ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານປະເທດລາວ ເຊື່ອ​ໝັ້ນວ່າ​ ຈະ​ລົບ​ລ້າງ​ ຄວາມ​ຍາກຈົນ ຂອງ​ປະຊາຊົນ​ໄດ້


ທ່ານ​ຈູມມະລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແລະ ​ເລຂາທິການ​ໃຫຍ່ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຖະ​ແຫລ​ງ ວ່າ​ ລາວ ມີ​ການ​ພັດທະນາ​ທີ່​ດີ​ຂຶ້ນ​ໃນ​ທຸກໆ​ດ້ານ ໃນ​ໂອກາດ ການສະ​ເຫຼີມສະຫຼອງ ການ​ສ້າງຕັ້ງພັກ​ ຄົບຮອບ
60 ປີ ​ໃນ​ເດືອນ​ມີນາ 2015 ນີ້.
ທ່ານ​ຈູມມະລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແລະ ​ເລຂາທິການ​ໃຫຍ່ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຖະ​ແຫລ​ງ ວ່າ​ ລາວ ມີ​ການ​ພັດທະນາ​ທີ່​ດີ​ຂຶ້ນ​ໃນ​ທຸກໆ​ດ້ານ ໃນ​ໂອກາດ ການສະ​ເຫຼີມສະຫຼອງ ການ​ສ້າງຕັ້ງພັກ​ ຄົບຮອບ 60 ປີ ​ໃນ​ເດືອນ​ມີນາ 2015 ນີ້.

ປະທານ​ປະ​ເທດ​ລາວ ​ເຊື່ອ​ໝັ້ນວ່າ ພາຍ​ໃຕ້​ການ​ນຳພາ​
ຂອງ​ພັກ​ປະຊາຊົນ​ປະຕິວັດລາວ ຈະ​ສາມາດ​ບັນລຸ​ເປົ້າໝາຍ
​ການ​ພັດທະນາ ​ເພື່ອ​ລົບ​ລ້າງ​ຄວາມ​ຍາກຈົນ ຂອງ​ປະຊາຊົນ​ລາວ
​ໄດ້​ຢ່າງ​ແທ້​ຈິງ.

ທ່ານ​ຈູມມະລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແລະ ​ເລຂາທິການ​ໃຫຍ່ ພັກ​ປະຊາຊົນ​
ປະຕິວັດ​ລາວ ​ໄດ້​ຖະ​ແຫລ​ງ​ໃນ​ໂອກາດ ການສະ​ເຫຼີມສະຫຼອງ ການ​ສ້າງຕັ້ງພັກ​ ຄົບຮອບ
60 ປີ ​ໃນ​ເດືອນ​ມີນາ 2015 ນີ້ ວ່າ ການ​ນຳພາ​ຂອງ​ພັກ ​ໄດ້​ເຮັດ​ໃຫ້ ສປປ ລາວ ມີ​ການ​
ພັດທະນາ​ທີ່​ດີ​ຂຶ້ນ​ໃນ​ທຸກໆ​ດ້ານ ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ສັງຄົມ​ພາຍ​ໃນລາວ ມີ​ຄວາມ​ສະຫງົບ​
ຮຽບຮ້ອຍ ລະບອບ​ການ​ເມືອງ​ມີ​ສະຖຽນ​ລະ​ພາບ ​ແລະ ​ເສດ​ຖະກິດ ກໍ​ມີ​ການ​ຂະຫຍາຍຕົວ
​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ ດັ່ງ​ທີ່​ທ່ານ​ໄດ້​ເນັ້ນຢ້ຳວ່າ:

