ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ປະເທດລາວ ແຕ່ງຕັ້ງຄະນະກຳມະການ ຮັບຜິດຊອບ ຈັດການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 8


ກອງປະຊຸມໃຫຍ່ ສະໄໝສາມັນ ຄັ້ງທີ 10 ຂອງສະພາແຫ່ງຊາດ ຊຸດທີ 7
ກອງປະຊຸມໃຫຍ່ ສະໄໝສາມັນ ຄັ້ງທີ 10 ຂອງສະພາແຫ່ງຊາດ ຊຸດທີ 7

ປະທານປະເທດລາວ ປະກາດແຕ່ງຕັ້ງ ຄະນະກຳມະການແຫ່ງ
ຊາດ ເພື່ອຮັບຜິດຊອບຈັດການເລືອກຕັ້ງສະມາຊິກສະພາແຫ່ງ
ຊາດ ຊຸດທີ 8 ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ໃນວັນ
ທີ 20 ມີນາ 2016 ນີ້.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໄດ້ອອກລັດຖະດຳລັດເລກທີ 224/
ປປທ ເມື່ອວັນທີ 30 ທັນວາ 2015 ເພື່ອກຳນົດໃຫ້ວັນທີ 20 ມີນາ 2016 ເປັນວັນເລືອກ
ຕັ້ງສະມາຊິກສະພາແຫ່ງຊາດລາວ ຊຸດທີ 8 ແລະສະມາຊິກສະພາປະຊາຊົນຂັ້ນແຂວງ
ໃນທົ່ວປະເທດ ໂດຍພ້ອມກັນນີ້ ປະທານປະເທດລາວ ກໍຍັງໄດ້ອອກລັດຖະດຳລັດ ເລກ
ທີ 225/ປປທ ເມື່ອວັນທີ 30 ທັນວາ 2015 ເພື່ອປະກາດແຕ່ງຕັ້ງ ຄະນະກຳມະການ
ເລືອກຕັ້ງ ລະດັບຊາດເພື່ອຮັບຜິດຊອບ ຈັດການເລືອກຕັ້ງດັ່ງກ່າວດ້ວຍ.

ປະທານປະເທດ ສປປ. ລາວ ທ່ານ ຈູມມະລີ ໄຊຍະສອນ
ປະທານປະເທດ ສປປ. ລາວ ທ່ານ ຈູມມະລີ ໄຊຍະສອນ

ຄະນະກຳມະການເລືອກຕັ້ງລະດັບຊາດປະກອບດ້ວຍສະມາຊິກ
17 ທ່ານພາຍໃຕ້ການເປັນປະທານຂອງທ່ານບຸນຍັງ ວໍລະຈິດ
ກຳມະການກົມການເມືອງສູນກາງພັກ ແລະຮອງປະທານປະເທດ
ສ່ວນທີ່ເຫຼືອອີກ 16 ທ່ານ ກໍລ້ວນແຕ່ເປັນກຳມະການສູນກາງພັກ
ແລະສະມາຊິກພັກດ້ວຍກັນທັງສິ້ນ ໂດຍຮວມເຖິງທ່ານນາງປານີ
ຍາທໍຕູ້ ປະທານສະພາແຫ່ງຊາດ ທີ່ເປັນຮອງປະທານຄະນະກຳ
ມະການເລືອກຕັ້ງ ລະດັບຊາດໃນຊຸດນີ້ດ້ວຍ.

ກ່ອນໜ້ານີ້ ທ່ານຈູມມະລີ ໄດ້ອອກລັດຖະດຳລັດ ເພື່ອປະກາດ
ບັງຄັບໃຊ້ ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງ ປີ 2015 ເລກທີ 214/ປປທ
ໃນວັນທີ 15 ທັນວາ 2015 ໂດງອິງຕາມລັດຖະທຳມະນູນ ສະບັບປັບປຸງປີ 2003 ໝວດ
ທີ 6 ມາດຕາ 67 ແລະມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 012/ສພຊ ລົງ
ວັນທີ 8 ທັນວາ 2015 ວ່າດ້ວຍການຮັບຮອງເອົາລັດຖະທຳມະນູນແຫ່ງ ສປປ. ລາວ
ສະບັບປັບປຸງປີ 2015 ຊຶ່ງເປັນຜົນໃຫ້ລັດຖະທຳມະນູນ ສະບັບນີ້ ມີຜົນບັງຄັບໃຊ້ ນັບຕັ້ງ
ແຕ່ວັນທີ 15 ທັນວາ 2015 ເປັນຕົ້ນໄປ.

