ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນ ລາວ ຍື່ນຈົດໝາຍເພື່ອຮຽກຮ້ອງ ໃຫ້ກວດສອບການທຸຈະລິດ ຂອງສະມາຊິກ ພັກ.


ເຈົ້າໜ້າທີ່ລັດຖະບານ ລາວ ຖືກຈັບກຸມຍ້ອນການສໍ້ລາດບັງຫຼວງ.
ເຈົ້າໜ້າທີ່ລັດຖະບານ ລາວ ຖືກຈັບກຸມຍ້ອນການສໍ້ລາດບັງຫຼວງ.

ປະຊາຊົນ ລາວ ຍື່ນຈົດໝາຍຈຳນວນຫຼາຍກວ່າ 3,600 ສະບັບເພື່ອຮຽກຮ້ອງໃຫ້ສູນກາງ ພັກປະຊາຊົນປະຕິວັດ ລາວ ກວດສອບການໃຊ້ອຳນາດ ແລະ ປະຕິບັດໜ້າທີ່ໂດຍທຸຈະ ລິດຂອງສະມາຊິກພັກ.

ເຈົ້າໜ້າທີ່ຂັ້ນສູງຂອງຄະນະກວດກາສູນກາງພັກປະຊາຊົນປະຕິວັດ ລາວ ເປີດເຜີຍວ່າ ໃນໄລຍະ 5 ປີທີ່ຜ່ານມາ ຄະນະກວດກາສູນກາງພັກ ໄດ້ຮັບຈົດໝາຍຮ້ອງຮຽນຈາກປະ ຊາຊົນ ລາວ ຈຳນວນເຖິງ 3,640 ສະບັບທີ່ຮຽກຮ້ອງຂໍໃຫ້ດຳເນີນມາດຕະການກວດກາ ການໃຊ້ ອຳນາດ ແລະ ປະຕິບັດໜ້າທີ່ຂອງບັນດາສະມາຊິກພັກທີ່ຖືກສົງໄສວ່າ ໄດ້ປະຕິ ບັດໜ້າທີ່ ແລະ ໃຊ້ອຳນາດໂດຍທຸຈະລິດເພື່ອການສະແຫວງຫາຜົນປະໂຫຍດສ່ວນຕົວ ທີ່ໄດ້ກໍ່ໃຫ້ ເກີດຜົນເສຍຫາຍຕໍ່ປະເທດຊາດຢ່າງຫຼວງຫຼາຍ.

ທັງນີ້ໂດຍຈາກການກວດກາໃນຈຳນວນ 734 ກໍລະນີເປົ້າໝາຍຕາມການຮຽກຮ້ອງດັ່ງ ກ່າວ ກໍພົບວ່າການທຸຈະລິດໄດ້ສ້າງຄວາມເສຍຫາຍຄິດເປັນມູນຄ່າເຖິງ 4,145.86 ຕື້ກີບ ພ້ອມດ້ວຍການເສຍຫາຍໃນສ່ວນຂອງເງິນຕາຕ່າງປະເທດ 70.77 ລ້ານໂດລາ ກັບ 381.58 ລ້ານບາດ ແລະ 539,518 ຢວນ ທັງຍັງມີການລັກລອບຂາຍໄມ້ຂອງລັດຖະ ບານໂດຍຜິດກົດໝາຍຫຼາຍກວ່າ 3 ແສນແມັດກ້ອນອີກດ້ວຍ.

ທາງດ້ານທ່ານ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໃຫ້ການຍອມ ຮັບວ່າພັກກຳລັງປະເຊີນກັບບັນຫາການຈັດຕັ້ງທີ່ບໍ່ມີປະສິດທິພາບຫຼາຍຂຶ້ນນັບມື້ ໂດຍ ມີສາ ເຫດມາຈາກການປະຕິບັດຕົວທີ່ຂາດຄວາມຮັບຜິດຊອບຕໍ່ສ່ວນລວມ ຂອງສະມາ ຊິກພັກ ເປັນສຳຄັນເຊັ່ນ ການຫຼິ້ນພັກຫຼິ້ນພວກ ການບໍ່ຍອມຮັບການວິຈານກັນຢ່າງຕົງໄປ ຕົງມາ, ການອາຄາດມາດຮ້າຍຕໍ່ກັນ, ການບໍ່ຍອມຮັບໃນຄວາມຮູ້ຄວາມສາມາດ ລະ ຫວ່າງ ຜູ້ບັງຄັບບັນຊາ ແລະ ຜູ້ໄຕ້ບັງຄັບບັນຊາ, ການບໍ່ເຄົາລົບກົດລະບຽບຂອງພັກ ແລະ ການ ທຸຈະລິດດັ່ງທີ່ທ່ານ ວັນໄຊ ໄດ້ໃຫ້ການຢືນຢັນວ່າ.

