ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕໍາຫຼວດ​ລາວ ຢືນ​ຢັນ​ວ່າ​​ ໄດ້​ຈັບ​ກຸມຫົວໜ້າ ​ແກ້ງ​ຄ້າ​ຢາ​ເສບ​ຕິດ ​ລາຍ​ໃຫຍ່​ທີ່​ສຸດ ​ໃນ​ລາວ


ພາບຂອງພວກແກ້ງຄ້າຢາເສບຕິດ ທີ່ທາງການລາວ ສາມາດຈັບໂຕໄດ້ ເຊິ່ງຫົວໜ້າກົມ​ໃຫຍ່​ຕໍາຫລວດ​ ຢືນ​ຢັນ​ວ່າ​​ ​ເປັນກຸມຫົວໜ້າ​ແກ້ງ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ​ທີ່​ສຸດ​ໃນ​ລາວ
ພາບຂອງພວກແກ້ງຄ້າຢາເສບຕິດ ທີ່ທາງການລາວ ສາມາດຈັບໂຕໄດ້ ເຊິ່ງຫົວໜ້າກົມ​ໃຫຍ່​ຕໍາຫລວດ​ ຢືນ​ຢັນ​ວ່າ​​ ​ເປັນກຸມຫົວໜ້າ​ແກ້ງ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ​ທີ່​ສຸດ​ໃນ​ລາວ

ຫົວໜ້າກົມ​ໃຫຍ່​ຕໍາຫລວດ​ລາວ ຢືນ​ຢັນ​ວ່າໄດ້​ຈັບ​ກຸມຫົວໜ້າ​ແກ້ງ​ຄ້າ​ຢາ​ເສບ​ຕິດ​
ລາຍ​ໃຫຍ່​ທີ່​ສຸດ ​ໃນ​ລາວ ທີ່​ເປັນ​ນັກ​ຄ້າ​ຢາ​ເສບ​ຕິດ ​ລາຍ​ໃຫຍ່​ກວ່າ​ທ້າວ​ໄຊຊະນະ
​ແກ້ວ​ພິມພາ ທີ່​ຖືກ​ຈັບ ​ໃນ​ໄທ​ອີກ​ດ້ວຍ.

ພົນ​ຈັດຕະວາ​ ທອງ​ເຫລັກ ມັງໜໍ່​ເມກ ຫົວໜ້າກົມ​ໃຫຍ່​ຕໍາຫລວດ ​ກະຊວງ​ປ້ອງ​ກັນ
​ຄວາມ​ສະຫງົບ ​ໃນ​ລາວ ​ຖະ​ແຫລ​ງຜົນ​ການ​ປາບ​ປາມ​ ການ​ລັກລອບ​ຄ້າ​ຢາ​ເສບ​ຕິດ​
ໃນ​ລາວ ທີ່​ໄດ້​ປະຕິບັດ​ການ​ ນັບ​ແຕ່​ວັນ​ທີ 16 ກັນຍາ 2016 ​ເຖິງ​ວັນ​ທີ 24 ມັງກອນ
2017 ທີ່​ຜ່ານ​ມາ​ວ່າ ສາມາດ​ມ້າງ​ແກ້ງ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ໄດ້ 5 ​ແກ້ງ ​ແລະ​
ຈັບ​ກຸມ​ຜູ້​ຕ້ອງ​ຫາ​ໄດ້​ທັງໝົດ 33 ຄົນ ຊຶ່ງ​ໃນ​ນັ້ນ ລວມມີ 5 ຄົນ ທີ່​ເປັນ​ສະມາຊິກ​ ໃນ
​ແກ້ງ​ຂອງ​ທ້າວ​ໄຊຊະນະ ​ແກ້ວ​ພິມ​ພາ ທີ່​ຖືກ​ທາງ​ການ​ຕໍາຫລວດ​ໄທ ຈັບ​ກຸມ​ຕົວ ທີ່
​ສະໜາມບິນ ສຸວັນນະ​ພູມ ​ເມື່ອ​ວັນ​ທີ 19 ມັງກອນ 2017 ທີ່ຜ່ານ​ມາ.