ລັດຖະດຳລັດ ປະທານປະເທດ ເລກທີ 224/ ປປທ ວ່າດ້ວຍການປະກາດ ວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະ ສະມາຊິກສະພາ ປະຊາຊົນ ຂັ້ນແຂວງ
ລັດຖະດຳລັດ ປະທານປະເທດ ເລກທີ 224/ ປປທ ວ່າດ້ວຍການປະກາດ ວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະ ສະມາຊິກສະພາ ປະຊາຊົນ ຂັ້ນແຂວງ

ທາງດ້ານທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ
ລາວ ຖະແຫລງວ່າ ສະມາຊິກສະພາແຫ່ງຊາດລາວ ໄດ້ມີມະຕິ
ຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງໃໝ່ດ້ວຍຄະແນນ
ສຽງສ່ວນຫຼາຍ ໃນລະຫວ່າງກອງປະຊຸມສະໄໝສາມັນ ຄັ້ງທີ 10
ຂອງສະພາແຫ່ງຊາດລາວ ຊຸດທີ 7 ທີ່ດຳເນີນກອງປະຊຸມ ໃນລະ
ຫວ່າງ ວັນທີ 7-25 ທັນວາ 2015 ທີ່ຜ່ານມາ ດັ່ງທີ່ທ່ານໄດ້ຖະ
ແຫລງຢືນຢັນວ່າ:

“ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ
ຊາດ ຊຸດທີ 7 ໄດ້ຮັບຟັງການລາຍງານພິຈາລະນາ ແລະ
ຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້ ໜຶ່ງ ໄດ້ພິຈາລະນາຮັບຮອງເອົາ ລັດຖະທຳ
ມະນູນ ສະບັບປັບປຸງ ຟັງການລາຍງານກ່ຽວກັບການກະກຽມ ການເລືອກຕັ້ງ
ສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະສະມາຊິກສະພາປະຊາຊົນຂັ້ນແຂວງ.”

ໂດຍລັດຖະທຳມະນູນສະບັບປັບປຸງໃໝ່ນີ້ ປະກອບມີ 14 ໝວດ 119 ມາດຕາ ແລະ
ໃນນີ້ ມີ 3 ໝວດ 21 ມາດຕາໃໝ່ ທີ່ເພີ້ມຂຶ້ນຈາກເດີມ ກໍຄື ໝວດທີ່ວ່າດ້ວຍ ສະພາປະ
ຊາຊົນທ້ອງຖິ່ນ ອົງການກວດສອບແຫ່ງລັດ ແລະຄະນະກຳມະການເລືອກຕັ້ງລະດັບຊາດ
ພ້ອມທັງຍັງໄດ້ປັບປຸງຄຳນຳກັບບົດບັນຍັດໃນໝວດທີ່ວ່າດ້ວຍສະພາແຫ່ງຊາດປະທານ
ປະເທດ ກັບລັດຖະບານການປົກຄອງທ້ອງຖິ່ນ ສານປະຊາຊົນ ແລະອົງການໄອຍະການ
ປະຊາຊົນ.

ນອກຈາກນັ້ນ ກອງປະຊຸມ ຍັງໄດ້ມີການພິຈາລະນາຮ່າງກົດໝາຍໃໝ່ 3 ສະບັບຄືກົດ
ໝາຍ ວ່າດ້ວຍສະພາແຫ່ງຊາດ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະກົດ
ໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກປະຊາຊົນຂັ້ນ
ແຂວງ ຕາມລຳດັບ.

ທ່ານສົມພັນ ໃຫ້ການຢືນຢັນດ້ວຍວ່າ ນອກຈາກການພິຈາລະນາ ເພື່ອຮັບຮອງເອົາກົດ
ໝາຍ ທັງ 4 ສະບັບດັ່ງກ່າວ ກອງປະຊຸມກໍຍັງໄດ້ຮັບຟັງການລາຍງານກ່ຽວກັບການກະ
ກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 8 ເພື່ອແທນສະມາຊິກສະພາແຫ່ງ
ຊາດ ຊຸດທີ 7 ທີ່ຄົບວາລະ 5 ປີ ໃນທ້າຍປີ 2015 ທີ່ຜ່ານມາ ແລະນອກຈາກນັ້ນ ກໍຍັງ
ຈະມີການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງອີກດ້ວຍ.

ໂດຍລັດຖະທຳມະນູນສະບັບປັບປຸງ ແລະກົດໝາຍໃໝ່ທັງ 3 ສະບັບດັ່ງກ່າວຖືເປັນສ່ວນ
ປະກອບສຳຄັນ ໃນການປະຕິຮູບທາງດ້ານການຄຸ້ມຄອງລັດ ເພື່ອການກະຈາຍອຳນາດ
ການບໍລິຫານ ໄປສູ່ລະດັບທ້ອງຖິ່ນໃຫ້ຫຼາຍຂຶ້ນ ທັງຍັງເປັນຫລັກການສຳຄັນ ທີ່ທາງການ
ລາວ ໄດ້ສັນຍາໄວ້ກັບນານາຊາດ ເພື່ອເປັນການແລກກັບການຊ່ວຍເຫຼືອ ທີ່ຈະໄດ້ຮັບ
ຈາກຕ່າງປະເທດ ຢ່າງຕໍ່ເນື່ອງນັ້ນເອງ.

XS
SM
MD
LG