ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ນາຍົກຂອງລາວ ຍອມຮັບວ່າ ເປັນການຍາກ ທີ່ຈະເກັບລາຍຮັບໄດ້ ຕາມແຜນການທີ່ວາງໄວ້


ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບວ່າ “ພວກເຮົາກຳລັງມີການຮົ່ວໄຫລຫລາຍ ກ່ຽວກັບການເກັບລາຍຮັບ ໃນລະຍະທີ່ຜ່ານມາ.”
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບວ່າ “ພວກເຮົາກຳລັງມີການຮົ່ວໄຫລຫລາຍ ກ່ຽວກັບການເກັບລາຍຮັບ ໃນລະຍະທີ່ຜ່ານມາ.”

ນາຍົກລັດຖະມົນຕີລາວ ຍອມຮັບວ່າ ເປັນການຍາກ ທີ່ຈະຈັດເກັບລາຍຮັບໄດ້ ຕາມ
ແຜນການທີ່ວາງໄວ້ ໂດຍມີສາເຫດສຳຄັນມາຈາກການຄໍຣັບຊັນ ຫຼືສໍ້ລາດບັງຫຼວງ ທີ່ເຮັດໃຫ້ເກີດການຮົ່ວໄຫລຂອງລາຍຮັບຢ່າງຫຼວງຫຼາຍ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະໄໝ ສາມັນ ຄັ້ງທີ 2 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນ ກອງປະຊຸມລະຫວ່າງ
ວັນທີ 24 ຕຸລາ ຫາ 18 ພະຈິກ 2016 ວ່າເປັນການຍາກທີ່ລັດຖະບານລາວ ຈະສາມາດ ຈັດເກັບລາຍຮັບໄດ້ຕາມແຜນການທີ່ວາງໄວ້ ໂດຍເຖິງແມ່ນວ່າ ການຈັດຕັ້ງປະຕິບັດ ໃນເວລານີ້ ຈະໄດ້ດຳເນີນມາດຕະການຕ່າງໆ ຢ່າງມີປະສິດທິພາບສູງຂຶ້ນກວ່າເກົ່າ
ກໍຕາມ ຫາກແຕ່ດ້ວຍການທຸຈະລິດຄໍຣັບຊັນ ທີ່ດຳເນີນມາຢ່າງຍາວນານ ຈຶ່ງເຮັດໃຫ້ ເກີດການຮົ່ວໄຫລ ໃນການຈັດເກັບລາຍຮັບ ເຂົ້າງົບປະມານຂອງລັດຖະບານ ຢູ່
ເລື້ອຍມາ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາກຳລັງມີການຮົ່ວໄຫລຫລາຍ ກ່ຽວກັບການເກັບລາຍຮັບ ລາຍຈ່າຍໃນ
ລະຍະທີ່ຜ່ານມາ ພວກເຮົາກໍຮັບຮູ້ນຳກັນວ່າ ຈຸດຕ່າງໆ ທີ່ພວກເຮົາເວົ້າກັນມານີ້ ທັງສະພາແຫ່ງຊາດ ກໍໄດ້ສະເໜີມານີ້ ຄວາມເປັນຈິງໃນການພັດທະນາ ຂອງ ປະເທດເຮົານີ້ ບໍ່ແມ່ນເກີດຂຶ້ນປີກາຍນີ້ ຫຼືວ່າ 5-6 ເດືອນຜ່ານມານີ້ເທົ່ານັ້ນ ມັນ
ເກີດຂຶ້ນສະສົມມາຫຼາຍປີພໍສົມຄວນ ແຕ່ວ່າບໍ່ທັນສາມາດແກ້ໄຂຕົກໄດ້.”

ແຜນທີ່ສະແດງໃຫ້ເຫັນ ລະດັບການສໍ້ລາດບັງຫລວງ ໃນແຕ່ລະປະເທດ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້
ແຜນທີ່ສະແດງໃຫ້ເຫັນ ລະດັບການສໍ້ລາດບັງຫລວງ ໃນແຕ່ລະປະເທດ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້

ທາງດ້ານ ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ ໄດ້ຖະແຫລງລາຍງານຕໍ່ກອງປະຊຸມສະພາແຫ່ງຊາດລາວ ຄັ້ງ ດຽວກັນນີ້ ວ່າ ລັດຖະບານລາວຈັດເກັບລາຍຮັບໄດ້ທັງໝົດ 22,555.59 ຕື້ກີບ ຊຶ່ງຄິດເປັນ 95.17 ເປີເຊັນ ຂອງແຜນການປະຈຳປີ 2015-2016 ທີ່ສິ້ນສຸດແຜນ
ການ ເມື່ອທ້າຍເດືອນກັນຍາ 2016 ຜ່ານມາ ໂດຍເປັນລາຍຮັບພາຍໃນ 20,041.19 ຕື້ກີບ ຊຶ່ງໄດ້ຈາກສ່ວຍສາອາກອນ 9,711 ຕື້ກີບ ພາສີ 6,366 ຕື້ກີບ ພັນທະຈາກ ບັນດາລັດວິສາຫະກິດ 1,968 ຕື້ກີບ ຊັບສິນຂອງລັດ 1,975 ຕື້ກີບ ແລະອື່ນໆອີກ
2,119 ຕື້ກີບ.

