ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກລາວ ເນັ້ນໜັກ ໃຫ້ສົ່ງເສີມ ການຜະລິດ ສິນຄ້າ ຂອງທຸລະກິດ ຂະໜາດນ້ອຍແລະກາງ


ກອງປະຊຸມ ເຜີຍແຜ່ ກ່ຽວກັບ ການເຂົ້າເຖິງ ກອງທຶນ ຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ ຈັດຂຶ້ນຢູ່ທີ່ນະຄອນຫລວງວຽງຈັນ.
ກອງປະຊຸມ ເຜີຍແຜ່ ກ່ຽວກັບ ການເຂົ້າເຖິງ ກອງທຶນ ຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ ຈັດຂຶ້ນຢູ່ທີ່ນະຄອນຫລວງວຽງຈັນ.

ນາຍົກລັດຖະມົນຕີ ເນັ້ນໜັກໃຫ້ສົ່ງເສີມການຜະລິດສິນຄ້າຂອງ ທຸລະກິດຂະໜາດ
ນ້ອຍ ແລະ ຂະໜາດກາງ ຮວມທັງສົ່ງເສີມການລົງທຶນ ໃນອຸດສາຫະກຳການຜະລິດ
ທີ່ເປັນມິດກັບສິ່ງແວດລ້ອມທຳມະຊາດ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ການເນັ້ນໜັກຕໍ່ກອງປະຊຸມນັກທຸລະກິດ
ລາວ ຄັ້ງທີ 10 ຢູ່ນະຄອນວຽງຈັນ ເມື່ອບໍ່ນານມານີ້ ວ່າ ໃນຊຸມປີທີ່ເຫຼືອຂອງ ແຜນການ
ພັດທະນາ ໄລຍະ 5 ປີ ຄັ້ງທີ 8 ທີ່ຈະຈັດຕັ້ງປະຕິບັດໄປເຖິງ 2020 ລັດຖະບານລາວ
ໄດ້ແນໃສ່ການສ້າງສະຖຽນລະພາບທາງເສດຖະກິດມະຫາພາກ ແລະ ຮັກສາຈັງຫວະ
ການເຕີບໂຕທາງເສດຖະກິດ ໃຫ້ມີຄວາມໜັກແໜ້ນ ແລະ ໝັ້ນທ່ຽງ ດ້ວຍການສົ່ງເສີມ
ການຜະລິດສິນຄ້າຂອງ ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs)
ໃຫ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ແນໃສ່ການສົ່ງເສີມການລົງທຶນ ໃນອຸດສາຫະກຳ
ການຜະລິດຕ່າງໆ ທີ່ເປັນມິດກັບສິ່ງແວດລ້ອມທຳມະຊາດເປັນສຳຄັນ ດັ່ງທີ່ ທ່ານ
ທອງລຸນ ໄດ້ໃຫ້ການຢືນຢັນ ວ່າ:

ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ

“ລັດຖະບານໄດ້ເອົາໃຈໃສ່ ສົ່ງເສີມທຸລະກິດຢ່າງແຂງແຮງ ສ້າງເງື່ອນໄຂ ໃຫ້ມີ
ການລົງທຶນໃສ່ ອຸດສາຫະກຳປະເພດຕ່າງໆ ຢ່າງຕໍ່ເນື່ອງ ເວລາດຽວກັນນັ້ນ ກະ
ໄດ້ເອົາໃຈໃສ່ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ໂດຍຖື
ເອົາເປັນນະໂຍບາຍລະດັບຊາດ ໃນການຜະລິດທຸລະກິດ ລັດຖະບານກໍໄດ້ອອກ
ຄຳສັ່ງເລກທີ 15 ນາຍົກລັດຖະມົນຕີ ເພື່ອຫ້າມສົ່ງໄມ້ອອກໄປຕ່າງປະເທດ ເພື່ອ
ເຂັ້ມງວດໃນການຂຸດຄົ້ນໄມ້ ແນໃສ່ເພີ່ມມູນຄ່າໃຫ້ຜະລິດຕະພັນໄມ້ ປົກປັກຮັກສາ
ຊັບພະຍາກອນໄມ້ ແລະ ສະພາບແວດລ້ອມທຳມະຊາດຂອງປະເທດ ໃຫ້ມີ
ຄວາມຍືນຍົງ.”

ພິທີເຊັນສັນຍາ ການສະໜອງທຶນ ໃຫ້ສິນເຊື່ອແກ່ ທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອສົ່ງເສີມການາຜະລິດສິນຄ້າ ພາຍໃນລາວ.
ພິທີເຊັນສັນຍາ ການສະໜອງທຶນ ໃຫ້ສິນເຊື່ອແກ່ ທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອສົ່ງເສີມການາຜະລິດສິນຄ້າ ພາຍໃນລາວ.

