ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕໍາຫຼວດລາວ ຢືນຢັນ ຄວາມປອດໄພ 100% ຂອງກອງປະຊຸມ ASEM


ການປະຊຸມເພື່ອກະກຽມກອງປະຊຸມ ASEM ຄັ້ງທີ 9 ທີ່ໄດ້ຈັດຂຶ້ນ ໃນເດືອນກໍລະກົດ, 2012
ການປະຊຸມເພື່ອກະກຽມກອງປະຊຸມ ASEM ຄັ້ງທີ 9 ທີ່ໄດ້ຈັດຂຶ້ນ ໃນເດືອນກໍລະກົດ, 2012

ທາງ​ການ​ຕໍາຫຼວດ​ລາວ​ຢືນຢັນ​ວ່າ ຈະ​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ ແລະ​ຮັກສາ​ຄວາມ​ ສະຫງົບ​ຮຽບຮ້ອຍ​ໃຫ້​ແກ່​ກອງ​ປະຊຸມ ASEM ຄັ້ງ​ທີ່ 9 ຢູ່​ນະຄອນ​ວຽງຈັນ​ໄດ້ 100% ​ເຕັມ.


ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ປ້ອງ
​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ລາວ
​ໃຫ້ການ​ຢືນຢັນ​ວ່າ ການ​ດໍາ​ເນີນ
​ມາດ​ຕະການ​ຕ່າງໆເພື່ອ​ຮອງ​ຮັບ
​ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນໍາ​ເອ​ເຊຍ
ກັບ​ສະຫະພາບ​ຢູ​ໂຣບ ASEM
ຄັ້ງທີ 9 ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ່ 5-6
​ເດືອນ​ພະຈິກ ປີ 2012 ນີ້ຢູ່​ນະ
ຄອນ​ວຽງ​ຈັນ ​ໄດ້​ຕຽມ​ພ້ອມ​ແລ້ວ
​ໃນ​ທຸກໆ​ດ້ານ ​ແລະ​ເຊື່ອ​ໝັ້ນ​ວ່າ
​ຈະສາມາດ​ຮັບປະກັນ​ຄວາມ​ປອດ
​ໄພ ແລະ​ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ ​ໃຫ້​ແກ່​ກອງປະຊຸມ​ໄດ້ 100% ​ເຕັມ​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ທາງ​ການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ລາວ ​ຈະ​ດໍາ​ເນີນ​ມາດ​ຕະການ​ກວດ
ກາ​ການ​ເດີນທາງ​ເຂົ້າ-ອອກປະ​ເທດ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ການ​ເດີນທາງ​ເຂົ້າ​ໄປ​ໃນ​ເຂດ
​ນະຄອນ​ວຽງ​ຈັນ​ຂອງ​ທັງ​ຄົນ​ລາວ​ ແລະ​ຊາວ​ຕ່າງປະ​ເທດ​ຢ່າງ​ເຂັ້ມ​ງວດ ​ແລະ​ພ້ອມ​ກັນ​ນັ້ນ
​ກໍ​ຈະ​ຈັດໃຫ້​ມີ​ການວາງ​ເວນຍາມ​ຢູ່​ທຸກ​ບ່ອນຕະຫຼອດ 24 ຊົ່ວ​ໂມງ​ ໃນ​ທົ່ວ​ເຂດ​ນະຄອນ​ວຽງ
​ຈັນອີກ​ດ້ວຍ ຊຶ່ງ​ກໍ​ຖື​ວ່າ​ເປັນ​ມາດ​ຕະການ​ທີ່​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ​ພາຍໃນ​ລາວ
ໄດ້​ປະຕິບັດ​ຢ່າງ​ມີ​ປະສິດທິພາບ​ມາ​ໃນ​ທຸກໆ ​ເທື່ອ ທີ່​ມີ​ການຈັດ​ງານ​ລະດັບ​ຊາດ ແລະ​ໃນ​ລະ
ດັບ​ນາໆ​ຊາດ​ຢູ່​ແລ້ວ ທັງ​ກໍ​ຍັງ​ເຮັດ​ໃຫ້​ນາໆ​ຊາດ ​ມີຄວາມ​ເຊື່ອ​ໝັ້ນ​ຕໍ່​ມາດ​ຕະການ​ຕ່າງໆ​
ຂອງ​ທາງ​ການ​ລາວ​ເປັນ​ຢ່າງ​ດີ​ອີກ​ດ້ວຍ ດັ່ງ​ທີ່ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ໄດ້ໃຫ້ການ​ຢືນຢັນ​ວ່າ:

ກຳລັງປ້ອງກັນຄວາມສະງົບ ຂອງລາວ ໄດ້ຮັບກາຄຳຊອບ ຈາກປະທານປະເທດ
ກຳລັງປ້ອງກັນຄວາມສະງົບ ຂອງລາວ ໄດ້ຮັບກາຄຳຊອບ ຈາກປະທານປະເທດ