ພົນ​ຈັດຕະວາ ທອງ​ເຫລັກ ມັງໜໍ່​ເມກ ຫົວໜ້າກົມ​ໃຫຍ່​ຕໍາຫລວດ ​ກະຊວງ​ປ້ອງ​ກັນ ​ຄວາມ​ສະຫງົບ ​ໃນ​ລາວ ​ຖະ​ແຫລ​ງຜົນ​ການ​ປາບ​ປາມ​ ການ​ລັກລອບ​ຄ້າ​ຢາ​ເສບ​ຕິດ​ ໃນ​ລາວ.
ພົນ​ຈັດຕະວາ ທອງ​ເຫລັກ ມັງໜໍ່​ເມກ ຫົວໜ້າກົມ​ໃຫຍ່​ຕໍາຫລວດ ​ກະຊວງ​ປ້ອງ​ກັນ ​ຄວາມ​ສະຫງົບ ​ໃນ​ລາວ ​ຖະ​ແຫລ​ງຜົນ​ການ​ປາບ​ປາມ​ ການ​ລັກລອບ​ຄ້າ​ຢາ​ເສບ​ຕິດ​ ໃນ​ລາວ.

ພົນ​ຈັດຕະວາ ທອງ​ເຫລັກ ​ໄດ້​ໃຫ້ການ​ຢືນຢັນ​ອີກ​ດ້ວຍວ່າ ການ​ປະຕິບັດ​ການ​ພິ​ເສດ
​ໃນ​ຊ່ວງ​ດັ່ງກ່າວ​ນີ້ ຍັງ​ສາ​ມາດຈັບ​ກຸມ​ທ້າວ ຄອນ​ປະສົງ ສຸກ​ກະ​ເສີມ ຫລື ຊຽງ​ເທີ່ ທີ່
​ເປັນ​ນັກ​ຄ້າ​ຢາ​ເສບ​ຕິດ ລາຍ​ໃຫຍ່​ທີ່​ສຸດ​ໃນ​ລາວ ຊຶ່ງ​ໃຫຍ່​ກວ່າ​ແກ້ງ​ ຂອງ​ທ້າວ​ໄຊຊະນະ
​ໄດ້​ ໃນ​ນະຄອນ​ວຽງຈັນ ​ເມື່ອ​ວັນ​ທີ 10 ມັງກອນ 2017 ຊຶ່ງ​ເກີດ​ຂຶ້ນກ່ອນ​ທີ່​ທາງ​ການ​
ຕໍາຫລວດ​ໄທ ຈັບ​ກຸມ​ທ້າວ​ໄຊຊະນະ​ໄດ້​ ອີກ​ດ້ວຍ ດັ່ງ​ທີ່ພົນ​ຈັດຕະວາ ທອງ​ເຫລັກ ​ໄດ້
​ໃຫ້ການຢືນຢັນ​ວ່າ:

