ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານປະເທດລາວ ປະກາດບັງຄັບໃຊ້ ລັດຖະທຳມະນູນ ສະບັບປັບປຸງໃໝ່


ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ສປປ ລາວ ປະກາດບັງຄັບໃຊ້ ລັດຖະທຳມະນູນ ສະບັບປັບປຸງໃໝ່
ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ສປປ ລາວ ປະກາດບັງຄັບໃຊ້ ລັດຖະທຳມະນູນ ສະບັບປັບປຸງໃໝ່

ປະທານປະເທດລາວ ປະກາດບັງຄັບໃຊ້ ລັດຖະທຳມະນູນ
ສະບັບປັບປຸງໃໝ່ ທີ່ຜ່ານການຮັບຮອງໃນກອງປະຊຸມສະໄໝ
ສາມັນຄັ້ງທີ 10 ຂອງສະພາແຫ່ງຊາດລາວຊຸດທີ 7 ຢ່າງເປັນ
ທາງການແລ້ວ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໄດ້ອອກລັດຖະດຳລັດວ່າດ້ວຍ ການ
ປະກາດ ບັງຄັບໃຊ້ ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງ ປີ 2015 ເລກທີ
214/ປປທ ໃນວັນທີ 15 ທັນວາ 2015 ນີ້ ໂດຍການປະກາດດັ່ງກ່າວ ແມ່ນອິງຕາມລັດ
ຖະທຳມະນູນ ສະບັບປັບປຸງ ປີ 2003 ໝວດທີ 6 ມາດຕາ 67 ແລະອິງຕາມມະຕິກອງ
ປະຊຸມສະພາແຫ່ງຊາດ ສະບັບເລກທີ 012/ສພຊ ລົງວັນທີ 8 ທັນວາ 2015 ທີ່ວ່າດ້ວຍ
ການຮັບຮອງເອົາລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງ ປີ 2015 ຊຶ່ງກໍເປັນ
ຜົນໃຫ້ລັດຖະທຳມະນູນ ສະບັບດັ່ງກ່າວນີ້ ມີຜົນບັງຄັບໃຊ້ ນັບແຕ່ວັນທີ 15 ທັນວາ
2015 ເປັນຕົ້ນໄປ.

ບັນດາສະມາຊິກສະພາແຫ່ງຊາດ ລົງຄະແນນສຽງ ໃນລະຫວ່າງ ກອງປະຊຸມສະໄໝສາມັນ
ບັນດາສະມາຊິກສະພາແຫ່ງຊາດ ລົງຄະແນນສຽງ ໃນລະຫວ່າງ ກອງປະຊຸມສະໄໝສາມັນ

ທາງດ້ານທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ
ລາວ ຖະແຫລງວ່າ ສະມາຊິກສະພາແຫ່ງຊາດລາວ ໄດ້ມີມະຕິ
ຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງໃໝ່ ປີ 2015 ດ້ວຍ
ຄະແນນສຽງສ່ວນຫຼາຍ ໃນລະຫວ່າງກອງປະຊຸມສະໄໝສາມັນ
ຄັ້ງທີ 10 ອັນຖືເປັນກອງປະຊຸມຄັ້ງສຸດທ້າຍ ຂອງສະພາແຫ່ງ
ຊາດລາວ ຊຸດທີ 7 ທີ່ມີກຳນົດການດຳເນີນກອງປະຊຸມ ໃນລະ
ຫວ່າງ ວັນທີ 7-25 ທັນວາ 2015 ທີ່ຜ່ານມາ ດັ່ງທີ່ທ່ານໄດ້
ຖະແຫລງຢືນຢັນວ່າ:

“ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ
ຊຸດທີ 7 ໄດ້ຮັບຟັງການລາຍງານພິຈາລະນາ ແລະຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້
ໜຶ່ງ ໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງ ຟັງການລາຍງານ
ກ່ຽວກັບການກະກຽມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 8 ແລະສະມາ
ຊິກສະພາ ປະຊາຊົນຂັ້ນແຂວງ.”

ໂດຍລັດຖະທຳມະນູນສະບັບປັບປຸງໃໝ່ນີ້ ປະກອບມີ 14 ໝວດ 119 ມາດຕາ ແລະ
ໃນນີ້ມີ 3 ໝວດ 21 ມາດຕາໃໝ່ ທີ່ເພີ້ມຂຶ້ນຈາກເດີມ ກໍຄື ໝວດທີ່ວ່າດ້ວຍສະພາ
ປະຊາຊົນທ້ອງຖິ່ນ ອົງການກວດສອບແຫ່ງລັດ ແລະຄະນະກຳມະການເລືອກຕັ້ງ
ລະດັບຊາດ ພ້ອມທັງຍັງໄດ້ປັບປຸງຄຳນຳກັບບົດບັນຍັດ ໃນໝວດທີ່ວ່າດ້ວຍສະພາ
ແຫ່ງຊາດ ປະທານປະເທດກັບລັດຖະບານ ການປົກຄອງທ້ອງຖິ່ນ ສານປະຊາຊົນ
ແລະອົງການໄອຍະການປະຊາຊົນ.

