ນາຍົກລັດຖະມົນ ລາວຕີມີຄຳສັ່ງໃຫ້ສືບຕໍ່ການກວດກາສຳປະທານທຸກໂຄງການທີ່ໄດ້
ອະນຸຍາດ ໃຫ້ເອກະຊົນ ລາວ ແລະ ຕ່າງຊາດໃນທົ່ວປະເທດ ເພາະມີລາຍງານການຈັດ ຕັ້ງປະຕິບັດຜິດກົດໝາຍເພີ່ມຂຶ້ນເລື້ອຍໆ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ມີຄຳສັ່ງໃຫ້ສືບຕໍ່ດຳເນີນມາດຕະການກວດ
ກາສຳປະທານທຸກໂຄງການ ແລະ ທຸກປະເພດທີ່ໄດ້ອະນຸຍາດສຳປະທານໃຫ້ກັບບັນດາ ບໍລິສັດເອກະຊົນ ລາວ ແລະ ຕ່າງຊາດໄປແລ້ວໃນທົ່ວປະເທດ ເພາະມີລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍເກີດຂຶ້ນຢ່າງກວ້າງຂວາງໃນປະຈຸ
ບັນນີ້.
ທັງນີ້ໂດຍທ່ານ ທອງລຸນ ໄດ້ມີຄຳສັ່ງດັ່ງກ່າວນີ້ ໂອກາດທີ່ທ່ານເປັນປະທານໃນກອງປະ
ຊຸມປະຈຳປີ 2017 ຂອງກະຊວງປ້ອງກັນຄວາມສະຫງົບພາຍໃນ ຊຶ່ງໄດ້ຈັດຂຶ້ນຢ່າງເປັນ
ທາງການເມື່ອບໍ່ນານມານີ້ຢູ່ນະຄອນຫຼວງ ວຽງຈັນ ໂດຍທ່ານໄດ້ເນັ້ນຢໍ້າວ່າ ການລະເມີດ
ສັນຍາສຳປະທານໄດ້ກໍ່ໃຫ້ເກີດການເສຍຫາຍຢ່າງຫຼວງຫຼາຍທັງດ້ານລາຍຮັບ ແລະ ຊັບ
ພະຍາກອນທຳມະຊາດ ດັ່ງທີ່ທ່ານໄດ້ຢືນຢັນວ່າ.
"ຍິ່ງສຳປະທານຂອງຕ່າງປະເທດດຽວນີ້ ການລະເມີດຕ່າງໆນີ້ຈະເກີດຂຶ້ນຫຼາຍ ເລື່ອງ
ໄມ້ ເລື່ອງການປອມ ການແປງອັນນັ້ນ ອັນນີ້ ມີບາງແຂວງນີ້ໄປເຮັດກາຊີໂນ ໂດຍບໍ່
ຖືກຕ້ອງຕາມກົດໝາຍ ບໍ່ໄດ້ອະນຸຍາດ ລັກເຮັດເດ້ ອັນນີ້ກະພາໃຫ້ເສຍຫາຍທີ່ສຸດ ລັກເອົາຊັບພະຍາກອນເຮົານີ້ກະຫຼາຍ ໄດ້ຮັບລາຍງານເລື່ອຍໆຢູ່."
ທາງດ້ານທ່ານ ພອນເພັດ ທິລາວົງ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງເຊກອງ ຢືນຢັນວ່າບັນຫາທີ່ປະຊາຊົນ ລາວ ໄດ້ໃຫ້ການສະໜັບສະໜູນຫຼາຍທີ່ສຸດກໍຄື ການທີ່
ນາຍົກລັດຖະມົນຕີໄດ້ອອກຄຳສັ່ງເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງໄມ້ຖ່ອນອອກໄປ
ຕ່າງປະເທດຢ່າງເດັດຂາດ ທັງຍັງຮຽກຮ້ອງຂໍໃຫ້ລັດຖະບານດຳເນີນການກວດສອບສຳ
ປະທານທີ່ດິນ ສຳປະທານຂຸດຄົ້ນແຮ່ທ່າດ, ສຳປະທານປ່າໄມ້ ລວມເຖິງບັນດາໂຄງການ
ພັດທະນາຕ່າງໆຂອງລັດຖະບານທີ່ພາກເອກະຊົນເປັນຝ່າຍ ອອກທຶນໃຫ້ກ່ອນອີກດ້ວຍ.
