ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ ເນັ້ນໜັກ ໃຫ້ພະນັກງານ ລັດ ທຸກລະດັບຊັ້ນ ຕ້ອງຊື່ສັດ ໃນໜ້າທີ່ ວຽກງານ


ນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ ກ່າວຄຳ
ປາໄສໃນ ລະຫວ່າງ ກອງປະຊຸມສາພາແຫ່ງຊາດ.
ນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ ກ່າວຄຳ ປາໄສໃນ ລະຫວ່າງ ກອງປະຊຸມສາພາແຫ່ງຊາດ.

ນາຍົກລັດຖະມົນຕີ ເນັ້ນໜັກໃຫ້ພະນັກງານລັດທຸກລະດັບຊັ້ນຕ້ອງຈັດຕັ້ງປະຕິບັດວຽກ ງານ ໃນຄວາມຮັບຜິດຊອບຢ່າງໂປ່ງໄສ ໂດຍແນໃສ່ການປາບປາມການສໍ້ລາດບັງຫຼວງ ໃນທຸກຮູບແບບ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກຕໍ່ກອງປະຊຸມຮ່ວມຂອງຄະນະລັດ ຖະບານ ລາວ ກັບບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ ວ່າຈຸດເນັ້ນໜັກສຳຄັນທີ່ສຸດໃນການບໍລິຫານງານຂອງຄະນະລັດຖະບານຊຸດປັດຈຸບັນກໍຄື ການຄວບຄຸມ ແລະ ກວດກາການ ຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດທຸກລະ ດັບຊັ້ນຢ່າງໂປ່ງໄສ ໂດຍແນໃສ່ການສະກັດກັ້ນ ແລະ ປາບປາມການສໍ້ລາດບັງຫຼວງໃນ ທຸກຮູບແບບ.

ຫາກແຕ່ວ່າການທີ່ຈະສາມາດຈັດຕັ້ງປະຕິບັດຕາມຈຸດເນັ້ນໜັກດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງມີການປັບປຸງກົນໄກບໍລິຫານ ແລະ ກົນໄກບໍລິການ ທັງຍັງຈະຕ້ອງປະຕິບັດລະ ບຽບກົດໝາຍທີ່ມີຄວາມເຂັ້ມແຂງອີກດ້ວຍ ຫາກບໍ່ສະນັ້ນແລ້ວຄວາມຍຸດຕິທຳຍ່ອມບໍ່ສາ ມາດຈະເກີດຂຶ້ນໃນສັງຄົມ ລາວ ໄດ້ເລີຍດັ່ງທີ່ທ່ານ ທອງລຸນ ໄດ້ໃຫ້ການເນັ້ນຢ້ຳວ່າ.

"ພວກເຮົາບໍ່ປັບປຸງກົນໄກບໍລິຫານ, ກົນໄກບໍລິການທີ່ດີ, ໂປ່ໄສ, ວ່ອງໄວ, ທັນໃຈກວ່າ ນີ້ ຍັງອ່ອນດ້ານການປະຕິບັດລະບຽບກົດໝາຍ ຍັງອ່ອນຫຼາຍ ຄັນພວກເຮົາບໍ່ເອົາໃຈ ໃສ່ດ້ານນີ້ແຕ່ເທິງລົງລຸ່ມ ທຸກພາກສ່ວນ, ທຸກການຈັດຕັ້ງ, ທຸກຄົນ ລວມທັງຄວາມເປັນ ແບບຢ່າງຂອງພະນັກງານລັດຖະກອນຂອງພວກເຮົາໃຫ້ປະຊາຊົນໃນ ການປະຕິບັດ ລະບຽບກົດໝາຍໃຫ້ເຄັ່ງຄັດ, ຄວາມຍຸດຕິທຳມັນກະບໍ່ເກີດຂຶ້ນຢູ່ໃນສັງຄົມຂອງພວກ ເຮົາໄດ້."

ກ່ອນໜ້ານີ້ ຄະນະກວດກາສູນກາງພັກລັດ ລາຍງານວ່າໃນປີ 2015 ທີ່ຜ່ານມາໄດ້ດຳ ເນີນການກວດສອບ 303 ໜ່ວຍງານເປົ້າໝາຍໃນ 11 ກະຊວງ 13 ແຂວງ ແລະ ນະຄອນ ຫຼວງວຽງຈັນ ໂດຍກວດພົບວ່າການສໍ້ລັດບັງຫຼວງຂອງບັນດາພະນັກງານພັກລັດໃນທົ່ວ ປະເທດໄດ້ເຮັດໃຫ້ລັດຖະບານສູນເສຍລາຍຮັບ ແລະ ງົບປະມານໄປຫຼາຍກວ່າ 3,034.3 ຕື້ກີບ ຫຼືປະມານ 373 ລ້ານໂດລາ ຊຶ່ງໃນນີ້ກໍມາສາມາດຍຶດຄືນມາໄດ້ພຽງແຕ່ 467.59 ຕື້ກີບ ຫຼື ຄິດເປັນ 15 ເປີເຊັນເທົ່ານັ້ນ.