“ໃນ​ວັນ​ທີ 10 ​ເດືອນ​ມັງກອນ ປີ 2017 ​ເຈົ້າໜ້າທີ່​ພວກ​ເຮົາ​ໄດ້​ຈັບ​ຕົວ​ ທ້າວ​
ຄອນ​ປະສົງ ສຸກ​ກະ​ເສີມ ຫລື ຊຽງ​ເທີ່ ອາຍຸ 47 ປີ ​ເຊື້ອຊາດ​ລາວ ສັນຊາດ​ລາວ
ຢູ່​ທີ່​ນະຄອນຫລວງ​ວຽງຈັນ ພ້ອມ​ດ້ວຍ​ພັກ​ພວກ 3 ຄົນ ຊຶ່ງ​ເປັນ​ຜູ້​ຊື້ຂາຍ​ຢາ​ເສບ​ຕິດ​
ລາຍ​ໃຫຍ່ ຖື​ວ່າ​ຜູ້ກ່ຽວນີ້ ​ເປັນ​ລາຍ​ໃຫຍ່​ກວ່າ​ທ້າວ​ໄຊຊະນະ ​ແກ້ວ​ພິມ​ພາ ຫລື
ວັນ​ລົບ ອາຍຸ 41 ປີ ສັນ​ຊາດລາວ ຢູ່​ແຂວງ​ຄໍາ​ມ່ວນ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ຫົວໜ້າກົມ​ໃຫຍ່​ຕໍາຫລວດ​ລາວ ກໍ​ບໍ່​ໄດ້​ເປີດ​ເຜີຍ​ເຖິງ​ປະລິມານ​ຢາ
​ເສບ​ຕິດ ທີ່​ຍຶດ​ໄດ້​ໃນ​ການ​ປະຕິບັດ​ການ​ດັ່ງກ່າວ. ນອກຈາກ​ນີ້ ທາງ​ການ​ຕໍາຫລວດ​ລາວ
ຍັງ​ໄດ້​ຍຶດ​ອາວຸດ​ປືນ ​ແລະ​ອາ​ຍັດ ຊັບ​ສິນ ຂອງ​ຜູ້​ຕ້ອງ​ຫາ​ອີກ​ຫລາຍ​ລາຍການ ​ເຊັ່ນ ​
ເຮືອນ, ​ໂຮງ​ແຮມ, ຮ້ານ​ອາຫານ, ​ໂຮງ​ເລື່ອຍ, ​ໂຮງງານ ​ເຟີ​ນິ​ເຈີ, ຄໍາ, ​ໂຮງງານ
​ສັງກະສີ, ອູ່​ສ້ອມ​ລົດ, ຫ້ອງ​ແຖວ, ປໍ້າ​ນໍ້າມັນ, ລົດຍົນ, ລົດ​ບັນທຸກ, ສາງ​ເກັບ​ສິນຄ້າ, ​
ເຈັທສະ​ກີ ​ແລະ​ອື່ນໆ. ທັງ​ໄດ້​ຄວບ​ຄຸມ​ຕົວ​ຜູ້​ຕ້ອງ​ຫາ​ຫລາຍ​ຄົນ ​ເມື່ອ​ວັນ​ທີ 14 ກຸມພາ
2017 ​ໃນ​ຂໍ້​ຫາ​ພະຍາຍາມ ​ໃຫ້​ສິນ​ບົນ​ພະນັກງານ​ລັດ 30 ລ້ານ​ບາດ ຕໍ່ການ​ປ່ອຍ​ຕົວ
​ຫົວໜ້າ​ແກ້ງ 1 ຄົນ ອີກ​ດ້ວຍ.

ກ່ອນໜ້ານີ້ ພົນ​ຕໍາຫລວດ​ໂທ ສົມໝາຍ ກອງ​ວິ​ໄສ​ສຸກ ຜູ້​ບັນຊາ​ການ​ຕໍາຫລວດ ປາບ
​ປາມ​ຢາ​ເສບ​ຕິດ​ຂອງ​ໄທ ຖະ​ແຫລ​ງຢືນຢັນ​ພາຍຫລັງ​ຈາກ​ການ​ຈັບ​ກຸມ ທ້າວ​ໄຊຊະນະ
ດ້ວຍ​ຂໍ້​ຫາ​ລັກລອບ​ຄ້າ​ຢາ​ເສບ​ຕິດ ​ໃນ​ໄທ​ວ່າ​ ຈົນ​ເຖິງ​ປັດຈຸບັນ ​ໄດ້​ທໍາ​ການ​ຍຶດຊັບ​ສິນ
​ຂອງ​ທ້າວ​ໄຊຊະນະ ​ແລະ​ເຄືອ​ຂ່າຍ​ໃນ​ໄທ ​ໄດ້​ແລ້ວ​ຫລາຍ​ກວ່າ 200 ລ້ານ​ບາດ ທັງ​
ຍັງ​ເຊື່ອ​ວ່າ ຍັງ​ເຫລືອ​ຊັບ​ສິນ ອີກ​ນັບ 1,000 ລ້ານ​ບາດ ທີ່​ຈະ​ຕ້ອງ​ຕິດຕາມ​ຍຶດ​ເອົາ
​ໃຫ້​ໄດ້​ທັງໝົດ.