ນອກຈາກນັນ ກອງປະຊຸມຍັງໄດ້ມີການພິຈາລະນາຮ່າງກົດໝາຍໃໝ່ 3 ສະບັບ ຄື
ກົດໝາຍວ່າດ້ວຍສະພາແຫ່ງຊາດ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ
ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະສະມາຊິກປະຊາຊົນ
ຂັ້ນແຂວງ.

ທ່ານສົມພັນ ໃຫ້ການຢືນຢັນດ້ວຍວ່າ ນອກຈາກການພິຈາລະນາ ເພື່ອຮັບຮອງເອົາ
ກົດໝາຍທັງ 4 ສະບັບດັ່ງກ່າວ ກອງປະຊຸມ ກໍຍັງໄດ້ຮັບຟັງການລາຍງານ ກ່ຽວກັບ
ການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 8 ຊຶ່ງຈະມີການເລືອກຕັ້ງ
ສະມາຊິກສະພາແຫ່ງຊາດຊຸດທີ 8 ຈະມີການເລືອກຕັ້ງຢ່າງເປັນທາງການໃນປີ 2016 ເພື່ອແທນສະມາຊິກສະພາແຫ່ງຊາດລາວ ຊຸດທີ 7 ທີ່ຈະຄົບວາລະ 5 ປີ ໃນທ້າຍປີ
2015 ນີ້ ແລະນອກຈາກນັ້ນ ກໍຍັງຈະມີການເລືອກຕັ້ງສະມາຊິກສະພາ ປະຊາຊົນຂັ້ນ
ແຂວງອີກດ້ວຍ.

ໂດຍລັດຖະທຳມະນູນສະບັບປັບປຸງ ແລະກົດໝາຍໃໝ່ທັງ 3 ສະບັບດັ່ງກ່າວ ຖືເປັນ
ສ່ວນປະກອບສຳຄັນ ໃນການປະຕິຮູບທາງດ້ານການຄຸ້ມຄອງລັດ ເພື່ອການກະຈາຍ
ອຳນາດການບໍລິຫານໄປສູ່ ລະດັບທ້ອງຖິ່ນໃຫ້ຫຼາຍຂຶ້ນ ທັງຍັງເປັນຫຼັກການສຳຄັນ
ທີ່ທາງການລາວ ໄດ້ສັນຍາໄວ້ກັບ ນານາຊາດ ເພື່ອເປັນການແລກກັບການຊ່ວຍເຫຼືອ
ທີ່ຈະໄດ້ຮັບຈາກຕ່າງປະເທດ ຢ່າງຕໍ່ເນື່ອງ.

ທາງດ້ານທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ
ຖະແຫລງຍອມຮັບວ່າ ແຜນການພັດທະນາເສດຖະກິດ ແລະສັງຄົມ ໃນຊ່ວງປີ 2016-
2020 ລັດຖະບານລາວ ໄດ້ວາງຄາດໝາຍຈະສູ້ຊົນ ເພື່ອຍາດແຍ່ງເອົາຄວາມຊ່ວຍ
ເຫຼືອຈາກຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມ 3,500 ລ້ານໂດລາ ຫຼືບໍ່ໃຫ້ຫລຸດ 700
ລ້ານໂດລາ ໃນແຕ່ລະປີ ແລະຄິດເປັນ 12.5 ເປີເຊັນ ຂອງການລົງທຶນ ໃນພາກລັດ
ຖະບານທັງໝົດ.

ໂດຍສຳລັບໃນລະຍະແຜນການປີ 2011-2015 ທີ່ຜ່ານມາ ລັດຖະບານລາວ ກໍໄດ້ຮັບ
ຄວາມຊ່ວຍເຫຼືອຈາກຕ່າງປະເທດ ຄິດເປັນມູນຄ່າລວມ 3,368 ລ້ານໂດລາ ຫຼືປະມານ
673 ລ້ານໂດລາຕໍ່ປີ ຊຶ່ງໃນນີ້ແບ່ງເປັນການຊ່ວຍເຫຼືອຫລ້າໃນມູນຄ່າ 2,270 ລ້ານ
ໂດລາ ແລະເງິນທຶນກູ້ຢືມໃນມູນຄ່າ 1,098 ລ້ານໂດລາ ສ່ວນການຄາດໝາຍ ໃນແຜນ
ການປີ 2016-2020 ກໍຄິດເປັນລະດັບທີ່ເພີ້ມຂຶ້ນຈາກແຜນການປີ 2011-2015 ພຽງ
4 ເປີເຊັນ ເທົ່ານັ້ນ ຈຶ່ງເຮັດໃຫ້ລັດຖະບານລາວໝັ້ນໃຈວ່າ ຈະໄດ້ຮັບການຕອບສະໜອງ
ຈາກນານາຊາດຕາມຄາດໝາຍດັ່ງກ່າວ.

XS
SM
MD
LG