ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກລາວ ສັ່ງການຕໍ່ ເຈົ້າແຂວງ ໃນທົ່ວປະເທດ ໃຫ້ດຳເນີນມາດຕະການ ຢ່າງເຂັ້ມງວດ ຕໍ່ການລັກລອບຄ້າໄມ້


ລົດບັນທຸກ ສອງຄັນ ກຳລັງແກ່ໄມ້ທ່ອນ ເຕັມລົດ ຈາກລາວຂ້າມຊາຍແດນ.
ລົດບັນທຸກ ສອງຄັນ ກຳລັງແກ່ໄມ້ທ່ອນ ເຕັມລົດ ຈາກລາວຂ້າມຊາຍແດນ.

ນາຍົກລັດຖະມົນຕີລາວ ສັ່ງກ່ານຕໍ່ບັນດາເຈົ້າແຂວງໃນທົ່ວປະເທດ ໃຫ້ດຳເນີນ ມາດຕະການ ຢ່າງເຂັ້ມງວດ ເຂົ້າໃນການຢຸດຢັ້ງການລັກລອບຄ້າໄມ້ ແລະ ຫ້າມ ເດັດຂາດບໍ່ໃຫ້ສົ່ງອອກໄມ້ທ່ອນ ອີກຕໍ່ໄປ.

ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະ ໂຄສົກລັດຖະບານລາວ ໄດ້ຖະ ແຫລງຢືນຢັນວ່າ ໃນໂອກາດກອງປະຊຸມຄະນະລັດຖະບານ ຮ່ວມກັບ ເຈົ້າຄ້ອງ ນະຄອນຫຼວງ ແລະ ບັນດາເຈົ້າແຂວງຈາກທົ່ວປະເທດ ໃນທ້າຍເດືອນມິຖຸນາ ທີ່ຜ່ານມາ ກອງປະຊຸມໄດ້ເປັນເອກະພາບກັນ ທີ່ຈະບໍ່ອະນຸຍາດໃຫ້ມີການຂຸດ ຄົ້ນໄມ້ ແລະ ບໍ່ອະນຸມັດໂຄວຕ້າໄມ້ຕື່ມອີກຕໍ່ໄປ ແລະ ໃນໂອກາດດຽວກັນນີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍັງໄດ້ສັ່ງການຕໍ່ບັນດາເຈົ້າແຂວງ ເພື່ອໃຫ້ດຳເນີນມາດຕະການຢ່າງເຂັ້ມງວດ ເຂົ້າໃນການຢຸດຢັ້ງການລັກລອບ ຄ້າໄມ້ ແລະ ຫ້າມເດັດຂາດບໍ່ໃຫ້ສົ່ງອອກໄມ້ທ່ອນອີກຕໍ່ໄປ ດັ່ງທີ່ທ່ານໄດ້ໃຫ້ ການຢືນຢັນວ່າ:

ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະ ໂຄສົກລັດຖະບານລາວ
ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະ ໂຄສົກລັດຖະບານລາວ

“ກອງປະຊຸມເປັນເອກະພາບວ່າ ຕ້ອງສືບຕໍ່ຈັດຕັ້ງປະຕິບບັດຄຳສັ່ງນາຍົກ ລັດຖະມົນຕີ ສະບັບທີ 15 ນີ້ ຢ່າງເຂັ້ມງວດ ແລະ ສັກສິດຕາມກົດໝາຍ ກຳນົດປະຕິບັດກົດໝາຍວ່າດ້ວຍປ່າໄມ້ ຢ່າງເຂັ້ມງວດ ຖ້າມີຜູ້ໃດລະເມີດ ກໍຕ້ອງໄດ້ດຳເນີນການສຶກສາອົບຮົມ ຫຼື ດຳເນີນຄະດີຕາມກົດໝາຍກຳນົດ ຍ້ອນແນວນັ້ນ ບັນຫານີ້ ກໍໍອາດຈະກະທົບກະເທືອນເຖິງນັກທຸລະກິດ ຜູ້ປະ ກອບການ ເປັນຕົ້ນແມ່ນ ພາກສ່ວນທຸລະກິດຂຸດຄົ້ນໄມ້ ແຕ່ກໍຫວັງວ່າ ບັນດານັກທຸລະກິດເຫຼົ່ານັ້ນ ຈະເສຍສະລະຜົນປະໂຫຍດສ່ວນຕົວ ໃນລະ ຍະຊົ່ວຄາວວັນນີ້ ເພື່ອຮັກສາປ່າໄມ້ຂອງພວກເຮົາ ສົມກັບທີ່ໄດ້ຕົກລົງກັນ ວ່າ ຕໍ່ໄປນີ້ ຈະບໍ່ມີການອອກໂຄວຕ້າໄມ້ອີກ.”