“ການ​ແກ້​ໄຂ​ຄວາມທຸກ​ຍາກ ຂອງ​ປະຊາຊົນ​ກະ​ໄດ້​ຕິດ​ພັນ​ກັບ​ ການ​ປະຕິບັດ​ມະຕິ​
ຂອງ​ກົມ​ການ​ເມືອງ​ ສູນ​ກາງ​ພັກ ກ່ຽວ​ກັບ​ການ 3 ສ້າງ ສ້າງ​ແຂວງ​ໃຫ້​ເປັນ​ຫົວໜ່ວຍ​
ຍຸດ​ທະ​ສາດ ສ້າງ​ເມືອງ​ໃຫ້​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ ສ້າງ​ບ້ານ​ໃຫ້​ເປັນ​
ຫົວໜ່ວຍ​ພັດທະນາ ສູ້​ຊົນ​ບັນລຸ​ເປົ້າໝາຍ ​ເຮັດ​ໃຫ້​ຄອບຄົວ​ທຸກ​ຍາກ​ ທົ່ວ​ປະ​ເທດ
​ໃຫ້​ຍັງ​ເຫຼືອບໍ່​ເກີນ 10 ​ເປີ​ເຊັນ ​ໃນ​ປີ 2015.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ຄະນະ​ພັດທະນາ​ຊົນນະບົດ ​ແລະ​ລົບ​ລ້າງ​ຄວາມ
ທຸກ​ຍາກ ຂັ້ນສູນ​ກາງ ​ໄດ້​ຍອມຮັບ​ວ່າ ​ເປັນ​ການ​ຍາກ ​ທີ່​ຈະ​ຈັດຕັ້ງປະຕິບັດ​ ເພື່ອ​ໃຫ້ສາມາດ ​ບັນລຸ​ເປົ້າໝາຍ​ສະຫັດ​ສະ​ວັດ ການ​ພັດທະນາ​ໃນ​ການ​ລົບ​ລ້າງ​ ບັນ​ຫາ​ຍາກຈົນ ຂອງ​ປະຊາຊົນ​ລາວ ​ໄດ້​ຕາມ​ແຜນການ​ທີ່​ວາ​ງ​ໄວ້ ​ໃນ​ປີ 2015 ກໍ​ຄື​ການ​ລົດ​ອັດຕາ​ຄວາມ​ຍາກຈົນ ຂອງ​ປະຊາຊົນ​ລາວ ​ລົງ​ສູ່​ລະດັບ​ບໍ່ເກີນ 10 ​ເປີ​ເຊັນ ຂອງ​ບ້ານ​ທັງ​ໝົດ​ນັ້ນ.

ແຜນທີ່ ອັດຕາຄວາມໜາແໜ້ນ ຂອງຄອບຄົວ ທີ່ທຸກຍາກ ໃນທົ່ວ ປະເທດລາວ.
ແຜນທີ່ ອັດຕາຄວາມໜາແໜ້ນ ຂອງຄອບຄົວ ທີ່ທຸກຍາກ ໃນທົ່ວ ປະເທດລາວ.

ທັງ​ນີ້​ໂດຍ​ການຈັດຕັ້ງປະຕິບັດ​ໃນ​ຊ່ວງ​ປີ 2011-2014 ທີ່​ຜ່ານ​ມາ
ລັດຖະບານ​ລາວ​ສາມາດ ​ລົບ​ລ້າງ​ບັນຫາ​ຄວາມ​ຍາກຈົນ ຂອງ​
ປະຊາຊົນ​ລາວ​ໄດ້​ ໃນ 886 ບ້ານ​ ຄິດ​ເປັນ 9.97 ​ເປີ​ເຊັນ ຂອງ
​ຈຳ​ນວນບ້ານ​ທີ່​ມີ ຢູ່​ທັງ​ໝົດ​ ໃນ​ທົ່ວ​ປະ​ເທດ ຫຼື ຄິດ​ສະ​ເລ່ຍ​ເປັນ
​ລະດັບ​ຄວາມ​ສາມາດ ​ໃນ​ການ​ລົບ​ລ້າງ​ບັນຫາ​ຄວາມ​ຍາກຈົນ ​
ໄດ້​ພຽງ​ແຕ່ 3 ​ເປີ​ເຊັນ ກວ່າ​ເທົ່າ​ນັ້ນ ​ໃນ​ແຕ່ລະ​ປີ ​ໃນ​ຂະນະ​ທີ່​ຍັງ
​ເຫຼືອບ້ານ​ຍາກຈົນ​ ຢູ່​ເຖິງ 2,289 ບ້ານ ຄິດ​ເປັນ 26.72 ​ເປີ​ເຊັນ
ຂອງ​ຈຳນວນ​ບ້ານ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ພັດທະນາ​ໃນ​ລະຍະ​ທີ່​ຜ່ານ​ມາ ກໍ​ຍັງ​ເຮັດ​ໃຫ້
​ເກີດ​ບັນຫາ​ກ່ຽວ​ກັບການ​ແຕກ​ໂຕນ​ກັນ ​ໃນ​ລະດັບ​ການ​ພັດທະນາ ທາງເສດຖະກິດ ລະຫວ່າງ​ ເຂດ​ເມືອງ ກັບ​ເຂດ​ຊົນນະບົດ​ເພີ້​ມຂຶ້ນ ນັບ​ມື້​ອີກ​ດ້ວຍ ກໍ​ຄື​ຂະນະ​ທີ່​ເຂດ​ເມືອງ ​ມີ​ສິ່ງ​ອຳນວຍ​ຄວາມສະດວກຕ່າງໆ ຫຼາຍຂຶ້ນນັ້ນ ​ເຂດ​ຊົນນະບົດ​ ກັບ​ຍັງ​ຂາດ​ແຄນ​ໃນ​ທຸກ​ດ້ານ.