“ຕະຫຼອດ​ໄລຍະ 1 ປີຜ່ານມາ​
ນີ້ ກໍາລັງ​ປ້ອງ​ກັນ​ຄວາມ​ສະຫງົບ
​ເຮັດ​ໃຫ້​ປະ​ເທດ​ຊາດ​ຂອງ​ພວກ
​ເຮົາ​ຍັງ​ສືບ​ຕໍ່​ມີ​ຄວາມ​ສະຫງົບ​
ຢ່າງ​ໜັກ​ແໜ້ນ ຊຶ່ງ​ມັນສະ​ແດງ
​ອອກ​ໃນ​ການຈັດ​ກອງ​ປະຊຸມ​ລະ
ດັບ​ສາກົນ​ ຫຼື​ລະດັບ​ປະ​ເທດ
ການ​ຮັບ​ແຂກ​ຕ່າງໆ ​ກໍ​ມີ​ຄວາມ
​ປອດ​ໄພ 100% ຄວາມ​ເຊື່ອ​ໝັ້ນ
​ຕໍ່ ສປປ ລາວ​ ໃນ​ດ້ານ​ວຽກ​ງານ
​ຄວາມ​ສະຫງົບ​ນີ້​ທ ຖື​ວ່າ​ດີຂຶ້ນ
ຫຼາຍ.”

ກ່ອນ​ໜ້າ​ນີ້ ທ່ານ​ທອງ​ສິງ​ ທໍ​າມະ​ວົງ​ ນາຍົກລັດຖະມົນຕີ ກໍ​ໄດ້​ມີ​ຄໍາ​ສັ່ງ​ໃຫ້​ໜ່ວຍ​ງານຕ່າງໆ​
ຂອງ​ລັດຖະບານ​ ແລະ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ໃນ​ທົ່ວ​ປະ​ເທດ​ຈະ​ຕ້ອງ​ຮ່ວມ​ມື​ກັນ​ເຂົ້າ​ໃນ
​ການກວດ​ລ້າງ​ປາກົດການ​ຫຍໍ້ທໍ້ ​ແລະ​ບັນຫາໄພ​ສັງຄົມ​ໃນ​ທຸກ​ຮູບ​ແບບຢ່າງ​ເຂັ້ມ​ງວດ ​ນັບ​ແຕ່
​ເດືອນ​ມີນາເປັນ​ຕົ້ນ​ມາແລ້ວ ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ສາມາດ​ຮັບປະກັນ​ໃຫ້​ໄດ້ 100% ວ່າ​ ຈະ​ບໍ່​ມີ
​ປາກົດການ​ຫຍໍ້​ທໍ້ ​ແລະ​ໄພ​ສັງຄົມ​ເກີດ​ຂຶ້ນ​ໃນ​ໂອກາດ ທີ່​ລັດຖະບານ​ລາວ​ເປັນ​ເຈົ້າພາບ​ຈັດ​ກອງ
​ປະຊຸມ ASEM ດັ່ງກ່າວ.

ກອງປະຊຸມໃຫຍ່ຂອງພັກປະຊາຊົນລາວ ຂອງກະຊວງພາຍໃນ
ກອງປະຊຸມໃຫຍ່ຂອງພັກປະຊາຊົນລາວ ຂອງກະຊວງພາຍໃນ