ທັງນີ້ ໂດຍທ່ານທອງລຸນ ໄດ້ອອກຄຳສັ່ງວ່າດ້ວຍ ການເພີ່ມທະວີຄວາມເຂັ້ມ ງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 13 ພຶດສະພາ 2016 ເປັນ ຕົ້ນມາ ຫາກແຕ່ກໍຍອມຮັບວ່າ ຈະບໍ່ສາມາດບັນລຸຕາມເປົ້າໝາຍ ທີ່ວາງເອົາ ໄວ້ໄດ້ເລີຍ ຖ້າຫາກບໍ່ໄດ້ຮັບການຮ່ວມມື ຈາກບັນດາພະນັກງານຂອງລັດ ຖະບານ ໃນທຸກພາກສ່ວນຢ່າງແທ້ຈິງ.

ຍິ່ງໄປກວ່ານັ້ນ ສະພາບການຍັງຈະດຳເນີນໄປໃນທິດທາງກົງກັນຂ້າມ ກໍຄື ສະພາບປ່າໄມ້ຂອງລາວຍັງຈະສືບຕໍ່ລົດອັດຕາຄວາມໜາແໜ້ນລົງຕື່ມອີກ ໂດຍມີສາເຫດມາຈາກການ ທີ່ບັນດາພະນັກງານລັດ ໄດ້ເຂົ້າໄປມີຜົນປະ ໂຫຍດຮ່ວມດ້ວຍ ຈຶ່ງບໍ່ໄດ້ກວດກາຢ່າງເຂັ້ມງວດ.

ຄຳສັ່ງດັ່ງກ່າວຂອງນາຍົກລັດຖະມົນຕີລາວ ປະກອບດ້ວຍຄຳສັ່ງ 17 ຂໍ້ ທີ່ແນໃສ່ການຢຸດຢັ້ງ ການສົ່ງອອກໄມ້ທ່ອນ ແລະ ປາບປາມການຄ້າໄມ້ ຜິດກົດໝາຍໃຫ້ໄດ້ຢ່າງແທ້ຈິງ ໂດຍມີສາລະສຳຄັນໃນຂໍ້ 1 ທີ່ໄດ້ກຳນົດ ໃຫ້ທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ ຈະຕ້ອງເພີ່ມ ທະວີຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ໜ້າທີ່ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ກັບການ ຄຸ້ມຄອງປ່າໄມ້ ການຂຸດຄົ້ນໄມ້ ການເຄື່ອນຍ້າຍໄມ້ ທຸລະກິດການຄ້າໄມ້ ແລະ ການສົ່ງໄມ້ໄປຕ່າງປະເທດ.

ສ່ວນຂໍ້ 2 ກໍໄດ້ລະບຸຢ່າງຊັດເຈນວ່າ ໃຫ້ຍຸຕິການສົ່ງອອກໄມ້ທ່ອນ ໄມ້ຕີຕັບ ໄມ້ແປຮູບ ໄມ້ຊອຍ ຮາກໄມ້ ເຫງົ້າໄມ້ ປູດໄມ້ ງ່າໄມ້ ໄມ້ຢືນຕົ້ນ ຫຼື ໄມ້ປະດັບ ທີ່ຂຸດຄົ້ນອອກຈາກປ່າທຳມະຊາດ ໄປຕ່າງປະເທດໃນທຸກກໍລິນີ ຢ່າງເດັດຂາດ ລວມທັງໄມ້ທີ່ລັດຖະບານໄດ້ອະນຸມັດແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ທັງນີ້ ໂດຍຈະອະນຸຍາດໃຫ້ສົ່ງອອກໄດ້ ສະເພາະໄມ້ທີ່ໄດ້ປຸງແຕ່ງ ເປັນຜະລິດ ຕະພັນສຳເລັດຮູບ ຕາມມາດຕະຖານ ທີ່ກະຊວງອຸດສາຫະກຳ ແລະການຄ້າ ໄດ້ວາງອອກຢ່າງຄົບຖ້ວນແລ້ວເທົ່ານັ້ນ.