ທັງ​ນີ້​ ​ໂດຍ​ຈະ​ເຫັນ​ໄດ້ ຈາກ​ການ​ພັດທະນາ​ເສດຖະກິດ ​ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ ຊຶ່ງ​ມີ​ຍອດ​ຜະລິດ​ຕະພັນ​ລວມ (GDP) ​ເຖິງ 29,912 ຕື້​ກີບ ​ໃນ​ແຜນການ​ປີ 2013-2014 ທີ່​ຖົວ​ສະ​ເລ່ຍ ​ເປັນ​ລາຍ​ໄດ້​ຂອງ​ປະຊາຊົນ​ໃນ​ເຂດ​ນະຄອນ​ຫລວງ​ວຽງ​ຈັນ ​ໄດ້​ເຖິງ ​3​0 ລ້ານ​ກີບ ຫຼື 3,800 ດອນ​ລາ​ຕໍ່​ຄົນ​ຕໍ່​ປີນັ້ນ.

ຫາກ​ແຕ່​ວ່າ ສຳ​ຫລັບ​ປະຊາຊົນ​ລາວ ທີ່ຢູ່​ແຂວງ​ຜົ້ງສາລີ ກັບ​ຍັງ​ມີ​ລາຍ​ໄດ້​ສະ​ເລ່ຍພຽງ 6
ລ້ານ​ກີບ ຫຼື 745 ດອນ​ລາ ຕໍ່​ຄົນ​ຕໍ່​ປີ ​ໃນ​ຂະນະ​ທີ່​ອັດຕາ​ຄວາມ​ຍາກຈົນ​ກໍ​ຍັງ​ສູງ​ກວ່າ 45
​ເປີ​ເຊັນ ຂອງ​ປະຊາກອນ​ທັງ​ໝົດ ຈຶ່ງ​ເປັນ​ການ​ຍາກ ຢ່າງ​ຍິ່ງ​ທີ່​ແຂວງ​ຜົ້ງສາລີ ຈະ​ສາມາດ​
ລົບ​ລ້າງ​ຄວາມ​ຍາກຈົນ ​ໄດ້​ຕາມ​ເປົ້າໝາຍ​ພາຍ​ໃນ​ປີ 2015 ​ເຊັ່ນ​ດຽວ​ກັນ​ກັບ​ແຂວງຫົວພັນ ອຸດົມ​ໄຊ ຫລວງ​ນ້ຳທາ ບໍ່​ແກ້ວ ​ໄຊ​ສົມບູນ ຄຳ​ມ່ວນ ​ເຊ​ກອງ ສາລະ​ວັນ ​ແລະ​ ອັດ​ຕະປື ກໍ​ຕົກ​
ຢູ່​ພາຍ​ໃຕ້​ ສະພາບ​ການ​ດຽວ​ກັນ​ນີ້.