ທ່ານສົມດີ ຍອມຮັບວ່າ ການຈັດເກັບລາຍຮັບໄດ້ຕ່ຳກວ່າເປົ້າໝາຍດັ່ງກ່າວນີ້ ມີສາເຫດ ທີ່ສຳຄັນມາຈາກ ລະດັບປະສິດທິພາບຕ່ຳ ໃນການຈັດເກັບລາຍຮັບ ໃນຫຼາຍພາກສ່ວນ ໂດຍສະເພາະແມ່ນໃນພາກສ່ວນທີ່ມີຄວາມຮັບຜິດຊອບການຈັດເກັບພາສີອາກອນ
ການຄ້າ ແລະຊັບສິນຂອງລັດນັ້ນ ຈຶ່ງເຮັດໃຫ້ການຈັດເກັບລາຍຮັບ ພາຍໃນໄດ້ຕ່ຳກວ່າ ເປົ້າໝາຍທີ່ວາງໄວ້ຫຼາຍກວ່າ 1,100 ຕື້ກີບ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນ ໃຫ້ການຢືນຢັນວ່າ ກົນໄກການເກັບ ລາຍຮັບ ຍັງມີການຈັດຕັ້ງປະຕິບັດທີ່ບໍ່ໂປ່ງໃສ ທັງຍັງມີການປະເມີນຄ່າຊັບສິນຂອງ ລັດຕ່ຳກວ່າຄວາມເປັນຈິງ ເຮັດໃຫ້ເກີດການຮົ່ວໄຫລ ຂອງລາຍຮັບລັດຖະບານ ຢ່າງຫລວງຫລາຍ.

ການຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການດັ່ງກ່າວ ຍັງເຮັດໃຫ້ລັດຖະບານລາວ ຕ້ອງ ປັບລົດເປົ້າໝາຍ ຂອງການຈັດເກັບລາຍຮັບຕະຫຼອດແຜນການປີ ລົງຈາກເດີມ 26,159 ຕື້ກີບ ເປັນ 23,700 ກວ່າຕື້ກີບ ທັງຍັງຕ້ອງປັບລົດລາຍຈ່າຍລົງຈາກ 31,946 ຕື້ກີບ
ເປັນ 31,118 ຕື້ກີບ ໂດຍລົດລົງເຖິງ 828 ຕື້ກີບ ເມື່ອເຖິງຊ່ວງ 6 ເດືອນທຳອິດຂອງ ແຜນການປີ ທັງເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນບັນຫາຂາດດຸນ ງົບປະມານ ເພີ່ມຂຶ້ນ ຈາກ 5,787 ຕື້ກີບ ເປັນ 7,418 ຕື້ກີບ ຄິດເປັນ 6.43 ເປີເຊັນ ຂອງ GDP ເຮັດໃຫ້ການລົງທຶນ ຂອງລັດລົດລົງເກີນກວ່າ 500 ຕື້ກີບ ຈຶ່ງກະທົບຕໍ່ການຈັດຕັ້ງ ປະຕິບັດແຜນການ ຢ່າງຫລີກລ່ຽງບໍ່ໄດ້ເຊັ່ນກັນ.

ທັງນີ້ ໂດຍແຜນການພັດທະນາເສດຖະກິດ ແລະສັງຄົມ ປະຈຳປີ 2015-2016 ທີ່ໄດ້ ຜ່ານການຮັບຮອງຂອງສະພາແຫ່ງຊາດລາວ ໃນໂອກາດກອງປະຊຸມສະໄໝສາມັນ
ຄັ້ງທີ 9 ເມື່ອເດືອນກໍລະກົດ 2015 ທີ່ຜ່ານມາ ໄດ້ວາງເປົ້າໝາາຍການຂະຫຍາຍຕົວ ທາງເສດຖະກິດໄວ້ ໃນອັດຕາສະເລ່ຍບໍ່ໃຫ້ຫລຸດ 7.5 ເປີເຊັນ ຊຶ່ງກໍຈະເຮັດໃຫ້ GDP ມີມູນຄ່າລວມເຖິງ 115,452 ຕື້ກີບ ຫຼືປະມານ 14,080 ລ້ານໂດລາ ທີ່ຖົວສະເລ່ຍ ເປັນລາຍໄດ້ຂອງປະຊາຊົນລາວ ເຖິງ 16.74 ລ້ານກີບ ຫຼື 2,040 ໂດລາຕໍ່ຄົນ ໃນປີ 2016 ຫາກແຕ່ການທີ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນ ກໍຕ້ອງລະດົມການລົງທຶນ ໃຫ້ໄດ້ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫຼອດປີ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍສາມາດປະກອບສ່ວນດ້ວຍການລົງທຶນພາກ
ລັດໄດ້ ໃນມູນຄ່າລວມ ພຽງ 3,300 ຕື້ກີບ ຫຼືບໍ່ເຖິງ 10 ເປີເຊັນ ຂອງເງິນທຶນທັງໝົດ ຈຶ່ງຕ້ອງລະດົມການລົງທຶນຈາກພາກເອກກະຊົນລາວ ແລະຕ່າງຊາດເປັນດ້ານຫລັກ.

XS
SM
MD
LG