​ແຕ່​ຢ່າງ​ໃດ​ກໍ​ຕາມ ກອງ​ບັນຊາ​
ການ​ປ້ອງ​ກັນ​ຄວາມ​ສະຫງົບ​
ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ
ກໍ​ສະ​ເໜີ​ລາຍ​ງານ​ວ່າ ​ບັນຫາ​
ອາດຊະຍາ​ກໍາ ​ທີ່​ເກີດ​ຂຶ້ນ​ໃນ
​ເຂດ​ນະຄອນ​ວຽງ​ຈັນມີຄວາມ
ຮຸນ​ແຮງ​ຫຼາຍ​ຂຶ້ນ. ​ໃນ​ໄລຍະ
6 ​ເດືອນ​ທີ່​ຜ່ານ​ມາ​ຂອງ​ປີ
2012 ນີ້ ມີ​ຄະດີ​ອາດຊະຍາ
​ກໍາ​ເກີດ​ຂຶ້ນ​ເຖິງ 591 ກໍລະນີ
​ແລະ​ເຈົ້າໜ້າ​ທີ່​ລາວ​ ສາມາດ​
ຕິດຕາມ​ຈັບ​ກຸມ​ຜູ້​ກະທໍາ​ຄວາມ​ຜິດໄດ້​ ທັງ​ໝົດ 541 ຄົນ ​ໂດຍ​ໃນ​ນີ້​ກໍ​ລວມ​ເຖິງ​ຜູ້​ກະທໍາ
​ຄວາມ​ຜິດ​ທີ່​ເປັນ​ແມ່ຍິງເຖິງ 76 ຄົນ ອີກດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ບັນຫາ​ທີ່​ໜ້າ​ເປັນ​ຫ່ວງ​ຢ່າງ​ຍິ່ງ​ນັ້ນ ກໍ​ຄື​ໃນ​ຈໍານວນ​ຜູ້​ກະທໍາ​ຄວາມ​ຜິດທັງ
​ໝົດ​ທີ່​ຖືກ​ຈັບ​ກຸມ​ຕົວໄດ້​ດັ່ງກ່າ​ວນີ້ ສ່ວນ​ໃຫຍ່​ກໍ​ແມ່ນ​ເຍົາວະ​ຊົນ ທີ່​ມີ​ອາຍຸ​ສະ​ເລ່ຍຕໍ່າ​ກວ່າ
18 ປີ ທີ່​ໄດ້​ພາກັນ​ກະທໍາ​ຄວາມ​ຜິດ​ກ່ຽວ​ກັບ​ຢາເສບ​ຕິດ ການ​ປຸ້ນ​ຈີ້​ແລະ​ລັກ​ຊັບ ລວມ​ເຖິງ
​ການ​ຊ່ອງ​ສຸມ​ ຫຼື​ລວມຕົວ​ກັນ​ຕັ້ງ​ເປັນ​ແກ໊ງ ​ເພື່ອ​ກໍ່​ອາດຊະຍາ​ກໍາ​ຕ່າງໆ​ ໂດຍ​ບໍ່​ເກງ​ກົວ​ກົດ
ໝາຍ​ອີກ​ດ້ວຍ.

ຊາວໜຸ່ມທີ່ເປັນແກ້ງລັກຂະໂມຍ ແລະປຸ້ນຈີ້ເອົາຂອງຄົນອື່ນ ທີ່ຖືກຈັບໄດ້
ຊາວໜຸ່ມທີ່ເປັນແກ້ງລັກຂະໂມຍ ແລະປຸ້ນຈີ້ເອົາຂອງຄົນອື່ນ ທີ່ຖືກຈັບໄດ້

ທາງ​ດ້ານ​ຄະນະ​ກໍາມະການ​ກວດ
​ກາ​ແລະ​ຄວບ​ຄຸມ​ຢາ​ເສບ​ຕິດ​ແຫ່ງ
​ຊາດ​ລາວ ກໍ​ລາຍງານ​ວ່າ ການ
​ລັກລອບ​ຂົນ​ສົ່ງ​ ແລະ​ການ​ຄ້າ​
ຢາ​ເສບ​ຕິດ​ໃນ​ລາວ​ ໄດ້​ກາຍ​ເປັນ​
ບັນຫາ​ທີ່​ຮຸນ​ແຮງ​ຫຼາຍ​ຂື້ນ​ນັບ​ມື້ ​
ເນື່ອງຈາກ​ກຸ່ມ​ແກ໊ງຄ້າ​ຢາ​ເສບ​
ຕິດ​ໃນ​ລາວບໍ່​ພຽງ​ແຕ່​ຈະ​ມີ​ການ
ຂະຫຍາຍ​ພື້ນທີ່​ການ​ຄ້າ​ຢາ​ເສບ
ຕິດ​ຂອງ​ພວກ​ຕົນຈາກ​ເຂດ​ຕົວ​
ເມືອງ​ໄປ​ຍັງ​ເຂດຊົນນະບົດຂອງ
​ລາວ​ເທົ່ານັ້ນ ຫາກແຕ່​ກໍ​ຍັງ​ປາກົດ​ວ່າ​ກຸ່ມ​ແກ໊ງຄ້າ​ຢາ ​ເສບ​ຕິດ​ໄດ້​ເພີ່ມປະລິມານ​ຢາ​ເສບ​ຕິດ ​ທັງ
​ທີ່​ລັກລອບ​ຂົນ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ອີກ​ດ້ວຍ ​ໂດຍ​ຈະ​ເຫັນ​ໄດ້​ຈາກ​ການ​ຍຶດຢາ​ບ້າ​ນັ້ນ ​ຍຶດ
​ໄດ້​ເພີ່ມ​ຈາກ 1.23 ລ້ານ​ເມັດ ​ໃນ​ປີ 2008 ​ເປັນຫຼາຍ​ກວ່າ 24.5 ລ້ານ​ເມັດ ​ໃນ​ປີ 2010 ​ແລະ
​ເກືອບ 30 ລ້ານ​ເມັດ​ໃນ​ປີ 2011.

XS
SM
MD
LG