ທັງ​ນີ້​ໂດຍ​ມີ​ສາ​ເຫດ ທີ່​ສຳຄັນ​ມາ​ຈາກ​ການ​ທີ່​ລັດຖະບານ​ລາວ ບໍ່​ສາມາດ​ຕອບ​ສະໜອງ​ງົບປະມານ​ໄດ້​ຢ່າງ​ພຽງພໍ ຈຶ່ງ​ເຮັດ​ໃຫ້​ກວ່າ 25 ​ເປີ​ເຊັນ ຂອງ​ບ້ານ​ທັງ​ໝົດ​ເຂົ້າບໍ່​ເຖິງ​ການ​ບໍລິການ​ຕ່າງໆ ຂອງ​ລັດຖະບານ ​ແລະ 2 ​ໃນ 3 ຂອງ​ບ້ານ​ທັງ​ໝົດ​ຍັງ​ບໍ່​ມີ​ການ​ຜະລິດ​ສິນຄ້າ ​ເພື່ອ​ຕອບ​ສະໜອງ​ຕະຫລາດ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ບຸນ​ເຮືອງ ດວງ​ພະ​ຈັດ ຫົວໜ້າ​ຄະນະ​ພັດທະນາ​ຊົນນະບົດ ​ແລະລົບ​ລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ ​ໄດ້​ຢືນ​ຢັນ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ລັດຖະບານ​ລາວ​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ດ້ານ​ກາ​ນລົດ​ຈຳນວນຄອບຄົ​ວທີ່​ທຸກ​ຈົນ​ໄດ້​ຕາມ​ແຜນການ ທີ່​ວາງ​ໄວ້ໃນ​ປີ 2015 ກໍ​ຄື​ການ​ເຮັດ​ໃຫ້​ຍັງ​ເຫຼືອຄອບ​ຄົວ​ທີ່​ທຸກ​ຈົນ​ຢູ່​ບໍ່​ເກີນ 11 ​ເປີ​ເຊັນ ຂອງ​ຈຳນວນ​ຄອບຄົວ ທັງ​ໝົດ​ໃນ​ທົ່ວ​ປະ​ເທດ.

ທັງ​ນີ້ ກໍ​ເນື່ອງ​ຈາກ​ວ່າ ການຈັດຕັ້ງປະຕິບັດ​ໂຄງການ​ພັດທະນາ​ຕ່າງໆ ນັບ​ແຕ່​ແຜນການ​ປີ 2011-2012 ​ເປັນ​ຕົ້ນມາ​ຈົນ​ເຖິງ​ປັດຈຸບັນ ກໍ​ປາກົດ​ວ່າ​ລັດຖະບານ​ລາວ ສາມາດ​ລົບ​ລ້າງ​ຄອບ​ຄົວ ທີ່​ທຸກ​ຍາກ​ໄດ້​ເຖິງ 82,400 ກວ່າ​ຄອບຄົວ ຫຼື ຄິດເປັນ 8 ​ເປີ​ເຊັນ ຂອງ​ຈຳນວນ​ຄອບຄົວ​ທັງ​ໝົດ ​ໃນ​ຂະນະ​ທີ່​ໃນ​ປັດຈຸບັນ ຍັງ​ຄົງ​ເຫຼືອຄອບຄົວ​ທຸກ​ຍາກ​ຢູູ່ປະມານ 14.8 ​ເປີ​ເຊັນ ຂອງ​ຈຳນວນ ຄອບຄົວ​ເຮືອນ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ຈະ​ສາມາດ​ລົບ​ລ້າງ​ຄອບຄົວ​ທຸກ​ຍາ​ກລົງ​ສູ່​ລະດັບ​ບໍ່​ເກີນ 11 ​ເປີ​ເຊັນ ​ໄດ້​ໃນ​ປີ 2015 ດັ່ງ​ກ່າວ​ຢ່າງ​ແນ່ນອນ.

XS
SM
MD
LG