ພ້ອມກັນນີ້ ຄະນະກວດກາສູນກາງພັກລັດກໍໄດ້ດຳເນີນມາດຕະການລົງໂທດຕໍ່ພະນັກ ງານລັດຈຳນວນ 95 ຄົນທີ່ທຸຈະລິດ ແລະ ໄດ້ຍັກຍອກເອົາງົບປະມານຂອງລັດໄປຫຼາຍ ກວ່າ 242 ຕື້ກີບ ຊຶ່ງໃນນີ້ 62 ຄົນເປັນພະນັກງານຂອງແຂວງອຸດົມໄຊ, 22 ຄົນເປັນພະ ນັກງານທະນາຄານແຫ່ງຊາດ ແລະ 11 ຄົນເປັນພະນັກງານໃນກະຊວງການເງິນຕາມ ລຳດັບ.

ທາງດ້ານທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖະແຫຼງ ວ່າໃນຮອບປີ 2015 ໄດ້ກວດພົບການສູນເສຍລາຍຮັບຂອງລັດໄປຫຼາຍກວ່າ 2,000 ຕື້ ກິີບ ຫຼື 250 ລ້ານໂດລາຈາກການທີ່ກົມພາສີໄດ້ມີການຍົກເວັ້ນພາສີການນຳເຂົ້ານຳ້ມັນ ແລະ ຍານພາຫະນະໃຫ້ແກ່ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ລວມເຖິງການຈັດ ເກັບອາກອນສົ່ງໄມ້ໄປຕ່າງປະເທດໄດ້ຕຳ່ກວ່າແຜນການ.

ພ້ອມກັນນັ້ນ ອົງການກວດສອບແຫ່ງລັດ ກໍຍັງໄດ້ກວດພົບວ່າ 116 ໜ່ວຍງານຂອງລັດ ບໍ່ໄດ້ຈັດສົ່ງລາຍຮັບເຂົ້າງົບປະມານປະຈຳປີ 2013-2014 ຂອງລັດຖະບານ ຄິດເປັນ ມູນຄ່າລວມເຖິງ 749.22 ຕື້ກີບ ໂດຍສ່ວນໃຫຍ່ເປັນລາຍຮັບຈາກສ່ວຍສາອາກອນ, ການ ຫັນຊັບສິນເປັນທຶນ ແລະ ອື່ນໆ.

ທາງດ້ານອົງການເພື່ອຄວາມໂປ່ງໄສສາກົນ (Transparency International) ທີ່ໄດ້ດຳ ເນີນການສຳຫຼວດຄວາມຄິດເຫັນຂອງນັກທຸລະກິດ ກ່ຽວກັບ ສະພາບການສໍ້ລາດບັງຫຼວງ ຢູ່ໃນ 167 ປະເທດທົ່ວໂລກນັ້ນ ໄດ້ຈັດໃຫ້ ລາວ ຢູ່ອັນດັບທີ 139 ໃນປີ 2015 ໂດຍໄດ້ ຮັບຄວາມໄວ້ວາງໃຈຈາກບັນດານັກທຸລະກິດຊາວຕ່າງຊາດທີ່ລົງທຶນໃນ ລາວ ທີ່ລະດັບ 25 ຄະແນນຈາກ 100 ຄະແນນເຕັມ.

ໂດຍຈາກຄະແນນດັ່ງກ່າວນີ້ ເຖິງແມ່ນວ່າຈະຖືເປັນລະດັບຄວາມໄວ້ວາງໃຈທີ່ດີຂຶ້ນກວ່າ ປີ 2012 ທີ່ ລາວ ຖືກຈັດໃຫ້ຢູ່ອັນດັບທີ 160 ຊຶ່ງໄດ້ຮັບຄວາມໄວ້ວາງໃຈຈາກບັນດານັກທຸ ລະກິດຊາວຕ່າງປະເທດທີ່ລົງທຶນໃນ ລາວ ພຽງແຕ່ 21 ຄະແນນເທົ່ານັ້ນກໍຕາມ ຫາກແຕ່ ກໍເປັນສະຖານະທີ່ຕຳ່ລົງ ເມື່ອທຽບກັບປີ 2013 ທີ່ ລາວ ໄດ້ຮັບຄວາມໄວ້ວາງໃຈທີ່ລະດັບ 26 ຄະແນນ ໝາຍຄວາມວ່າການສໍ້ລາດບັງຫຼວງໃນ ລາວ ຍັງທີທ່າອ່ຽງເພີ່ມຂຶ້ນໃນສາຍ ຕາຂອງນັກທຸລະກິດຕ່າງຊາດນັ້ນເອງ.

XS
SM
MD
LG