ທັງນີ້ ໂດຍໃນແຜນການສົກປີ 2016-2017 ລັດຖະບານລາວ ໄດ້ວາງຄາດໝາຍ
ການເຕີບໂຕທາງເສດຖະກິດໄວ້ ໃນອັດຕາສະເລ່ຍ 7 ເປີເຊັນ ເຮັດໃຫ້ຍອດຜະລິດ
ຕະພັນພາຍໃນ (GDP) ມີມູນຄ່າລວມເຖິງ 129,683 ຕື້ກີບ ຫຼື ປະມານ 16,210
ລ້ານໂດລາ ໂດຍຈະຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ໃນລະດັບ 2,341
ໂດລາຕໍ່ຄົນ ໃນທ້ານປີ 2017 ນີ້ ຫຼືເພີ່ມຂຶ້ນ 18 ເປີເຊັນ ທຽບໃສ່ລາຍໄດ້ສະເລ່ຍຂອງ
ປະຊາຊົນລາວໃນປີ 2016.

ໂດຍລັດຖະບານລາວ ໄດ້ກຳນົດ 10 ມາດຕະການຈັດຕັ້ງປະຕິບັດ ໃນຕະຫຼອດ
ແຜນການປີ 2016-2017 ນີ້ ຊຶ່ງປະກອບດ້ວຍການຄຸ້ມຄອງເສດຖະກິດມະຫາພາກ
ໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວ
ບໍ່ໃຫ້ຫລຸດ 7 ເປີເຊັນ ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນ ແລະ ງົບປະມານ
ໃຫ້ແຂງແຮງ ດ້ວຍການປະຕິຮູບກົນໄກການເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ
ແລະ ໂປ່ງໃສ ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ ສືບຕໍ່ການປະຕິບັດນະໂຍບາຍ
ດອກເບ້ຍຕາມກົນໄກຕະຫຼາດ ປັບປຸງສະພາວະແວດລ້ອມ ໃນການດຳເນີນທຸລະກິດ
ສົ່ງເສີມການລົງທຶນພາຍໃນ ແລະ ຈາກຕ່າງປະເທດໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້
ສົ່ງເສີມການຜະລິດ ແລະ ການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າເພື່ອຊົມໃຊ້
ພາຍໃນ ແລະ ຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ທາງການລາວ ໄດ້ສົ່ງເສີມການລົງທຶນ ໃນອຸດສາຫະກຳການຜະລິດ ທີ່ເປັນມິດກັບ ສິ່ງແວດລ້ອມທຳມະຊາດ.
ທາງການລາວ ໄດ້ສົ່ງເສີມການລົງທຶນ ໃນອຸດສາຫະກຳການຜະລິດ ທີ່ເປັນມິດກັບ ສິ່ງແວດລ້ອມທຳມະຊາດ.

ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳ ສັງຄົມ ແລະ ແກ້ໄຂຄວາມ
ທຸກຍາກ ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາ
ຢ່າງຍືນຍົງ ໃຫ້ເປັນແຜນການ ແລະ ໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງ
ປະຕິບັດ ໃຫ້ມີປະສິດທິຜົນ ບໍລິຫານລັດຖະການຕາມລະບຽບກົດໝາຍຢ່າງເຂັ້ມງວດ
ທີ່ແນໃສ່ ການຕ້ານການສໍ້ລາດບັງຫລວງໃຫ້ເປັນຮູບປະທຳ ສະເໜີສະພາແຫ່ງຊາດ
ແລະ ສະພາທ້ອງຖິ່ນໃຫ້ຕິດຕາມກວດກາການປັບປຸງນິຕິກຳ ໃຫ້ສອດຄ້ອງກັບ
ສະພາບການຕົວຈິງ ແລະ ການຮັບປະກັນສະຖຽນລະພາບທາງການເມືອງ ແລະ
ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ໄດ້ຢ່າງຄັກແນ່.

ທາງດ້ານທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການ
ລົງທຶນ ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ປັບລົດຄາດໝາຍການເຕີບໂຕ
ທາງເສດຖະກິດລົງຈາກ 7.5 ເປີເຊັນ ເປັນ 7 ເປີເຊັນຕໍ່ປີ ໃນຊ່ວງ 4 ປີ ທີ່ເຫຼືອຂອງ
ແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ 8 ທີ່ຈັດ
ຕັ້ງປະຕິບັດ ຢູ່ໃນເວລານີ້ ແລະ ຈະຍັງຈັດຕັ້ງປະຕິບັດໄປຈົນເຖິງປີ 2020 ຊຶ່ງຖ້າ
ຫາກເປັນໄປຕາມຄາດໝາຍດັ່ງກ່າວ ກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ
(GDP) ມີມູນຄ່າລວມກວ່າ 597,682 ຕື້ກີບ ທີ່ຄິດສະເລ່ຍເປັນລາຍໄດ້ຂອງ
ປະຊາຊົນລາວ ທີ່ລະດັບ 23.82 ລ້ານກີບ ຫຼື ປະມານ 2,978 ໂດລາຕໍ່ຄົນ ໃນປີ
2020.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ
ກໍຈະຕ້ອງນຳໃຊ້ເງິນທຶນບໍ່ໜ້ອຍກວ່າ 173,328 ຕື້ກີບ ຫຼື ປະມານ 21,666 ລ້ານ
ໂດລາ ໂດຍຄິດເປັນ 29 ເປີເຊັນ ຂອງ GDP.

XS
SM
MD
LG