ກ່ອນໜ້ານີ້ທ່ານ ທອງລຸນ ໄດ້ມີຄຳສັ່ງໃຫ້ທຸກພາກສ່ວນກ່ຽວຂ້ອງດຳເນີນການກວດກາ
ສຳປະທານການສຳຫຼວດ ແລະ ຂຸດຄົ້ນແຮ່ທາດໃນທົ່ວປະເທດ ທັງຍັງໄດ້ເນັ້ນຢໍ້າໃຫ້
ທຸກພາກສ່ວນຢຸດການພິຈາລະນາ ກ່ຽວກັບ ການອະນຸຍາດໃຫ້ສຳປະທານໂຄງການໃໝ່
ຢ່າງສິ້ນເຊີງອີກດ້ວຍ.
ທ່ານ ທອງລຸນ ໃຫ້ການຢືນຢັນວ່າ ການກວດກາດັ່ງກ່າວ ເພື່ອເປັນການຮັບປະກັນວ່າ
ບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດທີ່ໄດ້ຮັບການອະນຸຍາດສຳປະທານຂຸດ
ຄົ້ນແຮ່ທາດຈາກລັດຖະບານ ລາວ ແລ້ວ ນັ້ນໄດ້ຈັດຕັ້ງປະຕິບັດຕາມເງື່ອນໄຂທີ່ໄດ້
ກຳນົດໄວ້ໃນສັນຍາຢ່າງຄົບຖ້ວນ ເພາະຈາກການກວດກາໃນໄລຍະທີ່ຜ່ານມາພົບວ່າ ການດຳເນີນງານຂອງບໍລິສັດສ່ວນໃຫຍ່ຍັງບໍ່ເປັນໄປຕາມສັນຍາເຊັ່ນ ການຄຸ້ມຄອງໃນ
ຫຼາຍໂຄງການຍັງຂາດປະສິດທິພາບ ຈຶ່ງໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທຳມະ
ຊາດຢ່າງກວ້າງຂວາງ.
ທັງນີ້ໂດຍອີງຕາມລາຍງານ ກ່ຽວກັບ ການຕິດຕາມກວດກາຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດຈາກການນຳໃຊ້ສານເຄມີອັນຕະລາຍທີ່ເກີນຄ່າມາດຕະຖານ
ໃນຂົງເຂດບໍ່ແຮ່ໃນພື້ນທີ່ 5 ແຂວງ ແລະ ນະຄອນຫຼວງວຽງຈັນ ລະບຸວ່າຈາກການກວດ
ກາສຳປະທານຂຸດຄົ້ນແຮ່ທາດໃນ 200 ໂຄງການມີພຽງ 3 ໂຄງການເທົ່ານັ້ນທີ່ມີການ
ຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ສັນຍາສຳປະທານ.
ປະຈຸບັນມີ 657 ບໍລິສັດທີ່ໄດ້ຮັບອະນຸມັດສຳປະທານການຂຸດຄົ້ນແຮ່ທາດຈຳນວນ
942 ກິດຈະການໃນທົ່ວປະເທດ ລາວ ໃນນີ້ເປັນການອະນຸຍາດໂດຍຂັ້ນສູນກາງ 226 ບໍລິສັດໃນ 392 ກິຈະການ ແລະ ອະນຸຍາດໂດຍຂັ້ນທ້ອງຖິ່ນ 431 ບໍລິສັດໃນ 550
ກິດຈະການ ຊຶ່ງຈາກການກວດກາທີ່ຜ່ານມາກໍພົບວ່າມີ 511 ບໍລິສັດໃນ 693 ກິດຈະ
ການທີ່ໄດ້ທຳການຂຸດຄົ້ນແລ້ວ ຫາກແຕ່ກໍປາກົດວ່າ ມີການຮ້ອງຮຽນຂອງປະຊາຊົນ
ລາວ ທີ່ໄດ້ຮັບຜົນກະທົບຈາກການຂຸດຄົ້ນແຮ່ທາດຢ່າງກວ້າງຂວາງໃນທົ່ວປະເທດ
ເຊັ່ນດຽວກັນ.