"ຍັງມີບາງອົງຄະນະພັກເຮັດບໍ່ທັນຖືກຕາມລະບຽບຂອງພັກ ແລະ ຄຳສັ່ງຂອງສູນກາງ ພັກ, ການກະກຽມບຸກຄະລາກອນເຂົ້າໃນຄະນະພັກແຕ່ລະຂັ້ນ ເຖິງວ່າໄດ້ມີການກຳ ນົດມາດຕະຖານ, ເງື່ອນໄຂຢ່າງລະອຽດຈະແຈ້ງ ແຕ່ຂອດການຈັດຕັ້ງປະຕິບັດຕົວຈິງ ບໍ່ທັນຮັບປະກັນ ອັນສຳຄັນທີ່ສຸດແມ່ນບໍ່ເລືອກເຟັ້ນໄດ້ຜູ້ທີ່ພົ້ນເດັ່ນຂຶ້ນຈາກຂະບວນ ການວຽກງານຕົວຈິງ ນອກຈາກນັ້ນມີສະຫາຍຈຳນວນໜຶ່ງພໍແຕ່ໄດ້ຮັບການເລືອກຕັ້ງ ເຂົ້າໃນຄະນະພັກແລ້ວ ກໍເລີ່ມມີຫາງສຽງວິພາກວິຈານຈາກຖັນແຖວສະມາຊິກພັກ ແລະ ມະຫາຊົນ ຖ້າພວກເຮົາບໍ່ມີຄວາມເດັດຂາດແກ້ໄຂ ແລະ ມີຄວາມເຂັ້ມງວດໃນ ການປະຕິບັດຫຼັກການດັ່ງກ່າວນີ້ ຈະເຮັດໃຫ້ພັກເຮົາບໍ່ມີຄວາມເຂັ້ມແຂງໄດ້."

ໂດຍໃນຮອບ 5 ປີທີ່ຜ່ານມາອຳນາດການນຳຂອງສູນກາງພັກໄດ້ຕັດສິນລົງໂທດທາງວິ ໄນຕໍ່ສະມາຊິກພັກ ຈຳນວນ 1,806 ຄົນໃນນີ້ເປັນສະມາຊິກເພດຍິງ 171 ຄົນທີ່ສວຍໃຊ້ ຕຳແໜ່ງໜ້າທີ່ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ແລະ ພ້ອມກັນນີ້ກໍໄດ້ປົດຈາກ ຕຳແໜ່ງສະມາຊິກຂອງພັກອີກ 1,007 ຄົນທີ່ປະຕິບັດໜ້າທີ່ຂັດຕໍ່ແນວທາງ ແລະ ນະໂຍ ບາຍພັກອີກດ້ວຍ.

ແຕ່ຢ່າງໃດກໍຕາມ ສູນກາງພັກກໍບໍ່ໄດ້ໃຫ້ລາຍລະອຽດວ່າການລົງໂທດທາງວິໄນຕໍ່ສະມາ ຊິກພັກທັງ 1,806 ຄົນດັ່ງກ່າວນີ້ມີລະດັບໃດແນ່ ຫາກແຕ່ກໍຍອມຮັບວ່າມີສະມາຊິກພັກ ຈຳນວນໜຶ່ງທີ່ໄດ້ຊື້ຈ້າງດ້ວຍຮູບແບບຕ່າງໆ ເພື່ອເຮັດໃຫ້ພວກຕົນໄດ້ເປັນສະມາຊິກພັກ ແລະ ໄດ້ພາກັນສວຍໃຊ້ຕຳແໜ່ງໜ້າທີ່ສະແຫວງຫາຜົນປະໂຫຍດສ່ວນຕົວຢ່າງກວ້າງ ຂວາງໃນທຸກວົງການຂອງລັດຖະບານ.

ກ່ອນໜ້ານີ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າຈຸດເນັ້ນໜັກທີ່ສຳ ຄັນທີ່ສຸດໃນການບໍລິຫານງານຂອງຄະນະລັດຖະບານຊຸດປັດຈຸບັນ ກໍຄືການຄວບຄຸມ ແລະ ກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາພະນັກງານລັດໃນທຸກລະດັບຢ່າງ ໂປ່ງໄສແນໃສ່ການສະກັດກັ້ນ ແລະ ປາບປາມການທຸຈະລິດທຸກຮຸບແບບ ໂດຍສະເພາະ ພະນັກງານລັດທີ່ຮັບຜິດຊອບໃນການຈັດເກັບລາຍຮັບ ແລະ ການໃຊ້ຈ່າຍງົບປະມານ ຂອງລັດຖະບານນັ້ນ ແຕ່ວ່າການທີ່ຈະສາມາດຈັດຕັ້ງປະຕິບັດໄດ້ຢ່າງແທ້ຈິງນັ້ນ ກໍຈະ ຕ້ອງມີການປັບປຸງກົນໄກບໍລິຫານ ແລະ ກົນໄກບໍລິການ ທັງຍັງຈະຕ້ອງປະຕິບັດລະບຽບ ກົດໝາຍທີ່ມີຄວາມເຂັ້ມແຂງອີກດ້ວຍ.

XS
SM
MD
LG