ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລາວ ຍອມຮັບວ່າ ເປັນການຍາກ ທີ່ຈະແກ້ໄຂບັນຫາ ການສຳປະທານທີ່ດິນ


ບັນຫາກ່ຽວກັບ ການອະນຸຍາດ ສຳປະທານທີ່ດິນ ໄດ້ກາຍເປັນບັນຫາທີ່ຫຍຸ້ງຍາກ ຫລາຍຂຶ້ນນັບມື້ ແລະເປັນບັນຫາທີ່ຍາກຈະແກ້ໄຂໃຫ້ໝົດໄປໄດ້
ບັນຫາກ່ຽວກັບ ການອະນຸຍາດ ສຳປະທານທີ່ດິນ ໄດ້ກາຍເປັນບັນຫາທີ່ຫຍຸ້ງຍາກ ຫລາຍຂຶ້ນນັບມື້ ແລະເປັນບັນຫາທີ່ຍາກຈະແກ້ໄຂໃຫ້ໝົດໄປໄດ້

ນາຍົກລັດຖະມົນຕີ ລາວ ຍອມຮັບວ່າ ເປັນການຍາກທີ່ຈະແກ້ໄຂບັນຫາກ່ຽວກັບ
ການອະນຸຍາດສຳປະທານທີ່ດິນ ເພາະການຈັດຕັ້ງປະຕິບັດ ຂອງໜ່ວຍງານລັດ
ໃນສ່ວນກາງກັບທ້ອງຖິ່ນ ຍັງບໍ່ເປັນເອກກະພາບກັນ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຖະແຫລງ ກ່ຽວກັບບັນຫາ ການອະນຸຍາດ ສຳປະທານທີ່ດິນ ຢູ່ໃນລາວ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຖະແຫລງ ກ່ຽວກັບບັນຫາ ການອະນຸຍາດ ສຳປະທານທີ່ດິນ ຢູ່ໃນລາວ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ບັນຫາກ່ຽວກັບ
ການອະນຸຍາດສຳປະທານທີ່ດິນ ໄດ້ກາຍເປັນບັນຫາທີ່ຫຍຸ້ງຍາກຫລາຍຂຶ້ນນັບມື້
ແລະເປັນບັນຫາທີ່ຍາກຈະແກ້ໄຂໃຫ້ໝົດໄປໄດ້ ໃນໄລຍະເວລາອັນສັ້ນອີກດ້ວຍ
ທັງນີ້ ໂດຍນອກຈາກຈະມີສາເຫດມາຈາກການບໍ່ປະຕິບັດຕາມສັນຍາ ຂອງບັນດາ
ບໍລິສັດ ເອກກະຊົນລາວ ແລະຕ່າງຊາດ ທີ່ໄດ້ຮັບສຳປະທານທີ່ດິນໃນລາວແລ້ວ
ກໍຍັງມີບັນຫາທີ່ກ່ຽວກັບການຈັດຕັ້ງປະຕິບັດ ທີ່ເປັນເອກກະພາບກັນ ຂອງໜ່ວຍ
ງານລັດ ໃນສ່ວນກາງ ແລະທ້ອງຖິ່ນ ໃນທົ່ວປະເທດອີກດ້ວຍ ດັ່ງທີ່ທ່ານທອງລຸນ
ໄດ້ໃຫ້ການຢືນຢັນວ່າ:

“ບັນດາບັນຫາທີ່ມັນເປັນບັນຫາຟົດຮ້ອນຢູ່ຊຸມື້ນີ້ ນຶ່ງແຂວງມີສິດອະນຸຍາດເທົ່ານີ້
ແຕ່ວ່າຜັດກາຍ ເພາະວ່າ ເຮັດຫຼາຍໂຄງການອອກໄປ ອະນຸຍາດ 100 ເຮັກຕາ
ອະນຸຍາດໄດ້ ແຕ່ວ່າເຈົ້າເຮັດເປັນ 10 ໂຄງການ ເທື່ອລະ 100 ກະເປັນພັນນຶ່ງ
ແລ້ວເດ້ ຍົກຕົວຢ່າງຈັ່ງຊີ້ຫນາ ກໍເລີຍໄປຈັ່ງຊັ້ນເດ້ ບັດນີ້ເມືອງກະມີສິດ ລວມ
ຮອດບ້ານພຸ້ນ ກະມີສິດເຊັນດິນໃຫ້ປູກກ້ວຍຢູ່ທາງເໜືອທີ່ຂັ້ນບ້ານ ເຊັນໃຫ້ໄປ
ສັນຍາກັບປະຊາຊົນ ເຊັນໃຫ້ໄດ້ແລ້ວ ເມື່ອມີບັນຫາຕາມມາຫນີ້ ແກ້ຍາກທີ່ສຸດ.”

ທີ່ດິນສຳປະທານ ໃຫ້ແກ່ບໍລິສັດເອກກະຊົນຈີນ ທີ່ລົງທຶນພັດທະນາເປັນສວນປູກກ້ວຍ
ທີ່ດິນສຳປະທານ ໃຫ້ແກ່ບໍລິສັດເອກກະຊົນຈີນ ທີ່ລົງທຶນພັດທະນາເປັນສວນປູກກ້ວຍ

ທັງນີ້ ໂດຍລັດຖະບານລາວ ໄດ້ມີມະຕິຕົກລົງໃຫ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອ
ສຶກສາວິໄຈ ແລະວິເຄາະບັນຫາການນຳໃຊ້ທີ່ດິນໃນທົ່ວປະເທດ ເມື່ອບໍ່ນານມານີ້
ໂດຍມອບໝາຍໃຫ້ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ເປັນຜູ້ຊີ້ນຳ
ແລະມອບໝາຍລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ເປັນຫົວໜ້າຄະນະທີ່ປະກອບດ້ວຍບັນດາຮອງລັດຖະມົນຕີ ກະຊວງ
ທີ່ກ່ຽວຂ້ອງ ເປັນຄະນະກຳມະການ ທັງຍັງມີກອງເລຂາປະຈຳການ ຢູ່ທີ່ກະຊວງ
ຊັບພະຍາກອນທຳມະຊາດ ແລະມີງົບປະມານສຳລັບໃຫ້ການສະໜັບສະໜູນ
ການປະຕິບັດໜ້າທີ່ໃຫ້ແລ້ວເສັດ ໃນທົ່ວປະເທດລາວ ພາຍໃນເດືອນຕຸລາ 2017 ນີ້
ເປັນຢ່າງຊ້າ.

