ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລາວ ຢືນຢັນວ່າ ພັກແລະລັດ ຈະນຳພາປະເທດ ໃຫ້ຫລຸດພົ້ນຈາກສະພາບ ດ້ອຍພັດທະນາ ໃນປີ 2020


ນາຍົກລັດຖະມົນຕີ ສປປ ລາວ ທ່ານທອງສິງ ທຳມະວົງ ລົງຊີ້ນຳ ແຜນການພັດທະນາເສດຖະກິດ-ສັງຄົມ ຢູ່ ເຂດແຂວງຄຳມ່ວນ.
ນາຍົກລັດຖະມົນຕີ ສປປ ລາວ ທ່ານທອງສິງ ທຳມະວົງ ລົງຊີ້ນຳ ແຜນການພັດທະນາເສດຖະກິດ-ສັງຄົມ ຢູ່ ເຂດແຂວງຄຳມ່ວນ.

ນາຍົກລັດຖະມົນຕີລາວ ຢືນຢັນວ່າ ພັກແລະລັດຖະບານລາວ
ຍັງສືບຕໍ່ການຈັດຕັ້ງປະຕິບັດແຜນການ ພັດທະນາໃນທຸກໆ
ດ້ານເພື່ອທີ່ຈະນຳພາປະເທດ ໃຫ້ຫລຸດພົ້ນຈາກສະພາບດ້ອຍ
ພັດທະນາ ໃນປີ 2020.

ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ຖະແຫລງຢືນຢັນວ່າ ການພັດທະນາ
ສປປ ລາວ ໃນຊ່ວງ 40 ປີມານີ້ ໄດ້ມີຜົນຄືບໜ້າຢ່າງຊັດເຈນ ໃນທຸກໆດ້ານ ດັ່ງຈະເຫັນ
ໄດ້ຈາກການມີສະຖຽນລະພາບ ໃນທາງການເມືອງ ແລະຄວາມໝັ້ນຄົງແຫ່ງຊາດ ສ່ວນ
ໃນພາກເສດຖະກິດນັ້ນ ກໍມີການຂະຫຍາຍຕົວເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ທັງໃນດ້ານການຄ້າ
ການລົງທຶນ ແລະ ການບໍລິການ ຊຶ່ງເຮັດໃຫ້້ຍອດຜະລິດຕະພັນລວມພາຍໃນ (GDP) ຖົວສະເລ່ຍ ເປັນລາຍຮັບ ຂອງປະຊາຊົນໄດ້ທີ່ລະດັບ 1,857 ຕໍ່ຄົນໃນປີ 2015.

ໂດຍພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ນາຍົກລັດຖະມົນຕີລາວ ມີຄວາມໝັ້ນໃຈ
ວ່າ ພັກແລະລັດຖະບານລາວ ຈະສາມາດນຳພາ ສປປ ລາວ ໃຫ້ຫລຸດພົ້ນຈາກສະພາບ
ດ້ອຍພັດທະນາ ໄດ້ຕາມເປົ້າໝາຍທີ່ວາງໄວ້ ພາຍໃນປີ 2020 ຢ່າງແນ່ນອນ ດັ່ງທີ່ ທ່ານ
ທອງສິງ ໄດ້ໃຫ້ການຢືນຢັນວ່າ:

ນາຍົກລັດຖະມົນຕີ ສປປ ລາວ ທ່ານທອງສິງ ທຳມະວົງ ຖະແຫລງ ກ່ຽວກັນການຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມ ຢູ່ໃນລາວ.
ນາຍົກລັດຖະມົນຕີ ສປປ ລາວ ທ່ານທອງສິງ ທຳມະວົງ ຖະແຫລງ ກ່ຽວກັນການຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມ ຢູ່ໃນລາວ.