ສ່ວນ​ທ້າວ​ໄຊຊະນະ ກໍ​ໄດ້​ໃຫ້ການ​ຮັບ​ສາລະພາບ​ວ່າ ຕົນ​ມີ​ຄວາມ​ຜິດພຽງ​ໃນ​ຖານະ​
ທີ່​ເປັນ​ຄົນ​ກາງ ​ໃນ​ການ​ຮັບຈ້າງ​ຂົນ​ສົ່ງ​ຢາ​ເສບ​ຕິດ​ເທົ່າ​ນັ້ນ ຊຶ່ງ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ
​ໃນ​ແຕ່ລະຄັ້ງ ຈະ​ໄດ້​ຮັບ​ຄ່າ​ຈ້າງ ​ເຖິງ 1 ລ້ານ​ບາດ. ຫາກ​ແຕ່​ທາງ​ການ​ຕໍາຫລວດ​ໄທ
ກໍ​ບໍ່​ເຊື່ອ​ຕາມ​ການ​ສາລະພາບ​ດັ່ງກ່າວ ​ເພາະ​ຈາກ​ການ ປະສານ​ງານ​ດ້ານ​ຂໍ້​ມູນ​ຂ່າວ
ສານ ກັບ​ທາງ​ການ​ຕໍາຫລວດ​ລາວ ​ໃນ​ໄລຍະ 5 ປີ​ທີ່​ຜ່ານ​ມາ ​ໄດ້​ໃຫ້​ຂໍ້​ສະຫລຸບ​ວ່າ ທ້າວ​ໄຊຊະນະ ​ເປັນ​ຫົວໜ້າ​ແກ້ງ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ທີ່​ມີ​ເຄືອ​ຂ່າຍ​ຢ່າງ​ກວ້າງຂວາງ
ທັງ​ໃນ​ໄທ, ມາ​ເລ​ເຊຍ ​ແລະ​ສິງກະ​ໂປ ນັ້ນ​ເອງ.

ທ້າວ​ໄຊຊະນະ ​ແກ້ວ​ພິມພາ ອາຍຸ 41 ປີ ມີ​ທຸລະ​ກິດ​ຫລາຍ​ກິດຈະການ​ຢູ່​ໃນ​ລາວ ​ໂດຍ
​ສະ​ເພາະ​ແມ່ນ ທຸລະ​ກິດ​ຄ້າ​ໄມ້, ທຸລະ​ກິດ​ໂຮງ​ເລື່ອຍ ​ແລະ​ສຖານ​ບັນ​ເທີ​ງຕ່າງໆ ນັ້ນ
ຖື​ເປັນ​ທຸລະ​ກິດ​ຫລັກ ​ໂດຍສານ​ອາຍາ​ຂອງ​ໄທ ​ໄດ້​ອອກໝາຍຈັບ​ທ້າວ​ໄຊຊະນະ ​ພ້ອມ​
ກັບສະມາຊິກ​ໃນ​ແກ້ງ​ອີກ 8 ຄົນ ​ເມື່ອ​ວັນ​ທີ 9 ມັງກອນ 2017 ​ໂດຍ​ສາມາດ​ຈັບ​ກຸມ
ທ້າວ​ໄຊຊະນະ ​ແລະ​ສະມາຊິກ​ໃນ​ແກ້ງ​ທີ່​ເປັນ​ຄົນ​ໄທອີກ 3 ຄົນ ​ໄດ້​ໃນ​ວັນ​ທີ 19
ມັງກອນ​ຜ່ານ​ມາ. ສ່ວນ​ອີກ 5 ຄົນ ທີ່​ເຫລືອ​ທີ່​ເປັນ​ຄົນ​ໄທ 3 ຄົນ ​ແລະ​ຄົນ​ລາວ 2 ຄົນ​
ນັ້ນ ທາງ​ການ​ຕໍາຫລວດ​ໄທ ກໍ​ຈະ​ຕິດຕາມ​ຈັບ​ກຸມ​ໃຫ້​ໄດ້​ໄວ​ທີ່​ສຸດ ​ໂດຍ​ໄດ້​ຕັ້ງລາງວັນ
ນໍາ​ຈັບ​ຕົວ​ໄວ້ ​ເຖິງ 4 ລ້ານ​ບາດ.

XS
SM
MD
LG