ໂດຍໃນຊ່ວງປີ 2011-2015 ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ
ສາມາດຈັດສັນ ທີ່ດິນທຳກິນໃຫ້ກັບປະຊາຊົນລາວ ໄດ້ສຳເລັດໃນ 3,779 ບ້ານ ຄິດ
ເປັນ 43.2 ເປີເຊັນ ຂອງບ້ານທັງໝົດທີ່ມີຢູ່ເຖິງ 8,657 ບ້ານໃນທົ່ວປະເທດ ຊຶ່ງກໍເຮັດ
ໃຫ້ສາມາດຂຶ້ນທະບຽນ ແລະອອກໃບຕາດິນໃຫ້ແກ່ປະຊາຊົນລາວໄດ້ແລ້ວ ໃນພື້ນທີ່
87,317 ຕອນ ຄິດເປັນ 33.5 ເປີເຊັນຂອງທີ່ດິນທຳກິນ ແລະຢູ່ອາໄສ ທີ່ໄດ້ສັງລວມ
ໄວ້ໃນສຳມະໂນທີ່ດິນ ຈຳນວນທັງໝົດ 2 ລ້ານ 6 ແສນຕອນ ໃນທົ່ວປະເທດ ໝາຍ
ຄວາມວ່າ ຍັງມີທີ່ດິນອີກ 1 ລ້ານ 7 ແສນຕອນ ທີ່ຈະຕ້ອງສຳຫຼວດເພື່ອອອກໃບຕາດິນ
ໃຫ້ກັບປະຊາຊົນລາວຕໍ່ໄປ ອັນຖືເປັນສ່ວນທີ່ສຳຄັນຢ່າງຍິ່ງ ໃນແຜນການເພີ່ມຜົນ
ຜະລິດກະສິກຳ ແລະສະບຽງອາຫາໃນລາວ.

ທັງນີ້ ກະຊວງກະສິກຳ ແລະປ່າໄມ້ ໄດ້ວາງເປົ້າໝາຍທີ່ຈະດຶງດູດເອົາການລົງທຶນ
ໃຫ້ເຂົ້າມາໃນພາກກະສິກຳໃຫ້ໄດ້ 79,200 ຕື້ກີບ ຫຼື 9,900 ລ້ານໂດລາ ໃນຊ່ວງປີ
2016-2020 ໂດຍໃນນີ້ ເປັນການລົງທຶນຂອງເອກກະຊົນລາວ ແລະຕ່າງຊາດ
65,000 ຕື້ກີບ ຫຼື 82 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ ສ່ວນທີ່ເຫຼືອຈະເປັນການ
ລົງທຶນ ຂອງລັດຖະບານລາວ 1,200 ຕື້ກີບ ແລະພ້ອມກັນນີ້ ກໍຍັງຈະຕ້ອງດຶງດູດ
ເອົາການຊ່ວຍເຫຼືອ ຈາກຕ່າງປະເທດໃຫ້ໄດ້ເຖິງ 13,000 ຕື້ກີບ ຫຼື ປະມານ 1,625
ລ້ານໂດລາ ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍອມຮັບວ່າ ບໍ່ແມ່ນເລື່ອງງ່າຍ ທີ່ຈະສາມາດລະດົມ ຫຼື ດຶງດູດເອົາເງິນລົງທຶນໄດ້ຕາມເປົ້າໝາຍດັ່ງກ່າວ ເພາະໃນ
ຊ່ວງປີ 2011-2015 ນີ້ ກໍປາກົດວ່າ ການລົງທຶນໃນພາກກະສິກຳໂ ມີມູນຄ່າລວມ
17,300 ຕື້ກີບ ໃນນີ້ ກໍເປັນການລົງທຶນຂອງລັດຖະບານລາວ ພຽງແຕ່ 380 ຕື້ກີບ
ເທົ່ານັ້ນ ສ່ວນທີ່ເຫຼືອນັ້ນ ກໍເປັນການລົງທຶນຂອງເອກກະຊົນລາວ ແລະຕ່າງຊາດ
ໃນມູນຄ່າ 5,000 ຕື້ກີບ ແລະການຊ່ວຍເຫຼືອຈາກຕ່າງປະເທດ 12,000 ຕື້ກີບ ສ່ວນໃນຕະຫຼອດປີ 2016 ປະຊາຊົນລາວຕ້ອງການບໍລິໂພກເຂົ້າໃນປະລິມານ
2 ລ້ານ 1 ແສນໂຕນ ແລະສ່ວນທີ່ເປັນຄັງແຮ່ 4 ແສນໂຕນ ແນວພັນ 6 ໝື່ນໂຕນ
ການປຸງແຕ່ງເປັນສິນຄ້າ 640,000 ໂຕນ ແລະເພື່ອການຈຳໜ່າຍພາຍໃນ ແລະ
ສົ່ງອອກໄປຕ່າງປະເທດ 1 ລ້ານໂຕນ.

XS
SM
MD
LG