“ພວກຂ້າພະເຈົ້າ ພວມຈັດຕັ້ງປະຕິບັດຄາດໝາຍສູ້ຊົນ
ຂອງສົກປີທຳອິດ ທີ່ນອນຢູ່ໃນແຜນພັດທະນາເສດຖະກິດ
ສັງຄົມ ຫ້າປີເທື່ອທີແປດ ພວມກະກຽມຄວາມພ້ອມເຂົ້າ
ເປັນ ປະຊາຄົມ ເສດຖະກິດອາຊຽນ ແລະ ຈັດຕັ້ງປະຕິ
ບັດເປົ້າໝາຍສະຫັດສະວັດ ດ້ານການພັດທະນາແບບ
ຍືນຍົງ ແລະສູ້ຊົນການພັດທະນາປະເທດ ໃຫ້ຫລຸດພົ້ນ
ອອກຈາກສະຖານະພາບ ຂອງປະເທດດ້ອຍພັດທະນາ
ໃນປີ 2020 ແລະກ້າວໄປສູ່ປະເທດພວມພັດທະນາ
ແລະ ມີລາຍຮັບປານກາງ.”

ທາງດ້ານ Ms. Sandra Nicoll ຜູ້ອຳນວຍການທະນາຄານພັດທະນາເອເຊຍ (ADB)
ປະຈຳລາວ ໃຫ້ການຢືນຢັນວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາ ເພື່ອຫລຸດຜ່ອນ
ຄວາມຍາກຈົນຂອງປະຊາຊົນລາວ ບັນດາເຜົ່າທີ່ ADB ໄດ້ໃຫ້ານຊ່ວຍເຫຼືອ ແກ່ລັດຖະ
ບານລາວໃນຊ່ວງປີ 2007-2014 ທີ່ຜ່ານມານັ້ນ ໄດ້ຮັບຜົນສຳເລັດຕາມແຜນການ ທີ່
ວາງໄວ້ໃນທຸກໆດ້ານ.

ບັນດາຄອບຄົວ ປະຊາຊົນບັນດາເຜົ່າ ຢູ່ຫ່າງໄກສອກຫລີກ ຍັງປະສົບກັບ ບັນຫາຄວາມຍາກຈົນ ຫຼາຍດ້ານ.
ບັນດາຄອບຄົວ ປະຊາຊົນບັນດາເຜົ່າ ຢູ່ຫ່າງໄກສອກຫລີກ ຍັງປະສົບກັບ ບັນຫາຄວາມຍາກຈົນ ຫຼາຍດ້ານ.

ໂດຍການຈັດຕັ້ງປະຕິບັດໂຄງການ ໃນລະຍະທີ່ຜ່ານມາໄດ້ໃຊ້
ງົບປະມານ ໄປໃນມູນຄ່າລວມເຖິງ 19 ລ້ານ 6 ໝື່ນໂດລາ ຊຶ່ງ
ເຮັດໃຫ້ປະຊາຊົນລາວບັນດາເຜົ່າໃນພື້ນທີ່ 18 ເມືອງຂອງ 5
ແຂວງພາກເໜືອ ກໍຄືແຂວງບໍ່ແກ້ວ ຫົວພັນ ຫລວງນ້ຳທາ
ຫລວງພະບາງ ແລະ ຊຽງຂວາງນັ້ນ ໄດ້ຫລຸດພົ້ນ ຈາກຄວາມ
ຍາກຈົນຢ່າງສິ້ນເຊີງແລ້ວ ເມື່ອປາກົດວ່າ ການສົ່ງເສີມການ
ຜະລິດເປັນສິນຄ້າ ດ້ານກະສິກຳ ແລະ ການລ້ຽງສັດນັ້ນ ເຮັດ
ໃຫ້ປະຊາຊົນລາວ ບັນດາເຜົ່າໃນພື້ນທີ່ເປົ້າໝາຍມີລາຍໄດ້
ເພີ້ມຈາກ 1 ລ້ານ 8 ແສນກີບຕໍ່ຄົນ ໃນປີ 2007 ຂຶ້ນມາເປັນ
8 ລ້ານ 3 ແສນກີບຕໍ່ຄົນ ໃນປີ 2014.