ສຳລັບກ່ຽວກັບການຈັດຕັ້ງປະຕິບັດໃນພາກຕົວຈິງນັ້ນ ຄຳສັ່ງຂອງນາຍົກ ລັດຖະມົນຕີລາວ ສະບັບນີ້ ກໍໄດ້ກຳນົດໃຫ້ເປັນການປະສານງານ ລະຫວ່າງ ກະຊວງກະສິກຳ ແລະປ່າໄມ້ ກະຊວງການເງິນ ກະຊວງອຸດສາຫະກຳ ແລະ ການຄ້າ ກະຊວງຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ແລະ ກະຊວງ ປ້ອງກັນປະເທດ ຊຶ່ງຈະຕ້ອງດຳເນີນມາດຕະການ ກວດກາການຂຸດຄົ້ນໄມ້ ໃນທຸກໂຄງການຢ່າງເຂັ້ມງວດ ທັງຍັງຈະຕ້ອງດຳເນີນມາດຕະການລົງໂທດ ຕໍ່ຜູ້ກະທຳຜິດຢ່າງເດັດຂາດອີກດ້ວຍ.

ທັງນີ້ ໂດຍລັດຖະບານລາວ ໄດ້ຈັດສັນປ່າໄມ້ 51 ເຂດ ເປັນເຂດປ່າຜະລິດ ຄິດເປັນພື້ນທີ່ລວມເຖິງ 3.1 ລ້ານເຮັກຕາ ໃນທົ່ວປະເທດ ແລະມອບໝາຍ ໃຫ້ປະຊາຊົນໃນ 442 ພື້ນທີ່ເປັນພາກສ່ວນທີ່ຮັບຜິດຊອບ ໃນການຄຸ້ມຄອງ ແລະເກັບເອົາຜົນປະໂຫຍດທີ່ຖືເປັນສ່ວນໜຶ່ງ ໃນແຜນການເພີ່ມຄວາມໜາ ແໜ້ນຂອງສະພາບປ່າໄມ້ໃນລາວ ໃຫ້ໄດ້ເຖິງ 65 ເປີເຊັນ ແລະ 70 ເປີເຊັນ ຂອງເນື້ອທີ່ທັງໝົດໃນປີ 2015 ແລະປີ 2020.

ໂດຍການສຳຫຼວດພົບວ່າ ຄວາມໜາແໜ້ນຂອງປ່າໄມ້ໃນລາວ ໄດ້ລົດລົງ ຈາກ 17 ລ້ານເຮັກຕາ ຫຼື 71 ເປີເຊັນ ຂອງພື້ນທີ່ທັງໝົດໃນປີ 1960 ເປັນ 9.4 ລ້ານເຮັກຕາ ຫຼືຕ່ຳກວ່າ 40 ເປີເຊັນ ຂອງພື້ນທີ່ທັງໝົດ ໃນປີ 2015 ໂດຍມີສາເຫດສຳຄັນມາ ຈາກການລັກລອບຕັດໄມ້ ເກີນໂຄວຕ້າ ທີ່ໄດ້ຮັບ ສຳປະທານຈາກລັດ ທັງໃນສ່ວນກາງ ແລະທ້ອງຖິ່ນ ໂດຍໃນແຜນການປີ 2014-2014 ລັດຖະບານລາວ ໄດ້ອະນຸມັດໂຄວຕາ ການຕັດໄມ້ໃນປະລິ ມານລວມ 1 ລ້ານກວ່າແມັດກ້ອນ ຫາກແຕ່ລັດຖະບານລາວກໍມີລາຍຮັບ ຈາກພາສີການສົ່ງໄມ້ໄປຕ່າງປະເທດພຽງ 20 ລ້ານໂດລາເທົ່ານັ້ນ.

XS
SM
MD
LG