫົວ ໜ້າອົງການໄອຍະການສູງສຸດອາຊຽນ-ຈີນ ການເຫັນດີໃນຄວາມພະຍາຍາມເພື່ອປະ ກອບສ່ວນໃນການຈັດຕັ້ງປະຕິບັດຖະແຫຼງການ ຮ່ວມ ແລະ ແຜນການດຳເນີນງານວ່າ ດ້ວຍຄູ່ຮ່ວມຍຸດທະສາດອາຊຽນ-ຈີນ ເພື່ອສັດຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ໂດຍ ສຸມໃສ່ສິ່ງທ້າຍທາຍຂອງຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ແລະ ການຕົກລົງສ້າງຕັ້ງ ສູນປະສານງານຮ່ວມກັນ.

ແຕ່ຢ່າງໃດກໍຕາມ ອົງການໄອຍະການປະຊາຊົນສູງສຸດຂອງ ລາວ ກໍສາມາດປະຕິບັດກົດ ໝາຍຕາມການຕັດສິນຂອງສານປະຊາຊົນໄດ້ພຽງ 2,140 ຄະດີ ຊຶ່ງຄິດເປັນ 15.62 ເປີ ເຊັນ ເທົ່ານັ້ນຂອງຄະດີອາຍາທີ່ມີຫຼາຍກວ່າ 13,690 ຄະດີ ຈຶ່ງຍັງເຫຼືອອີກເກືອບ 85 ເປີ ເຊັນ ທີ່ຈະຕ້ອງຈັດຕັ້ງປະຕິບັດຕາມການຕັດສິນຂອງການຕໍ່ໄປ ຊຶ່ງລວມເຖິງຄະດີຄວາມ ຜິດ ກ່ຽວກັບ ຢາເສບຕິດ 2,258 ກໍລະນີ ທີ່ຈັບຜູ້ຕ້ອງຫາໄດ້ 3,346 ຄົນ, ມີຊາວຕ່າງຊາດ 90 ຄົນ ແລະ ເປັນການຈັບກຸມທີ່ເພີ່ມຂຶ້ນເຖິງ 600 ກໍລະນີ ທຽບໃສ່ປີ 2014.

ສ່ວນຢາເສບຕິດຂອງກາງທີ່ຍຶດໄດ້ຈາກການຈັບກຸມດັ່ງກ່າວນີ້ ກໍປະກອບດ້ວຍ ຢາບ້າ ຫຼາຍກວ່າ 6,330,000 ເມັດ, ເຮໂຣອິນ 134 ກິໂລກຣາມ, ກັນຊາແຫ້ງ 3,257 ກິໂລ ກຣາມ, ຢາໄອສ 176 ກິໂລກຣາມ, ຝິ່ນດິບເກືອບ 50 ກິໂລກຣາມ, ສານເຄມີ ແລະ ສ່ວນ ປະສົມຂອງຢາເສບຕິດອີກ 8,242 ກິໂລກຣາມ ໂດຍພື້ນທີ່ໆມີການຈັບກຸມ ແລະ ຍຶດຢາ ເສບຕິດ ໄດ້ຫຼາຍທີ່ສຸດກໍຄືເຂດນະຄອນຫຼວງວຽງຈັນ.

ນອກຈາກນີ້ ການຮ່ວມມືຢູ່ເຂດຊາຍແດນລະຫວ່າງ ທາງການຕຳຫຼວດ ລາວ ກັບ ຫວຽດ ນາມ ໃນປີຜ່ານມາກໍຍັງສາມາດຈັບກຸມສະມາຊິກແກັງຄ້າຢາເສບຕິດໄດ້ 11 ຄົນ ໂດຍຍຶດ ກັນຊາແຫ້ງໄດ້ເຖິງ 1,998 ຫໍ່, ສານເຄມີທີ່ເປັນສ່ວນປະສົມຂອງຢາບ້າ 2,220 ລິດ ແລະ ເຄື່ອງສຳລັບອົບແຫ້ງກັນຊາ. ສ່ວນຕຳຫຼວດຢູ່ແຂວງອຸດົມໄຊ ກໍສາມາດຈັບກຸມນັກຄ້າຢາ ເສບຕິດລາຍໃຫຍ່ 2 ຄົນ ແລະ ຍຶດເຮໂຣອິນໄດ້ 200 ແທ່ງ ນຳ້ໜັກລວມເຖິງ 77.6 ກິໂລ ກຣາມ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນໜ່ວຍປາບປາມຢາເສບຕິດຂອງ ລາວ ຍອມຮັບວ່າ ມີເຈົ້າ ໜ້າທີ່ຂັ້ນສູງຈຳນວນບໍ່ນ້ອຍ ທັງໃນວົງການທະຫານ, ຕຳຫຼວດ ແລະ ລັດຖະບານທີ່ເຂົ້າ ໄປພົວພັນກັບການຄ້າຢາເສບຕິດ.

XS
SM
MD
LG