ແຕ່ຢ່າງໃດກໍຕາມ ກະຊວງແຜນການ ແລະການລົງທຶນ ລາຍງານຈາກການປະເມີນຮ່ວມ
ກັນ ລະຫວ່າງລັດຖະບານລາວ ກັບອົງການສະຫະປະຊາຊາດ ເພື່ອການພັດທະນາ
(UNDP) ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນການ ພັດທະນາເສດຖະກິດ ແລະສັງຄົມ
ໃນລາວ ນັບຈາກປີ 2011 ເຖິງເດືອນກັນຍາ 2015 ພົບວ່າ ລັດຖະບານລາວ ຈະບໍ່ສາ
ມາດຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸເປົ້າໝາຍສະຫັດສະວັດ ການພັດທະນາໃນ 6 ດ້ານ
ຈາກທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ກັບອົງການສະຫະປະຊາຊາດ.

ໂດຍທັງ 6 ດ້ານດັ່ງກ່າວນີ້ ປະກອບດ້ວຍການທີ່ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຍັງມີສ່ວນ
ສູງ ແລະນ້ຳໜັກຕ່ຳກວ່າເກນມາດຕະຖານ ການເຂົ້າໂຮງຮຽນ ແລະ ສືບຕໍ່ການຮຽນຈົນ
ຈົບຊັ້ນປະຖົມປີ ທີ 5 ຍັງເພີ້ມຂຶ້ນຢ່າງຊັກຊ້າ ອັດຕາການຕາຍຂອງເດັກນ້ອຍອາຍຸຕ່ຳກວ່າ
1 ປີ ຍັງສູງ ອັດຕາການຕາຍຂອງແມ່ຍິງຂະນະຖືພາ ກໍຍັງສູງ ສ່ວນການເພີ້ມອັດຕາ ການ
ປົກຫຸ້ມຂອງປ່າໄມ້ ກໍຍັງປະຕິບັດໄດ້ຕ່ຳຫຼາຍ ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO)
ກໍປະຕິບັດໄດ້ໃນພື້ນທີ່ຢ່າງຈຳກັດ.

ທາງດ້ານກະຊວງສາທາລະນະສຸກ ໄດ້ລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍ ສະຫັດ
ສະວັດ ການພັດທະນາທາງດ້ານສາທາລະນະສຸກ ໃນລາວຍັງມີບັນຫາທ້າທາຍ ໃນຫຼາຍ
ດ້ານທີ່ເປັນອຸປະສັກ ຕໍ່ການພັດທະນາຄຸນນະພາບການປໃຫ້ບໍລິການ ແກ່ປະຊາຊົນ ໃຫ້
ໄດ້ມາດຕະຖານດຽວກັນ ກັບບັນດາປະເທດທີ່ເປັນສະມາຊິກ ໃນກຸ່ມອາຊຽນດ້ວຍກັນ.

ທັງນີ້ໂດຍ ທ່ານນາງຄຳແສງ ພິລາວົງ ຮອງຫົວໜ້າ ສູນໂພຊະນາການ ກະຊວງສາທາລະ
ນະສຸກ ຍອມຮັບວ່າ ເດັກນ້ອຍລາວ ທີ່ມີໂອກາດໄດ້ຮັບການລຽງດູ ດ້ວຍນ້ຳນົມແມ່ ນັບ
ຕັ້ງແຕ່ມື້ເກີດຈົນຮອດ ອາຍຸ 6 ເດືອນນັ້ນ ຍັງຄິດເປັນອັດຕາສະເລ່ຍພຽງແຕ່ 40 ເປີເຊັນ
ເທົ່ານັ້ນ.

ນອກຈາກນີ້ ກໍຍັງມີບັນຫາ ທ້າທາຍກ່ຽວກັບ ອັດຕາການເສຍຊີວິດຂອງແມ່ຍິງ ໃນຂະນະ
ຖືພາທີ່ເຖິງແມ່ນວ່າ ຈະລົດລົງຈາກ 650 ຄົນຕໍ່ 1 ແສນຄົນໃນປີ 1995 ມາເປັນ 339 ຄົນ ກໍຕາມ ແຕ່ວ່າ ການທີ່ຈະບັນລຸໃຫ້ໄດ້ເຖິງ 260 ຄົນໃນປີ 2015 ນີ້ ກໍນັບເປັນບັນຫາ ທີ່
ຍາກຢ່າງຍິ່ງ.

XS
SM
MD
LG